​ແຂວງອຸດອນທານີ ຂ​ອງໄທ ຊຸກຍູ້ການທ່ອງທ່ຽວ

(VOVWORLD) -   ໂດຍຕັ້ງຢູ່ຫ່າງຈາກນະຄອນຫຼວງ ບາງກອກ ພຽງປະມານ 560 ກິໂລແມັດເທົ່ານັ້ນນອກຈາກທ່າແຮງທີ່ມີສະຖານທີ່ທ່ອງທ່ຽວທີ່ລືຊື່ຫຼາຍແຫ່ງ ແລະ ບັນດາຮູບແບບການ ທ່ອງທ່ຽວທີ່ອຸດົມສົມບູນແລ້ວອຸດອນທານີ - ເຊິ່ງເປັນແຂວງໜຶ່ງຢູ່ທາງພາກຕາເວັນອອກສ່ຽງເໜືອຂອງປະເທດໄທນັ້ນ ຍັງມີຄວາມສະດວກໃນການສັນຈອນນັບທັງການເຊື່ອມຕໍ່ກັບບັນດາສະຖານທີ່ທ່ອງທ່ຽວຢູ່ປະເທດໄທ ແລະ ບັນດາປະເທດໃນພາກພື້ນອີກດ້ວຍ. ບັນດາສິ່ງເຫຼົ່ານັ້ນ ໄດ້ເຮັດໃຫ້ ອຸດອນທານີ ນັບມື້ນັບມີຄວາມດູດດື່ມສໍາລັບແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຫຼືບໍນັ້ນຕໍ່ໄປນີ້, ເຊີນທ່ານຜູ້ຟັງ ພ້ອມດ້ວຍກຸ່ມນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ຊອກຮູ້ກ່ຽວກັບບັນດາຄວາມສາມາດບົ່ມຊ້ອນໃນຂະແໜງການ ທ່ອງທ່ຽວຂອງແຂວງ ອຸດອນທານີ ຜ່ານບົດຂຽນ ທີ່ພາດຫົວຂໍ້ວ່າ “ແຂວງ ອຸດອນທານີ ຂອງໄທ ຊຸກຍູ້ການທ່ອງທ່ຽວ”.

 

​ແຂວງອຸດອນທານີ ຂ​ອງໄທ ຊຸກຍູ້ການທ່ອງທ່ຽວ - ảnh 1 ຄະນະນັກຂ່າວຖ່າຍຮູບກັບທ່ານ ວັດທະນາ ພຸດທິຊາດ - ເຈົ້າແຂວງໆ ອຸດອນທານີ

        ເພື່ອເປັນການພິສູດໃຫ້ສິ່ງທີ່ທ່ານ ວັດທະນາ ພຸດທິຊາດ - ເຈົ້າແຂວງໆ ອຸດອນທານີ ຫາກໍເວົ້າມາຂ້າງເທິງນັ້ນ, ຄະນະນັກຂ່າວພວກຂ້າພະເຈົ້າໄດ້ລົງໄປຢ້ຽມຢາມໝູ່ບ້ານ homestay ຊຽງແຫວ ຂຶ້ນກັບເມືອງ ກຸມພະວາປີ, ເຊິ່ງເປັນໝູ່ບ້ານທີ່ສ້າງຕັ້ງມາກວ່າ 170 ປີ, ຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອ, ຫ່າງຈາກໃຈກາງເມືອງ ກຸມພະວາປີ ໄປປະມານ 17 ກິໂລແມັດ.

        ທ່າມກາງອາກາດແດດກ້າໃນຕອນບ່າຍຂອງລະດູຮ້ອນ, ໝູ່ບ້ານ ຊຽງແຫວ ພັດປະກົດມີລົມພັດຂຽວເຢັນສະບາຍ ແລະ ສະຫງົບງຽບ. ບ້ານ ຊຽງແຫວ ມີປະມານ  900 ຄອບຄົວ ແລະ ທຸກໆຄອບຄົວລ້ວນແຕ່ລົງທະບຽນເຂົ້າຮ່ວມການເຮັດການທ່ອງທ່ຽວແບບ  homestay. ເອື້ອຍ ອວງທອງ ຫົວໜ້າສະມາຄົມ homestay ຂອງ ບ້ານ ຊຽງແຫວ ໃນຊຸດສິ້ນໄໝທີ່ເປັນມູນເຊື້ອຂອງຕົນ ໄດ້ຍິ້ມແຍ້ມແຈ່ມໃສອອກມາຮັບພວກຂ້າພະເຈົ້າ ແລ້ວຕ້ອງພວງມາໄລທີ່ໄດ້ຮ້ອຍດ້ວຍດອກໄມ້ສົດອັນຫອມຫວນໃສ່ຄໍພວກຂ້າພະເຈົ້າ. ເຮືອນຂອງເອື້ອຍ ອວງທອງ ແມ່ນມີຈຸດພິເສດສະເພາະ, ຢູ່ນອກປະຕູໂຂງ ໄດ້ຕິດປ້າຍທີ່ເຮັດດ້ວຍໄມ້ແຜ່ນໃຫຍ່ ເຊິ່ງໄດ້ຂຽນຊື່ຂອງສະມາຄົມ ແລະ ບັນດາຂໍ້ມູນຕົ້ນຕໍ ເພື່ອຕິດຕໍ່, ຢູ່ທາງຂ້າງ ກໍມີແຜ່ນໄມ້ແຜ່ນໜຶ່ງ ທີ່ໄດ້ຂຽນຊື່ບັນດາສະຖານທີ່ທ່ອງທ່ຽວທີ່ລືຊືໃນເຂດຄື ບຶງດອກບົວທອງ ລຽບຕາມສອງເບື້ອງຂອງທາງເຂົ້າໄປໃນເຮືອນທີ່ໄດ້ມຸງດ້ວຍຫຍ້ານັ້ນ ແມ່ນເຂດວາງສະແດງບັນດາຜະລິດຕະພັນທີ່ເຮັດຈາກດອກບົວທອງ; ບັນດາຜະລິດຕະພັນພື້ນເມືອງຄື ກວ້ຍ, ໝາກມ່ວງ, ໝາກນັດ.... ນອກຈາກນັ້ນ ຍັງມີແຖວໂຕະຍາວເພື່ອຕ້ອນຮັບແຂກທ່ອງທ່ຽວ. ນະທີ່ນີ້, ຄະນະນັກຂ່າວພວກຂ້າພະເຈົ້າ ໄດ້ຊີມເຄື່ອງດື່ມ ແລະ ບັນດາເຍື່ອງອາຫານຕ່າງໆ ໂດຍໄດ້ເຮັດຈາກວັດຖຸດິບຕົ້ນຕໍແມ່ນດອກບົວທອງຄື ແກງດອກບົວທອງ, ຍຳດອກບົວທອງ... ເຊິ່ງເປັນຈຸດທີ່ເປັນເອກະລັກສະເພາະຈາກສີມືອັນຄ່ອງແຄ້ວຂອງປະຊາຊົນຢູ່ທີ່ນີ້ເຮັດເອງ ເພື່ອດຶງດູດແຂກທ່ອງທ່ຽວ.

​ແຂວງອຸດອນທານີ ຂ​ອງໄທ ຊຸກຍູ້ການທ່ອງທ່ຽວ - ảnh 2    ເອື້ອຍ ອວງທອງ 

           ເອື້ອຍ ອວງທອງ ຍັງໃຫ້ຮູ້ຕື່ມອີກວ່າ: ນັບແຕ່ເມື່ອພັດທະນາຮູບແບບ Homstay ນີ້, ລາວ ແລະ ປະຊາຊົນໃນບ້ານໄດ້ມີລາຍຮັບສະເລ່ຍແຕ່ 3.000 – 5.000 ບາດສະກຸນເງິນໄທຕໍ່ເດືອນ.

        ນອກຈາກທິວທັດທຳມະຊາດທີ່ອຸດົມສົມບູນ ແລະ ບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອແລ້ວ, ເພື່ອເປັນການດຶງດູດແຂກທ່ອງທ່ຽວ, ທາງແຂວງ ຍັງພັດທະນາພື້ນຖານໂຄງລ່າງທາງຄົມມະນາຄົມ ເພື່ອຍົກສູງທ່າແຮງກ່ຽວກັບທີ່ຕັ້ງພູມສາດຂອງແຂວງໃນເຂດຕາເວັນອອກສ່ຽງເໜືອຂອງໄທຂຶ້ນ. ເກືອບວ່າທັງໝົດບັນດາແຂວງຂອງໄທ ລ້ວນແຕ່ມີສາຍການບິນໂດຍກົງເຊື່ອມຕໍ່ກັບ ແຂວງອຸດອນທານີ. ທ່ານ ວັດທະນາ ພຸດທິຊາດ ໃຫ້ຮູ້ວ່າ:

          ໄປຄຽງຄູ່ກັບການພັດທະນາພື້ນຖານໂຄງລ່າງ, ພັດທະນາບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງເຂດແລ້ວ, ທາງແຂວງຍັງຢາກພັດທະນາຂົງເຂດກິລາ ໃຫ້ກາຍເປັນໃຈກາງຂອງເຂດ ແລະ ແມ່ນຈຸດນັດພົບຂອງບັນດານັກກິລາ. ພ້ອມທັງຢາກຫັນກິລາໃຫ້ກາຍເປັນຂົງເຂດທ່ອງທ່ຽວ, ສ້າງລາຍຮັບໃຫ້ແກ່ປະຊາຊົນຢູ່ທີ່ນີ້ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ