ໂລໂກຫວຽດນາມ - ອິນໂດເນເຊຍ: ກຳປັ່ນມຸ່ງໄປສູ່ອະນາຄົດ


(vovworld)- ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ເມື່ອ​ເດືອນ 12 ປີ 1955. ນັບ​ແຕ່​ນັ້ນ​ມາ​ຮອດ​ປະ​ຈຸ​ບັນ, ສາຍ​ພົວ​ພັນ​ນີ້ ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ ແລະ ບັນ​ລຸ​ຜົນງານຕັ້ງ​ຫນ້າຫລາຍ​ຢ່າງ​. ປີ 2015, ສອງ​ປະ​ເທດ ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​​ເພື່ອສະ​ເຫລີມ​ສະ​ຫລອງ 60 ປີແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ສອງ​ຝ່າຍ, ເປີດ​ສາກເຫດ​ການນີ້​ແມ່ນ​ການ​ເສັງ​ອອກ​ແບບ ໂລ​ໂກ ​ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ.

ໂລໂກຫວຽດນາມ - ອິນໂດເນເຊຍ: ກຳປັ່ນມຸ່ງໄປສູ່ອະນາຄົດ - ảnh 1
ໂລໂກຫວຽດນາມ - ອິນໂດເນເຊຍ ແລະ ຜູ້​ອອກ​ແບບ
ພາບ:laodong.com.vn

        ນັບ​ແຕ່​ເດືອນ 8 ປີ 2014, ສະ​ຖານ​ທູດ ອິນ​ໂດ​ເນ​ເຊຍ ປະ​ຈຳ ຮ່າ​ໂນ້ຍ ໄດ້​ສົມ​ທົບ​ກັບ​ສະ​ຖານ​ກົງ​ສູນ​ໃຫຍ​່​ປະ​ເທດນີ້ ຢູ່ນະ​ຄອນໂຮ່​ຈິ​ມີນ, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳອິນ​ໂດ​ເນ​ເຊຍ ແລະ ໂຮງ​ຮຽນ​ວິ​ຈິດ​ສິນ ຮ່າ​ໂນ້ຍ ຈັດ​ຕັ້ງ​ການ​ເສັງ ອອກ​ແບບ ໂລ​ໂກ ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງ​ວັນ​ສ້າງ​ສາຍ​ພົວ​ພັນ​ສອງ​ຝ່າຍລະ​ຫວ່າງ​ສອງ​ປະ​ເທດ. ທ່ານ Dedi Cahyadi Irianto, ເລ​ຂາ​ທີ​ຫນຶ່ງສະ​ຖານ​ທູດອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ, ສະ​ມາ​ຊິກ​ຄະ​ນະ​ຈັດ​ຕັ້ງ​ການ​ເສັງ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຈັດ​ຕັ້ງ​ການ​ເສັງ​ນີ້ ດ້ວຍ​ຈຸດ​ປະ​ສົງ​​ເພື່ອຂ່ຳ​ນັບ​ຮັບ​ຕ້ອນ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດລະຫວ່າງ ອິນ​ໂດ​ເນ​ເຊຍ - ຫວຽດ​ນາມ. ໃນ​ປີ 2015, ພວກ​ຂ້າ​ພະ​ເຈົ້າ​ກຳ​ນົດ ຈະມີການ​ເຄື່ອນ​ໄຫວບາງຢ່າງຕ້ງ​ນຳ​ໃຊ້​ໂລ​ໂກສອງ​ປະ​ເທດ. ສະ​ນັ້ນ, ພວກ​ຂ້າ​ພະ​ເຈົ້າໄດ້​ແລກ​ປ່ຽນ​, ສ້າງ​ເງື່ອນ​ໄຂ​ເພື່ອໃຫ້​ລ​ຸ້ນ​ຫນຸ່ມ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ອອກ​ແບບ​ໂລ​ໂກ ແລະ ສົ່ງ​ເຖິງ​ຄະນະ​ຈັດ​ຕັ້ງ​ກາ​ນ​ເສັງ​​ໃນຄັ້ງນີ້.”

        ພາຍຫຼັງ 2 ເດືອນ​ແຫ່ງ​ການ​ປຸກລະດົມ​ການ​ເສັງ, ເຖິງວ່າ​ມາດ​ຖານ​ທັງ​ໝົດ​ກ່ຽວ​ກັບ​ຄວາມ​ໝາຍ, ຄວາມ​ງາມ, ການ​ປະ​ສານ​ສົມ​ທົບ​ຢ່າງ​ກົມ​ກຽວ​ລະ​ຫວ່າງ​ສີ​ສັນ​ວັດ​ທະ​ນະ​ທຳຂອງ​ສອງ​ປະ​ເທດບໍ່ແມ່ນສິ່ງ​ງ່າຍ​ດາຍກໍ່ຕາມ, ​ແຕ່ຄະ​ນະ​ຈັດ​ຕັ້ງ​ໄດ້​ຮັບ​ບົດ​ເສັງກວ່າ 40 ບົດ, ໃນ​ນັ້ນ, ສ່ວນ​ຫລາຍ​ແມ່ນ​ຂອງ​ບັນ​ດາ​ນັກ​ອອກ​ແບບ​ຫນຸ່ມຫວຽດ​ນາມ.. ສະ​ຫລຸບ​ການ​ເສັງ, ໂລ​ໂກ ​ຂອງເພື່ອນຫງວຽນ​ດືກ​ຕວານ, ອາ​ຍຸ 26 ປີ, ​ເຊື່​ງ​ແມ່ນ​ນັກ​ອອກ​ແບບ​ຂອງ ບໍ​ລິ​ສັດ Vietfair ຢູ່ ຮ່າ​ໂນ້ຍ ຍາດ​ໄດ້​ລາງວັນ​ຂອງການ​ເສັງ​. ໂລ​ໂກ​ຂອງ ອ້າຍ​ຕວານ ແມ່ນ​ຮູບ​ພາບ​ກຳ​ປັ່ນ​ສີ​ແດງ​ມີ​ສັນ​ຍາ​ລັກ​ລວມ​ຂອງ ອາ​ຊຽນ ພວມ​ກ້າວ​ເຂົ້າ​ສູ່​ອະ​ນາ​ຄົດ, ມີ 2 ເສົາ​ສະ​ເພົ​າແມ່ນ​ທຸງ​ຊາດ ຫວຽດ​ນາມ ແລະ ທ​ຸງ​ຊາດ ອິນ​ໂດ​ເນ​ເຊຍ. ບັນ​ດາ​ຮູບ​ພາບນັ້ນ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່​ຜູ້​ຊົມ​ທັງ​ໝົດ ແລະ ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ຈັດ​ຕັ້ງ​ຄື ທ່ານ Dedi Cahyadi Irianto.

        “ມີ​ຫລາຍ​ຄົນ​ເຂົ້າ​ຮ່ວມ​ການ​ເສັງ​ອອກ​ແບບ​ໂລ​ໂກ, ແຕ່​ໂລ​ໂກ​ຂອງ ອ້າຍ​ຕ​ວານ ໄດ້​ສົ່ງສານມີ​ຄວາມ​ໝາຍທີ່​ສຸດ​ສຳ​ລັບ​ພວກ​ຂ້າ​ພະ​ເຈົ້າ ເພາະ​ວ່າ ໂລ​ໂກນີ້ແມ່ນ​ກຳ​ປັ່ນ​ມີ 2 ສະ​ເພົາແມ່ນ​ທຸງ​ຊາດ​ຫວຽດ​ນາມ ແລະ ທຸງ​ຊາດ ອິນ​ໂດ​ເນ​ເຊຍ. ນອກນັ້ນ ໂລ​ໂກ ຍັງ​ມີ​ສັນ​ຍາ​ລັກຂອງ ອາ​ຊຽນ ແລະ ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ບໍ່​ພຽງ​ແຕ່​ມີ​ການ​ຮ່ວມ​ມື​ສອງ​ຝ່າຍ ລະ​ຫວ່າງ ອິນ​ໂດ​ເນ​ເຊຍ ແລະ ຫວຽດ​ນາມ​ເທົ່າ​ນັ້ນ ຫາກ​ພວກ​ເຮົາ​ຢາກ​ພ້ອມ​ກັນ​ກ້າວ​ໄປ​ເຖິງ​ພາຍ​ພາກ​ຫນ້າ, ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ “ພ້ອມ​ກັນ​ພັດ​ທະ​ນາ”, ພ້ອມ​ກັນ​ກ້າວ​ໄປ​ເຖິງ​ກຳ​ປັ່ນ​ຮ່ວມ ອາ​ຊຽນ”

        ແບ່ງ​ປັນ​ກ່ຽວ​ກັບ​ການ​ອອກ​ແບບ ໂລ​ໂກ ຂອງ​ຕົນ, ເພື່ອນ ຫງວຽນ​ດືກ​ຕວານ ໃຫ້​ຮູ້​ວ່າ: ອ້າຍ​ໄດ້​ຍາດ​ເວ​ລາ​ຫລາຍ​ສົມ​ຄວນ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ສອງ​ປະ​ເທດ ເພື່ອ​ສາ​ມາດ​ຍົກ​ອອກວິ​ທີ​ເໝາະ​ສົມ​ທີ່​ສຸດ. ເຖິງວ່າ ພາ​ຍຫ​ລັງ​ມີ​ແນວ​ຄວາມ​ຄິດ​ແລ້ວ​ກໍ​ຕາ​ມ ຕວານ​ໃຊ້​ເວ​ລາກວ່າ 2 ມື້ ເພື່ອ​ສຳ​ເລັດ​ຜະ​ລິດ​ຕະ​ພັນ​ຂອງ​ຕົນ.

        “ໂລ​ໂກ​ມີ​ບັນ​ດາ​ປັດ​ໄຈ ແລະ ຄວາມ​ໝາຍ​ທີ່​ຈຳ​ເປັນຢ່າງ​ຄົບ​ຖ້ວນ. ທຳ​ອິດນ້ອງ​ຄິດ​ເຖິງ​ບັນ​ດາ​ຈຸດ​ຄ້າຍ​ຄື​ກັນ​ຂອງ​ສອງປະ​ເທດ. ອິນ​ໂດ​ເນ​ເຊຍ ແມ່ນ​ປະ​ເທດ​ມີ​ເກາະ​ນັບໆ​ໝື່​ນ​ແຫ່ງ ແລະ ມີ​ແຄມ​ທະ​ເລ​ຍາວ​ຢຽດ ແລະ ຫວຽດ​ນາມ ກໍ​ເຊັ່ນ​ດຽ​ວ​ກັນ. ຈາກນັ້ນ ນ້ອງ​ຄິດ​ເຖິງ​ຮູບ​ພາບ​ກຳ​ປັ່ນ​ເປັນ​ຕົ້ນ. ກຳ​ປັ່ນ​ນັ້ນ ຈະ​ແມ່ນ​ກຳ​ປັ່ນ​ຂອງ ອາ​ຊຽນ ແຕ່ມີຈຸດ​ສະ​ເພາະນັ້ນ​ແມ່ນ​ທຸງ​ຊາດ​ຂອງ​ສອງ​ປະ​ເທດ ອິນ​ໂດ​ເນ​ເຊຍ ແລະ ຫວຽດ​ນາມ. ຮູບ​ພາບດອກ​ຕະ​ເວັນ​ເບື້ອງ​ຫລັງ​ແມ່ນ​ສະ​ແດງ​ໃຫ້​ເຫັນ​​ສັນ​ຍາ​ລັກໃຫ້​ແກ່​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ ແລະ ມີ​ຄວາມ​ໝາຍ​ສັກ​ກະ​ລະ​ບູ​ຊາ.”

        ມີ​ຮູບ​ພາບ​ພົ້ນ​ເດັ່ນ​ແລະ ສ້າງຄວາມປະ​ທັບ​ໃຈ​ຫລາຍ​ຢ່າງ, ແຕ່​ເຖິງ​ຢ່​າງ​ໃດ​ກໍ​ຕາມ, ຜູ້​ຊົມ​ພຽງ​ຮູ້​ສຶກ​ຄວາມ​ໝາຍ​ເລິກ​ເຊິ່ງ​ຂອງໂລ​ໂກນີ້ ​ພາຍ​ຫລັງ​ການ​ອະ​ທິ​ບາຍ​ຂອງ ຕວານ ແລະ ຄຳ​ແນະ​ນຳ​ຂອງ​ຄະ​ນະ​ຈັດ​ຕັ້ງ. ໂລ​ໂກ​ຂອງ ຕວານ ຈະ​ຕິດ​ພັນ​​ກັບທຸກ​ເຫດ​ການ​ການ​ເມືອງ, ການ​ທູດ, ວັ​ດ​ທະ​ນະ​ທຳ, ການ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ໃນ​ປີນີ້ ຄື​ດັ່​ງ​ຄຳ​ເວົ້າ​ຂອງ​ທ່ານ Mayerfas, ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ.

        “ສຳ​ລັບ ໂລ​ໂກ ນີ້, ພວກ​ຂ້າ​ພະ​ເຈົ້າ​ຖື​ວ່າ ທຸກ​ການ​ເຄື່ອນ​ໄຫວ​ສະ​ເຫລີມ​ສະ​ຫລອງ​ລະ​ຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ ລ້ອນແຕ່ຕິດກັບໂລ​ໂກ​ດັ່ງ​ກ່າວ. ຄວາມ​ໝາຍ​ຂອງ​ໂລ​ໂກນີ້ນັ້ນແມ່ນ ພວກ​ເຮົາ​ຈະ​ຮ່ວມ​ມື​ນຳ​ກັນ, ກາຍ​ເປັນ​ຄູ່​ຮ່ວມ​ມື​ຂອງ​ກັນ​ເພື່ອ​ພ້ອມ​ກັນ​ບັນ​ລຸ​ບັນ​ດາ​ຄາດໝາຍ​ຂອງ​ສອງ​ປະ​ເທດ​ພວກ​ເຮົາ​ໃນ​ທຸກ​ຂົງ​ເຂດ ເພື່ອ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ.”

ໂລໂກຫວຽດນາມ - ອິນໂດເນເຊຍ: ກຳປັ່ນມຸ່ງໄປສູ່ອະນາຄົດ - ảnh 2
ທ່ານMayerfas, ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ
 ປະ​ຈຳ​ຫວຽດ​ນາມ
ພາບ:dangcongsan.vn

        ດ້ວຍ​ພົນ​ລະ​ເມືອງ​ປະ​ມານ 350 ລ້ານ​ຄົນ, ກວມ​ກວ່າ 50% ຍອດ​ຈຳ​ນວນ​ພົນ​ລະ​ເມືອງ ອາ​ຊຽນ, ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ພາກ​ພື້ນ. ດ້ວຍສະ​ຖຽນ​ລະ​ພາບ​ດ້ານ​ເສດ​ຖະ​ກິດ, ການ​ເມືອງ, ສັງ​ຄົມນັ້ນ. ​ອິນ​ໂດ​ເນ​ເຊຍ ​ແລະ ຫວຽດ​ນາມ ແມ່ນ​ປະ​ເທດ​ພວມ​ພົ້ນ​ເດັ່ນ​ຂຶ້ນ​ຄື​ສູນ​ການ​ຄ້າ, ການ​ລົງ​ທຶນ​ຂອງ​ທັງ​ພາກ​ພື້ນ ສິ່ງດັ່ງກ່າວຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ສອງ​ປະ​ເທດ​ຫຍັບ​ມໍ່​ໃກ້​ກັນ​ກວ່າ, ພິ​ເສດ ເມື່ອ​ປະ​ຊາ​ຄົມ​ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ທ້າຍ​ປີນີ້. ນັ້ນ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄວາມມ​ຸ່ງ​ມາດ​ປາດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​, ຄືດັ່ງບັນ​ດາ​ສິ່ງ​​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຜ່ານ​ຮູບ​ໂລ​ໂກ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງການທູດສອງ​ຝ່າຍລະຫວ່າງ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ