ໂຄງການອະນຸລັກຮັກສາແຫລ່ງນ້ຳຢູ່ ຈັນທະບູຣີ ປະເທດໄທ


(vovworld)- ​ໃນ​ສະພາບ​ການ​ດິນ​ຟ້າ​ອາກາດ​ພວມ​ຜັນ​​ແປ​ໄປ​ຢ່າງ​ສັບສົນ, ອຳນາດ​ການ​ປົກຄອງ​ ​ແລະ ປະຊາຊົນ​ຂອງ​ແຕ່ລະ​ປະ​ເທດ​ສະມາຊິກ ອາ​ຊຽນ ພວມ​ມານະ​ພະຍາຍາມ​ຊອກ​ຫາ ​ແລະ ປະຕິບັດ​ບັນດາ​ມາດ​ຕະການ​ປົກ​ປັກ​ຮັກສາ​ສິ່ງ​​ແວດ​ລ້ອມ. ຄະນະ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​​ມີ​ໂອກາດໄປ​ທັດສະນະ​ສຶກສາ​ຢູ່​ແຂວງ ຈັນທະ​ບູຣີ ພາກ​ຕາ​ເວັນ​ອອກ​ຂອງ​ໄທ ​ເພື່ອ​ຊອກ​ຫາ​​ມາດ​ຕະ​ການຮັກສາ​ນ້ຳ​ໃຫ້​ຕົ້ນ​ໄມ້​ຂອງ​ຊາວ​ທ້ອງ​ຖິ່ນ​ດ້ວຍ​ວິທີ​​ເກັບ​ຮັກສາ​​ໃບໄມ້​ແຫ້ງ, ຂຸດ​ເໝືອງ​ຫລື​ກໍ່ສ້າງ​ລະບົບ​ຫົດ​ນ້ຳ. ນີ້​ແມ່ນ​ສ່ວນ​ຫນຶ່ງ​ໃນ​ໂຄງການ​ອະນຸລັກ​ຮັກສາ​ແຫ​ລ່ງນ້ຳ ຊື່​ງອຳ​ນາດ​ການ​ປົກຄອງ​ ​ແລະ ປະຊາຊົນ​ຢູ່​ທີ່​ນີ້​ພວມ​ປະຕິບັດ ​ດ້ວຍ​ຊື່ເອີ້ນ​ວ່າ “ຮັກສາ​ນ້ຳ​ໃຫ້​ທີ່​ດິນ”.

        ລຸງ ພິສິດ​ພະ​ສົມ ​ເຈົ້າ​ຂອງ​ສວນ​ປູກ​ຕົ້ນ​ໄມ້​ກິນ​ໝາກ​ໃນເນື້ອ​ທີ່​ກວ່າ 50 ​ເຮັກຕາ ທັງ​ເກັບ​ໃບ​​ໄມ້​ແຫ້ງ ​ທັງ​ອະທິບາຍ​ໃຫ້​ພວກ​ຂ້າພະ​ເຈົ້າຮູ້​ກ່ຽວກັບ​​​ວຽກ​ງານ​ນີ້ວ່າ: ​ໃບ​ໄມ້​ແຫ້ງ​ມີ​ຄຸນ​ປະ​ໂຫຍ​ດປົກ​ຄຸມ ​ແລະ ຮັກສາ​ຄວາມ​ຊຸ່ມ​ໃຫ້​ທີ່​ດິນ ​ແລະ ພວກ​ຂ້າພະ​ເຈົ້າ​ພຽງ​ແຕ່​ເກັບ​ໃບ​ໄມ້​ແຫ້ງ​ເມື່ອ​ຕົ້ນ​​ໄມ້​ໃນ​ສວນ​ເຕີບ​ໂຕ​ແລ້ວ. ນີ້​ແມ່ນ​ມາດ​ຕະ​ການຊຶ່ງ​ຜູ້​ເຮັດ​ສວນ​ຢູ່ ຈັນທະ​ບູຣີ ​ພວມປະຕິບັດ​ແທນ​ທີ່​​ມາດ​ຕະ​ການທຳ​ມະ​ດາ​ແມ່ນ​ຫົດ​ນ້ຳ​ປະຈຳ​ເພື່ອ​ຮັກສາ​ນ້ຳ​ໃຫ້​ຕົ້ນ​ໄມ້. ​ແລະ ສິ່ງ​ດັ່ງ​ກ່າວ​ໄດ້​ອະທິບາຍ      ​ໃຫ້ຂໍ​້ຂ້ອງ​​ໃຈ​ຂອງ​ພວກ​ຂ້າພະ​ເຈົ້າ​ເມື່ອ​​ເຫັນ​ວ່າບັນດາ​​ເຂດສວນຢູ່ ຈັນທະ​ບູຣີ ລ້ວນ​ແຕ່ມີ​ໃບ​ໄມ້​ແຫ້ງ​ປົກ​​ຫນ້າດິນຢ່າງຫຼວງຫຼາຍ.

ໂຄງການອະນຸລັກຮັກສາແຫລ່ງນ້ຳຢູ່ ຈັນທະບູຣີ ປະເທດໄທ - ảnh 1
ນ້ຳຕົກຕາດພະຣີວ
ພາບ:tourdulichthailan.net.vn

“ຮັກສາ​ນ້ຳ​ໃຫ້​ທີ່​ດິນ” ​ແມ່ນ​ໂຄງການ​ນອນ​ໃນ​ລາຍການ​ຫນູນ​ຊ່ວຍ​ຂອງ​ລັດຖະບານ ​ແລະ ລາຊະວົງ​ໄທ ​ທີ່ໄດ້​ສ້າງ​ຂຶ້ນ​ເມື່ອ​ປີ 1996 ​ໃນ​ສະພາບ​ການ​ ຢູ່​ແຂວງ ຈັນ​ທະ​ບູຣີ ​ເວົ້າ​ສະ​ເພາະ ​ແລະ ຫລາຍ​ແຂວງ, ນະຄອນ​ອື່ນ​ໆຢູ່​ໄທ​ເວົ້າ​ລວມ ເຄີຍ​ຕົກ​​ຢູ່ໃນ​ສະພາບ​ຂາດ​​ນ້ຳ​ຢ່າງ​ຫນັກຫນ່ວງ​ໃນ​ລະດູ​ແລ້ງ. ທ່ານ ພັດ​ສະ​ພົງ ຈີນ​ນຸດົມ​ພົງສາ ຜູ້ອຳນວຍ​ການ​ໂຄງການ “ຮັກສາ​ນ້ຳ​ໃຫ້​ທີ່​ດິນ” ​ໃຫ້​ຮູ້​ວ່າ: ​ໃນ​ວິວັດ​ການ​ປະຕິບັດ​ໂຄງການ, ພວກ​ຂ້າພະ​ເຈົ້າມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ໂຄສະນາ​ຜ່ານ​ການ​ພົບ​ປະ​ສົນທະນາ, ກອງ​ປະຊຸມ​ສຳ​ມະ​ນາ ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກໍ​ຄື​ສະຕິ​​​ວົງ​ຄະນາ​ຍາດໃຫ້​ແກ່​ປະ​ຊາ​ຊົນ, ​ເປັນ​ຕົ້ນ​ແມ່ນ​ລຸ້ນຫນຸ່ມ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ປູກ​ຕົ້ນ​ໄມ້.

ສຽງທ່ານພັດສະພົງ

        ຈຸດ​ເດັ່ນ​ຂອງ​ໂຄງການ​ແມ່ນ​​ປູກ​ໄມ້​ປ່າສະຫລັບ​ສັບ​ຊ້ອນ​ກັບ​ຕົ້ນ​ໄມ້​ກິນ​ໝາກ. ວຽກ​ງານ​ນີ້ຈະມີ​ຜົນ​ປະ​ໂຫຍ​ດຢ່າງ​ຫນ້ອຍ​ສຸດ 2 ຢ່າງ​​. ທີ​ຫນຶ່ງ ​ເມື່ອ​ໄມ້ປ່າ​ໄດ້​ເຕີບ​ໃຫ​ຍ່ແລ້ວ,ຮາກ​ຂອງ​ມັນຈະ​ຮັກ​ສານ້ຳ​​ເຮັດ​ໃຫ້​ທີ່​ດິນ​ຍາມ​ໃດ​ກໍ​ມີ​ຄວາມ​ຊຸ່ມ, ຊ່ວຍ​ໃຫ້​ຕົ້ນ​ໄມ້​ກິນ​ໝາກ​ພັດທະນາ. ທີ​ສອງ ປູກ​ປ່າເອົາ​ໄມ້ ນຳ​ມາ​ເຊິ່ງຄຸນຄ່າ​ດ້ານ​ເສດຖະກິດ. ​ໃນ​ເບື້ອງ​ຕົ້ນ ປະຊາຊົນ​ຍັງ​ສົງ​ໃສ​ກ່ຽວ​ກັບ​ຜົນ​ສະທ້ອນ​ຂອງ​​ໄມ້ປ່າ​ເຖິງ​ການພັດທະນາ ​ແລະ ປະສິດທິພາບ​ຂອງ​ຕົ້ນ​ໄມ້​ກິນ​ໝາກ. ​ແຕ່​ພາຍຫລັງປູກ​ທົດ​ລອງ​ໃນໄລຍະ​ຫນຶ່ງ, ເຂົາເຈົ້ດ​ກໍ່ຊອກໄດ້ຄຳຕອບ. ທ່ານ ພິສິດ ພະສົມ, ເຈົ້າຂອງສວນຕົ້ນໄມ້ ໃຫ້ຮູ້ວ່າ:

ສຽງທ່ານພິສິດ

        ໃນຫລາຍປີຜ່ານມາ, ໂຄງການດັ່ງກ່າວໄດ້ພິສູດໃຫ້ເຫັນປະສິດທິຜົນຢ່າງ​ຈະ​ແຈ້ງ, ຈຳນວນ​ຜູ້​ເຂົ້າ​ຮ່ວມ​ນັບ​ມື້​ນັບ​ຫລາຍ, ປະລິມານ​ນ້ຳ​ທີ່ນຳ​ໃຊ້​​ໃຫ້​ແກ່ການ​ຫົດ​ນ້ຳ​​ໄດ້ຫລຸດ​ລົງ 50%. ທາດ​ເຄມີ​ໃຊ້ໃນ​ການ​ປ້ອງ​ກັນ ​ແລະ ປາບ​ສັດຕູ​ພືດ​ໃຫ້​ແກ່​ຕົ້ນ​ໄມ້​ກໍ່ຫຼຸດ​ລົງ, ປະກອບສ່ວນ​ຫລຸດຜ່ອນ​ລາຄາ​ຜະ​ລິດ, ​ເພີ່ມ​ຄຸນ​ນະພາ​ບຜະລິດ​ຕະພັນ ​ແລະ ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ສຸຂະພາບ​ຂອງ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ. ທ່ານ​ພັດ​ສະ​ພົງ ຈີນ​ນຸດົມ​ພົງສາ ຖື​ວ່າ: ​ໂຄງການ “ຮັກສາ​ນ້ຳ​ໃຫ້​ທີ່​ດິນ” ຄວນ​ທະວີ​ຄູນ​ອອກ​ສູ່​ແຂວງ​ອື່ນ:

ສຽງທ່ານພັດສະພົງ

        ມາ​ຢ້ຽມຢາມ​ແຂວງ ຈັນທະ​ບູຣີ ພວກ​ຂ້າພະ​ເຈົ້າ​ຈື່ງມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ວິທີ​ບົວລະບັດ​ຕົ້ນ​ໄມ້ຂອງ​ຊາວທ້ອງ​ຖິ່ນ​ຢູ່​ທີ່​ນີ້​ ນັ້ນ​ແມ່ນ​ນຳ​ໃຊ້​ເຫລົ້າ​ປົນ​ກັບ​ຢາສູບ​​ແລ້ວ​ສີດ​ໃສ່​ຕົ້ນ​ໄມ້​ເພື່ອ​ຫລິກລ້ຽງສັດ​ຕູ​ພືດ. ບໍ່​ຮູ້​ວ່າ ວິທີ​ພື້ນ​ເມືອງ​ນີ້​ມີ​ພື້ນຖານ​ດ້ານ​ວິທະຍາສາດ​ຄື​ແນວ​ໃດ ​ແຕ່​ເຂົາ​ເຈົ້າ​ໄດ້​ໝູນ​ໃຊ້​​ມາແຕ່​ດົນ​ນານ​ແລ້ວ ທັງ​ຮັບປະກັນ​ຄຸນ​ນະພາ​ບ, ປະ​ລິ​ມານ​ການ​ຜະ​ລິດ ທັງ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ການ​ຮັກສາ​ແຫ​ລ່ງນ້ຳ​, ສິ່ງ​ແວດ​ລ້ອມ​ຂອງ​ແຫ​ລ່ງນ້ຳແມ່ນເພື່ອ​ປົກ​ປັກ​ຮັກສາ​ສີຂຽວ​ໃຫ້​ແກ່​ຕົ້ນ​ໄມ້​ກິນ​ໝາກ. ມາ​ຢ້ຽມຢາມ​ແຫ່ງ​ນີ້​ພວກ​ຂ້າພະ​ເຈົ້າ​ຈຶ່ງ​ເຂົ້າ​ໃຈ​​ໄດ້ວ່າ ​ເປັນ​ຫຍັງ ​ແຂວງ ຈັນທະ​ບູຣີ ​ໄດ້​ຮັບ​ການ​ຂະຫນານ​ນາມ​ວ່າ​ແມ່ນ​ນະຄອນ​ຂອງ​ໝາກ​ໄມ້.

       

ຕອບກັບ

ຂ່າວ/ບົດ​ອື່ນ