ໄຂງານວາງສະແດງເຄື່ອງຕຳແຜ່ນຕັດຫຍິບ ອາຊຽນ ຢູ່ ກຳປູເຈຍ

(vovworld) - ຕອນ​ຄຳ່​ວັນ​ທີ 29/8, ງານ​ວາງສະ​ແດງ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ        ອາ​ຊຽນ ປີ 2012 ຖືກ​ໄຂ​ຂຶ້ນ​ຢູ່​ນະຄອນ ຊຽມຣຽບ ປະ​ເທດ​ກຳປູ​ເຈຍ. ງານ​ວາງສະ​ແດງ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ ອາ​ຊຽນ ປີ 2012 ຖືກ​ຈັດ​ຂຶ້ນ ​ເພື່ອ​ຊຸກຍູ້ ​ແລະ ​ເປີດ​ກວ້າງ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ລະຫວ່າງ ວິ​ສາ​ຫະກິດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ກໍ​ຄື ກັບ​ວິ​ສາ​ຫະກິດຂອງບັນດາ​ປະ​ເທດຄູ່​ຮ່ວມ​ມື ​ຄູ່​ເຈລະຈາ ຂອງ​ອາ​ຊຽນ. ງານ​ວາງສະ​ແດງ​ເຄື່ອງ​ຕຳ​​ແຜ່ນ​ຕັດ​ຫຍິບ​ດັ່ງກ່າວ​ຈະ​ເປີດ​​ກາລະ​ໂອກາດ​ ​ຊ່ວຍ​ບັນດາ​ບໍ​ລິ​ສັດ​ຜະລິດ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ແລກປ່ຽນ​ຂໍ້​ລິ​ເລີ່​ມ ​ແລະ ຊອກ​ຫາ​ຄູ່​ຮ່ວມ​ມື. ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ວາງສະ​ແດງ​​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ ອາ​ຊຽນ ປີ 2012  ມີ ລັດຖະມົນຕີ 10 ທ່ານ ຮັບຜິດຊອບ​ດ້ານ​ເສດຖະກິດ​ຂອງ 10 ປະ​ເທ​ດສະມາຊິກ ອາ​ຊຽນ ພ້ອມ​ກັບ​ລັດຖະມົນຕີ​ການ​ຄ້າ​ຈີນ, ລັດຖະມົນຕີ​​​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ ຍີ່​ປຸ່ນ ​ແລະ ລັດຖະມົນຕີ​​ການ​ຄ້າ ສ​ເກົາຫລີ.

ຂ່າວ/ບົດ​ອື່ນ