ແຮງງານ ອິນໂດເນເຊຍ ກຽມພ້ອມເຊື່ອມໂຍງ


(vovworld)- ດ້ວຍ​ທ່າ​ໄດ້​ປຽບ​ແມ່ນ​ປະ​ເທດ​ມີ​ເນື້ອ​ທີ່ກວ້າງ​ໃຫ​ຍ່ ດ້ວຍ​ພົນ​ລະ​ເມືອງ​ຫລາຍກວ່າ​ໝ​ູ່​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ (ກວ່າ 240 ລ້ານ​ຄົນ), ​​ລະ​ດັບໃຊ້​ສອຍ​ສິນ​ຄ້າ​ສູງ, ອິນ​ໂດ​ເນ​ເຊຍ ແມ່ນ​​ເຂດ​ດິນ​ແດນທີ່ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ກາ​ລະ​ໂອ​ກາດ​ຫລາຍ​ຢ່າງໃຫ້​ແກ່​ຄົນ​ງານ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ສຳ​ລັບ ລັດ​ຖະ​ບານ ອິນ​ໂດ​ເນ​ເຊຍ ແລ້ວ, ສິ່ງ​ດັ່ງ​ກ່າວ​ກໍ​ແມ່​ນ​ສິ່ງ​ທ້າ​ທາຍ​ໃຫ​ຍ່​ຕໍ່​ກຳ​ລັງ​ຄົນ​ງານ​ປະ​ເທດນີ້ ໃນ​ວິ​ວັດ​ການ​ແກ້​ງ​ແຍ້ງ​ກັບ​ຄົນ​ງານ​ມາ​ຈາກ​ປະ​ເທດ​ອື່ນ ຫລື ວຽກ​ເຮັດ​ງານ​ທຳ​ຢູ່​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ. ເພື່ອ​ກະ​ກຽມ​ໃຫ້​ແກ່​ການ​ເຊື່ອມ​ໂຍງ​ແຮງ​ງານ​ພາຍ​ໃນ​ກຸ່ມ ອາ​ຊຽນ, ໃນ​ຫລາຍ​ປີ​ຜ່ານ​ມາ ອິນ​ໂດ​ເນ​ເຊຍ ກຳ​ນົດ​ໄດ້​ທິດ​ທາງ, ຈຸດ​ດີ, ຈຸດ​ອ່ອນ​ຂອງ​ແຮງ​ງານ​ພາຍ​ໃນ​ປະ​ເທດ ເພື່ອ​ກຽມພ້ອມ​ໃຫ້​ວິ​ວັດ​​ແຫ່ງການ​ເຊື່ອມ​ໂຍງ​ຕະ​ຫລາດ​ແຮງ​ງານ ອາ​ຊຽນ​.

ແຮງງານ ອິນໂດເນເຊຍ ກຽມພ້ອມເຊື່ອມໂຍງ - ảnh 1
ຄົນ​ງານ​ອິນ​ໂດ​ເນ​ເຊຍ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ
ພາບ:dpiap.org

        ໃກ້​ຈະ​ຮອດວັນ​ສ້າງ​ຕັ້ງ​ຕະ​ຫລາດ​ຮ່ວມ ອາ​ຊຽນ. ການ​ຍົກ​ຍ້າຍ​​ຄົນ​ງານພາຍ​ໃນ​ກຸ່ມເຖິງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ດຽວ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ. ສະ​ນັ້ນ ປະ​ຈຸ​ບັນ ບັນ​ດາ​ປະ​ເທດ ອາ​ຊຽນ ພວມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ບັນ​ດາ​ມາດ​ຖານ​ລວມ, ໃນ​ນັ້ນ ມ​ີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ແຕ່​ລະ​ປະ​ເທດ​ໃນ​ການ​ຍົກ​ສູງ​ສີ​ມື ແລະ ກະ​ກຽມ​ແຮງ​ງານ​ໃຫ້​ແກ່​ຕະ​ຫລາດ​ທີ່ຂະ​ຫ​ຍັນ​ຂັນ​ເຄື່ອນ, ເຕັມ​ໄປ​ດ້ວຍ​ຄວ​າມ​ສາ​ມາດ​ບົ່ມ​ຊ້ອນ ແຕ່​ກ​ໍ​ມີ​ສິ່ງ​ກີດ​ຂວາງ​ຫລາ​ຍ​ຢ່າງ. ສິ່ງ​ດັ່ງ​ກ່າວ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ Khairul Anwar, ຫົວ​ຫ​ນ້າ​ກົມ​ໃຫ​ຍ່​ຝຶກ​ອົ​ບ​ຮົມ, ບຳ​ລຸງ​ສ້າງ ແລະ ສະ​ມັດ​ຕະ​ພາບ​ແຮງ​ງານ ຂຶ້ນ​ກັບ​ກະ​ຊວງ​ແຮງ​ງານ ແລະ ອົບ​ພະ​ຍົບ ອິນ​ໂດ​ເນ​ເຊຍ ເນື່ອງ​ໃນ​ໂອ​ກາດ​ທ່ານ​ນຳ​ຫ​ນ້າ​ຄະ​ນະ​ຜູ້​ແທນ ອິນ​ໂດ​ເນ​ເຊຍ ເຂົ້າ​ຮ່ວມ​ງານ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ ອາ​ຊຽນ ທີ່ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ​ຫວ່າງ​ແລ້ວນີ້.

        “ກ່ຽວ​ກັບ​ບັນ​ຫາ​ກຳ​ລັງ​ຄວາມ​ສາ​ມາດ, ປະ​ຈຸ​ບັນ ພວກ​ຂ້າ​ພ​ະ​ເຈົ້າ​ໄດ້​ກຳ​ນົດ ແລະ ຍົກ​ອອກ​ບັນ​ດາ​ມາດ​ຕະ​ຖານ, ຄຸນ​ນະ​ພາບ​ໃຫ້​ແກ່​ສີ​ມື​ແຮງ​ງານ​ຂອງ​ອິນ​ໂດເນ​ເຊຍ. ນອກນັ້ນ ພວກ​ຂ້າ​ພະ​ເຈົ້າ ພວມ​ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ອື່ນ ມານ​ະ​ພະ​ຍາ​ຍາມ​ເປັນ​ເອ​ກະ​ພາບ​ມຸ່ງ​ໄປ​ເຖິງ​ການ​ຮັບ​ຮູ້​ລວມກ​່ຽວ​ກັບ​ມາດ​ຕະ​ຖານ​ຄຸນ​ນະ​ພາບ​ສີ​ມື​ແຮງ​ງານ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ພາຍ​ໃນ​ກຸ່ມ. ຈາກນັ້ນ ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ຫ​ນາ​ວ່າ ບ​ັນ​ດາ​ມາດ​ຕະ​ຖານ​ຄຸນ​ນະ​ພາບ​ສີ​ມື​ແຮງ​ງານ​ຂອງ ອິນ​ໂດ​ເນ​ເຊຍ ຈະ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ບັນ​ດາ​ປະ​ເທດ​ອື່ນ.”

        ປະ​ຈຸ​ບັນ, ດ້ວຍ​ທ່າ​ແຮງ​ກ່ຽວ​ກັບ​ຈຳ​ນວນ​ຄົນ​ງານ​ຫ​ນຸ່ມ​ ກວມ​ເກືອບ 40% ຈຳ​ນວນ​ພົນ​ລະ​ເມືອງ ແລະ ປີ 2020 ມີ​ 60% ຈຳ​ນວນ​ພົນ​ລະ​ເມືອງ​ໃນ​ເກັນ​ອາ​ຍຸ​ອອກແຮງ​ງານ, ອິນ​ໂດ​ເນ​ເຊຍ ມ​ີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​​ເພື່ອກາຍ​ເປັນ​ຫ​ນຶ່ງ​ໃນ​ບັນ​ດາ​ປະ​ເທດ​ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ຫລາຍກວ່າ​ໝູ່​ໃນ​ພາກ​ພື້ນ ດ້ວຍ​ຄຸນ​ນະ​ພາບ​ສີ​ມື​ແຮງ​ງານ​ສູງ, ກຳ​ລັງ​ແກ້ງ​ແຍ້ງ​ໃຫ​ຍ່​ໃນ​ພາກ​ພື້ນ. ທ່ານ Khairul Anwar, ຫົວ​ຫ​ນ້າ​ກົມ​ໃຫ​ຍ່​ຝຶກ​ອົ​ບ​ຮົມ, ບຳ​ລຸງ​ສ້າງ ແລະ ສະ​ມັດ​ຕະ​ພາບ​ແຮງ​ງານ ຂຶ້ນ​ກັບ​ກະ​ຊວງ​ແຮງ​ງານ ແລະ ອົບ​ພະ​ຍົບ ອິນ​ໂດ​ເນ​ເຊຍ ໃຫ້​ຮູ້​ຕື່ມ​ອີກວ່າ:

        “ໃນ​ໄລ​ຍະ​ຜ່ານ​ມາ ຫລາຍ​ປະ​ເທດ​ໄດ້​ຮັບ​ຮູ້​ຄຸນ​ນະ​ພາບ​ສີ​ມື​ແຮງ​ງານ ອິນ​ໂດ​ເນ​ເຊຍ ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ​ໄດ້. ຄຽງ​ຄູ່​ກັນ​ນັ້ນ, ແຮງ​ງານ ອິນ​ໂດ​ເນ​ເຊຍ ກ​ໍ​ມີ​ທ່າ​ທີ​ເຮັດ​ວຽກ​ຢ່າງ​ເຂັ້ມ​ງວດ ແລະ ເຈືອ​ຈານ​ເຂົ້າ​ກັບ​ວັດ​ທະ​ນະ​ທຳ​ປະ​ເທດ​ປະ​ຈຳ​ຖິ່ນ. ແຮງ​ງານ ອິນ​ໂດ​ເນ​ເຊຍ ໄດ້​ຮັບ​ຄວາມນິ​ຍົມ​ຈາກ​ຫລາຍ​ປະ​ເທດ.”

        ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ຕະ​ຫລາດ​ລວມ​ໄດ້​ຮັບ​ກ​ານ​ສ້າງ​ຕັ້ງ​ຂຶ້ນ, ແຮງ​ງານ ອິນ​ໂດ​ເນ​ເຊຍ ຈະ​ຕ້ອງ​ປະ​ເຊີ​ນ​ຫ​ນ້າ​ກັບ​ຄວາມ​ຫ​ຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍ​ໃຫມ່. ເຊື່ອມ​ໂຍງ​ເຂົ້າ​ກັບ​ອາ​ຊຽນ ໝາຍ​ຄວາມ​ວ່າ ດ້ວຍ​ເລື່ອງ​ຄົນ​ງານ ອິນ​ໂດ​ເນ​ເຊຍ ເວົ້າ​ສະ​ເພາະ ແລະ ອາ​ຊຽນ ເວົ້າ​ລວມ ຈະ​ມີ​ການ​ຍົກ​ຍ້າຍ​​ໄປ​ຍັງບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ສະ​ນັ້ນ ດ້ວຍ​ທ່າ​ໄດ້​ປຽບ ແລະ ຄວາມ​ຈຳ​ກັດ​ຂອງ​ຄົນ​ງານ​ແຕ່​ລະ​ປະ​ເທດ​ໃນ​ອາ​ຊຽນ ເມື່ອ​ເຂົ້າ​ຮ່ວມ​ຕະ​ຫລາດ​ແຮງ​ງານ​ລ​ວມ ຄວນ​ກຳ​ນົດ​ຢ່າງ​ຈະ​ແຈ້ງ ເພື່ອ​ສາ​ມາດ​ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ເໝາະ​ສົມ. ສຳ​ລັບ​ແຮງ​ງານ ອິນ​ໂດ​ເນ​ເຊຍ, ທ່ານ ທ່ານ Khairul Anwar, ຫົວ​ຫ​ນ້າ​ກົມ​ໃຫ​ຍ່​ຝຶກ​ອົ​ບ​ຮົມ, ບຳ​ລຸງ​ສ້າງ ແລະ ສະ​ມັດ​ຕະ​ພາບ​ແຮງ​ງານ ຂຶ້ນ​ກັບ​ກະ​ຊວງ​ແຮງ​ງານ ແລະ ອົບ​ພະ​ຍົບ ອິນ​ໂດ​ເນ​ເຊຍ ໃຫ້​ຮູ້​ວ່າ:

        “​ດ້ວຍ​ໝາກ​ຜົນ​ຂອງ​ການ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ ອາ​ຊຽນ ຄັ້ງນີ້, ​ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ອິນ​ໂດ​ເນ​ເຊຍ ມີ​ທ່າ​ແຮງ​ໃນ​ຂົງ​ເຂດ​ຕິດ​ຕັ້ງ. ເຖິ​ງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ, ຄົນ​ງານ ອິນ​ໂດ​ເນ​ເຊຍ ຈະ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ດ້ານ​ພາສາ. ດັ່ງ​ນັ້ນ, ໄລ​ຍະ​ຈະ​ມາ​ເຖິງ, ພວກ​ຂ້າ​ພະ​ເຈົ້າ​ຈະ​ເອົາ​ໃຈ​ໃສ່​ເຖິງ​ການ​ສອນ​ພາ​ສາ​ຕ່າງ​ປະ​ເທດ ເພື່ອ​ກະ​ກຽມ​ໃຫ້​ແກ່​ບັນ​ດາ​ຄົນ​ງານ​ອິນ​ໂດ​ເນ​ເຊຍ ໄປ​ເຮັດ​ວຽກ​ຢູ່​ປະ​ເທດ​ອື່ນ.”

        ອາດ​ຈະ​ເຫັນ​ໄດ້​ວ່າ ບໍ່​ພຽງ​ແຕ່ ອິນ​ໂດ​ເນ​ເຊຍ​ເທົ່າ​ນັ້ນ ສິ່ງ​ດັ່ງ​ກ່າວ​ກໍ​ແມ່ນ​ຄວາມ​ຫ​ຍຸ້ງ​ຍາກ​ລວມ​ສຳ​ລັບ​ບັນດາ​ປະ​ເທດ ອາ​ຊຽນ ເມື່ອ​ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ. ຕະ​ຫລາດ​​ລວມ ອາ​ຊຽນທັງແມ່ນ​ກາ​ລະ​ໂອ​ກາດ, ທັງ​ແມ່ນ​ສິ່ງ​ທ້າ​ທາຍ​ສຳ​ລັບ​ແຮງ​ງານບັນ​ດາ​ປະ​ເທດ​ພາຍ​ໃນ​ກຸ່ມ​ເວົ້າ​ລວມ ແລະ ອິນ​ໂດ​ເນ​ເຊຍ ເວົ້າ​ສະ​ເພາະ. ດ້ວຍ​ຈຸດ​ໝາຍ ນຳ​ອິນ​ໂດ​ເນ​ເຊຍ ກາຍ​ເປັນ​ປະ​ເທ​ດ​ສົ່ງ​ຄົນ​ງານ​ທີ່ມີ​ສີ​ມື​​ແຮງ​ງານສູງ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ຫລາຍກວ່າ​ໝູ່​ໃນ​ພາກ​ພື້ນ, ໃນ​ຊຸມ​ປີ​ຜ່ານ​ມາ ລັດ​ຖະ​ບານ ອິນ​ໂດ​ເນ​ເຊຍ ໄດ້ ແລະ ພວມ​ນຳ​ໃຊ້​ຫລາຍ​ໂຄງ​ການ​ບຳ​ລຸງ​ສ້າງ, ຝຶກ​ອົບ​ຮົມ​ທັກ​ສະ, ດ້ານ​ພາ​ສາ, ສົ່ງ​ເສີມສຸ​ຂະ​ພາບ, ຄວາມ​ສາ​ມາດ​ຮັບ​ມື​ກັບ​ການ​ດຳລົງຊີ​ວິດຢູ່​ປະ​ເທດ​ອື່ນ​ໃຫ້​ແກ່​ຄົນ​ງານ.

ຕອບກັບ

ຂ່າວ/ບົດ​ອື່ນ