ແມ່ຍິງ ອາຊຽນ ກັບວິວັດທະນາການເຊື່ອມໂຍງ

(vovworld) - ການ​ຮ່ວມ​ມື ​ແລະ ຮ່ວມ​ສຳພັນ ອາ​ຊຽນ ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃຫມ່, ດ້ວຍ​ບັນດາ​ບາດກ້າວ​ຫັນປ່ຽນ​ຢ່າງ​ແຂງ​ແຮງ​ກ່ຽວກັບຄຸນ​ນະພາ​ບ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ກາຍ​ເປັນ​ປະຊາ​ຄົມ​ສະຫນິດຕິດ​ພັນທາງ​ດ້ານ​ການ​ເມືອງ, ​ ດ້ານ​ເສດຖະກິດເຂັ້ມ​ແຂງ​ ​ແລະ​ ອຸ້ມ​ຊູ​ຊ່ວ​ຍ​ເຫລືອ​ເຊິ່ງກັນ ​ແລະ ກັນ​, ​ແບ່ງ​ປັນ​ໃນ​ທຸກ​ຂົງ​ເຂດ,​​ໃນ​ນັ້ນ ມີ​ວັດທະນະທຳ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ປີ 2015. ​ໃນ​ວິວັດ​ການ​ນັ້ນ, ປະຊາຊົນ​ບັນດາ​ປະ​ເທດ ອາ​ຊຽນ ຈະ​ໄດ້​ດຳລົງ​ຊີວິດ​ໃນຄວາມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມປອງ​ດອງ​ຊາດ, ​ໄດ້​​ສ້າງ​ເງື່ອນ​ໄຂ​ພັດທະ​ແບບ​ຍືນ​ຍົງ ​ແລະ ວັດທະນາ​ຖາວອນ​ໃນ​ພື້ນຖານ​ວັດທະນະທ​ຳ​ເປີດ, ດ້ວຍ​ຄຸນຄ່າ ​ແລະ ສີສັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ໄດ້​ຮັບ​ການ​ຮັກສາ ​ແລະ ​ເຄົາ​ລົບ​. ນັ້ນ​ກໍ​ແມ່ນ​ຈຸດປະສົງ​ຂອງ​ການ​ພົວພັນ​ແລກປ່ຽນ​ວັດທະນະທຳ ອາຫານ​ການ​ກິນ​ພື້ນ​ເມືອງ​ຂອງ​ຊາດ ພາຍ​ໃຕ້​ຫົວ​ຂໍ້​ວ່າ: Contact Morning ​ໂດຍ​ບັນດາ​ປະ​ເທດ​ສະມາຊິກ ສະມາຄົມ​ແມ່ຍິງ ອາ​ຊຽນ ປະຈຳ ນະຄອນຫລວງ ຢາ​ກາກ​ຕາ ຂອງ​ປະ​ເທດ ອິນ​ໂດ​ເນ​ເຊຍຈັດ​ຕັ້ງ​ຂຶ້ນ ​ໃນ​ວັນ​ທີ 12/10 ຜ່ານ​ມາ.

        ດ້ວຍ​ຈຸດປະສົງ​ຍູ້​ແຮງ​ຄວາມ​ສາມັກຄີ​ໃນ​ພາກ​ພື້ນ​ກໍ​ຄື​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ສະມາຊິກ​ຜ່ານ​ການ​ເຄື່ອນ​ໄຫວ​ສັງຄົມ ​ແລະ ວັດທະນະທຳ, ​ແມ່ນ​ຫນຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ຂອງ​ສະມາຄົມ ນັ້ນ​ແມ່ນ Contact Morning. ວັນ​ທີ 12/10 ຢູ່ ສຳນັກງານ​ສະຖານທູດ ຫວຽດນາມ ປະຈຳ​ຢາ​ກາກ​ຕາ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ​ວັດທະນະທຳ ອາຫານ​ການ​ກິນ​ພື້ນ​ເມືອງ​ຂອງ​ຊາດ​ ພາຍ​ໃຕ້​ຫົວ​ຂໍ້​ວ່າ: Contact Morning ຄັ້ງທີ 3 ​ໂດຍ ຫວຽດນາມ,​ ລາວ ​ແລະ ມຽນມາ ຮ່ວມກັນ​ຈັດ​ຕັ້ງ. ​ເຂົ້າ​ຮ່ວມ Contact Morning ຄັ້ງ​ນີ້, ນອກຈາກ​ສະມາຊິກ​ຂອງ​ສະມາຄົມ​ແມ່​ຍິງ ອາ​ຊຽນ, ພັນ​ລະ​ຍາ​ຂອງ​​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ປະຈຳ ອິນ​ໂດ​ເນ​ເຊຍ ​ແລະ ຜູ້ຕາງຫນ້າ​ອົງການ​ທູ​ຕະນຸ​ທູດ​ປະຈຳ ອາ​ຊຽນ ຍັງ​ມີ​ທ່າ​ນນາງ Sranya Natalegawa ພັນ​ລະ​ຍາ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​​ໂດ​ເນ​ເຊຍ ​ແລະ ພັນ​ລະ​ຍາ​​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ​ຄູ່​ເຈລະຈາ​ຂອງ ອາ​ຊຽນ, ​ໃນ​ນັ້ນ ມີ​ອາ​ເມ​ລິ​ກາ ​ແລະ ຍີ່​ປຸ່ນ ພ້ອມ​ກັບ​ແຂກ​ມີ​ກຽດ​ຈຳນວນ​ຫນຶ່ງ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​, ທ່ານ​ນາງ Mahaswi Swajaya ປະທານ​ ສະມາຄົມ​ແມ່ຍິງ ອາ​ຊຽນ ປະຈຳ​ຢາ​ກາກຕາໄດ້​ເວົ້າ​ວ່າ:

        “ຈຸດປະສົງ​ຂອງ​ໂຄງການ​ນີ້​ແມ່ນ​ການ​ພົບ​ປະ​ທາງ​ການ​ທູດ​ລະຫວ່າງ​ບັນດາ​ພັນ​ລະ​ຍາ​ຂອງ​ເອກ​ອັກຄະ​ລັດຖະທູດ ​ແລະ ​ແຂກ​ຖືກ​ເຊີນ​ອິນ​ໂດ​ເນ​ເຊຍ ​ແລະ ສາກົນ​ຫລາຍ​ທ່ານ ​ເພື່ອ​ພ້ອມ​ກັນ​ຮັບ​ຊົມ​ລາ​ຍການ​ວັດທະນະທຳ, ຮັບ​ປະທານ​​ເຍື່ອງ​ອາຫານ ​ແລະ ພິ​ເສດ​ແມ່ນ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ແມ່ຍິງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ເພື່ອ​​ໃຫ້ມີ​ໂອກາດ​ແນະນຳ​ພື້ນຖານ​ວັດທະນະທຳ​ຂອງ​ປະ​ເທດ​ຕົນ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ເພື່ອນ​ມິດສາ​ກົນ.”

        ຢູ່​ໃນ​ບໍລິ​ເວນ​ຂອງ​ສຳນັກງານ​ສະຖານທູດ ຫວຽດນາມ ປະຈຳ ຢາ​ກາກ​ຕາ ​ໄດ້​ຮັບ​ການ​ປະດັບ​ປະດາທີ່ສວຍ​ງາມ​ດ້ວຍ​ທຸງຊາດ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ພ້ອມ​ກັບ​ຮ້ານ​ວາງສະ​ແດງ​​ເຄື່ອງ​ສິລະ​ປະ​ຫັດຖະກຳ, ​ເຍື່ອງ​ອາຫານ​ທີ່​ແຊບນົວ ​ແລະ ສີ​ສັນ​ຫລາກ​ຫລາຍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​​ດ້ານ​ວັດທະນະທຳຂອງ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ.

ແມ່ຍິງ ອາຊຽນ ກັບວິວັດທະນາການເຊື່ອມໂຍງ - ảnh 1
ທ່ານ​ນາງ Nguyen Thi Hanh ພັນ​ລະ​ຍາ​ຂອງເອກ​ອັກຄະ​ລັດຖະທູດ ຫວຽດນາມປະຈຳ​ອິນ​ໂດ​ເນ​ເຊຍ

        ​ໃນ​ການ​ພົບ​ປະ​ແລກປ່ຽນ, ທ່ານ​ນາງ Nguyen Thi Hanh ພັນ​ລະ​ຍາ​ຂອງເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ​ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ:

        “ທີ່​ງານ​ພົບ​ປະ​ແລກປ່ຽນ​ຄັ້ງ​ນີ້, ຫວຽດນາມ ​ໄດ້​ກະກຽມ​ບັນດາ​ເຍື່ອງ​ອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຄື: ​ແນມ ​ແລະ ​ເຝີ ​ນອກ​ນັ້ນ​ຍັງມີ​ຂອງຂວັນ​ທີ່​ລະນຶກ​ອີກ​ດ້ວຍ ພິ​ເສດ​ແມ່ນ​ບັນດາ​ຜະລິດ​ຕະພັນ​ເຮັດ​ດ້ວຍ​ມື. ຫວຽດນາມ ຍັງ​ເປີດ​ຮ້ານ​ວາງສະ​ແດງ​ເພື່ອ​ແນະນຳ​ບັນດາ​​ເຄື່ອງພື້ນ​ເມືອງ, ​ໃນ​ນັ້ນ​ມີ​ກາ​ເຟ ຫວຽດນາມ.”

        ​ແຂກ​ຖືກ​ເຊີນ​ໄດ້​ຮັບ​ຊົມ​ຮູບເງົາສາລະ​ຄະດີ​ແນະນຳ​ກ່ຽວ​ກັບ​ເສດຖະກິດ, ວັດທະນະທຳ ​ແລະ ການທ່ອງທ່ຽວ​ຂອງ ຫວຽດນາມ, ບາງ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ວັດທະນະທຳ ລາວ ​ແລະ ວາດ​ຟ້ອນ​ພື້ນ​ເມືອງ​ຂອງ ມ້ຽນ​ມາ ພ້ອມ​ກັບ​ບັນດາ​ເຍື່ອງ​ອາຫານ​ພື້ນ​ເມືອງ​ຂອງ ຫວຽດນາມ,​ ລາວ ​ແລະ ມ້ຽນ​ມາ.  ທ່ານ​ນາງ Sabai Win ພັນ​ລະ​ຍາ​ຂອງ​ເອກ​ອັກຄະ​ລັດຖະທູດ ມ້ຽນ​ມາ ປະຈຳ ອິນ​ໂດ​ເນ​ເຊຍ ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ໝູ່​ເພື່ອນ​ທັງ​ໝົດ ​ແລະ ສະມາຊິກ ສະມາຄົມ​ແມ່ຍິງ ອາ​ຊຽນ ລ້ວນ​ແຕ່ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຄັ້ງ​ນີ້ຢ່າງ​ຕັ້ງຫນ້າ, ​ແນ່ນອນ​ວ່າ ໝູ່​ເພື່ອນ​ລ້ວນ​ແຕ່​ມັກ​ວາດ​ຟ້ອນ ມ້ຽນ​ມາ​ຂອງ​ພວກ​ຂ້າພະ​ເຈົ້າ. ດ້ວຍ​ບົດບາດ​ຮ່ວມ​ກັບ ຫວຽດນາມ ​ແລະ ລາວຈັດ​ຕັ້ງ, ພວກ​ຂ້າພະ​ເຈົ້າ​ລ້ວນ​ແຕ່​ຢາກ​ໂຄສະນາ​ສິ່ງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ປະ​ເທດ​ຕົນ. ພວກ​ຂ້າພະ​ເຈົ້າ​ຢາກ​ຊຸກຍູ້​ການ​ພົວພັນ​ກັບ​ເພື່ອນ​ມິດ  ນັ້ນແມ່ນສາຍເຫດເປັນຫຍັງພວກຂ້າພະເຈົ້າມີຫນ້າຢູ່ທີ່ນີ້.”

ແມ່ຍິງ ອາຊຽນ ກັບວິວັດທະນາການເຊື່ອມໂຍງ - ảnh 2
ເຄື່ອງສິລະປະຫັດຖະກຳໄດ້ນຳມາວາງສະແດງໃນງານພົບປະແລກປ່ຽນ

        ຕາມ​ທ່ານ ບຸນມີ ໂກພູວົງ ພັນ​ລະ​ຍາ​ຂອງ​ເອກ​ອັກຄະ​ລັດຖະທູດ ລາວ ປະຈຳ ຢາ​ກາກ​ຕາ ​ແລ້ວ, ​ເມື່ອ​ເຂົ້າ​ຮ່ວມສະມາຄົມ​ແມ່ຍິງ ອາ​ຊຽນ ບັນດາ​ສະມາຊິກ​ລ້ວນ​ແຕ່​ຖື​ວ່າ: ສິ່ງ​ທຳ​ອິດ​ເຂົາ​ເຈົ້າ​ໄດ້​ຮັບ​ນັ້ນ​ແມ່ນ​ມີ​ເພື່ອນ​ມິດ​ຈາກ​ຫລາຍ​ປະ​ເທດ​ຕື່ມ​ອີກ, ພິ​ເສດ​ແມ່ນ​ບັນດາປະ​ເທດສະມາຊິກ ອາ​ຊຽນ ​ແລະ ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ພື້ນຖານ​ວັດທະນະທ​ຳທີ່​ແຕກ​ຕ່າງ​ກັນ ​ແລະ ສຳຄັນ ​​​ແມ່ນ​ໄດ້​ແບ່ງປັນ, ຮຳ່ຮຽນ​ເອົາ​ບົດຮຽນ​ເຊິ່ງກັນ ​ແລະ ກັນ​ໃນ​ຫລາຍ​ຂົງ​ເຂດ.

        “​ໃນ​ລາຍການ​ຄັ້ງ​ນີ້, ປະ​ເທດ​ລາວ ​ໄດ້​ນຳ​ມ​າ​ເຊິ່ງບັນດາ​ເຍື່ອງ​ອາຫານ​ທີ່​ເປັນ​ເອກະ​ລັກສະ​ເພາະຂອງ​ລາວ, ​ແນະນຳ​ກ່ຽວ​ກັບ​ວັດທະນະທຳ ລາວ ​ແລະ ຜະລິ​ດຕະພັນ​​​ແພ​ໄຫມ​ຂອງ​ລາວ​ອີກ​ດ້ວຍ. ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຫລາຍ ​ແລະ ​ເຂົ້າ​ຮ່ວມ​​ເຫດການ​ນີ້​ຢ່າງ​ຕັ້ງຫນ້າ​ເພື່ອ​ແນະນຳ​ວັດທະນະທຳ, ປະ​ເທດ​ຊາດ ​ແລະ ປະຊາຊົນ ສາມ​ປະ​ເທດສະມາຊິກ ອາ​ຊຽນ.”

        ​  ການ​ພົບ​ປະ​ແລກປ່ຽນລະຫວ່າງ​ບັນດາ​ພັນ​ລະ​ຍາ​ຂອງ​ເອກ​ອັກຄະ​ລັດຖະທູດ ​ແລະ ຜູ້ຕາງຫນ້າ​ທູຕານຸທູດ ​ເປັນ​ການ​ປະກອບສ່ວນ​​​ໃນການ​ໂຄສະນາ​ພາບ​ພົດ, ປະຊາຊົນ​ຂອງ​ປະ​ເທ​ດຕົນ​​ເວົ້າ​ສ​ະ​ເພາະ ​ແລະ ນຳພາ​ບພົດ ອາ​ຊຽນ ​ເຊື່ອມ​ໂຍງ ​ແລະ ສາມັກຄີ​ກັບ​ປະຊາ​ຄົມ​ໂລກ​ເວົ້າ​ລວມ.

ຕອບກັບ

ຂ່າວ/ບົດ​ອື່ນ