ໄປທ່ອງທ່ຽວພູ Bokor ສະຖານທີ່ທ່ອງທ່ຽວແຫ່ງໃຫມ່ຢູ່ ກຳປູເຈຍ

(vovworld) - ກຳປູ​ເຈຍ ​ແມ່ນ​ເຂດ​ດິນ​ແດນ​ທີ່ສ້າງຄວາມດູດ​ດື່ມ​ສຳລັບ​ນັກ​ທ່ອງ​ທ່ຽວ​ຜູ້​ທີ່​ມັກ​ໄປ​ຄົ້ນ​ຫາ​ສິ່ງ​ມະຫັດສະຈັນ​ຂອງ​ມວນ​ມະນຸດ ດ້ວຍ​ທັດສະນີ​ຍະ​ພາບ​ທີ່​ລື​ຊື່​ຫລາຍ​ແຫ່ງ​ຄື: ອັງ​ກໍ​ວັດ, ອັງ​ກໍ​ທົມ.... ກຳປູ​ເຈຍ ບໍ່​ພຽງ​ແຕ່ມີ ອັງ​ກໍ​ວັດ ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ສະຖານ​ທີ່​ຫລາຍ​ແຫ່ງ​ດຶງດູດ​ນັກ​ທ່ອງ​ທ່ຽວເປັນຈຳນວນຫລວງຫລາຍ, ​ໃນ​ນັ້ນ​ເຂດ​ພູ​ພຽງ Bokor ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ນັກ​ທ່ອງ​ທ່ຽວ​, ​ເປັນ​ຕົ້ນ​ແມ່ນ​ນັກ​ທ່ອງ​ທ່ຽວ​ຢາກ​ຄົ້ນ​ຫາ, ພັກຜ່ອນ​ບຳລຸງ​ສຸຂະພາບ.

        ພູ Bokor ຕັ້ງ​ຢູ່​ແຂວງ Kampot ຖ້າ​ເດີນທາງ​ດ້ວຍ​ລົດ​ໂອ​ໂຕ ຈາກນະຄອນຫລວງ ພະນົມ​ເປັນ​​ໄປ ພູ Bokor ຕ້ອງ​ເສຍ​ເວລາປະມານ 2 ຊ່ົວ​ໂມງ​​​. ຈອມພູ​ສູງ​ສຸດ​ແມ່ນ Phnom Bokor ມີ​ຄວາມ​ສູງ 1.081 ​ແມັດ. ສວນສາທາລະນະ​ແຫ່ງ​ຊາດ Bokor(Preah Monivong Nation Park) ຕັ້ງ​ຢູ່​ເທິງ​ພູ Bokor ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຕາມ​ດຳລັດ​ຂອງ​ມະຫາກະສັດ​ກຳປູ​ເຈຍ ​ໂນ​ໂຣດົມ ສີ​ຫາ​ນຸ ​​ເມື່ອ​ປີ 1993. ສວນ​ສາທາລະນະແຫ່ງນີ້ມີ​ເນື້ອ​ທີ່ 1580 ຕາລາງກິ​ໂລ​ແມັດ ​ແມ່ນ​ບ່ອນ​ຢູ່ອາ​ໄສ​ຂອງ​ສັດສາ​ວາ​ສິ່ງ​ທີ່​ຫາ​ຍາກ​ຫລາຍ​ຊະນິດ. ນີ້​ແມ່ນ​ຫນຶ່ງ​ໃນຈຳນວນ 23 ​ແຫ່ງທີ່​ໄດ້​ຮັບ​ການ​ອະນຸລັກ​ຮັກສາ​ຢູ່ ກຳປູ​ເຈຍ. ປີ 1971 ຝລັ່ງ ​ໄດ້​ກໍ່ສ້າງ​ເຂດ​ພັກຜ່ອນ​ບຳລຸງ​ສຸຂະພາບ​ປະສົມ​ແຫ່ງ​ຫນຶ່ງ​ຢູ່​ພູ Bokor, ຊຶ່ງ​ລວມມີ: ​ໂຮງຮຽນ, ​ໄປສະນີ, ​​ໂບດ,  ສູນ​ການ​ພະນັນ (Casino) ​ແລະ ​ໂຮງ​ແຮມ​ທັນ​ສະ​ໄຫມ​ຮັບ​ໃຊ້​​ເຈົ້າ​ຂຸນ​ມຸນ​ນາຍຊາວ​ຝລັ່ງທີ່​ຢາກ​ຫລີກ​ລ້ຽງ​ອາກາດ​ຮ້ອນ​ເອົ້າ​ຢູ່ນະຄອນຫລວງ ພະນົມ​ເປັນ. ນີ້​ແມ່ນ​ໄລຍະ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ Bokor ກ່ອນ​ທີ່​ແຫ່ງ​ນີ້​ຈະ​ກາຍ​ເປັນ​ເຂດ​ເປົ່າ​ຫວ່າງ​ໃນ​ເວລາ​ຫລາຍ​ປີ. ​ໃນ​ທົດ​ສະວັດ​ທີ່ 90, Bokor ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສິ່ງ​​ແປກ​ປະຫລາດ​ກວ່າ​ໝູ່​ຢູ່​ໃນ​ໂລກ ຍ້ອນ​ຄວາມ​ຮົກ​ເຮື້ອເປົ່າ​ວ່າງ ​​ແລະ ​ຄວາມເລິກ​ລັບ. ສະຖານ​ທີ່​​ແຫ່ງນີ້​ເຄີ​ຍ​ໄດ້​ຮັບ​ເລືອກ​ເຟັ້ນ​ແມ່ນສະຖານທີ່ເພື່ອ​ຖ່າຍ​ທຳ​ຟີມ City of ghost (ເມືອງ​ຜີ) ​ແລະ ​ຟິມ(R point).

 ໄປທ່ອງທ່ຽວພູ Bokor ສະຖານທີ່ທ່ອງທ່ຽວແຫ່ງໃຫມ່ຢູ່ ກຳປູເຈຍ - ảnh 1
ອາຄານເກົ່າຢູ່ Bokor
ພາບ:internet

        ຢູ່​ສວນສາທາລະນະ​ແຫ່ງ​ຊາດ ພູ Bokor ມີ​ເຂດ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ມາ​ຢ້ຽມຢາມຫລາຍ​ສຸດ ​ແມ່ນ Bokor Hill Station, ຊຶ່ງ​ແມ່ນ​ສະຖານ​ທີ່​ຫນຶ່ງ​ດຽວ​ຍັງຮັກສາ​ຮ່ອງຮອຍ​​ແຫ່ງໄລຍະ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ Bokor​ ​ໄວ້. ອ້າຍ ​ເລ​ຟາ​ນຢີ ນັກ​ທ່ອງ​ທ່ຽວ​ມາ​ຈາກ ຫວຽດນາມ ມີຄວາມຮູ້ສຶກ​ແປກ​ປະ​ຫລາດ​​ໃຈ​ເມື່ອ​ມາ​ຢ້ຽມຢາມ ​ແຫ່ງ​ນີ້:

        “ພວກ​ຂ້າພະ​ເຈົ້າ​​ໄດ້​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ຢ້ຽມຢາມ​ເຂດ​ພູ​ພຽງ Bokor. ນີ້​ແມ່ນ​ລາຍການ​ທ່ອງ​ທ່ຽວ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ. ​ເຂດ​ພູ​ພຽງ Bokor ມີ​ສັດສາ​ວາ​ສິ່ງ​ທີ່​ອຸດົມສົມບູນ ​ແລະ ອາກາ​ດຢູ່​ທີ່​ນີ້​ກໍເຢັນ​ສະບາຍ​ຫລາຍ. ຢູ່​ທີ່​ນີ້​ຍັງ​ມີ​ບັນດາ​ປູຊະນີ​ຍະ​ສະຖານໄດ້ຮັບການກໍ່ສ້າງ​ໃນ​ສະ​ໄຫມ​ຝລ່ັງຄື: ​ໂບດ, ​ໂຮງຮຽນ, ​ໄປສະນີ. ​ສ່ວນເຂດ​ພັກຜ່ອນ​ບຳລຸງ​ສຸຂະພາບ​ລວມສູນ ​ແມ່ນຫາ​ກໍ່​ໄດ້​ຮັບ​ການ​ກໍ່​ສ້າງ​ໃຫມ່ ​ແລະ ທັນ​ສະ​ໄຫມ​ທີ່​ສຸດ.”

        ​ໄລຍະ​ຜ່ານ​ມາ, ​ໃນ​ຂອບ​ເຂດ​ລາຍງານ​ພົບ​ປະ​ແລກປ່ຽນ​ດ້ານ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ກຳປູ​ເຈຍ, ກະຊວງ​ທ່ອງ​ທ່ຽວ ກຳປູ​ເຈຍ ​ໄດ້​ແນະນຳ​ສະຖານ​ທີ່​ທ່ອງ​ທ່ຽວທີ່​ລື​ຊື່​ຢູ່ ກຳປູ​ເຈຍ ​ໃນ​ປີ 2012 ນັ້ນ​ແມ່ນ: Thansur Bokor, ​​ເຊິ່ງເຂດ​ພັກຜ່ອນ​ບຳລຸງ​ສຸຂະພາບລວມສູນ ​ແລະ ​ເຂດພັກຜ່ອນຢ່ອນ​ອາລົມ​ຢູ່​​ພູ​ພຽງ​ແຫ່ງ​ຫນຶ່ງ​ດຽວ​​ໃນອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ທ່ີຂຶ້ນ​ກັບ​ສວນສາທາລະນະ​ແຫ່ງ​ຊາດ​ພູ Bokor. Thansur Bokor ​ແມ່ນ​ເຂດ​ພັກຜ່ອນ​ບຳລຸງ​ສຸຂະພາບ​ລວມສູນ ​ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ຕາມ​ແບບ ຂະ​ແມ​ທັນ​ສະ​ໄຫມ, ຕັ້ງ​ຢູ່​​ເຂດ​ພູ​ພຽງ Bokor ​ແຫ່ງປະຫວັດສາດ. ​ເຂດ​ພັກ​ຜ່ອນ​​ແຫ່ງ​ນີ້ ມີ​ເນື້ອ​ທີ່​ກວ່າ 60.000 ຕາລາງ​​ແມັດ, ຕັ້ງ​ຢູ່​ໃນ​ລະດັບຄວາມ​ສູງ 1080 ​ແມັດ​ເມື່ອ​ທຽບ​ກັບ​ລະດັບໜ້າ​ນ້ຳ​ທະ​ເລ, ດ​້ວຍຫ້ອງ​ພັກ​ກວ່າ 412 ຫ້ອງ​ ທີ່ບັນລຸ​ມາດ​ຕະຖານ. ຄຽງຂ້າງ​ບັນດາ​ອາຄານ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ກໍ່ສ້າງ​ໃຫມ່, ​ເລ່ືອງ​ປູກ​ປ່າ​ໄມ້​ຄືນ​ໃຫມ່, ປູກ​ຕົ້ນ​ໄມ້​ຂຽວ 2 ລ້ານ​ກວ່າ​ຕົ້ນ, ກໍ່ສ້າງ​ບັນດາ​ອ່າງ​ເກັບ​ນ້ຳ​ຄືນ​ໃຫມ່ ​ແລະ ການ​ອະນຸລັກ​ຮັກສາ​ປະຕິສັງຂອນ​ບັນດາ​ປູຊະນີຍະສະຖານ​ຢູ່​ເທິງ​ພູ​ຄື: ສູນ​ການ​ພະນັນ​ເກົ່າ​ຂອງຝລ່ັງ, ​ໂບດ ​ແລະ ວັດວາອາ​ຮາມ​​ໃນ​ສະ​ໄຫມ​ກະສັດ Monivong, ການອະນຸລັກສັດສາ​ວາ​ສິ່ງ​ທຸກ​ຊະນິດ​ຢູ່​ເທິງ​ພູ​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເທື່ອ​ລະ​ກ້າວ. ​​​ເມື່ອ​ແນະນຳ​ກ່ຽວ​ກັບ​ເຂດ​ທ່ອງ​ທ່ຽວ Thansur Bokor, ທ່ານ So Ma Ra, ລັດ​ຖະມົນຕີ​ການ​ຕ່າງປະ​ເທດ ລາຊະ​ອານາຈັກ ກຳປູ​ເຈຍ ​ໃຫ້​ຮູ້​ວ່າ:

        “​ເມື່ອ​​ເວົ້າ​ເຖິງ​ເຂດ​ທ່ອງ​ທ່ຽວ​ພັກຜ່ອນ​ບຳລຸງ​ສຸຂະພາບThansur Bokor, ພວກ​ເຮົາ ອາດ​ຈະ​ເຫັນ​ໄດ້​ວ່າ ປະຈຸ​ບັນ ​ໂລກ​ພວມຖືກ​ຜົນ​ສະທ້ອນ​ຈາກ​ສະພາບ​ໂລກ​ຮ້ອນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ເພາະສະ​ນັ້ນ ບັນດາ​ເຂດ​ພັກຜ່ອນ​ບຳລຸງ​ສຸຂະພາບຕ້ອງ​ຮັບປະກັນ​ທີ່​ມີ​ອຸນຫະພູມ​ຈາກ12-20 ອົງສາແມ່ນໄດ້ຮັບການເລືອກເຟັ້ນຈາກນັກທ່ອງທ່ຽວເປັນຈຳນວນຫລວງຫລາຍ. ນີ້​ແມ່ນ​ທ່າ​ແຮງ​ຂອງ​ເຂດ​ພັກຜ່ອນ​ບຳລຸງ​ສຸຂະພາບ​ດັ່ງກ່າວ. ຢູ່​ອ້ອມ​​ແອ້ມເຂດ​ພັກຜ່ອນ​ບຳລຸງ​ສຸຂະພາບ​ແມ່ນ​ສີຂຽວ​ຂອງ​ປ່າ​ໄມ້ ​ແລະ ດອກ​ໄມ້​ດ້ວຍສີສັນ​ຫລາກ​ຫລາຍ​ນາ​ໆ​ຊະນິດ.”

 ໄປທ່ອງທ່ຽວພູ Bokor ສະຖານທີ່ທ່ອງທ່ຽວແຫ່ງໃຫມ່ຢູ່ ກຳປູເຈຍ - ảnh 2
ຮູບພາບກ່ຽວກັບ Bokor
ພາບ: internet

        ສຳລັບ​​ການ​ລະ​ຫລິ້ນ​ພັກ​ຜ່ອນຢ່ອນ​ອາລົມ​ຢູ່​ກາງ​ແຈ້ງ, ສົມທົບ​ກັບ​ການທ່ຽວ​ຊົມ​ທິວ​ທັດ​ທຳ​ມະ​ຊາດ ​ແລະ ບັນດາ​ອາຄານ​ ​ເກົ່າ​ແກ່​ແຫ່ງປະຫວັດສາດ, ​ແດນ​ສະຫວັນ Bokor ​ແມ່ນ​ສະຖານ​ທີ່​ພັກຜ່ອນ​ບຳລຸງ​ສຸຂະພາບ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈຢູ່​​ເຂດ​ພູ​ພຽງ ​ແລະ ສົມ​​ເປັນ​ແດນ​ສະຫວັນ​​ແຫ່ງ​ການທ່ອງ​ທ່ຽວ​​, ພັກ​ຜ່ອນແລະ​ບັນ​ເທິງຂອງ​ພາກ​ພື້ນ.

 


ຕອບກັບ

ຂ່າວ/ບົດ​ອື່ນ