ໂຮງ​ຮຽນ​ປະ​ຖົມມິດ​ຕະ​ພາບ​ບ່າ​ເຣັ້ຍ Kampongthom – ສະ​ຖານ​ທີ່ປະ​ກາຍ​ແຈ້ງເຕັມ​ໄປ​ດ້ວຍ​ລັກ​ສະ​ນະ​ມະ​ນຸດ​ສະ​ທຳ​ໃນ​ກາງ​ປ່າ​ຢາງ​ພາ​ລາ​ຢູ່​ປະ​ເທດ​ກຳ​ປູ​ເຈຍ

(VOVWORLD) - ຫລັງຄາສີແດງຂອງໂຮງຮຽນປະຖົມມິດຕະພາບບ່າເຣັ້ຍ Kampongthom –  ຕັ້ງຢູ່ກາງປ່າຢາງພາລາທີ່ຂຽວສົດງົດງາມ ຊື່ງແມ່ນ “ສະຖານທີທີ່ພົ້ນເດັ່ນ” ຢູ່ເຂດໂຄງການປູກຢ່າງພາລາຂອງຫວຽດນາມ ຢູ່ປະເທດກຳປູເຈຍ. ເດັກນ້ອຍນັບຮ້ອຍຄົນແມ່ນລູກຫຼານຂອງກຳມະກອນ ຫຼືຊາວກຳປູເຈຍ ຢູ່ເຂດໂຄງການນີ້ ພວມແມ່ນເຈົ້າຂອງຂອງບັນດາຫ້ອງຮຽນທີ່ໂຫຍ່ໂຕ, ສວຍງາມ ແລະ ມີເຄື່ອງອຸປະກອນການຮຽນ, ການສອນຢ່າງຄົບຖ້ວນ. ນັກຮຽນກຳປູເຈຍ ເຄີຍເອີ້ນວ່ານີ້ແມ່ນ “ໂຮງຮຽນແຫ່ງຄວາມມ່ວນຊື່ນ” ແລະ ແມ່ນ 1 ໃນບັນດາສັນຍາລັກຂອງນ້ຳໃຈມິດຕະພາບລະຫວ່າງຫວຽດນາມ-ກຳປູເຈຍ.
ໂຮງ​ຮຽນ​ປະ​ຖົມມິດ​ຕະ​ພາບ​ບ່າ​ເຣັ້ຍ Kampongthom –  ສະ​ຖານ​ທີ່ປະ​ກາຍ​ແຈ້ງເຕັມ​ໄປ​ດ້ວຍ​ລັກ​ສະ​ນະ​ມະ​ນຸດ​ສະ​ທຳ​ໃນ​ກາງ​ປ່າ​ຢາງ​ພາ​ລາ​ຢູ່​ປະ​ເທດ​ກຳ​ປູ​ເຈຍ - ảnh 1 ພາບ:tapchicaosu.vn

    ໂຮງຮຽນປະຖົມມິດຕະພາບບ່າເຣັ້ຍ Kampongthom ໄດ້ຮັບການກໍ່ສ້າງຂຶ້ນໃນປີ 2016 ຢູ່ແຂວງ KampongThom (ປະເທດກຳປູເຈຍ) ດ້ວຍຍອດຈຳນວນເງິນລົງທຶນເກືອບ 50.000 USD. ໂຮງຮຽນດັ່ງກ່າວມີນັກຮຽນທັງໝົດ 186 ຄົນ, ໄດ້ຖືກກໍ່ສ້າງໃນກາງປ່າຢາງພາລາດ້ວຍເນື້ອທີ່ປະມານ 9.514 ha, ຊື່ງມີຈຸດໝາຍແມ່ນສ້າງເງື່ອນໄຂໃຫ້ແກ່ບັນດາລູກຫຼານຂອງກຳມະກອນ, ຜູ້ອອກແຮງງານຊາວກຳປູເຈຍ ທີ່ເຮັດວຽກຢູ່ປ່າປູກຢາງພາລາ ຂອງບໍລິສັດຫຸ້ນສ່ວນຢາງພາລາ ບ່າເຣັ້ຍ Kampongthom ສາມາດໄດ້ໄປຮ່ຳຮຽນ ພ້ອມທັງເຮັດໃຫ້ກຳມະກອນຢູ່ທີ່ນີ້ ມີຄວາມອຸ່ນອ່ຽນໃຈເຮັດວຽກ, ໄດ້ຊົມໃຊ້ສະຫວັດດີການສັງຄົມກໍ່ຄືຄວາມຕ້ອງການໃນການດຳເນີນຊີວິດທີ່ຈຳເປັນໂດຍບໍລິສັດນຳມາໃຫ້. ທ່ານ ຝຸ່ງເທມິນ, ຜູ້ອຳນວຍການໃຫ່ຍ ບໍລິສັດຫຸ້ນສ່ວນຢາງພາລາ ບ່າເຣັ້ຍ Kampongthom ໃຫ້ຮູ້ວ່າ:

    ຖັນແຖວຄູອາຈານມີ 7 ຄົນ ຊື່ງລ້ວນແຕ່ມີຄວາມຕັ້ງໜ້າ. ໂດຍໄດ້ຮັບການລະດົມກຳລັງໃຈ ແລະ ໜູນຊ່ວຍຈາກບໍລິສັດ, ເຂົາເຈົ້າໄດ້ສິດສອນເປັນຢ່າງດີ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພໍ່ແມ່ນັກຮຽນ. ນອກຈາກນັ້ນພວກຂ້າພະເຈົ້າກໍ່ຮັບສົ່ງນັກຮຽນໄປໂຮງຮຽນ ເພື່ອໃຫ້ພໍ່ແມ່ອຸ່ນອຸ່ຽນໃຈເຮັດວຽກ.

ໂຮງ​ຮຽນ​ປະ​ຖົມມິດ​ຕະ​ພາບ​ບ່າ​ເຣັ້ຍ Kampongthom –  ສະ​ຖານ​ທີ່ປະ​ກາຍ​ແຈ້ງເຕັມ​ໄປ​ດ້ວຍ​ລັກ​ສະ​ນະ​ມະ​ນຸດ​ສະ​ທຳ​ໃນ​ກາງ​ປ່າ​ຢາງ​ພາ​ລາ​ຢູ່​ປະ​ເທດ​ກຳ​ປູ​ເຈຍ - ảnh 2  ພາບ:tapchicaosu.vn

    ຫ້ອງຮຽນຂອງນັກຮຽນນ້ອຍກ່ວາໝູ່ໃນໂຮງຮຽນ ແມ່ນທັງໄດ້ຮຽນທັງໄດ້ຫຼີ້ນ. ຫ້ອງທີ່ນັກຮຽນມັກທີ່ສຸດໃນໂຮງຮຽນຂອງຕົນ ນັ້ນແມ່ນຫໍສະມຸດທີ່ເຕັມໄປດ້ວຍປຶ້ມ, ຮູບພາບ, ຮູບແຕ້ມຕ່າງໆ… ມີນັກຮຽນນ້ອງນ້ອຍໃນໂຮງຮຽນປະຖົມມິດຕະພາບບ່າເຣັ້ຍ Kampongthom ມີຄວາມໄຝ່ຝັນວ່າ ຈະມີໂຮງຮຽນມັດທະຍົມຕອນຕົ້ນຕື່ມອີກຫຼັງໜຶ່ງຢູ່ຂ້າງໂຮງຮຽນແຫ່ງນີ້ ເພື່ອບໍ່ຕ້ອງລາອອກຈາກໂຮງຮຽນທີ່ໂຫ່ຍໂຕ ແລະ ສວຍງາມແຫ່ງນີ້. ທ່ານ ຝຸ່ງເທມິນ, ຜູ້ອຳນວຍການໃຫ່ຍ ບໍລິສັດຫຸ້ນສ່ວນຢາງພາລາ ບ່າເຣັ້ຍ Kampongthom ແບ່ງປັນຕື່ມອີກວ່າ:

   ຄາດວ່າ ພວກຂ້າພະເຈົ້າຈະກໍ່ສ້າງໂຮງຮຽນອະນຸບານຕື່ມອີກສອງແຫ່ງຢູ່ 2 ຫົວໜ່ວຍ. ພະແນກສຶກສາ Kampong Thom ໄດ້ອອກໜັງສືອະນຸຍາດແລ້ວ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະບຳລຸງສ້າງຖັນແຖວພະນັກງານ, ຄູສອນອະນຸບານຢູ່ໂຮງຮຽນສອງແຫ່ງນີ້. ພະແນກສຶກສາກໍ່ໄດ້ສ້າງແຜນການໃນສົກຮຽນ 2020-2010 ຈະມີໂຮງຮຽນມັດທະຍົມຕອນຕົ້ນຫຼັງໜຶ່ງ. ນີ້ແມ່ນໝາກຜົນຂອງຄວາມມານະພະຍາຍາມໃນການປະກອບສ່ວນຂອງກຳມະກອນ ກໍ່ຄືຄວາມເອົາໃຈໃສ່ຂອງອຳນາດການປົກຄອງທ້ອງຖິ່ນ.

  ເຖິງວ່າ ໂຮງຮຽນປະຖົມມິດຕະພາບບ່າເຣັ້ຍ Kampongthom ແມ່ນໂຮງຮຽນເຂດຫ່າງໄກສອກຫຼີກກໍ່ຕາມ ແຕ່ຄຸນນະພາບຂອງນັກຮຽນກໍ່ບໍ່ທໍ້ຖອຍກັບແຫ່ງອື່ນໆ, ອັດຕາສ່ວນນັກຮຽນຂຶ້ນຫ້ອງແມ່ນສູງ. ເອື້ອຍຄູ Chey Piek ຄູສອນຢູ່ ໂຮງຮຽນປະຖົມມິດຕະພາບບ່າເຣັ້ຍ Kampongthom ແບ່ງປັນວ່າ:

   ອານຈານ ແລະ ນັກຮຽນພວກຂ້າພະເຈົ້າ ມີຄວາມສຸກທີ່ສຸດ ເມື່ອໄດ້ຮຽນ ແລະ ສອນຢູ່ໂຮງຮຽນແຫ່ງນີ້. ພວກນ້ອງໄດ້ຮັບຄວາມເອົາໃຈໃສ່ດີທີ່ສຸດ. ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນ ຕໍ່ຜູ້ອຳນວຍການບໍລິສັດ ທີ່ໄດ້ສະຫງວນອາລົມຈິດຄວາມຮັກແພງ ແລະ ຄວາມເອົາໃຈໃສ່ພິເສດ ໃຫ້ແກ່ອະນາຄົດຂອງເຂດດິນແດນແຫ່ງນີ້. ມີນັກຮຽນຂອງຂ້າພະເຈົ້າໄຝ່ຝັນວ່າ ໃນອະນາຄົດຈະເປັນອາຈານສອນ ເພື່ອກັບມາສອນໃຫ້ພວກນ້ອງນ້ອຍໃນໂຮງຮຽນແຫ່ງນີ້ຂອງບ້ານເກີດເມືອງນອນ.

   ບັນດາພະນັກງານ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນຢາງພາລາ ບ່າເຣັ້ຍ Kampongthom, ແລະ ອົງການມີໜ້າທີ່ຮັບຜິດຊອບທ້ອງຖິ່ນຢູ່ກຳປູເຈຍ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະ ພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອກໍ່ສ້າງໂຮງຮຽນແຫ່ງໜຶ່ງທີ່ໂຫ່ຍໂຕ, ສວຍງາມ ແລະ ປະກອບມີບັນດາເງື່ອນໄຂດ້ານວັດຖຸຢ່າງຄົບຖ້ວນໃຫ້ແກ່ບັນດານັກຮຽນ. ທ່ານຫວູ້ກວາງມິນ ເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ໃຫ້ຮູ້ວ່າ:

  ອຳນາດການປົກຄອງທ້ອງຖີ່ນກຳປູເຈຍ ຕີລາຄາສູງຕໍ່ບັນດາການປະກອບສ່ວນຂອງ ບໍລິສັດຫຸ້ນສ່ວນຢາງພາລາ ບ່າເຣັ້ຍ Kampongthom ພິເສດ ແມ່ນຄວາມຮັບຜິດຊອບສັງຄົມຂອງບໍລິສັດຢູ່ບໍລິເວນນີ້. ໂຄງການພັດທະນາດີທີ່ສຸດ ແລະ ບັນລຸຜົນສຳເລັດຢ່າງຈົບງາມ. ທາງບໍລິສັດໄດ້ຮັບປະກັນທາງດ້ານຜົນປະໂຫຍດ, ວັດຖຸ, ຈິດໃຈ, ໄດ້ກໍ່ສ້າງໂຮງຮຽນ, ບ່ອນກິນຢູ່ ແລະ ການບໍລິການເອົາໃຈໃສ່ເບີ່ງແຍງສຸຂະພາບໃຫ້ແກ່ກຳມະກອນຢູ່ທີ່ນີ້.

     ປະຈຸບັນ, ເກືອບຄືວ່າ ໂຮງຮຽນປະຖົມມິດຕະພາບບ່າເຣັ້ຍ Kampongthom ໄດ້ກາຍເປັນ “ສູນກໍ່ສ້າງ”   ຂອງລູກຫຼານກຳມະກອນ ຜູ້ອອກແຮງງານຢູ່ທີ່ນີ້ກ່ວາ 1000 ຄົນ. ສະຖານທີ່ແຫ່ງນີ້ໄດ້ກາຍເປັນສະຖານທີ່ປະກາຍແຈ້ງທີ່ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ, ບໍ່ພຽງແຕ່ໄດ້ຊ່ວຍນັກຮຽນ ແລະ ຄູອາຈານຂອງໂຮງຮຽນ ປະຕິບັດສຳເລັດບັນດາເປົ້າໝາຍ ທີ່ຂະແໜງສຶກສາໄດ້ວາງອອກເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ກໍ່ສ້າງພວກນ້ອງນັກຮຽນ ກາຍເປັນລຸ້ນພະນັກງານສືບທອດຂອງບໍລິສັດຢູ່ເຂດຊົນນະບົດແຫ່ງນີ້ອີກດ້ວຍ. ຍິ່ງໄປກ່ວານັ້ນອີກ, ສາຍພົວພັນທີ່ໃກ້ຊິດສະໜິດສະໜົມລະຫວ່າງເຈົ້າຂອງລົງທຶນ ແລະ ຜູ້ອອກແຮງງານ ໄດ້ເປັນຄວາມສະໜິດຕິດພັນຢ່າງແທ້ຈິງ ໃນນ້ຳໃຈມິດຕະພາບລະຫວ່າງຫວຽດນາມ ແລະ ກຳປູເຈຍ ຢູ່ເຂດດິນແດນ KampongThom./.

ຕອບກັບ

ຂ່າວ/ບົດ​ອື່ນ