ແງ່ຫວັງເສດຖະກິດດີຈີຕອນ ອາຊຽນ

(VOVWORLD) - ປັດຈຸບັນ, ການຫັນເປັນດີຈີຕອນ ພວມຄ່ອຍໆກາຍເປັນທ່າອ່ຽງຕົ້ນຕໍໃນການພັດທະນາເສດຖະກິດ, ແມ່ນທາດເລັ່ງຊຸກຍູ້ການເຕີບໂຕຂອງບັນດາປະເທດໃນໂລກ. 

ບໍ່ນອນຢູ່ນອກຈາກທ່າອ່ຽງນັ້ນ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ພວມມີບັນດາບາດກ້າວຢ່າງແຮງ, ເສີມຂະຫຍາຍບັນດາທ່າໄດ້ປຽບທີ່ມີຢູ່ແລ້ວ ເພື່ອກຳແໜ້ນກາລະໂອກາດປ່ຽນແປງໃໝ່ເສດຖະກິດຕາມທິດທັນສະໄໝ ແລະ ຂະຫຍັນຂັນເຄື່ອນກ່ວາ.

ແງ່ຫວັງເສດຖະກິດດີຈີຕອນ ອາຊຽນ - ảnh 1(ພາບປະກອບອິນເຕີແນັດ) 

ໃນສະພາບການເຕັກໂນໂລຊີວິທະຍາສາດເຕັກນິກພັດທະນາຢ່າງວ່ອງໄວ, ສົ່ງຜົນກະທົບອັນໃຫຍ່ຫລວງຕໍ່ສະພາບການເສດຖະກິດຂອງທົ່ວໂລກຄືປັດຈຸບັນ, ບັນດາພື້ນຖານເສດຖະກິດພັດທະນາໃນໂລກເກືອບທັງໝົດ ລ້ວນແຕ່ຍົກອອກຍຸດທະສາດການພັດທະນາເຕັກໂນໂລຊີດີຈີຕອນ, ໃນນັ້ນ ເອົາໃຈໃສ່ເຖິງວຽກງານຄົ້ນຄວ້າໝູນໃຊ້ເຕັກໂນໂລຊີໃໝ່ເຂົ້າໃນການເຕີບໂຕເສດຖະກິດ. ທີ່ເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ໃນຕົ້ນປີ 2018, ທ່ານ Klaus Schwab ປະທານເວທີປາໄສເສດຖະກິດໂລກໃຫ້ຂໍ້ສັງເກດວ່າ:

ເສດຖະກິດດີຈີຕອນ ພວມແຊກຊຶມເຂົ້າທຸກແງ່ມູມຂອງການດຳລົງຊີວິດ, ເຊື່ອມຕໍ່ປະຊາຊົນໃນທົ່ວທຸກແຫ່ງ, ເຊື່ອມຕໍ່ຊົນນະບົດກັບຕົວເມືອງ, ຊ່ວຍໃຫ້ປະຊາຊົນ, ວິສາຫະກິດ ອາດຈະຂາຍ ແລະ ສົ່ງອອກຜະລິດຕະພັນສິນຄ້າຂອງຕົນໄປຍັງຕ່າງປະເທດຢ່າງງ່າຍດາຍ. ເສດຖະກິດດີຈີຕອນກໍ່ຈະສົ່ງຜົນກະທົບຕໍ່ບັນດາພື້ນຖານເສດຖະກິດ ດ້ວຍຄວາມສາມາດບົ່ມຊ້ອນໃຫຍ່ສຸດ.

ສຳລັບ ອາຊຽນ ແລ້ວ, ເຕັກໂນໂລຊີດີຈີຕອນກໍ່ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າ ເພື່ອບັນລຸໄດ້ຄາດໝາຍກາຍເປັນໜຶ່ງໃນ 5 ພື້ນຖານເສດຖະກິດດີຈີຕອນໃນໂລກກ່ອນປີ 2025.

ມາຮອດປັດຈຸບັນ, ປະຊາຄົມ ອາຊຽນ ພວມມານະພະຍາຍາມກຳແໜ້ນທ່າອ່ຽງ   ການພັດທະນາເສດຖະກິດດີຈີຕອນ, ຊຸກຍູ້ການເຕີບໂຕ ໂດຍຜ່ານການເສີມຂະຫຍາຍທ່າໄດ້ປຽບທີ່ມີຢູ່ແລ້ວ ກໍ່ຄືສ້າງແຜນການຮອບດ້ານ ເພື່ອກາຍເປັນພື້ນຖານເສດຖະກິດດີຈີຕອນໃຫຍ່ໃນໂລກ. ອາດເວົ້າໄດ້ວ່າ, ປັດຈຸບັນ ອາຊຽນ ມີບັນດາເງື່ອນໄຂ, ພື້ນຖານເພື່ອປະຕິບັດຄວາມມັກໃຫຍ່ໃຝ່ສູງກ່ຽວກັບການພັດທະນາເສດຖະກິດດີຈີຕອນໃນພາກພື້ນ. ພາກພື້ນນີ້ ມີຄົນນຳໃຊ້ອິນເຕີແນັດໃນປີ 2017 ແມ່ນ 330 ລ້ານຄົນ. ໃນນັ້ນ, ຈຳນວນຄົນນຳໃຊ້ອິນເຕີແນັດຜ່ານໂທລະສັບມືຖືເຖິງ 3,6 ຊົ່ວໂມງ/ວັນ, ສູງກ່ວາເມື່ອທຽບໃສ່ພາກພື້ນອື່ນ. ທ່ານນາງ Victoria Kwa Kwa, ຮອງປະທານທະນາຄານໂລກພາກພື້ນ ອາຊີ - ປາຊີຟິກ ຖືວ່າ:

ຕາມຄວາມຈິງແລ້ວ, ຄວາມສາມາດບົ່ມຊ້ອນການພັດທະນາເສດຖະກິດດີຈີຕອນໃນ ອາຊຽນ ແມ່ນໃຫຍ່ຫລວງ. ສາມາດເຫັນໄດ້ວ່າ ບັນດາປະເທດ ອາຊຽນ ພວມພັດທະນາຢູ່ລະດັບສູງກ່ວາ ເມື່ອທຽບໃສ່ລະດັບລວມໃນໂລກ, ໂດຍສະແດງໃຫ້ເຫັນຜ່ານບັນດາດັດຊະນີຄື: ເວລານຳໃຊ້ອິນເຕີແນັດ ຫຼື ອັດຕາຜູ້ນຳໃຊ້ອິນເຕີແນັດສູງ. ພ້ອມກັນນັ້ນ ແມ່ນການພັດທະນາຂອງການຄ້າເອເລັກໂຕນິກຢູ່ບາງປະເທດ. ເຖິງຢ່າງໃດກໍ່ຕາມ ຍັງມີຄວາມສາມາດບົ່ມຊ້ອນດ້ານເສດຖະກິດດີຈີຕອນຫລາຍຢ່າງ ຍັງບໍ່ທັນໄດ້ຮັບການຂຸດຄົ້ນເທື່ອ.

ຕາມວົງການນັກຊ່ຽວຊານເສດຖະກິດແລ້ວ, ປັດຈຸບັນມີ 3 ຂົງເຂດແມ່ນກາລະໂອກາດໃຫ້ແກ່ບັນດາວິສາຫະກິດ ອາຊຽນ ເຂົ້າຮ່ວມພື້ນຖານເສດຖະກິດດີຈີຕອນຢ່າງແຮງ. ທີ 1ແມ່ນພັດທະນາການຮ່ວມສຳພັນລະຫວ່າງການຄ້າ - ຜູ້ອຸປະໂພກບໍລິໂພກ ໂດຍຜ່ານພື້ນຖານການຄ້າເອເລັກໂຕນິກ. ນີ້ໄດ້ຮັບຖືວ່າ ແມ່ນເສົາຄ້ຳພັດທະນາໄວທີ່ສຸດຂອງພື້ນຖານເສດຖະກິດອິນເຕີແນັດ. ທີ 2 ແມ່ນ, ການບໍລິການໜູນຊ່ວຍ ລວມມີການຊຳລະ, ປະກັນໄພ, ຄົ້ນພົບການສໍ້ໂກງ, ການບໍລິການລູກຄ້າ…ທີ 3 ແມ່ນພື້ນຖານໂຄງລ່າງລວມມີຖານຂໍ້ມູນ ແລະ ບັນດາສູນການຄ້າເອເລັກໂຕນິກ.

ໄປຄຽງຄູ່ກັນນັ້ນ, ປະຊາຄົມເສດຖະກິດ ອາຊຽນ (AEC) ໄດ້ຮັບການກຳເນີດ ແລະ ອະນຸຍາດໃຫ້ຊຸກຍູ້ຂົງເຂດເຕັກໂນໂລຊີພັດທະນາ. AEC ໄດ້ສ້າງຕະຫລາດເປັນເອກະພາບດ້ວຍຄວາມເສລີໃນການຫັນປ່ຽນກ່ຽວກັບສິນຄ້າ, ການບໍລິການ, ການລົງທຶນ, ເງິນທຶນ ແລະ ແຮງງານມີສີມື. ຈາກນັ້ນ, AEC ໄດ້ເປີດກາລະໂອກາດຫລາຍຢ່າງໃຫ້ການດຳເນີນທຸລະກິດ ແລະ ໂອກາດສ້າງວຽກເຮັດງານທຳ, ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດຂອງ ອາຊຽນ. ໃນນັ້ນ, ພົ້ນເດັ່ນແມ່ນບັນດາຂໍ້ລິເລີ່ມຂອງ ຫວຽດນາມ, ຄືສ້າງ ອາຊຽນ ບໍ່ຫັນປ່ຽນເຂດສາກົນ, ສ້າງຕັ້ງມະຫາວິທະຍາໄລກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານຂອງ ອາຊຽນ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດອຸດສາຫະກຳ 4.0. ພິເສດແມ່ນສ້າງຕັ້ງສູນແບ່ງປັນຂໍ້ມູນຂ່າວຄວາມໝັ້ນຄົງທາງອິນເຕີແນັດ. ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໃຫ້ຮູ້ວ່າ:

ຂ້າພະເຈົ້າຖືວ່າ: ການດຳລົງຊີວິດຂອງພວກເຮົາໃນປັດຈຸບັນ ຂຶ້ນກັບອິນເຕີແນັດຫລາຍພໍສົນຄວນ. ຄວາມວັດທະນາຖາວອນຂອງພວກເຮົາກໍ່ຂຶ້ນກັບມັນ ແຕ່ອິນເຕີແນັດພັດບໍ່ປອດໄພ. ສະນັ້ນ, ເລື່ອງສຳຄັນທີ່ສຸດຂອງພວກເຮົາໃນອະນາຄົດ ແມ່ນຮັບປະກັນຄວາມໝັ້ນຄົງທາງອິນເຕີແນັດ.

ຕີລາຄາສູງບັນດາຄວາມມານະພະຍາຍາມຂອງລັດຖະບານບັນດາປະເທດ ອາຊຽນ ໃນບັນດາບາດກ້າວມຸ່ງໄປເຖິງພື້ນຖານເສດຖະກິດດີຈີຕອນ, ທ່າງນາງ Victoria Kwa Kwa, ຮອງປະທານທະນາຄານໂລກພາກພື້ນອາຊີ - ປາຊີຟິກ ໃຫ້ຮູ້ວ່າ:

ຂ້າພະເຈົ້າເຫັນວ່າ ເລື່ອງ ອາຊຽນ ຕັ້ງໜ້າປຶກສາຫາລືກ່ຽວກັບເສດຖະກິດດີຈີຕອນໄດ້ສະແດງໃຫ້ເຫັນ ບັນດາການນຳ ແລະ ບັນດາປະເທດພວມມານະພະຍາຍາມເພື່ອບືນຕົວຂຶ້ນລະດັບສູງໃໝ່ ແລະ ນີ້ແມ່ນຂົງເຂດສຳຄັນທີ່ສຸດ. ເສດຖະກິດດີຈີຕອນແມ່ນພື້ນຖານເສດຖະກິດຂອງອະນາຄົດ. ມັນອະນຸຍາດໃຫ້ພວກເຮົາດຳເນີນທຸລະກິດຢ່າງມີປະສິດທິຜົນກ່ວາ, ຊ່ວຍພັດທະນາສະໝ່ຳສະເໝີ, ເປີດກ້ວາງໂອກາດສ້າງວຽກເຮັດງານທຳ ແລະ ສ້າງວິທີການເຮັດວຽກແບບໃໝ່ຢ່າງສົມບູນ. ເສດຖະກິດດີຈີຕອນຈະຊ່ວຍເພີ່ມສະມັດຕະພາບ, ຈາກນັ້ນ ວຽກງານອາດຈະສຳເລັດໄວກ່ວາ, ມີປະສິດທິຜົນກ່ວາ ແລະ ເພີ່ມລາຍຮັບ.

ຄວາມສາມາດບົ່ມຊ້ອນການຕະຫລາດເສດຖະກິດດີຈີຕອນ ອາຊຽນ ແມ່ນໃຫຍ່ຫລວງ. ເຖິງຢ່າງໃດກໍ່ຕາມ, ເພື່ອເສີມຂະຫຍາຍທ່າແຮງນັ້ນ ພ້ອມທັງຕອບສະໜອງຕໍ່ທ່າໄດ້ປຽບເສດຖະກິດດີຈີຕອນພັດທະນາແຮງຄືປັດຈຸບັນ, ບັນດາປະເທດ ອາຊຽນ ຄວນມີບັນດາຍຸດທະສາດພັດທະນາເສດຖະກິດດີຈີຕອນທີ່ມີລັກສະນະສັງລວມ ແລະ ຍາວນານ. ບັນດາບາດກ້າວທຳອິດຂອງ ອາຊຽນ ໄດ້ນຳມາເຊິ່ງບັນດາແງ່ຫວັງໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ