ໂບດອິດ​ສະ​ລາມ Al Noor – ບ່ອນ​ອີງ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຄົມ​ຊາວ​ມຸດ​ສະ​ລິມ​ຢູ່​ໃຈ​ກາງ​ນະ​ຄອນຫຼວງ ຮ່າ​ໂນ້ຍ

(VOVWORLD) -ຖ້າຫາກວ່າບໍ່ມີແຖວໜັງສືຢູ່ປ້າຍໜ້າເຮືອນເລກທີ 12 ຖະໜົນຮ່າງເລືອກ ແລ້ວກໍຈະບໍ່ຄ່ອຍມີຄົນຮູ້ຈັກກັນວ່າ ນີ້ແມ່ນ  Al Noor  ໂບດອິດສະຣາມ ແຫ່ງດຽວຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ ຢູ່ພາກເໜືອ ຫວຽດນາມໃນໄລຍະເວລາກວ່າ 100 ປີຜ່ານມາໂບດ Al Noor ຍາມໃດກໍແມ່ນບ່ອນອີງທາງດ້ານຈິດໃຈຂອງຜູ້ເຊື່ອຖືສາສະໜາອິດສະລາມຊາວ ຫວຽດນາມ ແລະ ຕ່າງປະເທດ ກໍຄືປະຊາຄົມຊາມຸດສະລິມ ຢູ່ ຫວຽດນາມ. 
ໂບດອິດ​ສະ​ລາມ Al Noor – ບ່ອນ​ອີງ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຄົມ​ຊາວ​ມຸດ​ສະ​ລິມ​ຢູ່​ໃຈ​ກາງ​ນະ​ຄອນຫຼວງ ຮ່າ​ໂນ້ຍ - ảnh 1 ໂບດ Al Noor  ຕັ້ງຢູ່ເຮືອນເລກທີ 12 ຖະໜົນຮ່າງເລືອກ

ໂບດ Al Noor ຫຼື ຍັງເອີ້ນວ່າ ໂບດແຫ່ງແສງສະຫວ່າງ ເພາະວ່າ ບັນດາກິດຈະກຳສະຖາປັດຕະຍາກຳຢູ່ໃນໂບດແຫ່ງນີ້ ລ້ວນແຕ່ໄດ້ທາສີຂາວ - ສີຂອງແສງສະຫວ່າງ. ໂບດ Al Noor ໄດ້ຮັບການກໍ່ສ້າງເມື່ອປີ 1885 ໂດຍບັນດາແມ່ຄ້າຊາວຂາຍ ອິນເດຍ ທີ່ດຳລົງຊີວິດຢູ່ ຫວຽດນາມ. ຮອດປີ 1890, ສະຖານທີ່ສັກສິດນີ້ກໍໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ. ໂບດ Al Noor ມີເນື້ອທີ່ກວ້າງປະມານ 700 ຕາແມັດ, ມີສະຖາປັດຕະຍາກຳ ແລະ ໄດ້ຮັບການຈັດປະດັບປະດາຄືກັນກັບໂບດອິດສະລາມ ແຫ່ງອື່ນໆໃນໂລກ, ເຖິງຢ່າງໃດກໍຕາມ, ທາດແຫຼມ, ຫຼັງຄາພຽງ, ປະຕູກົ່ງຂອງກິດຈະກຳແຫ່ງນີ້ ພັດມີຄວາມເປັນເອກະລັກສະເພາະຂອງສະຖາປັດຕະຍາກຳ ອິນເດຍ. ທ່ານດ່ວານຮົ່ງເກື່ອງ, ຮອງຄະນະຄຸ້ມຄອງໂບດ Al Noor - ເຊິ່ງເປັນຜູ້ທີ່ໄດ້ກຳເນີດ ແລະ ເຕີບໃຫຍ່ໃນຄອບຄົວຊາວມຸດສະລິມ ເຊື້ອຊາດ ປາກິດສະຖານ ຢູ່ ຮ່າໂນ້ຍ. ເພິ່ນໄດ້ສືບທອດອາຊີບຂອງພໍ່ມາເຝົ້າໂບດນັບແຕ່ຊຸມປີ 1945  ມາເຖິງປັດຈຸບັນ, ໃຫ້ຮູ້ວ່າ:

ໂບດທຸກແຫ່ງໃນໂລກ ລ້ວນແຕ່ແມ່ນຊາຍຄາຂອງພະເຈົ້າ ແລະ ແມ່ນບ່ອນທຳພິທີກຳຕ່າງໆ, ແມ່ນບ່ອນເຜີຍແຜ່ຄຳສັ່ງສອນຂອງພະເຈົ້າ, ຊ່ວຍເຍືອງທາງໃຫ້ແກ່ຄົນເຮົາເດີນຕາມເສັ້ນທາງທີ່ດີ”.

ໂບດອິດ​ສະ​ລາມ Al Noor – ບ່ອນ​ອີງ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຄົມ​ຊາວ​ມຸດ​ສະ​ລິມ​ຢູ່​ໃຈ​ກາງ​ນະ​ຄອນຫຼວງ ຮ່າ​ໂນ້ຍ - ảnh 2ທ່ານດ່ວານຮົ່ງເກື່ອງ, ຮອງຄະນະຄຸ້ມຄອງໂບດ Al Noor 
ໂບດ Al Noor ແມ່ນກິດຈະກຳທີ່ເກົ່າແກ່, ລຽບງ່າຍ ສະນັ້ນ ກໍມັກຫຼົງກັບເຮືອນຫຼັງອື່ນໆ, ແຕ່ຮອດມື້ວັນສຸກຂອງທຸກໆອາທິດ, ສະຖານທີ່ແຫ່ງນີ້ ພັດກາຍເປັນຈຸດນັດພົບທີ່ຂາດບໍ່ໄດ້ຂອງຊາວມຸດສະລິມ ອິນໂດເນເຊຍ ເວົ້າສະເພາະ ແລະ ປະຊາຄົມຊາວມຸດສະລິມ ຢູ່ນະຄອນຫຼວງຮ່າໂນ້ຍ ເວົ້າລວມ, ເພາະວ່າ ນີ້ແມ່ນວັນທຳພິທີກຳສຳຄັນ ໃນຊີວິດທາງດ້ານຈິດວິນຍານຂອງຜູ້ເຊື່ອຖືສາສະໜາ ອິດສະລາມ ຫຼື ຍັງເອີ້ນວ່າ “ວັນສຸກທີ່ສັກສິດ”. ສະນັ້ນ, ຮອດວັນສຸກຂອງທຸກໆອາທິດ, ເມື່ອກາຍຜ່ານຖະໜົນສາຍນີ້ ເຮົາຈະພົບເຫັນຮູບພາບຜູ້ຊາຍຊາວມຸດສະລິມໃນຊຸດອາພອນທີ່ເປັນມູນເຊື້ອ ຫຼື ນຸ່ງເຄື່ອງທີ່ສຸພາບຮຽບຮ້ອຍ ສ່ວນແມ່ຍິງນຸ່ງຊຸດຍາວ, ປົກປິດແຕ່ຫົວລົງຕີນ ພາກັນຫຼັ່ງໄຫຼມາໂບດ Al Noor ເພື່ອເຂົ້າຮ່ວມພິທີກຳ ແລະ ອະຖິຖານພາວະນາ. ເວລານີ້ ເຮົາຈຶ່ງເຫັນໄດ້ເຖິງຄວາມແຕກຕ່າງທີ່ເດັ່ນຊັດລະຫວ່າງໂບດ Al Noor ກັບເຮືອນຫຼັງອື່ນໆ.

ປີ 2011, ເພື່ອຕອບສະໜອງຕາມຄວາມຕ້ອງການຂອງຜູ້ເຊື່ອຖືສາສະໜາອິດສະລາມ ທີ່ມາເຂົ້າຮ່ວມກິດຈະກຳ ກໍຄືພິທີກຳຕ່າງໆຂອງສາສະໜາ ອິດສະລາມ ນັບມື້ນັບຫຼາຍ, ສະນັ້ນ ໂບດ Al Noor ໄດ້ສ້າງຕັ້ງຄະນະບໍລິຫານງານໂບດ Al Noor ຂຶ້ນຢ່າງເປັນທາງການ. ນອກຈາກເປັນບ່ອນດຳເນີນກິດຈະກຳທີ່ຈຳເປັນທາງສາສະໜາແລ້ວ, ສະຖານທີ່ແຫ່ງນີ້ ຍັງເປັນບ່ອນຈັດບັນດາການເຄື່ອນໄຫວອື່ນໆທີ່ມີຄວາມໝາຍຄວາມສຳຄັນໃນຊີວິດຄື ການຈົດທະບຽນສົມລົດໃຫ້ແກ່ຊາວ ຫວຽດນາມ ກັບ ຊາວມຸດສະລິມຕ່າງປະເທດ, ຈັດງານດອງ, ງານສົບອີກດ້ວຍ. ເພາະສະນັ້ນ, ໂບດອິດສະລາມ Al Noor ໄດ້ກາຍເປັນຊາຍຄາລວມ, ແມ່ນບ່ອນອີງທາງດ້ານຈິດໃຈຂອງຜູ້ເຊື່ອຖືສາສະໜາ ອິດສະລາມ ກວ່າ 500 ຄົນ, ລວມທັງເຈົ້າໜ້າທີ່ທາງການທູດ ແລະ ບັນດານັກທຸລກິດທີ່ມາຈາກ 20 ກວ່າປະເທດ ແລະ ສະມາຄົມຊາວ ຫວຽດນາມ ທີ່ເຊື່ອຖືສາສະໜາ ອິດສະລາມ ກວ່າ 100 ຄົນ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຮ່າໂນ້ຍ ກໍຄືບັນດາແຂວງອ້ອມຂ້າງອີກດ້ວຍ.

ໂບດ Al Noor ແມ່ນບ່ອນສັກສິດ, ແມ່ນບ່ອນພົບປະແລກປ່ຽນຂອງຜູ້ເຊື່ອຖືສາສະໜາ ອິດສະລາມ ທີ່ມາຈາກປະເທດຕ່າງໆ. ເຖິງວ່າ ເປັນຄົນຕ່າງຊາດ, ຕ່າງເຊື້ອຊາດຜິວພັນ ແຕ່ພວກຂ້າພະເຈົ້າຍັງມີຊາຍຄາລວມ ເພື່ອພ້ອມກັນອະຖິຖານພາວະນານຳກັນ. ແຕ່ວ່າ ປັດຈຸບັນນີ້, ໂລກລະບາດໂຄວິດ - 19 ແຜ່ບາດ, ສະນັ້ນ ພວກຂ້າພະເຈົ້າບໍ່ສາມາດມາໂບດແຫ່ງນີ້ໄດ້. ຂ້າພະເຈົ້າຫວັງວ່າ ໂລກບາດຈະຖືກຍູ້ຖອຍໄປໂດຍໄວ ເພື່ອໃຫ້ຂ້າພະເຈົ້າສາມາດພົບປະກັບໝູ່ເພື່ອນຢູ່ໂບດ Al Noor ແລະ ພ້ອມກັນອະຖິຖານພາວະນາຄືເມື່ອກ່ອນນີ້”.

ເມື່ອຂ້າພະເຈົ້າຮູ້ວ່າ ຢູ່ຮ່າໂນ້ຍ ມີໂບດ ອິດສະລາມ Al Noor, ຂ້າພະເຈົ້າດີໃຈຫຼາຍ, ພິເສດ ນີ້ຍັງແມ່ນໂບດອິດສະລາແຫ່ງໜຶ່ງດຽວຢູ່ ຮ່າໂນ້ຍ ອີກດ້ວຍ. ຢູ່ທີ່ນີ້, ຂ້າພະເຈົ້າສາມາດພົບປະ ແລະ ພາວະນາພ້ອມກັບຊາວມຸດສະລິມ ທີ່ມາຈາກປະເທອື່ນ ກໍຄື ຊາວ ອິນໂດເນເຊຍ ຄືກັນກັບຢູ່ປະເທດຂອງຕົນເລີຍ. ຄັ້ງທຳອິດທີ່ຂ້າພະເຈົ້າມາໂບດແຫ່ງນີ້, ຂ້າພະເຈົ້າເຫັນວ່າ ເມື່ອເບິ່ງຢູ່ທາງອອກ, ໂບດ Al Noor ເບິ່ງຄືວ່ານ້ອຍ ແຕ່ເຂົ້າໄປທາງໃນກໍສວຍງາມ, ສະອາດ, ມີເຂດກິນດື່ມກວ້າງສະບາຍ, ຫ້ອງເຮັດພິທີອະຖິຖານກໍສະອາດ, ເຢັນດີ ແລະ ສະບາຍ. ຂ້າພະເຈົ້າໄດ້ຮູ້ສຶກວ່າ ມີຄວາມສະຫງົບສຸກ ແລະ ສະບາຍໃຈ ເມື່ອມາອະຖິຖານຢູ່ແຫ່ງນີ້”.

130 ປີທີ່ຜ່ານພົ້ນໄປ, ນັບແຕ່ວັນໄດ້ຮັບການກໍ່ສ້າງຂຶ້ນມາຮອດປະຈຸບັນ,  ກໍມີບາງເທື່ອໂບດ Al Noor ຕ້ອງປິດປະຕູຍ້ອນສົງຄາມ ແຕ່ກໍບໍ່ເຄີຍຖືກລູກລະເບີດມ້າງທຳລາຍຈັກເທື່ອ. ໂບດ Al Noor ຍາມໃດກໍແມ່ນບ່ອນທີ່ສະຫງົບງຽບ, ແມ່ນບ່ອນນຳມາເຊິ່ງຄວາມສຸກຄວາມສະບາຍໃຈໃຫ້ແກ່ຜູ້ເຊື່ອຖືສາສະໜາ ອິດສະລາມ ບໍ່ວ່າຄົນໃດເມື່ອໄດ້ມາໂບດແຫ່ງນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ