ໂຄງການນຳໃຊ້ລົດໂອໂຕໃຊ້ພະລັງໄຟຟ້າໃນການຂົນສົ່ງສາທາລະນະຢູ່ຟິລິບປີນ

(vovworld)-​ເພື່ອ​ຫລຸດຜ່ອນ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ,​ ລັດຖະບານ ຟິລີບ​ປີນ ຫາ​ກໍ່​ປະກາດ​ໂຄງການ​ຄົມມະນາຄົມ, ຕາມ​ນັ້ນ​ແລ້ວ ຈະ​​ໃຊ້ລົດ​​ໂອ​ໂຕແລ່ນ​ດ້ວຍ​ໄຟຟ້າແທນ​ໃຫ​​້​ບັນດາ​ລົດ Jeep ​ໃຊ້​ພະລັງກາ​ຊວນ​ ​. ​ໂຄງການ​ນີ້​ພວມ​ໄດ້​ຮັບ​ການ​ສະໜັບສະໜູນຈາກ​ບັນດາ​ນັກ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ, ຜູ້​ຂັບ​ລົດ ​ແລະ ຊາວ​ ຟິລິບ​ປີນ​ເປັນ​ຈຳນວນ​ຫລວງຫລາຍ.

ໂຄງການນຳໃຊ້ລົດໂອໂຕໃຊ້ພະລັງໄຟຟ້າໃນການຂົນສົ່ງສາທາລະນະຢູ່ຟິລິບປີນ - ảnh 1
ລົດJeepໃຊ້​ພະລັງກາ​ຊວນ​ເປັນ​ພາຫະນະ​ຂົນ​ສົ່ງ​ສາທາລະນະ​ທົ່ວ​ໄປ
photo:dulich.vn

        ລົດ Jeep ໃຊ້​ພະລັງກາ​ຊວນ ​ທີ່​ເປັນ​ພາຫະນະ​ຂົນ​ສົ່ງ​ສາທາລະນະ​ທົ່ວ​ໄປດ້ວຍ​ລາ​ຄາ​ຖືກ ​ຢູ່ ຟິລິບ​ປີນ ຈະ​​ຖື​ກ​ແທນ​ດ້ວຍລົດ​​ໂອ​ໂຕໃຊ້​ພະລັງ​ໄຟຟ​​້າ. ນີ້​ແມ່ນຫນຶ່ງ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ ຟິລິບ​ປີນ ​ເພື່ອຫລຸ​ດຜ່ອນ​ສະພາບ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ. ທ່ານ Sigfrido Tinga, ປະທານ​ສະພາ​ບໍລິຫານ​ບໍລິສັດ​ຂົນ​ສົ່ງ​ດ້ວຍ​ລົດ​ໂອ​ໂຕໃຊ້​ພະລັງ​ໄຟຟ້າ​ທົ່ວ​ໂລກ, ຊື່​ງ​ແມ່ນ​ບໍລິສັດ​ສະຫນອງ​​ລົດ​ໂອ​ໂຕ​ໃຊ້​ພະລັງ​ໄຟຟ້າ​ໃຫ້​ຮູ້​ວ່າ:

        “85% ມົນ​ລະ​ພິດ​ຢູ່​ນະຄອນຫລວງ Metro Manila ​​​ໂດຍພາຫະນະ​ຂົນ​ສົ່ງ​ຄື ລົດ Jeep ກໍ່​ຂຶ້ນ. ສະ​ນັ້ນ ​​ເພື່ອນຳ​ລົດ​ໂອ​ໂຕ​ໃຊ້​ພະລັງ​ໄຟຟ້າແທນ​​​ໃຫ້​ລົດ Jeep ​ແມ່ນ​ສິ່ງ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ. ພາຫະນະ​ຂົນ​ສົ່ງ​ໃຊ້​ພະລັງ​ໄຟຟ້າ ມີ​ລາຍ​ຈ່າຍ​ເບື້ອງ​ຕົ້ນ​​ແພງ​ກວ່າ ​ແຕ່​ລາຍ​ຈ່າຍ​ໃນການ​ເຄື່ອນ​ໄຫວ​​ຖືກ​ກວ່າ. ສະ​ນັ້ນ ການ​ໃຊ້ລົດ​ປະ​ເພດ​ນີ້ໃນ​ການ​ຂົນ​ສົ່ງ​ສາທາລະນະ​ແມ່ນ​ດີກ​ວ່າ​.”

        ຕາມ​ແຜນການ, ​ໃນ 5 ປີ​ຈະ​ມາ​ເຖິງ ຈະ​ນຳ​ເອົາລົດ​ໂອ​ໂຕ​​ໃຊ້​ພະລັງ​ໄຟຟ້າ​ປະມານ 20.000 ຄັນ ແທນ​​ໃຫ້​ລົດ Jeep 55.000 ໃຊ້​ພະລັງກາ​ຊວນ. ນອກຈາກ​ນຳ​ໃຊ້​ພະລັງ​ໄຟຟ້າ​ແລ້ວ, ລົດ​ປະ​ເພດ​ນີ້ ຍັງ​ໄດ້​ຮັບ​ການອອກ​ແບບ​ສ​ະ​ເພາະ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂການ​ຄົມມະນາຄົມ​ຢູ່ ຟິລີບ​ປີນ ອີກ. ທ່ານ Renato Constantino, ຜູ້ອຳ​ນວຍ​ການ​ບໍລິຫານ​ສະ​ຖາ​ບັນ​ສິ່ງ​ແວດ​ລ້ອມ ​ແລະ ນະຄອນ​ແບບ​ຍືນ​ຍົງ​ໃຫ້​ຮູ້​ວ່າ: ບັນດາ​ລົດ​ໂອ​ໂຕໃຊ້​ພະລັງ​ໄຟຟ້າ ຈະ​ປະກອບສ່ວນ​ຫລຸດຜ່ອນ​ສະພາບ​ມົນ​ລະ​ພິດອາຍ​ແກ​ສ Cacbon dioxide ​ແລະ nitrogen oxide.

        “ພວກ​ເຮົາ​ບໍ່​ເຫັນ​​ໄດ້ອາຍ​ແກ​ສ​ເປັນ​ພິດນີ້ ​ແຕ່​ພວກ​ເຮົາ​ພວມ​ສູບມັນ​ເຂົ້າ. ສະພາບ​ມົນ​ລະ​ພິດ​ຢູ່​​ແຕ່​ລະຖະ​ຫນົນ, ​ແຕ່ລະ​ທ້ອງ​ຖິ່ນ ພວມ​ກໍ່​ໃຫ້​ເກີດ​ສະພາບ​​ປ່ຽນ​ແປງດິນ​ຟ້າ​ອາກາດ​ໃນ​ທົ່​ວ​ໂລກ. ອາຍ​ແກ​ສ Carbon dioxide ​ແມ່ນ​ຫນຶ່ງ​ໃນ​ບັນດາ​ສາຍ​ເຫດ​ພາ​ໃຫ້​ຫນ່ວຍ​ໂລກ​ອຸ່ນຂຶ້ນ.”

        ​ໂຄງການ​ນີ້​ຂອງ​ລັດຖະບານ ຟິລີບ​ປີນ ​ໄດ້​ຮັບ​ການຊົມ​ເຊີຍ​ຈາກ​ບັນດາ​ບໍລິສັດ​ຂົນ​ສົ່ງ ​ແລະ ຜູ້​ຂັບ​ລົດ. ​ເພາະວ່າ ບັນດາ​ລົດ​ໂອ​ໂຕ​​ໃຊ້​ພະລັງ​ໄຟຟ້າ ​ໄດ້ຊ່ວຍ​ຫລຸດຜ່ອນ​ລາຍ​ຈ່າຍ​ໃນ​ສະພາບລາຄາ​ນ້ຳມັນ​​ກາ​ຊວນນັບ​ມື້​ນັບເພີ່ມ​ຂຶ້ນ​​ໃນ​ປະຈຸ​ບັນ. ທ່ານ Roberto Martin, ປະທານ​ສະພາ​ບໍລິຫານ​ກຸ່ມ​ບໍລິສັດ​ຂົນ​ສົ່ງ Pasang Masda ​ໃຫ້​ຮູ້​ວ່າ:

        “ລາຍ​ຮັບ​ຂອງ​ຜູ້​ຂັບ​ລົດ​ແມ່ນ​ອີງ​ໃສ່​ລາຄ​ານຳ້ມັນ​​ກາ​ຊວນ. ສະ​ນັ້ນການ​ໃຊ້​ລົດ​ໂອ​ໂຕ​​ແລ່ນ​ດ້ວຍ​​ພະລັງ​​ໄຟຟ້າແມ່ນ​ມາດ​ຕະການທີ່​ດີ​ໃນ​ປະຈຸ​ບັນ​. ​​ເມື່ອນຳລົດ​ແບບ​ນີ້​ເຂົ້າ​ໃຊ້​ການ ຈະ​ປະຢັດ​ລາຍ​ຈ່າຍ​ໄດ້ 50% ​ເມື່ອ​ທຽບ​ໃສ່​ການ​ນຳ​ໃຊ້​ ກາ​ຊວນ ​ແລະ ບໍ່​ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມອີກ.”

        ການ​ນຳ​ເອົາລົດ​ໂອ​ໂຕ​ໃຊ້​ພະລັງ​​ໄຟຟ້າເປັນພາຫະນະ​ຂົນ​ສົ່ງ ​ແທນ​ໃຫ້​ລົດ Jeep ໃຊ້​ພະລັງ​​ກາ​ຊວນ ​​ ​ແມ່ນ​ຂໍ້​ຕົກລົງ​ທີ່​ໄດ້​ຮັບ​ການ​ຊົມ​ເຊີຍ​ບໍ່ພຽງ​ແຕ່​ສຳລັບຊາວ ຟີ​ລີບ​ປີນ ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ນັກ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ​ທົ່ວໂລກ​ອີກ​ດ້ຍ. ​ເພື່ອ​ຫລຸດຜ່ອນ​ການ​ຂຶ້ນ​ກັບພະລັງ​ໄຟຟ້າ,  ຄາດ​ວ່າ​ຮອດ​ປີ 2017 ຈະ​ມີ​ບັນດາ​ລົດ​ໂອ​ໂຕ​ໃຊ້​ພະລັງ​ແສງ​ຕະ​ເວັນ​ແລ່ນ​​ຕາມ​ຖະຫນົນ​ສາຍ​ຕ່າງໆ​ຢູ່ ຟິລີບ​ປີນ.

ຕອບກັບ

ຂ່າວ/ບົດ​ອື່ນ