ໄທຊື່ງແມ່ນປະເທດພັດທະນາການທ່ອງທ່ຽວຢ່າງວ່ອງໄວ


vovworld)-ໃນ​ສະ​ພາບ​ເສດ​ຖະ​ກິດ​ໂລກ​ຊຸfໂຊມ, ສະ​ພາບ​ການ​ພາຍ​ໃນ​ປະ​ເທດ​ປະ​ສົບ​ກັບ​ຄວ​າມ​ຫ​ຍຸ້ງ​ຍາກ​ຢ່າງ​ລຽນ​ຕິດ​ໃນ​ເກືອບ 10 ປີ​ຜ່ານ​ມາ, ຂະ​ແຫນງ​ທ່ອງ​ທ່ຽວ ໄທ ຍາມ​ໃດ​ກໍ​ຖືກ​ຈັດ​ເຂົ້າ​ໃນ​ຈຳ​ນວນ 10 ປະ​ເທດ​ນຳ​ຫນ້າ ມີ​ລະ​ດັບ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ວ່ອງ​ໄວ​ທີ່​ສຸດ​ໃນ​ໂລກ. ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຫວຽດ​ນາມ ກັບ​ຄືນ​ມາຢ້ຽມ​ຢາມ​ປະ​ເທດນີ້ກວມ​ອັດ​ຕາ​ສ່ວນກວ່າ50%.

         ນັບ​ແຕ່​ຕົ້ນ​ປີ 2015, ໄທ ໄດ້​ປະ​ຕິ​ບັດ​ບັນ​ດາບັ້ນ​ໂຄ​ສະ​ນາ​ທ່ອງ​ທ່ຽວ​ຢ່າງ​ຟົດ​ຟື້ນ ດ້ວຍ​ລາຍການ​ໄຂ​ງານ​ມະ​ໂຫລານ​ການ​ທ່ອງ​ທ່ຽວ, ງານ​ບຸນ. ແຕ່​ລະ​ປີ, ການ​ເຄື່ອນ​ໄຫວນີ້​ດຳ​ເນີນ​ໄປ​ໃນ​ເດືອນ 6, ແຕ່​ປີນີ້ ຖືກ​ຈັດ​ຂຶ້ນ​ໄວ​ກວ່າ ເພື່ອ​ກະ​ຕຸກ​ຊຸກ​ຍູ້​ຄວາມ​ຕ້ອງ​ການ​ໄປ​ທ່ອງ​ທ່ຽວ. ໄທ ໄດ້​ວາງ​ຈຸດ​ໝາຍ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ໄດ້ 27,8 ລ້ານ​ເທື່​ອ​ຄົນ, ເພີ່ມ​ຂຶ້ນ 12% ເມື່ອ​ທຽບ​ໃສ່​ປີ 2014. ນອກນັ້ນ, ກົມ​ໃຫຍ່​ທ່ອງ​ທ່ຽວ​ໄທ ກໍ​ເລີ່ມ​ຕົ້ນ​ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ, ລະ​ອຽດ​ຄື: ລາຍການ​ທ່ອງ​ທ່ຽວ “ຄົ້ນ​ຫາ​ໄທ” ເພື່ອ​ຊອກ​ຮູ້​ຊີ​ວິດ ແລະ ວັດ​ທະ​ນະ​ທຳ​ຂອງ​ຊາວ​ໄທ. ຍ້ອນ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ກະ​ຕຸກ​ຊຸກ​ຍູ້​ຄວາມ​ຕ້ອງ​ການ​ທ່ອງ​ທ່ຽວ​ດັ່ງ​ກ່າວ ສະ​ນັ້ນ​ຈຳ​ນວນ​ນັກ​ທ​່ອງ​ທ່ຽວ​ສາ​ກົນ, ໃນ​ນັ້ນ ມີ​ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ​ມາ​ຢ້ຽມ​ຢາມ ໄທ ເພີ່ມ​ຂຶ້ນ​ຢ່າງບໍ່       ​ຢ​ຸດຢັ້ງ. ທ່ານ​ນາງ ທູ​ເຮືອງ, ບໍ​ລ​ິ​ສັດ​ທ່ອງ​ທ່ຽວ Vinatour ຂອງ​ຫວຽດ​ນາມ ໃຫ້​ຮ້​ວ່າ:​

ໄທຊື່ງແມ່ນປະເທດພັດທະນາການທ່ອງທ່ຽວຢ່າງວ່ອງໄວ - ảnh 1
ວັດ​ວາ​ອາ​ຮາມ​ຢູ່ ໄທ ແມ່ນ​ສິ່ງ​ທີ່ດຶງ​ດູດ​ນັກ​ທ່ອງ​ທ່ຽວ
ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ
ພາບ:dulich.vn

“​ໄທ ​ແມ່ນ​ຕະຫລາດ​ທີ່​ດູດ​ດື່ມ​ສຳລັບ​ນັກ​ທ່ອງ​ທ່ຽວ ​ເພາະວ່າ ລາຍ​ຈ່າຍ​ຖືກ, ການ​ໄປ​ມາ​ກໍ​ສະດວກ ​ແລະ ນັກ​ທ່ອງ​ທ່ຽວ​ສາ​ມາດທັງ​ໄປ​ທ່ອງ​ທ່ຽວ​ທັງ​ຊື້​ເຄື່ອງ​ຂອງ​. ​ໄປ​ທ່ອງ​ທ່ຽວ​ໃນ​ຈຸດ​ເວລາ​ໃດ​ກໍ​ສະດວກ. ນັກ​ທອ່ງທ່ຽວ​ເຄີ​ຍກັບ​ຄືນ​ຢ້ຽມຢາມ​ໄທ ​ເປັນ​ຫລາຍ​ຄັ້ງ, ຊຳ້​ບໍ່​ໜຳ ​ເປັນ​ຄັ້ງ​ທີ 2,3“

        ​ເຖິງ​ວ່າ ມີ​ບາ​ງ​ໄລຍະ ຢູ່ ບາງ​ກອກ​ເກີດ​ການ​ແຫ່​ຂະ​ບວນປະ​ທ້ວງ​ກໍ​ຕາມ ​ແຕ່​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຍັງ​ຄົງ​ດຳ​ເນີນ​ໄປ​ຢ່າງ​ເປັນ​ປົກກະຕິ. ນອກ​ນັ້ນ ລັດຖະບານ ​ໄທ ປະຕິບັດ​ບັນດາ​​ລາຍ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຄືນ​ໃຫມ່ ຜ່ານ​ການ​ຍົກ​ເລີກ​ຄຳ​ສັ່ງ​ສະພາວະ​ສຸກ​ເສີນ, ​ເຊີນ​ນັກ​ຂ່າວ​ຕ່າງປະ​ເທດ​ມາ​ຢ້ຽມຢາມ ​ແລະ ​ໂຄສະນາ, ຜັນ​ຂະຫຍາຍ​ບ້ວງ​ກະຕຸກ​ຊຸກ​ຍຸ້ຄວາມ​ຕ້ອງການ​ທ່ອງ​ທ່ຽວ ຄື: ການທ່ອງທ່ຽວ​ໃນ​ເວລາ 2,3 ວັນ ລວມມີ​ການ​ໄປມາ, ກິນ​ຢູ່ ​ໂດຍ​ບໍ່​ເສຍ​ຄ່າ … ​ຄອ່ຍໆ​ຊ່ວຍ​ໃຫ້​ໄທ​ສ້າງ​ພາບ​ພົດ​ຄືນ​ໃຫມ່​ໃນ​ສາຍ​ຕາ​ຂອງ​ນັກ​ທ່ອງ​ທ່ຽວ. ທ່ານ​ນາງ ທູ​ເຮືອງ ​ໃຫ້​ຮູ້​ວ່າ:

        “​ໃນ​ປີຜ່ານມາ, ຈຳນວນ​ນັກ​ທ່ອງ​ທ່ຽວ​ຫວຽດນາມ ມາ​ຢ້ຽມຢາມ ​ໄທ ​ເພີ່ມ​ຂຶ້ນສູງ. ນັ້ນ​ກໍ​ແມ່ນ​ຍ້ອນ​ນະ​ໂຍ​ບາຍ​ຂອງ​ກົມ​ໃຫຍ່​ທ່ອງ​ທ່ຽວ​ໄທ ພ້ອມ​ກັບ​ການ​ຫນູນ​ຊ່ວຍ​ຈາກ​ລັດ​ຖະ​ບານ​ໄທ, ການ​ຮ່ວມ​ມື​ລະ​ຫວ່າງ​ກົມ​ໃຫຍ່​ທ່ອງ​ທ່ຽວ​ໄທ​ກັບ​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ, ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ. ນີ້​ແມ່ນ​ການ​ຮ່ວມ​ສຳ​ພັນ​ຄົບ​ວົງ​ຈອນ ສະ​ນັັ້ນ ອາດ​ຈະ​ເວົ້າ​ໄດ້​ວ່າ ໄທ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ດີ​ທີ່​ສຸດ.”

ໄທຊື່ງແມ່ນປະເທດພັດທະນາການທ່ອງທ່ຽວຢ່າງວ່ອງໄວ - ảnh 2
ຕະ​ຫລາດ​ນ້ຳ
ພາບ:dulich.vn

        ຈຸດ​ພົ້ນ​ເດັ່ນ​ອື່ນ ນັ້ນ​ແມ່ນ ຊາວ​ໄທ​ແຕ່​ລະ​ຄົນ ລ້ວນ​ແຕ່​ມີ​ສະ​ຕິ​ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​​ລະ​ດັບ​ສາ​ກົນ​ໃຫ້​ແກ່​ປະ​ເທດ​ຕົນ. ຊາວ​ໄທ ຫລາຍ​ຄົນ​​​ສາ​ມາດເວົ້າ​ພາ​ສາ​ອັງ​ກິດ​ໄດ້ ນັບ​ທັງ​ຜູ້​ຂາຍ​ອາ​ຫານ​ຢູ່​ຕາມ​ຖະ​ຫນົນ​ຕະ​ຫ​ລອດ​ຮອດ ຜູ້​ຂັບ​ລົດ​ຕຸກ​ຕຸກ. ນອກນັ້ນ ຊາວ​ໄທ​ທຸກ​ຄົນ ລ້ວນ​ແຕ່​ແມ່ນ​ຜ​ູ້​ຮັກ​ແພງ​ແຂກແລະ​ສະ​ຫນິດ​ສະ​ຫນົມ ຍາມ​ໃດ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຊວ່ຍ​ເຫລືອ​ແຂກ​ທ່ອງ​ທ່ຽວ. ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ ແລະ ຮ້ານ​ອາ​ຫານ, ໂຮງ​ແຮມ ລ້​ວນ​ແຕ່​ມີ​ບໍ​ລິ​ການ​ພິ​ເສດ​ເພື່ອ​ຮັບ​ໃຊ້ລູກ​ຄ້າ. ທ່ານ​ນາງ ນານ​ທິ​ດາ, ດ​ຳ​ເນີນ​ທຸ​ລະ​ກິດ​ໂຮງ​ແຮມ​ຢູ່ ໄທ​ໃຫ້​ຮູ້​ວ່າ:

ສຽງ​ທ່ານ​ນາງ ນານ​ທິ​ດາ


        ແຕ່​ດົນ​ນານ​ມາ​ແລ້​ວ, ໄທ​ໄດ້​ຮັບ​ການ​ຂະ​ຫນານ​ນາມ​ວ່າ ແມ່ນ​ປະ​ເທດ​​ມີໄມ​ຕີ​ຈິດ​ສະ​ຫນິດ​ສະ​ຫນົມ ແລະ ​ສ້າງ​ໃຫ້​ນັກ​ທ່ອງ​ທ່ຽວ​​ບັນ​ດາ​ອະ​ນຸ​ສອນ​ຍາກ​ທີ່​ຫລົງ​ລືມ​ໄດ້. ຜູ້​ໃດ​ມີ​ໂອ​ກາດ​ມາ​ຢ້ຽມ​ຢາມ​ໄທ​ ລ້ວນ​ແຕ່​ຢາກ​ກັບ​ຄືນ​ອີກ. ໂດຍ​ສະ​ເພາະ​ບັນ​ດາ​ທິ​ວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ຢູ​່​ໄທ, ດິນ​ຟ້າອາ​ກາດ​​​ອຳ​ນວຍ​ຄວ​າມ​ສະ​ດ​ວກ​ຕະ​ຫລອດ​ປີ, ພິ​ເສດ ແມ່ນ​ນະ​ຄອນ ບາງກອກ ແລະ ຊຽງ​ໃຫ​ມ່ ແມ່ນ 2 ຕົວ​ເມືອງ​ຢືນ​ອັນ​ດັບ​ຫນຶ່ງ ແລະ ອັນ​ດັບ​ສອງ​ໃນ​ຈຳ​ນວນ 10 ​ຕົວ​ເມືອງ​ທ່ອງ​ທ່ຽວ​ດີ​ສຸດ​ຂອງ ອາ​ຊີ ໂດຍ​ວາ​ລະ​ສານ Travel and Leisure ຂອງ​ອາ​ເມ​ລິ​ກາ ເລືອກ​ເຟັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ