ໄປທ່ອງທ່ຽວມ້ຽນມາໃນໂອກາດທ້າຍປີ

ໃນ​ໂອ​ກາດ​ທ້າຍ​ປີ, ບັນດາ​ບໍລິສັດ​ທ່ອງທ່ຽວ​ຫວຽດນາມ ​ໄດ້​ສ້າງ​ບັນດາ​ລາຍການ​ທ່ອງທ່ຽວໃຫມ່ ດ້ວຍ​ຄວາມ​ຫວັງ​ຢາກຈະ​ນຳ​ມາ​​ເຊິ່ງ​ຈຸດ​ນັດພົບທີ່​ໃຫມ່​ອ່ຽມ ​ແລະ ດູ​ດື່ມໃຫ້​ແກ່ແຂກ​ທ່ອງ​ທ່ຽວ. ​ ມ້ຽນ​ມາ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່ຕອບ​ສະຫນອງ​ໄດ້​ສິ່ງ​ດັ່ງກ່າວ. ມາ​ຢ້ຽມຢາມ ມ້ຽນ​ມາ ນັກ​ທ່ອງ​ທ່ຽວ​ມີ​ຄວາມ​​ແປກ​ປະຫລາດ​ໃຈ​ ຕໍ່​ລະບົບ​ວັດວາອາ​ຮາມ, ທາດຄຳຢູ່​ທົ່ວທຸກ​​ແຫ່ງຫົນ ​ແລະ ສິ່ງ​ນັ້ນ ​ໄດ້​ສ້າງ​ໃຫ້​ປະ​ເທດ​ມ້ຽນ​ມາ ມີ​ຄວາມ​ງາມ​ດັ່ງ​ໃນ​ຝັນ ​ແລະ ​​ເປັນ​ເອກະລັກ​ສະ​ເພາະ.

        ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ຍ້ອນ​ຊີວິດ​ທາງ​ດ້ານ​ວັດຖຸ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັງ​ປຸງ​ໃຫ້​ດີ​ຂຶ້ນ​ຫລາຍ​ແລ້ວ, ສະ​ນັ້ນໄປ​ທ່ອງ​ທ່ຽວ​​ແມ່ນ​ການ​ເລືອກ​ເຟັ້ນ​ໃນ​ໂອກາດ​ບຸນ​ປີ​​ໃຫມ່​ປະຈຳຊາດເພື່ອ​ພັກຜ່ອນຢ່ອນ​ອາລົມ​. ​ໂດຍ​ກຳ​ໄດ້​ຄວາມ​ຕ້ອງການ​​ເຫຼົ່ານັ້ນ, ບັນດາ​ບໍລິສັດ​ທ່ອງ​ທ່ຽວ ​ໄດ້​ສ້າງ​ລາຍການ​ທ່ອງ​ທ່ຽວ​ຕ່າງໆ​ທີ່ດູດ​ດື່ມ. ນອກ​ຈາກ​ບັນດາ​ລາຍການ​ທ່ອງ​ທ່ຽວ​​​ພາຍ​ໃນ​ປະ​ເທດ​ທີ່​ມີ​ຢູ່ແລ້ວ, ປີ​ນີ້ ມ້ຽນ​ມາ ​ໄດ້​ກາຍ​ເປັນ​ສະຖານ​ທີ່​​ເຊິ່ງໄດ້​ຮັບ​ການ​ເລືອ​ກ​ເຟັ້ນຂອງ​ບໍລິສັດ​ທ່ອງ​ທ່ຽວຕ່າງໆ. ທ່ານ​ນາງ ບູ່​ຍທິລື​ວມາຍ, ຫົວຫນ້າ​ຫ້ອງການ​ສຳ​ພັດກັບຕະຫລາດ ຂອງ​ບໍລິສັດ​ຫຸ້ນ​ສ່ວນ​ທ່ອງທ່ຽວ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ ​ໃນ​ໂອກາດ​ບຸນປີ​ໃຫມ່​ປະຈຳ​ຊາດ​ປີ​ນີ້ ທາງ​ບໍລິສັດ​ຈະ​ຈັດ​ບາງ​ລາຍການ​ທ່ອງ​ທ່ຽວ​ຢູ່ ມ້ຽນ​ມາ. ປະ​ຈຸ​ບັນ, ມ້ຽນ​ມາ ​ແມ່ນ​ສະຖານ​ທີ່ທ່ອງ​ທ່ຽວ​ທີ່​ໃໝ່​ອ່ຽມ, ​ເປັນ​ຕົ້ນ​ແມ່ນ​ລາຍການທ່ອງ​ທ່ຽວຊອກ​ຮູ້​ວັດທະນະທຳ. ​ມີ​ຫຼາຍ​ຄົນ​ຢາກ​​ໄປ​ທ່ອງ​ທ່ຽວມຽນມາ ​ເພາະວ່າ​ນີ້​ແມ່ນດິນ​ແດນ​ແຫ່ງ​ພຸດທະ​ສາສະຫນາ ທີ່ມີ​ວັດວາ​ອາ​ຮາມ​ສວຍ​ງາມ​ຫລາຍ​ແຫ່ງ.“

        89% ຂອງ​ຈຳນວນພົນລະ​ເມືອງ ຢູ່ ມ້ຽນ​ມາ ​ແມ່ນ​ຖື​ສາສະຫນາ​ພຸດ. ​ດັ່ງ​ນັ້ນ​​ເຂົ້າ​ເຈົ້າ​ຈຶ່ງດຳລົງ​ຊີວິດ​​ແບບສະຫງົບ​ງຽບຢູ່​. ນອກ​ນັ້ນບັນດາ​ຖ້ຽວ​ລົດ​ເມ​ທີ່ແລ່ນ​​ປະຈຳ​ສາຍ​ທາງ​​ໃຫຍ່ຈຳນວນ​ຫນຶ່ງ​ແລ້ວ ບາງ​ບໍລິສັດ​ລົດ taxi ກໍ​ນຳ​ໃຊ້​ລົດ​ລຸ້ນ​ເກົ່າ​ ຊຶ່ງ​ໄດ້​ຮັບ​ການຜະລິດນັບ​ແຕ່​ທົດ​ສະ​ວັດ​ທີ 50 ຂອງ​ສັດຕະວັດ​ກ່ອນ. ​ພາຫະນະ​ສັນຈອນ​ໄປມາ​​ໂດຍທົ່ວ​ໄປຢູ່​ທີ່​ນີ້​ແມ່ນລົດຖີບ, ລົດສາມ​ລໍ້. ທຸກ​ສິ່ງ​ທຸກ​ຢ່າງ ​ຢູ່ ມ້ຽນ​ມາ ​ແມ່ນ​ທຳ​ມະ​ດາ, ລຽບ​ງ່າຍ. ສະ​ນັ້ນ ຈຳນວນນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ມ້ຽນ​ມາ ບໍ່​ຫລາຍ​ປານ​ໃດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ລາຄາ​ສຳ​ຫຼັບລາຍການ​ທ່ອງ​ທ່ຽວຢູ່ ​ມ້ຽນ​ມາ ພັດ​ບໍ່ຖືກພໍປານ​ໃດ, ສະ​ນັ້ນ​ຜູ້​​​ທ່ີໄປ​ທ່ອງ​ທ່ຽວ​ມ້ຽນ​ມາ ສ່ວນ​ຫລາຍ​ແມ່ນ​ບຸກຄົນ​ທີ່ມັກ​ຄົ້ນ​ຫາ​​ແຫ່ງ​ໃຫມ່​ແທ້​ໆ. ທ່ານ​ນາງ ມາຍ ​ໃຫ້​ຮູ້​ວ່າ:

        “ຈຳນວນ​ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມຢາມ ມ້ຽນ​ມາ ບໍ່​ຫລາຍ​ປານ​ໃດ, ​ເພາະວ່າການ​ບໍລິການ, ພື້ນຖານ​ໂຄງ​ລ່າງ ຍັງ​ຈຳກັດ​ຢູ່, ບໍ່​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ທາງ​ດ້ານເສດຖະກິດ​ຂອງ​ຊາວ​ຫວຽດນາມເວົ້າ​ລວມ. ​ເມື່ອ​ທຽບ​ກັບ​ບັນດາລາຍການທ່ອງ​ທ່ຽວ​ຢູ່ໄທ, ລາຍການ​ທ່ອງ​ທ່ຽວ ມ້ຽນ​ມາ​ໃນ​ໂອກາດ​ບຸນປີ​ໃຫມ່, ວັນພັກ​ການ ພັດສູງ​ພໍ​ສົມຄວນ ​ແມ່ນປະມານ 700 USD.“

        ​ມາຢ້ຽມຢາມ ມ້ຽນ​ມາ ນັກ​ທ່ອງ​ທ່ຽວ​ຄວນ​ທ່ຽວ​ຊົມ​​ເຂດ​ໃຈກາງ​ເມືອງ Yangon, ​ໄປ​ຢາມວັດ​ຄຳ​ Shwedagon ທີ່​ມີ​ຊື່​ສຽງ​ໃນ​ໂລກ​ ​ເຊິ່ງມີ​ອາຍຸ 2.500 ປີ, ​ວັດ​ແຫ່ງ​ນີ້ຖືກ​ຟອກ​ຄຳ​​ແທ້ປະມານ 60 ​ໂຕນ ​ແລະ ຍອດ​ທາດ​ກໍ​ໄດ້​ປະດັບ​ເອ້​ດ້ວຍ​ເພັດ​ມະນີ 5.448 ​ເມັດ, ພອຍ 2.317 ​ເມັດ, …ນອກ​ນັ້ນ ນັກ​ທ່ອງ​ທ່ຽວ​ສາມາດ​ໄປ​ຢ້ຽມ​ຊົມ ຫນອງ Inle ​ເຊິ່ງມັນ​ຈະ​ເຮັດໃຫ້​ນັກ​ທ່ອງ​ທ່ຽວ​​ຮູ້ສຶກ​ສະບາຍ​ໃຈ. ນີ້​ແມ່ນ​ຫນອງ​ແຫ່ງ​ໃຫຍ່​ທີສອງ​ຂອງ ມ້ຽນ​ມາ, ຕັ້ງ​ຢູ່ ​ລັດ Shan ​ທີ່ ຫ່າງ​ຈາກ​ໃຈກາງ Heho ປະມານ 10 ກິ​ໂລ​ແມດ. ອາ​ກາດ​ຢູ່​ຫນອງ​ແຫ່ງ​ນີ້ ​ແມ່ນ​ປອດ​ໂປ່​ງ​​ເຢັນສະບາຍ ຍ້ອນ​ຕັ້ງ​ຢູ່​​ໃນ​ລະດັບ​ສູງ 880 ​ແມດ ​ເມື່ອ​ທຽບ​ໃສ່​ລະດັບ​ນ້ຳ​ທະ​ເລ. ຖ້າ​ຜູ້​ໃດ​ໄດ້​ມີ​ໂອກາດ​​ໄປ​ຢ້ຽມຢາມ ມ້ຽນ​ມາ ​​ແລ້ວ ຈະບໍ່​ສາມາດ​ຫລົງ​ລືມ​​ພາບ​ພົດ, ຄວາມ​ງາ​ມ​ແບບ​ທຳ​ມະ​ຊາດ​​ຂອງ​ປະ​ເທດ​ນີ້​ໄດ້. ​​ເອື້​ອຍ ​ເຈີ​ນ ຫນືງອກ​ແອ​ງ, ຮອງ​ຫົວ​ຫນ້າ​ພະ​ແນ​ກທ່ອງ​ທ່ຽວ ສັງກັດ​ມະຫາວິທະຍາ​ໄລ​ເປີດ ຮ່າ​ໂນ້ຍ ​ແບ່ງປັນ​ວ່າ:

        “ ສິງ​ກະ​​ໂປ ​ແມ່ນ​ປະ​ເທດ​ນ້ອຍ, ຂະຫຍັນ​ຂັນ​ເຄື່ອນ ທັນ​ສ​ະ​ໄຫມ ​ແລະ ສວຍ​ງາມ, ມາ​ເລ​ເຊຍ​ແມ່ນ​ປຽບ​ເໝືອນນະຄອນ ​ໂຮ່ຈິ​ມີນ, ສ່ວນ ມ້ຽນ​ມາ ​ແມ່ນ​ດິນ​​ແດນແຫ່ງ​ສາສະຫນາ​ພຸດ ດ້ວຍ​ບັນດາ​ວັດ​ວາ​ອາ​ຮາມ​ທີ່ຟອກ​ຄຳ, ປະດັບ​ປະດາ​ດ້ວຍ​ເພັດ​ມະນີ, ສວຍ​ງາມທີ່​ສຸດ ​ແລະ ກໍ່ແມ່ນ​ປະ​ເທດ​ເຂດ​ຮ້ອນ. ຊາວ ມ້ຽນ​ມາ ​ກໍ່​ມີ​ຄວາມຮັກ​ແພງ​ແຂກຄົນ ​ແລະ ສະຫນິດສະຫນົມຫຼາຍ.“

        ​ເມື່ອ​ໄປ​ຢ້ຽມ​ຊົມ​ເຂດ Bagan ຊຶ່ງ​ແມ່ນ​ເມືອງ​ຫລວງ​ຂອງ ມ້ຽນ​ມາ ທີ່ຫ່າງ​ຈາກ Yagon​ໄປ​ທາງ​ທິດ​ເໜືອ ປະມານ 600 ກິ​​ໂລ​ແມດ. ດ້ວຍ​ເນື້ອ​ທີ່ 42 ຕາລາງກິ​ໂລ​ ແມດ, ປະຈຸ​ບັນ Bagan ຍັງ​ມີ​ວັດວາອາ​ຮາມ​ເຖິງ 2.217 ​ແຫ່ງ ​ໃນ​ຈຳນວນວັດວາອາ​ຮາມ​ທັງ​ໝົດ 13.000 ​ແຫ່ງ ທີ່​ໄດ​້ຮັບ​ການ​ກໍ່ສ້າງ​​​ແຕ່​ສະ​ໄໝ​ກ່ອນ.  ຢູ່ 4 ຫລ່ຽມຂອງ​ເຂດ Old Bagan ​ແມ່ນ​ກິດຈະກຳ 4 ​ແຫ່ງ​ທີ່​ໃຫຍ່​ໂຕ​ຄື​: ວັດ Shwezigon ທີ່​ເກົ່າ​ແກ່​ກວ່າ​ໝູ່, ວິຫານ Ananda ທີ່ສວຍ​ງາມ​ກວ່າ​ໝູ່, ວິຫານ Thatbyinnyu ສູງ​ກວ່າ​ໝູ່, ​ແລະ   ທາດ​ ປີ​ລາມິດ Dhamayangyi ​ທີ່ໃຫຍ່​ໂຕກ​ວ່າ​ໝູ່.

        ມ້ຽນ​ມາ ​ແມ່ນ​ປະ​ເທດ​ທີ່​ສວຍ​ງາມ​ແບບ​ຮົກ​ເຮຶ້ອທຳ​ມະ​ຊາດ, ຊາວ ມ້ຽນ​ມາ​ແມ່ນ​ຄົນ​ໃຈດີ ​ແລະ​ມີ​ຄວາມຮັ​ກ​ແພງ​ແຂກຄົນ​ຫຼາຍ ​. ຍ້ອນ​ເຫດ​ນັ້ນ​ຈຶ່ງ​​ໄດ້ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ມ້ຽນ​ມາ./.

ຕອບກັບ

ຂ່າວ/ບົດ​ອື່ນ