ແງ່ຫວັງການຮ່ວມມືໃຫມ່ລະຫວ່າງ ອາຊຽນ ແລະ ບັນດາປະເທດຄູ່ເຈລະຈາ

(vovworld)- ອາ​ຊຽນ ​ແລະ 6 ປະ​ເທດ​ຄູ່​ເຈລະຈາ ຊື່​ງລວມມີ: ອົດ​ສະ​ຕາ​ລີ, ນິວ​ເຢີ​ແລນ, ຍີ່ປຸ່ນ, ອິນ​ເດຍ, ສ​ເກົາຫລີ ​ແລະ ຈີນ ຈະ​ເລີ່​ມຕົ້ນ​ການເຈລະຈາສັນຍາການ​ຄ້າ​ເສລີ (FTA) ຂອງ​ພາກ​ພື້ນ. ຄາດ​ວ່າ ຂໍ້​ຕົກລົງ​ນີ້ ຈະ​ຖືກ​ຍົກ​ອອກມາ​ໃນ​ທ້າຍ​ເດືອນ​ 11/2012 ຢູ່ ກຳປູ​ເຈຍ, ຊື່ງ​ແມ່ນປະທານ ອາ​ຊຽນ. ​ເມື່ອ​ໄດ້​ຮັບ​ການ​ປະຕິບັດ, ສັນຍາ​ການ​ຄ້າ​ເສລີ​ໃຫມ່​ນີ້​ຈະ​ເປີດ​ກາລະ​ໂອກາດ​ໃຫມ່, ມີ​ຄວາມ​ຂະຫຍັນ​ຂັນ​ເຂື່ອນ​ກວ່າ​ໃຫ້​​ແກ່​ປະ​ເທດ​ສະມາຊິກ ອາ​ຊຽນ ​ທັງ​ໝົດກໍ​ຄື​ບັນດາ​ປະ​ເທດ​ຄູ່​ເຈ​ລະ​ຈາ​ຂອງ​ ອາ​ຊຽນ.

ແງ່ຫວັງການຮ່ວມມືໃຫມ່ລະຫວ່າງ ອາຊຽນ ແລະ ບັນດາປະເທດຄູ່ເຈລະຈາ - ảnh 1
ກອງປະຊຸມທາບທາມຄຳເຫັນລະຫວ່າງລັດຖະມົນຕີເສດຖະກິດ ອາຊຽນ ແລະ ບັນດາປະເທດຄູ່ເຈລະຈາ
ພາບ:TTXVN

        ສັນຍາການ​ຄ້າ​ເສລີ​ລວມຂອງ​ພາກ​ພື້ນ​ໂດຍ​ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ສຸຣິນ ພິດ​ສຸວັນ ປະກາດ​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ອາ​ທິດ​ຜ່ານ​ມາ ທີ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ ອາຊີ - ​ເອີ​ລົບ ຄັ້ງ​ທີ 13 ຊື່​ງຈັດ​ຂຶ້ນ​ຢູ່​ນະຄອນຫລວງ ວຽງ​ຈັນ. ຕາມ​ທ່ານ ສຸຣິນ ພິດ​ສຸວັນ ​ແລ້ວ,​ ການ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ ​ແມ່ນ​ສ່ວນ​ຫນຶ່ງ​ໃນ​​ໂຄງ​ປະກອບ​ການ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ຂອງ ອາ​ຊຽນ. ມາ​ຮອດ​ປະຈຸ​ບັນ, ອາ​ຊຽນ ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ 5 ສະບັບ ກັບ 6 ປະ​ເທດ​ຄູ່​ເຈລະຈາ (​ໃນ​ນັ້ນ​ມີ​ສັນຍາ​ການ​ຄ້າ​ເສລີ​ລວມກັບ ອົດ​ສະ​ຕາ​ລີ ​ແລະ ນິວ​ເຊີ​ແລນ). ສັນຍາ FTA ລວມ​ໄດ້​ຮັບ​ການເລີ່​ມຕົ້ນ​ແມ່ນ​ຄວາມ​ຈຳ​ເປັນ​ໃນ​ໄລຍະ​ປະຈຸ​ບັນ ​ເພາະວ່າ       ອາ​ຊຽນ ພວມ​ຕ້ອງການ​ຄວາມ​ມານະ​ພະຍາຍາມ​ຈາກ​ບັນດາ​ຄູ່​ຮ່ວມ​ມື ຄູ່​ເຈ​ລະ​ຈາ​ຂອງ​ຕົນ​ໃນ​ສະພາບ​ພວມ​ມານະ​ພະຍາຍາມ​ສູ້​ຊົນ​ສ້າງ​ຕັ້ງ​ປະຊາ​ຄົມ​ລວມ​ໃນ​ປີ 2015. ສັນຍາ​ການ​ຄ້າ​ເສລີ​ລວມຈະ​​ແມ່ນ​ການ​ກະທຳ​ຢ່າງ​ແຂງ​ແຮງກ​ວ່າ​ເພື່ອຊຸກຍູ້​ພາກ​ພື້ນ​ເສດຖະກິດ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຂື່ອນ​ກວ່າ​ໃນ​ອະນາຄົດ. ທ່ານ ສຸຣີນ ພິດ​ສຸວັນ ​ເລຂາທິການ​ໃຫຍ່ ອາ​ຊຽນ ຊີ້​ແຈງ​ວ່າ:

        “ອາ​ຊຽນ ​ແມ່ນ​ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ 3 ຢູ່ ອາຊີ​ຕາ​ເວັນ​ອອກ. ອາ​ຊຽນ ຈະ​ມີ​ປະຊາ​ຄົມຂອງຕົນ​ໃນ​ປີ 2015 ​ດ້ວຍ 3 ​ເສົາ​ຄ້ຳ​ຕົ້ນຕໍ ​ແລະ ອາ​ຊຽນມີ​ຜູ້​ອຸປະ​ໂພກບໍລິ​ໂພ​ກນັບ​ຮ້ອຍລ້ານ​ຄົນ. ອາ​ຊຽນ ຮັບ​ຮູ້​ໄດ້​ຄວາມ​ຮັບຜິດຊອບ​ນັ້ນ ​ແລະ ປາດ​ຖະຫນາ​ວ່າ ອາ​ຊຽນ ອາດ​ຈະ​ກ່ຽວພັນ​ເຖິງ​ວິວັດ​ການ​ແລກປ່ຽນ​ການ​ຄ້າ​ໃນ​ທົ່ວ​ໂລກ​ຫລາຍ​ກວ່າ.”

        ​ໃນ​ໄລຍະ​ຜ່ານ​ມາ, ບັນດາ​ສັນຍາ FTA ຊື່​ງ​ໄດ້​ລົງ​ນາມ​ລະຫວ່າງ ອາ​ຊຽນ ກັບ​ແຕ່ລະ​ປະ​ເທດ​ຄູ່​ຮ່ວມ​ມື, ຄູ່​ເຈລະຈາ ​ໄດ້ ​ແລະ ພວມ​ຜັນ​ຂະຫຍາຍຄຸນ​ປະ​ໂຫຍ​ດ, ນຳ​ມາ​ເຊິ່ງບັນດາ​ໝາກຜົນອັນ​ຕັ້ງຫນ້າ. ບັນດາ​ສັນຍາ​ດັ່ງກ່າວ​ໄດ້​ສ້າງ​​ຄວາມ​ສະດວກ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ຂອງ​ບັນດາ​ຝ່າຍ​ໃນ​ບັນດາ​ຂົງ​ເຂດຄື: ​ແລກປ່ຽນ​ສິນຄ້າ, ບໍລິການ, ການ​ລົງທຶນ, ບໍລິການ​ການ​ເງິນ, ​ໂທລະ​ຄົມມະນາຄົມ, ​ເຄື່ອງ​ເອ​ເລັກ​ໂຕ​ນິກ, ຊັບ​ສິນ​ທາງ​ປັນຍາ, ນະ​ໂຍບາຍ​ແກ້ງ​ແຍ້​ງ ​ແລະ ການ​ຮ່ວມ​ມື​ທາງ​ດ້ານເສດຖະກິດ. ຜ່ານ​ບັນດາ ສັນຍາ FTA ນີ້, ພາກ​ພື້ນ ອາຊຽນ ​ໄດ້​ສຳ​ພັດ​ກັບ​ເຕັກ​ໂນ​ໂລ​ຊີ​ຂອງ​ບັນດາ​ປະ​ເທດ​ນອກ​ພາກ​ພື້ນ, ​ໃນ​ຂະນະ​ນັ້ນ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ຄູ່​ເຈລະຈາ​ໄດ້​ສຳ​ພັດ​ກັບ​ຕະຫລາດ​ທີ່​ມີ​ພົນ​ລະ​ເມືອງ​ກວ່າ 600 ລ້ານ​ຄົນ​ຂອງ 10 ປະ​ເທດ​ສະມາຊິກ​ອາ​ຊຽນ. ສຳລັບ​ແຕ່ລະ​ປະ​​ເທດ​ສະມາຊິກ ອາ​ຊຽນ, FTA ​ເປີດ​ປະຕູ​ໃຫ້​ແກ່​ຜະລິດ​ຕະພັນ​ຕ່າງໆ​ຂອງ​ຕົນ​ໄດ້​ສຳ​ພັດ​ກັບ​ຕະຫລາດ​ບັນດາ​ປະ​ເທດ​ຢ່າງ​ງ່າຍດາຍ​ກວ່າ. ຍ້ອນ​ມີ​ຄຳ​ໝັ້ນ​ສັນຍາ​ກ່ຽວກັບ​ການ​ເປີດ​ກວ້າງ​ຕະຫລາດ​ຕາມສັນຍາ FTA ​ໄດ້​ຊ່ວຍ​​ໃຫ້​ສະພາບ​ແລກປ່ຽນ​ສິນ​ຄ້າຢ່າງ​ສະດວກ​ກວ່າ, ຊຸກຍູ້​ການ​ແລກປ່ຽນ​ສິນຄ້າ ​ແລະ ບໍລິການ, ​ເພື່ອ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດທາງ​ດ້ານ​ເສດຖະກິດ​ໃຫ້​ແກ່​ສອງ​ຝ່າຍ. ຄວາມ​ຈິງ​ແລ້ວ,​​ໃນ 2 ປີ​ແຫ່ງ​ການ​ຜັນ​ຂະຫຍາຍສັນຍາ FTA ລະຫວ່າງ ອາ​ຊຽນ ​ແລະ ອົດ​ສະຕາລີ - ນິວ​ເຊີ​ແລນ, ດຣ Ganeshan Wignaraja ຜູ້​ຊ່ຽວຊານ​ເສດຖະກິດ ຜູ້​ອຳນວຍການ​ທະນາຄານ​ພັດທະນາ​ອາຊີ ຖື​ວ່າ:

        “ການ​ແລກປ່ຽນ​ດ້ານ​ການ​ຄ້າ ລະຫວ່າງ ອາ​ຊຽນ ​ແລະ ອົດ​ສະ​ຕາ​ລີ ນີວ​ເຊີ​ແລນ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ນັບ​ແຕ່​​ເມື່ອ​ສອງ​ປະ​ເທດ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ FTA. ​ແຕ່​ນັ້ນ​ພຽງ​ແຕ່​ແມ່ນ​ການ​ເລີ່​ມຕົ້ນ​ໃນ​ເບື້ອງ​ຕົ້ນ. ກາລະ​ໂອກາດ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ ອາ​ຊຽນ ​ແລະ ອົດ​ສະ​ຕາ​ລີ, ນິວ​ເຊີ​ແລນ ຍັງ​ໃຫຍ່​ຫລວງ​ຢູ່. ຖ້າ​ສັງ​ເກດ​ທ່າ​ອ່ຽງປະຈຸ​ບັນ, ​ໃນ​ເວລາ 10 ປີ​ຈະ​ມາ​ເຖິງ, ​ແງ່​ຫວັງ​ການ​ແລກປ່ຽນ​ດ້ານ​ການ​ຄ້າ ອາ​ຊຽນ, ອົດ​ສະ​ຕາ​ລີ ​ແລະ ​ນິວ​ເຊີ​ແລນ ອາດ​ຈະ​ຂຶ້ນ​ເຖິງ 150 -200 ຕື້ USD, ປະກອບສ່ວນ​ອັນ​ໃຫຍ່​ຫລວງ​​ໃຫ້​ແກ່​ການ​ຄ້າ​ທົ່ວ​ໂລກ.”

         ອາດ​ຈະ​ເຫັນ​ວ່າ, ດ້ວຍ​ຄຸນ​ຄ່າ​ດ້ານ​ຍຸ​ດທະ​ສາດ, ການ​ເມືອງ ​ແລະ ​ເສດຖະກິດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ອາ​ຊຽນ ພວມ​ໄດ້​ຮັບ​ຖື​ວ່າ​ແມ່ນ​ປະຕູ​ອອກ​ສູ່​ຕ່າງປະ​ເທດ​ເພື່ອ​​ສຳ​ພັດ ​ແລະ ​ເສີມ​ຂະຫຍາຍ​ຜົນ​ສະທ້ອນ​ຂອງ​ຕົນ​ຢູ່ ອາຊີ ​ນັບ​ທັງ​ເສດຖະກິດ, ການ​ຄ້າ ​ແລະ ຄວາ​ມໝັ້ນຄົງ. ຕາມ​ການ​ປະກາດ​ຫວ່າງ​ແລ້ວ​ນີ້​ຂອງ​ທະນາຄານ​ພັດທະນາ​ອາຊີ ADB ແລ້ວ, ລະດັບການຈະເລີນເຕີບໂຕເສດຖະກິດຂອງບັນດາປະເທດພາຍ​ໃນ​ກຸ່ມ ອາ​ຊຽນຄື: ອິນ​ໂດ​ເນ​ເຊຍ, ຫວຽດນາມ, ຟິລີບ​ຟິນ, ມາ​ເລ​ເຊຍ, ​ໄທ, ສິງກະ​ໂປ ​ເຖິງ​ວ່າ​ຖືກ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ ​ແຕ່​ໃນ​ປີ​ນີ້​ອາດ​ຈະ​ບັນລຸ​ລະດັບ​ດີ​ພໍ​ສົມຄວນ. ຄຽງ​ຄູ່​ກັນ​ນັ້ນ ​ເລື່ອງ​ລັດຖະບານບັນດາ​ປະ​ເທດ ອາ​ຊຽນ ສືບ​ຕໍ່​ຢືດໝັ້ນ​ບັນດາ​ນະ​ໂຍບາຍ​ປະຕິ​ຮູບ ​ແລະ ພັດທະນາ​ເສດຖະກິດ ​ແມ່ນ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ພາກ​ພື້ນ​ນີ້​ສືບ​ຕໍ່​ກາຍ​ເປັນ​ສະຖານ​ທີ່​ລົງທຶນ​ຢ່າງ​ປອດ​ໄພ​ໃຫ້​ແກ່​ແຫ​ລ່ງທຶນ​ທົ່ວ​ໂລກ.

        ຕະຫລາດ​ລວມ, ​ເຂດ​ເສດຖະກິດ​ລວມ​ແມ່ນ​ຈຸດໝາຍ​ສຳຄັນ​ໃນ​​ເສົາ​ຄ້ຳ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ. ​ເລື່ອງ​ເລີ່​ມຕົ້ນ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ລວມລະຫວ່າງ ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​,ຄູ່​ເຈລະຈາ​ແມ່ນ​ບາດກ້າວ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ຂອງ​ອາ​ຊຽນ.

 

ຕອບກັບ

ຂ່າວ/ບົດ​ອື່ນ