ໄຂລາຍການທ່ອງທ່ຽວ ກັບຄືນເມືອກົກເຄົ້າເຫງົ້າກໍ ແລະ ເຊີດຊູຂັບຊວານ ຟູທໍ້

ໄຂລາຍການທ່ອງທ່ຽວ   ກັບຄືນເມືອກົກເຄົ້າເຫງົ້າກໍ   ແລະ ເຊີດຊູຂັບຊວານ ຟູທໍ້ - ảnh 1
ລາຍການສະແດງຂັບຊວານໃນພິທີໄຂລາຍການທ່ອງທ່ຽວກັບຄືນເມືອກົກເຄົ້າເຫງົ້າກໍ
ພາບ:dantri.com.vn

(vovworld) - ​ ​ພິທີ​ໄຂ ລາຍການ​ທ່ອງ​ທ່ຽວ​ກັບ​ຄືນ​ເມືອ​ກົກ​​ເຄົ້າ​ເຫງົ້າ​ກໍ ​ແລະ ​ເຊີດ​ຊູ​ຂັບ​ຊວານ ຟູ​ທໍ້ ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ຄຳ່​ວັນ​ທີ 18/2 ຢູ່ ນະຄອນ ຫວຽດຈີ່ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ແຂວງ ຟູ​ທໍ້​ນັບ​ພັນ​ຄົນ. ກ່າວ​ຄຳ​ເຫັນ​​ໄຂ​ພິທີ, ທ່ານ ຫງວຽນ​ທ້ຽນ​ເຍີນ ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາ​ມມານະ​ພະຍາຍາມ​ຂອງ​ການ​ນຳ​ແຂວງ ຟູ​ທໍ້ ກໍ​ຄື​ບັນດາ​ນັກ​ສິລະ​ປະກອນຂັບ​ຊວານ ຟູ​ທໍ້ ພ້ອມ​ກັບ​ບັນດາ​ນັກວິທະຍາສາດ, ນັກ​ຄົ້ນ​ຄວ້າ​ວັດທະນະທຳ ​ໃນ​ການ​ເຄື່ອນ​ໄຫວ​ອະນຸລັກ​ຮັກສາ ​ແລະ​ ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ ມໍລະດົກ​ຂັບ​ຊວານ.

        “ດ້ວຍ​ເລື່ອງ ຂັບ​ຊວານ ​ໄດ້​ຮັບ​ການ​ຮັບ​ຮູ້​ແມ່ນ​ມໍລະດົກ​ບໍ່​ມີ​ຮູບ​ຮ່າງ ຈຳ​ເປັນ​ຕ້ອງ​ມີການຮັກ​ສາ​ຢ່າງ​ຮີບ​ດ່ວນ, ນີ້​ແມ່ນ​ຄວາມ​ເປັນ​ກຽດ ຂອງ ​ແຂວງ​ຟູ​ທໍ້ ​ແລະ ປະ​ເທດ​ພວກ​ເຮົາ. ພວກ​ຂ້າພະ​ເຈົ້າ​ສະ​ເຫ​ນີ​ໃຫ້​ພວກ​ສະຫາຍວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ຕ້ອງ​ມອບ​ຫນ້າ​ທີ່​ໃຫ້​ບັນດາ​ອົງການ​ສະ​ເພາະ​ກິດ​ຂອງ​ແຂວງ ​ເພື່ອ​ຮຽບຮຽງ, ສ້າງ​ບັນດາ​ເນື້ອ​ໃນ​ກ່ຽວຂ້ອງ​ເຖິງ​ຂັບ​ຊວານ​ ​ໂດຍ​ໄວ. ພ້ອມ​ກັນ​ນັ້ນ ​ເຜີຍ​ແຜ່​ຂັບ​ຊວານ​ມາ​ສູ່​ບັນດາ​ຫົວຫນ່ວຍ​ຂອງ​ແຂວງ ​ແລະ ຢູ່​ບັນດາ​ໂຮງຮຽນ. ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ຮອດ​ປີ 2015 ​ໂຮງຮຽນ​ມັດທະຍົມ​ທັງ​ໝົດ​ຢູ່​ແຂວງ ​ຟູ​ທໍ້ ລ້ວນ​ແຕ່​ມີ​ນັກຮຽນ​ຮູ້ຈັກ​ເຖິງ​ການ​ຂັບ​ຊວານ.”

        ​ໃນ​ຂອບ​​ເຂດ​ຂອງ​ລາຍການ​ດັ່ງກ່າວ, ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຟູ​ທໍ້ ​ໃຫ້​ຮູ້​ວ່າ: ຈະ​ສືບ​ຕໍ່​ປັບປຸງ​ສຳ​ເນົາ “ການ​ເຫ​ລື້​ອມ​ໃສ​ໃນ​ການ​ບູຊາ ຮຸຸ່ງ​ເວື​ອງ ຢູ່ ຟູ​ທໍ້” ​ເພື່ອ​ຍື່ນ​ສະ​ເຫ​ນີ ຕໍ່ UNESCO ຮັບ​ຮູ້​ເປັນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ.

ຂ່າວ/ບົດ​ອື່ນ