ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ-ຫວຽດນາມ: ສະຖານທີ່ສ້າງຄວາມໄຝ່ຝັນໃຫ້ພວກນ້ອງນັກຮຽນ

(VOVWORLD) -ການສອນພາສາຫວຽດຢູ່ລາວ ຍັງໄດ້ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນພື້ນຖານແຫ່ງນ້ຳໃຈມິດຕະພາບລະຫວ່າງຫວຽດນາມ-ລາວ

   ໂດຍຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ, ປະເທດລາວ ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ-ຫວຽດນາມ ແມ່ນສັນຍາລັກອັນສູງສົ່ງແຫ່ງນ້ຳໃຈມິດຕະພາບລະຫວ່າງສອງປະເທດ. ນອກຈາກປະຕິບັດໜ້າທີ່ສຶກສາບຳລຸງສ້າງ, ໂຮງຮຽນແຫ່ງນີ້ ຍັງແມ່ນສະຖານທີ່ແລກປ່ຽນວັດທະນະທຳ, ຮັກສາ ແລະ ເສີມຂະຫຍາຍພາສາຫວຽດ ເພື່ອສ້າງຄວາມໄຝ່ຝັນຂອງນັກຮຽນລຸ້ນຕ່າງໆຢູ່ປະເທດລ້ານຊ້າງ.

ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ-ຫວຽດນາມ: ສະຖານທີ່ສ້າງຄວາມໄຝ່ຝັນໃຫ້ພວກນ້ອງນັກຮຽນ - ảnh 1(ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ-ຫວຽດນາມ)

ໂຮງຮຽນ ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ-ຫວຽດນາມ ໄດ້ຮັບການເລີ່ມລົງມືກໍ່ສ້າງໃນວັນທີ 19 ພຶດສະພາປີ 2008. ນັບແຕ່ວັນສ້າງຕັ້ງຂຶ້ນ, ນັກຮຽນແຕ່ ມໍ 1 ຮອດ ມໍ 6 ໄດ້ຮຽນພາສາຫວຽດເປັນເວລາ 2 ຊົ່ວໂມງຮຽນໃນອາທິດ. ໃນ 10 ປີຜ່ານມາ, ໃນຫຼັກສູດການຮຽນ ກໍ່ຄືບັນດາການເຄື່ອນໄຫວຂອງໂຮງຮຽນ, ພາສາຫວຽດ ແມ່ນພາກສ່ວນທີ່ຂາດບໍ່ໄດ້. ນ້ອງ ວິໄລວອນ, ນັກຮຽນຫ້ອງ ມໍ 2/4 ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ-ຫວຽດນາມ ຊຶ່ງມີແມ່ເປັນຄົນເຊື້ອຊາດຫວຽດນາມ, ພໍ່ເປັນຄົນລາວ, ນັບແຕ່ຄາວຍັງນ້ອຍ, ແມ່ນ້ອງໄດ້ສອນພາສາຫວຽດ ແລະ ເລົ່າສູ່ນ້ອງຟັງບັນດາເລື່ອງລາວກ່ຽວກັບປະເທດຊາດຫວຽດນາມ ທີ່ສວຍງາມ, ຍ້ອນເຫດນັ້ນ ນ້ອງຍິ່ງມີຄວາມຮັກຕໍ່ບ້ານເກີດເມືອງນອນ, ກົກເຄົ້າຂອງຕົນ. ນ້ອງ ວິໄລວອນ ແບ່ງປັນວ່າ:

ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ-ຫວຽດນາມ: ສະຖານທີ່ສ້າງຄວາມໄຝ່ຝັນໃຫ້ພວກນ້ອງນັກຮຽນ - ảnh 2(ນ້ອງ ວິໄລວອນ, ນັກຮຽນຫ້ອງ ມໍ 2/4)

(ສຽງ ວິໄລວອນ)

  ໃນການສອນພາສາຫວຽດ, ບັນດາຄູອາຈານຢູ່ໂຮງຮຽນນີ້ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ໃນນັ້ນ ສ່ວນຫຼາຍແມ່ນບໍ່ເຂົ້າໃຈພາສາຂອງກັນ ແຕ່ດ້ວຍຄວາມເມົາມົວຕໍ່ການສອນ, ເຂົາເຈົ້າກໍ່ໄດ້ພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວ. ເອື້ອຍຄູ ຫງວຽນທິມາຍເຫັ້ວ, ຄູສອນພາສາຫວຽດຢູ່ໂຮງຮຽນແບ່ງປັນວ່າ: ຕອນທຳອິດມາລາວ ກໍ່ປະສົບກັບຄວາມຫຸຍ້ງຍາກທີ່ສຸດ, ພ້ອມກັບການຮຽນພາສາລາວ, ເອື້ອຍຄູເອງຍັງຕ້ອງຊອກຮູ້ວັດທະນະທຳທີ່ເປັນມູນເຊື້ອຂອງລາວ ເພື່ອສາມາດມີວິທີສຳຜັດ ແລະ ສອນທີ່ດີກ່ວາ:

ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ-ຫວຽດນາມ: ສະຖານທີ່ສ້າງຄວາມໄຝ່ຝັນໃຫ້ພວກນ້ອງນັກຮຽນ - ảnh 3(ເອື້ອຍຄູ ຫງວຽນທິມາຍເຫັ້ວ, ຄູສອນພາສາຫວຽດຢູ່ໂຮງຮຽນ)

ນັກຮຽນມັກຮຽນພາສາຫວຽດທີ່ສຸດ. ຂ້າພະເຈົ້າດີໃຈຫຼາຍ ເມື່ອສາມາດສອນພາສາຫວຽດໃຫ້ນັກຮຽນລາວ, ຊ່ວຍພວກນ້ອງເຂົ້າໃຈກ່ຽວກັບປະເທດຊາດ, ຊາວຫວຽດນາມ ແລະ ຮີດຄອງປະເພນີຂອງຫວຽດນາມ. ແຕ່ຍ້ອນບໍ່ເຂົ້າໃຈພາສາຂອງກັນ ພວກນ້ອງຕ້ອງເສຍເວລາຫຼາຍກ່ວາການຮຽນພາສາອື່ນໆທີ່ເຄີຍຮຽນມາແລ້ວ. ຂ້າພະເຈົ້າຫວັງວ່າ, ພວກນ້ອງນັກຮຽນຈະອ່ານໄດ້ຂຽນເປັນ, ພົວພັນກັບຄົນຫວຽດເປັນຢ່າງດີ ເພື່ອຈະສາມາດໄປຮຽນຢູ່ຫວຽດນາມ ໃນອະນາຄົດ.

   ເມື່ອຮຽນຈົບຈາກໂຮງຮຽນຮຽນແຫ່ງນີ້, ມີນັກຮຽນຫຼາຍຄົນສືບຕໍ່ໄດ້ຮັບທຶນສຶກສາໄປຮ່ຳຮຽນ ແລະ ຄົ້ນຄ້ວາຢູ່ຫວຽດນາມ ເພື່ອສາມາດອຸທິດສ່ວນໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ກໍ່ມີນັກຮຽນຫຼາຍຄົນມີຄວາມເມົາມົວ ແລະ ຢາກຊອກຮູ້, ຄົ້ນຄ້ວາເລິກກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມ. ສິ່ງດັ່ງກ່າວໄດ້ປະກອບສ່ວນເພີ່ມພູນຄູນສ້າງ ໃຫ້ແກ່ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອຂອງປະຊາຊົນສອງປະເທດຫວຽດນາມ ແລະ ລາວ. ອາຈານ ດອນແກ້ມີໄຊ ຜູ້ອຳນວຍການໂຮງຮຽນມັດທະຍົມສົມບຸນມິດຕະພາບລາວ-ຫວຽດນາມ ເວົ້າວ່າ:

ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ-ຫວຽດນາມ: ສະຖານທີ່ສ້າງຄວາມໄຝ່ຝັນໃຫ້ພວກນ້ອງນັກຮຽນ - ảnh 4 (ອາຈານ ດອນແກ້ມີໄຊ)

(ສຽງອາຈານ ດອນແກ້ມີໄຊ)

  ນັກຮຽນຢູ່ປະເທດລ້ານຊ້າງ ໄດ້ ແລະ ພວມສຳຜັດກັບພາສາຫວຽດ ນັບມື້ນັບຫຼາຍ. ບໍ່ພຽງແຕ່ແມ່ນຄວາມເມົາມົວ ແລະ ຄວາມມຸ່ງຫວັງເທົ່ານັ້ນ, ພາສາຫວຽດຍັງແມ່ນລູກກຸນແຈຊ່ວຍໃຫ້ນັກຮຽນລາວ ປະສົບຜົນສຳເລັດໃນການດຳລົງຢູ່ອີກດ້ວຍ. ຍິ່ງໄປກ່ວານັ້ນອີກ, ການສອນພາສາຫວຽດຢູ່ລາວ ຍັງໄດ້ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນພື້ນຖານແຫ່ງນ້ຳໃຈມິດຕະພາບລະຫວ່າງຫວຽດນາມ-ລາວ ໂດຍລຸ້ນຕ່າງໆໄດ້ເພີ່ມພູນຄູນສ້າງ ແລະ ບັນດາລຸ້ນປະຈຸບັນ ກໍ່ມີຄວາມຮັບຜິດຊອບສືບທອດໄປຕໍ່ໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ