ໂຄສະນາມໍລະດົກ, ປະເທດຊາດ ແລະ ຊາວ ຫວຽດນາມ ຜ່ານບັນດາພາຫະນະສື່ມວນຊົນ ລາວ

(VOVWORLD) - ໃນຂອບເຂດບົດບັນທຶກຂໍ້ຕົກລົງການຮ່ວມມືລະຫວ່າງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ, ແຕ່ປີ 2012 ມາຮອດປັດຈຸບັນ, ກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຈັດຕັ້ງຊຸດຝຶກອົບຮົມວິຊາການສື່ມວນຊົນໃຫ້ແກ່ບັນດານັກຂ່າວລາວໄດ້ 22 ຊຸດ, ແນໃສ່ໜູນຊ່ວຍ, ຍົກສູງວິຊາການໃນການອອກຂ່າວ ແລະ ບົດໂຄສະນາກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ ຜ່ານພາຫະນະສື່ມວນຊົນຂອງ ລາວ. 

ຕໍ່ໄປນີ້, ຂໍເຊີນທ່ານຜູ້ຟັງພ້ອມກັນຊອກຮູ້ກ່ຽວກັບວຽກງານຝຶກອົບຮົມດ້ານວິຊາການສື່ມວນຊົນໃຫ້ ລາວ ໂດຍຜ່ານບົດຂຽນທີ່ມີຫົວຂໍ້ວ່າ: “ໂຄສະນາມໍລະດົກ, ປະເທດຊາດ ແລະ ຊາວ ຫວຽດນາມ ໃນບັນດາພາຫະນະສື່ມວນຊົນລາວ” ຂອງນັກຂ່າວ ເຈິ່ນຕ໊ວນ.

ໂຄສະນາມໍລະດົກ, ປະເທດຊາດ ແລະ ຊາວ ຫວຽດນາມ ຜ່ານບັນດາພາຫະນະສື່ມວນຊົນ ລາວ - ảnh 1 ບັນດານັກຂ່າວລາວໄດ້ຮັບໃບຢັ້ງຢືນຊຸດຝຶກອົບຮົມ

ທ້າຍປີ 2018 ຜ່ານມາ, ກົມສື່ມວນຊົນໄດ້ຈັດຕັ້ງຊຸດຝຶກອົບຮົມທັກສະການຂຽນຂ່າວ ແລະ ບົດກ່ຽວກັບມໍລະດົກໃຫ້ແກ່ບັນດານັກຂ່າວລາວ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນທ໊າຍຟຽນ, ຮອງຫົວໜ້າກົມສື່ມວນຊົນຕີລາຄາວ່າ: ລາວ ເປັນປະເທດທີ່ມີຈຳນວນບັນດາມໍລະດົກວັດທະນະທຳທຳມະຊາດ ແລະ ວັດທະນະທຳບໍ່ເປັນວັດຖຸຫລາຍຮູບຫລາຍແບບ, ດ້ວຍພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ບໍ່ແມ່ນວ່າ ຢູ່ບ່ອນໃດກໍ່ມີ. ເພື່ອອະນຸລັກຮັກສາ ແລະ ພັດທະນາບັນດາມໍລະດົກວັດທະນະທຳທຳມະຊາດ, ມໍລະດົກວັດທະນະທຳບໍ່ເປັນວັດຖຸ ແລະ ບັນດາພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະຂອງ ລາວ ນັ້ນ, ແມ່ນວຽກງານບໍ່ງ່າຍດາຍ. ທ່ານ ຫງວຽນທ໊າຍຟຽນ ໃຫ້ຮູ້ວ່າ:

ໃນວິວັດການອະນຸລັກຮັກສາ, ຂ້າພະເຈົ້າຄິດວ່າ ບົດບາດຖະແຫຼງຂ່າວສື່ສານຂອງສື່ມວນຊົນແມ່ນສຳຄັນທີ່ສຸດ. ເຮັດແນວໃດ ເພື່ອໃຫ້ສື່ມວນຊົນໂຄສະນາໃຫ້ປະຊາຊົນ ແລະ ທົ່ວສັງຄົມ, ບໍ່ພຽງແຕ່ເຂົ້າໃຈໄດ້ຄຸນຄ່າຂອງບັນດາມໍລະດົກເທົ່ານັ້ນ ຫາກຍັງຊ່ວຍໃຫ້ປະຊາຊົນ ແລະ ທົ່ວສັງຄົມເຂົ້າໃຈ ແລະ ປົກປັກຮັກສາ, ຍົກສູງສະຕິຮັກສາບັນດາມໍລະດົກເປັນຢ່າງດີອີກດ້ວຍ.

ໂຄສະນາມໍລະດົກ, ປະເທດຊາດ ແລະ ຊາວ ຫວຽດນາມ ຜ່ານບັນດາພາຫະນະສື່ມວນຊົນ ລາວ - ảnh 2 ຄະນະສື່ມວນຊົນລາວຢ້ຽມຢາມພະລາດສະວັງ ທັງລອງ

ເຂົ້າຮ່ວມຊຸດຝຶກອົບຮົມການຂຽນຂ່າວ ແລະ ບົດກ່ຽວກັບມໍລະດົກຄັ້ງນີ້, ລວມມີນັກຂ່າວ 15 ຄົນທີ່ມາຈາກ 11 ພາກສ່ວນຂອງສື່ມວນຊົນຂັ້ນສູນກາງລາວຄື: ສຳນັກຂ່າວສານ ລາວ, ໂທລະພາບແຫ່ງຊາດ, ວິທະຍຸກະຈາຍສຽງແຫ່ງຊາດ; ໜັງສືພິມປະຊາຊົນ; ໜັງສືພິມກອງທັບ; ໜັງສືພິມປ້ອງກັນຄວາມສະຫງົບ…ທ່ານ ອິນປອນ ນະຄອນສີ - ຮອງຫົວໜ້າກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ, ຫົວໜ້າຄະນະນັກຂ່າວ ລາວ ໃຫ້ຮູ້ວ່າ:

ໃນຂອບເຂດຊຸດຝຶກອົບຮົມແຕ່ວັນທີ 19 – 25 ທັນວາ 2018, ບັນດານັກຂ່າວລາວຍັງໄດ້ໄປທັດສະນະສຶກສາຢູ່ປູຊະນີຍະສະຖານບາງແຫ່ງ, ມໍລະດົກຢູ່ບັນດາແຂວງ ກວາງບີງ, ເຫວ້ ແລະ ນະຄອນ ໂຮ່ຈີມິນ.

ໂຄສະນາມໍລະດົກ, ປະເທດຊາດ ແລະ ຊາວ ຫວຽດນາມ ຜ່ານບັນດາພາຫະນະສື່ມວນຊົນ ລາວ - ảnh 3 ຖ້ຳ ຟອງຍາ

ຖ້ຳ ຟອງຍາ ຂຶ້ນກັບປ່າສະຫງວນແຫ່ງຊາດ ຟອງຍາ - ແກບາງ, ໂດຍ UNESCO ຮັບຮອງເອົາເປັນມໍລະດົກທຳມະຊາດໂລກ. ດ້ວຍລວງຍາວ 7.729 ແມັດ, ເລິກ 83 ແມັດ, ສູງ 50 ແມັດ ແລະ ມີຖ້ຳນ້ອຍຫລາຍຖ້ຳຄື: ຖ້ຳ ບີກີ, ຖ້ຳ ຕຽນ (ເທວະດາ) ແລະ ຖ້ຳ ກູງດີງ (ພະລາດຊະວັງ)…ນີ້ແມ່ນຖ້ຳນ້ຳທີ່ໄຫຼລອດພູ ດ້ວຍລະບົບນົມຫີນທີ່ເປັນເອກະລັກສະເພາະຫລາຍຊະນິດ, ບັນດານົມຫີນໃນຖ້ຳ ຟອງຍາ ໄດ້ຮັບການຕີລາຄາວ່າ ແມ່ນສວຍງາມ ແລະ ໄດ້ຜ່ານໄລຍະເປັນຮູບປະທຳນັບລ້ານປີ. ເປັນຄັ້ງທຳອິດໄປຢ້ຽມຢາມຖ້ຳ ຟອງຍາ, ອ້າຍ ເພັດສະຫວັນ ສີສຸມັງ, ນັກຂ່າວໂທລະພາບແຫ່ງຊາດລາວ ໄດ້ມີຄວາມປະທັບໃຈຕໍ່ທິວທັດໃຫຍ່ໂຕມະໂຫຖານຂອງຖ້ຳ:

ນອກຈາກໄປຢ້ຽມຢາມ, ຄົ້ນຫາບັນດາມໍລະດົກທຳມະຊາດ, ວັດທະນະທຳ, ສະຖານທີ່ປະຫວັດສາດ, ທ່ອງທ່ຽວຢູ່ແຂວງ ກວາງບີງ. ຄະນະສື່ມວນຊົນລາວ ຍັງໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານກຸງເກົ່າ ເຫວ້ ຖືກ UNESCO ຮັບຮອງເອົາແມ່ນມໍລະດົກວັດທະນະທຳໂລກ. ພາຍຫລັງໄປຢ້ຽມຢາມພະລາດຊະວັງ ເຫວ້, ອ້າຍ ຊຳນານ ພົມພັກດີ, ນັກຂ່າວໜັງສືພິມປະຊາຊົນໃຫ້ຮູ້ວ່າ:

ໂຄສະນາມໍລະດົກ, ປະເທດຊາດ ແລະ ຊາວ ຫວຽດນາມ ຜ່ານບັນດາພາຫະນະສື່ມວນຊົນ ລາວ - ảnh 4ພະລາດຊະວັງ ເຫວ້ 

ໃນໄລຍະຈະມາເຖິງ, ກົມສື່ມວນຊົນສືບຕໍ່ເປີດກ້ວາງການບຳລຸງສ້າງ, ຝຶກອົບຮົມທັກສະໃຫ້ແກ່ບັນດານັກຂ່າວລາວຄື: ທັກສະເຮັດຂ່າວທັນສະໄໝໃຫ້ນັກຂ່າວ ລາວ; ທັກສະການອອກຂ່າວກ່ຽວກັບບັນດາເຫດການໃຫຍ່; ສາລະຄະດີສືບສວນ…ເພື່ອຊ່ວຍໃຫ້ບັນດານັກຂ່າວລາວ ຍົກສູງວິຊາການດີກ່ວາອີກ ໃນການຂຽນຂ່າວ, ບົດຜ່ານບັນດາພາຫະນະສື່ມວນຊົນຂອງລາວ./.

ຕອບກັບ

ຂ່າວ/ບົດ​ອື່ນ