ແຂວງຫລວງພະບາງ ກັບວຽກງານອະນຸລັກຮັກສາມໍລະດົກ


(vovworld)-  ໂດຍ​ຕັ້ງ​ຢູ່​ພາກ​ເຫນືອ​ຂອງ​ລາວ, ຫລວ​ງ​ພະ​ບາງແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຂາດບໍ່​ໄດ້​ໃນ​ລາຍ​ການ​ທ່ອງ​ທ່ຽວ​ຂອງ​ນັກ​ທ່ອງ​ທ່ຽວ​ທຸກ​ຄົນ​ເມື່ອ​ມາ​ຢ້ຽມ​ຢາມ​ປະ​ເທດ​ລາວ. ບໍ່​ພຽງ​ແຕ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ຍ​ອ້ນ​ອາ​ກາດ​ປອດ​ໂປ່ງ ດ້ວຍ​ທັດ​ສະ​ນີ​ຍະ​ພາບ​ລື​ຊື່​ຫລາຍ​ແຫ່ງເທົ່າ​ນັ້ນ ຫາກ ຄວາມ​ງາມ​ເກົ່າ​ແກ່​ຂອງ​ບັນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ ແມ່ນ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ນະ​ຄອນ​ຫລວງ​ພະ​ບາງ ນັບ​ມື້​ນັບ​ຫລາຍ. ພາຍ​ຫລັງ ເກືອບ 20 ປີ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ວ່າ​ແມ່ນ​ມໍ​ລະ​ດົກ​ຂອງ​ໂລກ, ອຳ​ນ​າດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ນະ​ຄອນ​ຫລວ​ງ​ພະ​ບາງ ໄດ້ ແລະ ພວມ​ປະ​ຕິ​ບັດ​ວຽກ​ງາ​ນ​ອະ​ນຸ​ລັກ​ຮັກ​ສາ ແລະ ປະ​ຕິ​ສັງ​ຂອນ​ເປັນ​ຢ່າງ​ດີ​ເພື່ອ​ໃຫ້​ບັນ​ດາ​ກິດ​ຈະ​ກຳສະ​ຖາ​ປັດ​ຕະ​ຍະ​ກຳຂອງ​ນະ​ຄອນບໍ່​ຖືກ​ສູນ​ຫາຍ​ຕໍ່​ຫນ້າ​ການ​ປ່ຽນ​ແປງ​ຂອງ​ຊີ​ວິດ​ທັນ​ສະ​ໄຫມປະ​ຈຸ​ບັນ.

ແຂວງຫລວງພະບາງ ກັບວຽກງານອະນຸລັກຮັກສາມໍລະດົກ - ảnh 1
ພາບ:vov

        ເຮືອນ​ຂອງ​ຄອບ​ຄົວ​ ແມ່​ຕູ້ ມາ​ນີ​ໄລ ສະ​ຫວ່າງ ຢູ່ ຫລວງ​ພະ​ບາງ ໄດ້​ຮັບ​ການກໍ່​ສ້າງ​ກ່ອນນີ້ກວ່າ 1 ສັດ​ຕະ​ວັດ. ເຮືອນ​ຫລັງ​ນີ້​ມີ​​ຊັ້ນດຽວ ຫລັງ​ຄາ​ເຮືອນ​ມຸ້ງ​ດ້ວຍ​ດິ​ນ​ຂໍ, ຝາ​ເຮືອນ​ຖືກກໍ່​ສ້າງດ​້ວຍ​ດິນ​ຈີ່ ແລະ ປະ​ຕູ, ປ່ອງ​ຢ້ຽມ​ເຮັດ​ດ້ວຍ​ໄມ້. ​ແມ່​ຕູ້ ມາ​ນີ​ໄລ ໃຫ້​ຮູ້​ວ່າ: ປີນີ້ ແມ່​ຕູ້ ອາ​ຍຸ 75 ປີ​ແລ້ວ ແລະ ນີ້​ເປັນ​ຄັ້ງ​ທຳ​ອິດ​ຄອບ​ຄົວ​ຂອງ​ແມ່ ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ ​ເຮືອນຫລັງນີ້​ຄ​ືນ​ໃຫມ່. ໂດຍ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຫລັງ​ເຮືອນ​ບູ​ຮານນອນ​ໃນ​ເຂດ​ມໍ​ລະ​ດົກ​ຂອງ​ໂລກ, ຄອບ​ຄົວ​ແມ່​ຕູ້ ມາ​ນີ​ໄລ ໄດ້​ຂໍ​ອະ​ນຸ​ຍາດຈາກຄະ​ນະ​ຄຸ້ມ​ຄອງ​ປູ​ຊະ​ນີ​ຍະ​ສະ​ຖານ​ເມືອງ​ຫລວງ ເພື່ອ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ. ນອກ​ຈາກ​ການ​ຫນູນ​ຊ່ວຍ​ວັດ​ຖຸ​ອຸ​ປະ​ກອນ​ທີ່​ໄດ້​ຮັບ​ການ​ຜະ​ລິດ​ຕາມ​ຮູບ​ແບບທີ່​ໄດ້​ນຳ​ໃຊ້​ເມື່ອກໍ່​ສ້າງ​ເຮືອນຫລັງນີ້​ແລ້ວ, ແຕ່​ລະ​ວັນ ລ້ວນ​ແຕ່​ມີ​ພະ​ນັກ​ງານ​ຂອງ​ຄະ​ນະ​ຄຸ້ມ​ຄອງ​ປູ​ຊະ​ນີ​ຍະ​ສະ​ຖານ​ລົງ​ຕິດ​ຕາມກວດ​ກາ​ບັນ​ດາ​ມາດ​ຖານ​ດ້ານ​ເຕັກ​ນິກ ຕາມ​ຂໍ້​ກຳ​ນົດ​ລວມ​ຂອ​ງ​ນະ​ຄອນ ແລະ UNESCO. ແມ່​ຕູ້ ມາ​ນີ​ໄລ ສະ​ຫວ່າງ ແບ່ງ​ປັນ​ວ່າ:

        ສຽງ​ແມ່​ຕູ້ ມາ​ນີ​ໄລ



ແຂວງຫລວງພະບາງ ກັບວຽກງານອະນຸລັກຮັກສາມໍລະດົກ - ảnh 2
ພາບ:vov

        ​ໂດຍສະ​ຫນິດ​ຕິ​ດ​ພັນ​ກັບ​ວຽກ​ງານ​ອະ​​ນຸ​ລັກ​ຮັກ​ສາບັນ​ດາ​ກິດ​ຈະ​ກຳ​ມໍ​ລະ​ດົກ​ສາ​ທາ​ລະ​ນະ​ ແຕ່​ປີ 1995, ທ່ານ ຫນໍ່​ແສງ ສາຍ​ວົງ​ເດືອນ, ຮອງ​ຫົວ​ຫນ້າ​ພະ​ແນກ​ຖະ​ແຫລງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ຫລວງ​ພະ​ບາງ ໃຫ້​ຮູ້​ວ່າ: ກິດ​ຈະ​ກຳ​ທຸກ​ແຫ່ງ​ຢູ່ ຫລວງ​ພະ​ບາງ ເມື່ອ​ໄດ້​ຮັບ​ການ​ບູ​ລະ​ນະ​ປະ​ຕິ​ສ​ັງ​ຂອນ ລ້ວນ​ແຕ່​ມີ​ການ​ເຂົ້າ​ຮ່ວມ, ຕິດ​ຕາມກວດ​ກາ​ຂອງ​ບັນ​ດາ​ຫົວ​ຫນ່ວຍ​ກ່ຽວ​ຂ້ອງ. ກໍ​ເຊັນ​ດຽວ​ກັນ​ກັບ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ເຮືອນ​ບູ​ຮານ, ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ບັນ​ດາ​ກິດ​ຈະ​ກຳ​ສາ​ທາ​ລະ​ນະ​ຄື: ວັດ​ວາ​ອາ​ຮາມ, ພະ​ລາ​ຊະ​ວັງ, ສຸ​ສານ ໃນ​ກຸ່ມ​ມໍ​ລະ​ດົກ​ຫລວງ​ພະ​ບາງ ຕ້ອງ​ເຄົາ​ລົບ​ບັນ​ດາ​ຂໍ້​ກຳ​ນົດ​ຢ່າງ​ເຄັ່ງ​ຄັດ.

 ສຽງ ທ່ານຫນໍ່​ແສງ

ດ້ວຍ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ລາ​ຊະ​ວົງ ກວ່າ 30 ແຫ່ງ ສ່ວນ​ຫລາຍ​ແມ່ນ​ໄດ້​ຮັບ​ການກໍ່​ສ້າງ​ແຕ່​ສັດ​ຕະ​ວັດ​ທີ 14, ມີວ​ັດ​ບູ​ຮານ​ປະ​ມານ 40 ຫລັງ ໄດ້​ຮັບ​ການກໍ່​ສ້າງ​ໃນ​ບັນ​ດາ​ສະ​ໄຫມ​ລາ​ຊະ​ວົງ​ແຕກ​ຕ່າງ​ກັນ ພ້ອມ​ກັບ​ເຮືອນ​ຫລາຍ​ຫລັງ​ເຮັດ​ດ້ວຍ​ໄມ້​ທີ​່​ເປັນ​ມູນ​ເມື້ອ​ຂອງ​ລາວ ປະ​ສົມ​ກັບ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ​ເອີ​ລົບ, ຫລວງ​ພະ​ບາງ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງມວນ​ມະ​ນຸດ​ໃນ​ປີ 1995. ດ້ວຍ​ການ​ຫນູນ​ຊ່ວຍ​ຈາກ UNESCO ແລະ ປະ​ເທດ​ຈຳ​ນວນ​ຫນຶ່ງ, ແຂວງ ຫລວງ​ພະ​ບາງ ໄດ້​ປະ​ກາດ​ປື້ມ​ແນະ​ນຳ​ບັນ​ດາ​ວຽກ​ຕ້ອງ​ເຮັດ ເມື່ອ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ເຮືອ​ບູ​ຮານຫລື​ບັນ​ດາ​ກິດ​ຈະ​ກຳ​ອື່ນໆ​ໃນ​ເຂດ​ມໍ​ລະ​ດົກ. ກິດ​ຈະ​ກຳ​ທຸກ​ໆ​ແຫ່ງ​ເມື່ອ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ ຕ້ອງ​ໄດ້​ຮັບ​ການ​ຮັບ​ຮອງ​ເອົ​າ​ຈາກ​ຄະ​ນະ​ຄຸ້ມ​ຄອງ​ມ​ໍ​ລະ​ດົກ ແລະ ບັນ​ດາ​ເຈົ້າ​ຂອງ​ການ​ລົງ​ທຶນ​ຫລື​ຄອບ​ຄົວ​ລ້ວນ​ແຕ່​ຕ້ອງ​ເຄົາ​ລົບ​ຕາມ​ການ​ຊີ້​ນຳ​ໃນ​​ປື້ມ 2 ຫົວ​ດັ່ງ​ກ່າວ ຈາ​ກ​ການ​ເລືອກ​​ນ້ຳ​ສີຕະ​ຫລອດ​ຮອດ​ລວດ​ລາຍ​ປະ​ດັບ, ດິ​ນ​ຂໍ.. ທ່ານ ໄຊ​ຊະ​ໝອນ ​ຄົມ​ທະ​ວົງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຫລວງ​ພະ​ບາງ ໄດ້​ຢືນ​ຢັນ​ວ່າ: ເຖິງວ່າ ມີ​ກິດ​ຈະ​ກຳ​ເຮືອນ​ຊານ​ຫລາຍ​ແຫ່ງ ໄດ້​ຮັບ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ, ສ້ອມ​ແປງ​ກໍ​ຕາມ ແຕ່​ຫລວງ​ພະ​ບາງ ຍັງ​ຄົງ​ຮັກ​ສາ​ສະ​ຖາ​ປັດ​ຕະ​ຍະ​ກຳ​ເກົ່າ​ແກ່​​ໄວ້ໄດ້.

ສຽງ​ທ່ານ ໄຊ​ຊະ​ໝອນ

        ຍ້ອນ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ໃນ​ວຽກ​ງານ​ອະ​ນຸລັກ​ຮັກ​ສາຢ່າງ​ເຂັ້ມ​ງວດກໍ​ຄື​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ​ຂອງ​ອຳ​ນ​າດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ທ້ອງ​ຖິ່ນ ສະ​ນັ້ນ ມີ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳຫລາຍແຫ່ງ ຢູ່ ຫລວງ​ພະ​ບາງ ເຖິງວ່າ​ໄດ້​ຮັບ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ຄືນ​ໃຫມ່ ແຕ່​ຍັງ​ຄົງ​ຮັກ​ສາ​ຈຸດດັ້ງ​ເດີມ​ຄື​ໄລ​ຍະ​ຕົ້ນ. ​ສິ່ງ​ດັ່ງ​ກ່າວໄດ້​ເຮັດ​ໃຫ້​ຫລວງ​ພະ​ບາງ​ກາຍ​ເປັນ​ສະ​ຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ​ຕ່າງ​ປະ​ເທດ ມາ​ຢ້ຽມ​ຢາມ​ຫລວງ​ພະ​ບາງ​ນັບ​ມື້​ນັບ​ຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ