ໄທ, ລາວ, ຫວຽດນາມແລະຈີນ - ສາຍທ່ອງທ່ຽວໃຫມ່ເຕັມໄປດ້ວຍຄວາມສາມາດ ບົ່ມຊ້ອນ


(vovworld)- ສາຍ​ທ່ອງ​ທ່ຽວ​ໃຫມ່ແມ່ນ ເລີ່ມ​ຕົ້ນຈາກ​ແຂວງ ພະ​ເຍົາ​ຂອງ ໄທ ​ເຖິງ ເມືອງ​ຂວາ ຂອງ​ລາວ ເຂົ້າ​ດ້ຽນ​ບຽນ​ຝູ ຂອງ​ຫວຽດ​ນາມ ແລະ ໄປ​ຍັງ ແຂວງ ຫນານ​ຫນີງ​ຂອງ​ຈີນ ຈະ​ໄດ​້​ສ້າງ​​ຂຶ້ນ​ໃນ​ 2 ປີ​ຈະ​ມາ​ເຖິງ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ບັນ​ດາ​ແຂວງເຫ​ຼົ້ານີ້​​ໃຫ້ຫລາຍກວ່າ​ອີກ. ນັ້ນ​ແມ່​ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ ມາ​ນົບ ຫາ​ຣື ປະ​ທານ ສະ​ຫະ​ສະ​ມາ​ຄົມ​ການ​ຄ້າ, ດຳ​ເນີນ​ທຸ​ລະ​ກິດ ແລະ ​ການທ່ອງ​ທ່ຽວ ແຂວງ  ພະ​ເຍົາ ໃນ​ການ​ມາຢ້ຽມ​ຢາມ​ຫວຽດ​ນາມ ລະ​ຫວ່າງ​ເດືອນ 10 ຜ່ານ​ມາ ເພື່ອ​ສຳ​ຫລວດ​ສາຍ​ທາງນີ້​​.

ໄທ, ລາວ, ຫວຽດນາມແລະຈີນ - ສາຍທ່ອງທ່ຽວໃຫມ່ເຕັມໄປດ້ວຍຄວາມສາມາດ ບົ່ມຊ້ອນ - ảnh 1
​ຄະ​ນະ​ສຳ​ຫລວດ​ຂອງ​ໄທ

        ພະ​ເຍົາ ແມ່ນ​ແຂວງ​ຫນຶ່ງ​ໃນ​ພາກ​ອີ​ສານ​ຂອງ​ໄທ ທີ່ຕິດ​ກັບ​ບັນ​ດາ​ແຂວງ ໄຊ​ຍະ​ບູ​ລີ ຂອງ​ລາວ. ຕາມ​ທ່ານ ມາ​ນົບ ຫາ​ຣື, ປະ​ທານ ສະ​ຫະ​ສະ​ມາ​ຄົມ​ການ​ຄ້າ, ດຳ​ເນີນ​ທຸ​ລະ​ກິດ ແລະ ການທ່ອງ​ທ່ຽວ ພະ​ເຍົາ ແລ້ວ, ​ພະ​ເຢົາ​ແມ່ນ​ແຂວງ​ຫນຶ່ງ​ທີ່ເຕັ​ມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງ​ທ່ຽວ​ແຕ່ບໍ່​ທັນ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ເທື່ອ.

ສຽງ​ທ່ານ ມາ​ນົບ

        ເພື່ອ​ພັດ​ທະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງ​ທ່ຽວນີ້, ເດືອນ 10 ຜ່ານ​ມາ, ຄະ​ນະ​ສຳ​ຫລວດ ຂອງ​ສະ​ຫະ​ສະ​ມາ​ຄົມ ​ການ​ຄ້າ, ດຳ​ເນີນ​ທຸ​ລະ​ກິດ ແລະ ​ການທ່ອງ​ທ່ຽວ ແຂວງ ພະ​ເຍົາ ໄດ້​ເດີນ​ທາງ​ມາ​ ຫວຽດ​ນາມ ເພື່ອ​ສຳ​ຫລວດ​ໂຄງ​ການ​ເປີດ​ສາຍ​ທ່ອງ​ທ່ຽວ​ໃຫມ່ນີ້ ແນ​ໃສ່​​ຍາດ​ແຍ່ງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ທ່ອງ​ທ່ຽວ​ທີ່​ມີ​ຢູ່​ແລ້ວ​ຂອງ​ແຕ​່​ລະ​ປະ​ເທດ. ທ່ານ ທຳ​ມະ​ພູນ ສີ​ສະ​ກຸນ, ເລ​ຂາ​ສະ​ຫະ​ສະ​ມາ​ຄົມ​ ການ​ຄ້າ, ດຳ​ເນີນ​ທຸ​ລະ​ກິດ ແລະ ການທ່ອງ​ທ່ຽວ​ແຂວງ ພະ​ເຍົາ ໃຫ້​ຮູ້​ວ່າ:

        ສຽງ​ທ່ານ ທຳ​ມະ​ພູນ

        ຕາມ​ແຜນ​ການ​ແລ້ວ, ນັກ​ທ່ອງ​ທ່ຽວ ຈາກ ພະ​ເຍົາ -ໄທ ຈະ​ໄປ​ຍັງ​ລາວ ຜ່ານ​ດ່ານ​ຊາຍ​ແດນ ບ້ານ​​ຮວກ ເຂົ້າ​ເມືອງ​ຂວາ ຂອງ​ລາວ. ນີ້​ແມ່ນ​ແຂວງ​ຫນຶ່ງ​ຕັ້ງ​ຢູ່​ທາງ​ທິດ​ໃຕ້​ແຂວງ ຜົ້ງ​ສາ​ລີ ແລະ ຕິດ​ກັບ​ແຂວງ ດຽ້ນ​ບຽນ ຂອງ​ຫວຽດ​ນາມ. ຢູ່ ເມືອງ​ຂວາ ນັກ​ທ່ອງ​ທ່ຽວ​ສາ​ມາດ​ໄປ​ຢ້ຽມ​ຢາມ ບ້ານ​ປາກ​ນ້ຳ​ນ້ອຍ ແລະ  ປ່າ​ສະ​ຫງວນ​ແຫ່ງ​ຊາດ ພູ​ສະ​ຫງ່າ ເປັນເຂດທີ່ອຸດົມສົມບູນໄປດ້ວຍທຳມະຊາດ, ສັດນ້ຳ, ສັດບົກ ແລະ ພືດພັນນາໆຊະນິດ.  ເໝາະສົມ​ໃຫ້​ຜູ້​ນິ​ຍົມການຄົ້ນຫາ ທາງດ້ານຊີວະນາໆພັນ ແລະ ການທ່ອງທ່ຽວແບບອະນຸລັກ.

 ດ້ຽນ​ບຽນ​ຝູ ແລະ ຊາ​ປາ ຊື່ງ​ທ່ານ ທຳ​ມະ​ພູນ ສີ​ສະ​ກຸນ ເວົ້າ​ເຖິງ ແມ່ນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ດູດ​ດື່ມ ຢູ່ ເຂດ​ພູ​ດອຍ​ທາງ​ພາກ​ເຫນືອ​ຂອງ​ຫວຽດ​ນາມ. ນະ​ຄອນ ດ້ຽນ​ບຽນ​ຝູ ຂຶ້ນ​ກັບ​ແຂວງ ດ້ຽນ​ບຽນ ລວມ​ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ຄື: ທົ່ງ​ນາ ເມື່ອງ​ແທງ, ກີ່ວ ພາ​ດີນ, ຖ​້ຳ ປາ​ເທີມ ແລະ ​ຕະ​ຫລາດນັດ​ເຂດ​ພູ​ສູງ ຕ໋າ​ຝີນ​ທ່າງ. ຖ້າ​ຫາກ​ນັກ​ທ່ອງ​ທ່ຽວ​ຜູ້​ໃດ​ນິ​ຍົມ​ການ​ໄປຄົ້ນ​ຫາ ແນ່ນອນ​ວ່າ ຈອມ​ພູ ​ຟານ​ຊີ​ຟັງ ຢູ່​ເທດ​ສະ​ບານ ຊາ​ປາ ຂຶ້ນ​ກັບ​ແຂວງ ລາວ​ກາຍ ແມ່ນ​ສະ​ຖານ​ທີ່​​ຂາດ​ບໍ່​ໄດ້​ໃນ​ລາຍ​ການ​ທ່ອງ​ທ່ຽວ​ຂອງ​ເຂົາ​ເຈົ້າ​. ນອກນັ້ນ ​ຄວາມ​ງາມ​ຂອງນາ​ຂັ້ນ​ໄດ, ນ້ຳ​ຕົກ​ຕາດ ທາກ​ບາດ ແລະ ຖ້ຳ​​ທີ່ສວຍ​ງາມ​​ຫລາຍ​ແຫ່ງ ກໍ​ແມ່ນ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​​ຊາ​ປາຫລາຍ​ສົມ​ຄວນ.

ໄທ, ລາວ, ຫວຽດນາມແລະຈີນ - ສາຍທ່ອງທ່ຽວໃຫມ່ເຕັມໄປດ້ວຍຄວາມສາມາດ ບົ່ມຊ້ອນ - ảnh 2
ຊາ​ປາ​ຢູ່ ຫວຽດ​ນາມ

​ສະ​ຖານ​ທີ່​ທ່ອງ​ທ່ຽວ​ສຸດ​ທ້າຍ​ໃນ​ສາຍ​ທ່ອງ​ທ່ຽວ​​ໃຫມ່​ດັ່ງ​ກ່າວ ນັ້ນ​ແມ່ນ ນະ​ຄອນ ຫນານ​ຫນິງ ຂອງ​ຈີນ ຊື່ງ​ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ດ້ວຍ​ລະ​ບົບ​ສູນ​ການ​ຄ້າ​​ທີ່​ໃຫຍ່​ໂຕ ​ດ້ວຍ​ສິນ​ຄ້າຫລາຍ​ປະ​ເພດ ແລະ ອຸ​ດົມ​ສົມ​ບູນ.

​ເມື່ອ​ເວົ້າ​​ເຖິງຕະ​ຫລາດ​ທ່ອງ​ທ່ຽວ ຫວຽດ​ນາມ, ດ​ຣ ປະ​ກອບ​ສີ​ຣີ ປັກ​ດີ​ພິ​ນີດ ສະ​ມາ​ຊິກ​ໃນ​ຄະ​ນະ​ສຳ​ຫລວດ​ຂອງ​ໄທໃຫ້​ຮູ້​ວ່າ: ທ່ານ​ນາງ ຫາ​ກໍ​ປຶກ​ສາ​ຫາ​ລື​ແຜນ​ການ​ເປີດ​ສາຍ​ທ່ອງ​ທ່ຽວນີ້ ກັບ​ບໍ​ລິ​ສັດ​ທ່ອງ​ທ່ຽວ Travel Agency ຂອງ​ຫວຽດ​ນາມ.

        ສຽງ​ທ່ານ​ນາງ ປັກ​ດີ​ພີ​ນີດ

        ເສັ້ນ​ທາງ​ໄປ​ມາ​ສະ​ດວກ​ສະ​ບາຍ, ພ້ອມ​ກັບ​ການ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ (AEC) ​ສຳ​ເລັດ​ໃນ​ໄລ​ຍະຈະ​ມາ​ເຖິງ ຈະ​ເປັນ​ການອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການໄປ​ມາ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​. ນັກ​ທ່ອງ​ທ່ຽວ​ຂອ​ງ​ບັນ​ດາ​ປະ​ເທດ​ພາຍ​ໃນ​ພາກ​ພື້ນ ສາ​ມາດ​ພ້ອມ​ກັນ​ໄປ​ທ່ອງ​ທ່ຽວ​ໃນ​ລາຍ​ການ​ທ່ອງ​ທ່ຽວ​ດຽວ ຫລື ສາ​ມາດ​ໄປ​ທ່ອງ​ທ່ຽວ​ເຊື່ອມ​ຕໍ່​ບັນ​ດາ​ປະ​ເທດ ອາ​ຊຽນ. ອະ​ທິ​ບາຍ​ກ່ຽວ​ກັບ​ສິ່ງນີ້, ດ​ຣ ປະ​ກອບ​ສີ​ຣີ ປັກ​ດີ​ພິ​ນີດ ໃຫ້​ຮູ້​ວ່າ:

ສຽງ​ທ່ານ​ນາງ ປະ​ກອບ​ສີ​ຣີ

        ດ້ວຍ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນນີ້, ພວກ​ເຮົາ ເຊື່ອ​ໝັ້ນ​ວ່າ ໃນ​ໄລ​ຍະ 2 ປີ​ຈະ​ມາ​ເຖິງ, ເມື່ອ​ດ່ານ​ຊາຍ​ແດນ ບ້ານ​​ຮວກ ໄດ້​ຮັບ​ການ​ຍົກ​ລະ​ດັບ​ເປັນ​ດ່ານ​ຊາຍ​ແດນ​ສາ​ກົນ, ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ຜ່ານ​ເສັ້ນ​ທາງນີ້ ແນ່ນອນ​ວ່າ ຈະ​ເພີ່ມ​ຂຶ້ນ​ສູງ, ປະ​ກອບ​ສ່ວນ​ພັດ​ທະ​ນາ​​ຂະ​ແຫນງ​ທ່ອງ​ທ່ຽວ​ຂອງ​ 4 ປະ​ເທດ ໄທ, ລາວ, ຫວຽດ​ນາມ ແລະ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ