ໄປທ່ອງທ່ຽວແບບກຸ້ມຕົນເອງເຖິງ ບັນດາປະເທດອາຊຽນ

(vovworld)- ​ ປະຈຸ​ບັນ, ໄປ​ “​ເຟືອດ“ (ທ່ອງ​ທ່ຽວ​​​ແບບ​ເສລີ​ໂດຍ​ກຸ້ມ​ຕົນ​ເອງທັງ​ພາຫະນະ​​ໄປມາ, ບ່ອນ​ກິນ, ບ່ອນຢູ່ ທັງ​ສະຖານ​ທີ່​ທ່ອງ​ທ່ຽວ) ຢູ່ພາຍ​ໃນ​ປະ​ເທດ ​ບໍ່​ແມ່ນ​ສິ່ງ​ໃຫມ່​ອ່ຽ​ມສຳລັບ​ຜູ້​ມັກໄປທ່ອງທ່ຽວ​ອີກ, ຫາກໄປທ່ອງ​ທ່ຽວ​​ແບບ​ກຸ້ມ​ຕົນ​ເອງ​ເຖິງບັນດາ​ປະ​ເທດອາ​ຊຽນ​ກໍແມ່ນທ່າ​ອ່ຽງພວມ​ດຶງ​ດູດ​ຜູ້​ທີ່​ມັກ​ຄົ້ນ​ຫາ, ພິ​ເສດ ປະຈຸ​ບັນ ບັນດາ​ປະ​ເທດ ອາ​ຊຽນ ​ໄດ້​ຍົກ​ເວັ້ນວີ​ຊາ ມີ​ນະ​ໂຍບາຍ​ສະດວກ​ຫຼາຍ​ຢ່າງເພື່ອ​ໃຫ້​ປະຊາຊົນ​ບັນດາ​ປະ​ເທດ ອາ​ຊຽນ ​ໄປມາ, ພົວພັນ​ແລກປ່ຽນ​ນຳ​ກັນ. ​ໃນ​ລາຍການ​ຊາຍ​ຄາ​ອາ​ຊຽນ ພາກ​ນີ້ ​ເຊີນ​ທ່ານ​ ພ້ອມ​ກັບພວກ​ເຮົາ​ຊອກ​ຮູ້​ຮູບ​ການທ່ອງທ່ຽວ​ນນີ້.         

        ຕາມ​​ເອື້ອຍ ​ເຮືອງ​ລີ, ຜູ້​ທີ່​​ເຄີຍ​ໄປ ”​ເຟືອດ” ​ເຖິງບັນດາ​ປະ​ເທດ​ອາ​ຊຽນ ​ແລ້ວ, ​ເພື່ອ​​ໄປ​ທ່ອງ​ທ່ຽວ​​ບັນດາ​ປະ​ເທດ​ອາ​ຊຽນດ້ວຍທາງ​ບົກ ຕ້ອງ​ກະກຽມ​ຢ່າງ​ລອບ​ຄອບ​ຖິ່ຖ້ວນ. ​​ເອື້ອຍ ​ເຮືອງ​ລີ ​​​ເວົ້າ​ວ່າ: ຂ້າພະ​ເຈົ້າ​ເລືອກ​ເຟັ້ນການ​ໄປ​ທ່ອງ​ທ່ຽວ​ດ້ວຍ​ທາງບົກ ​ເພື່ອ​ສາມາດ​​​ເຫັນ​ປະຈັກ​ຕາ ​ແລະ ເຂົ້າ​ໃຈ​​ໄດ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ສະຖານ​ທີ່​ເຊິ່ງຕົນ​ເອງ​ໄປ​ຜ່ານ​. ​ເອື້ອຍ ​ເຮືອງ​ລີ ​ແບ່ງປັນ​ວ່າ:

        “ ຖ້າ​ຫາກ ສັ່ງ​ລາຍການ​ທ່ອງ​ທ່ຽວ​ຜ່ານ​ບໍລິສັດ​ທ່ອງ​ທ່ຽວ, ທຸກ​ສິ່ງ​ທຸກ​ຢ່າງ​ເຂົາ​ເຈົ້າ​ກະກຽມ​ໃຫ້​ໝົດ, ພວກ​ເຮົາ​ຈະ​ສະດວກ​ກວ່າ ບໍ່​ຕ້ອງ​ວາງ​ແຜນການ​ຫຍັງ​ເລີຍ. ​​ແຕ່​ຕົນ​ເອງ​ບໍ່​ເປັນ​ເຈົ້າ​ການ​ກ່ຽວ​ກັບ​ເວລາ, ສະຖານ​ທີ່​​ຢ້ຽມ​ຊົມ ​ແລະ ບໍ່​ມີ​ກາລະ​ໂອກາ​ດເພື່ອ​ຄົ້ນ​ຫາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ສະຖານ​ທີ່​ເຊິ່ງ​ຕົນ​ເອງ​​ໄປ​ຜ່ານ. ​ໄປ “​ເຟືອດ“ ຈະ​ສ້າງ​ຄວາມ​ປະ​ທັບ​​ໃຈ​ກວ່າ. ​ເພາະວ່າ ຕົນ​ເອງ​ສາມາດ​ສັງ​ເກດ​ຊີວິດ​ປະ​ຈຳ​ວັນ​ຂອງ​ປະຊາຊົນ ​ແລະ ທິວ​ທັດ​ທຳ​ມະ​ຊາດ​ຢູ່​ບ່ອນ​ທີ່​ພວກ​ເຮົາ​ຜ່ານ​ໄປ​ໄດ້.”

ໄປທ່ອງທ່ຽວແບບກຸ້ມຕົນເອງເຖິງ ບັນດາປະເທດອາຊຽນ - ảnh 1
ນັບມື້ນັບມີນັກທ່ອງທ່ຽວຕ່າງປະເທດຫລາຍຄົນໄປຢ້ຽມຢາມ
ນະຄອນຫລວງວຽງຈັນ

        ​ເພື່ອ​ກະກຽມ​ໃຫ້​ແກ່​ລາຍການ​ທ່ອງ​ທ່ຽວ​​ໃນ​ເວລາເກືອບອາທິດ​ຫນຶ່ງ​, ​ຄອບຄົວ​ເອື້​ອຍ ​ເຮືອງ​ລີ ​ໄດ້​ຊອກ​ຮູ້​ບັນດາ​ຂໍ້​ມູນ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ຢ່າງ​ລະອຽດຄື: ເສັ້ນ​ທາງ ຕະຫລອດ​, ໂຮງ​ແຮມ ຫລື ສະຖານ​ທີ່​ຈະ​ມາ​ຢ້ຽມ​ຊົມ. ຖ້າ​ຫາກ​ຂີ່​ຍົນ​ຈາກ​ຮ່າ​ໂນ້ຍ​ໄປ​ຮອດ​ນະຄອນຫລວງ​ວຽງຈັນ ​ແມ່ນເສຍ​ເວລາ 45 ນາທີ, ​ແຕ່​ຄອບຄົວ​ຂອງ​ເອື້ອຍ​ໄປ​ດ້ວຍ​ລົດ​ໂອ​ໂຕ​ຕ້ອງ​ເສຍ​ເວລາ 16 ຊົ່ວ​ໂມງ. ພາຍຫລັງ​​ໄປ​ຜ່ານ​ເສັ້ນທາງ ​ໂຮ່ຈິ​ມີນ, ດ່ານ​ຊາຍ​ແດນ​ລາວ​ບາ​ວ, ດ່ານ​ຊາຍ​ແດນ​ນຳ້​ພາວ​ຂອງ​ລາວ ​ແລ້ວ, ຮອດ10 ​ໂມງຄຳ່​ຈະ​ໄປຮອດ​ນະຄອນຫລວງ​ວຽງ​ຈັນ. ຄອບຄົວ​ຂອງ​ເອື້ອຍ ຍາດ​ເວລາ 2 ມື້​ເພື່ອ​ໄປຢ້ຽມຊົມ​ບັນດາ​ສະຖານ​ທີ່ທ່ອງ​ທ່ຽວ​ທີ່​ລື​ຊື່​ຂອງ ລາວ. ​ແລະ​ໃນ​ໄລຍະ​ຢູ່​ລາວ ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ພິ​ເສດ​​ສຳລັບ​ເອື້ອຍ ນັ້ນ​ແມ່ນ​​ເວລາ​ໄປ​ຢ້ຽມຢາມ ​ກຸງ​ເກົ່າ​ຫລວງ​ພະ​ບາງ, ​ເອື້ອຍ ​ເຮືອງ​ລີ ​ໃຫ້​ຮູ້​ວ່າ:

        “ກຸງ​ເກົ່າ​ຫລວງ​ພະ​ບາງ ມີ​ອາກາດ​ເຢັນ​ສະບາຍ ​ແລະ ປອດ​ໂປ່​ງ. ປະຊາຊົນ​ຢູ່​ທີ່​ນີ້​ແມ່ນ​ຜູ້​ຮັກ​ແພງ​ແຂກ​ຄົນທີ່​ສຸດ. ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ຍັງ​ຮັກສາ​ປະ​ເພນີ​ເດີມ​​​ໄວ້ໄດ້, ບໍ່​ຖືກ​ຜົນ​ສະທ້ອນ​ປານ​ໃດຈາກ​ຊີວິດ​ທັນ​ສະ​ໄຫມ. ​ເມື່ອ​ມາ​ຢ້ຽມຢາມ​ຫລວງ​ພະ​ບາງ ຂ້າພະ​ເຈົ້າ​ຮູ້ສຶກ​​ສະ​ຫວາດ​ສະ​ເຫວີຍ​ກວ່າ. ​ເຖິງ​ວ່າ ມາ​ຢ້ຽມຢາມ​ເທື່ອ​ຫນຶ່ງ​ແລ້ວ ​ແຕ່ຂ້າພະ​ເຈົ້າ​ຢາກ​ກັບ​ຄືນ​​ອີກ​ຄັ້ງ​ຫນຶ່ງ.”

ໄປທ່ອງທ່ຽວແບບກຸ້ມຕົນເອງເຖິງ ບັນດາປະເທດອາຊຽນ - ảnh 2
ວັດວາອາຮາມຢູ່ ໄທ ກໍ່ແມ່ນສິ່ງທີ່ດຶງດູດນັກທ່ອງທ່ຽວເປັນ
ຈຳນວນຫລວງຫລາຍ
ພາບ:dulich.com

        ສຳລັບ​ຜູ້​ມັກ​ຄົ້ນ​ຫາ​ສິ່ງ​ທີ່​ໃຫມ່​ອ່ຽມ, ​ພຽງ​ແຕ່ໄປ ”​ເຟືອດ” ​ຄື​ແນວ​ນີ້ ຈຶ່ງ​​ເຫັນ​ປະຈັກ​ຕາ​ຊີວິດ​ການ​ເປັນ​ຢູ່ກໍ​ຄືອາລົມ​ຈິດ​ຂອງ​ປະຊາຊົນທ້ອງ​ຖິ່ນ​ແຫ່ງ​ທີ່​ຕົນ​ເອ​ງ​ໄປ​ຜ່ານ​ໄດ້.

        ພາຍຫລັງ​ສິ້ນ​ສຸດ​ລາຍການ​ຢ້ຽມຢາມປະ​ເທດ​ລ້ານ​ຊ້າງ​ແລ້ວ, ຄອບຄົວ​ເອື້ອຍ ​ເຮືອງ​ລີ ສືບ​ຕໍ່​ເດີນທາງ​ໄປ​ຢ້ຽມຢາມ ​ໄທ​ເພື່ອ​ຄົ້ນ​ຫາ​ສິ່ງ​ທີ່​ໃຫມ່​ອ່ຽມຂອງສະຖານ​ທີ​ຕ່າງໆ​ຢູ່​ປະ​ເທດ​ນີ້.

        ຮູບ​ການ​​ໄປ ”​ເຟືອດ” ຄື​ຄອບຄົວ​ເອື້ອຍ ​ເຮືອງ​ລີ ພວມ​ແມ່ນ​ທ່າ​ອ່ຽງສຳລັບ​ຜູ້​ນິຍົມ​ທ່ອງ​ທ່ຽວ​ຫຼາຍ​ຄົນ. ປະຈຸ​ບັນ, ນອກຈາກ​ໄປ​ທ່ອງ​ທ່ຽວ​ຕາມ​ສາຍ  ຫວຽດນາມ -ລາວ - ​ໄທ​ແລ້ວ, ນະຄອນ​ໂຮ່ຈິມີນ - ກຳປູ​ເຈຍ​ແລ້ວ, ສາຍ​ທ່ອງ​ທ່ຽວ​ຫວຽດນາມ - ມາ​ເລ​ເຊຍ - ສິງກະ​ໂປ ກໍ​ດຶງ​ດູດ​ຜູ້​ນິຍົມ​ໄປ ”​ເຟືອດ” ເປັນ​ຈຳນວນ​ຫລວງຫລາຍ. ​ເອື້ອຍ​ເຮືອງ​ລີ ​ແບ່ງປັນ​ປະສົບ​ການກ່ຽວ​ກັບ​ການ​ທ່ອງ​ທ່ຽວ ​ຈາກ​ນະຄອນ ​ໂຮ່ຈິ​ມີນ ​ໄປ​ຍັງ ກຳປູ​ເຈຍ​ວ່າ:

        “ກຳປູ​ເຈຍ ຫ່າງ​ຈາກ​ນະຄອນ ​ໂຮ່ຈີ​ມີນປະມານ 300 ກິ​ໂລ​ແມັດ. ຖ້າ​ຂີ​່ລົດ​ເມ ຈາກ​ນະຄອນ ​ໂຮ່ຈິ​ມີນ ​ໄປ​ຍັງ​ກຳປູ​ເຈຍ ຕ້ອງ​ເສຍ​ເວລາ 6 ຊົ່ວ​ໂມງ. ມາ​ຮອດ​ກຳປູ​ເຈຍ, ຄອບຄົວ​ຂ້າພະ​ເຈົ້າ​ໄປ​ຢ້ຽມຢາມ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ລື​ຊ່ື​ຢູ່​ນະຄອນຫລວງ ພະນົມ​ເປັນ. ຈາກ​ພະນົມ​ເປັນ ພວກ​ຂ້າພະ​ເຈົ້າ ຂີ່​ລົດ​ໂດຍ​ສານ​ເຖິງ ຊຽມຣຽບ ​ເສຍ​ເວລາ​ປະມານ 6 ຊົ່ວ​ໂມງ. ”

        ​ໄປ ”​ເຟືອດ” ທັງ​ປະ​ຢັດ ​ແລະ ທັງ​ຢ້ຽມ​ຊົມ​ສະຖານ​ທີ່​ທ່ອງ​ທ່ຽວ​ໄດ້​ຫລາຍ​ແຫ່ງ​, ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ບັນດາ​ບໍລິສັດ​ການບິນ ຍັງມີ​ນະ​ໂຍບາຍ​ຫລຸດ​ລາຄາ​ປີ້​ຍົນ, ສ່ວນບັນດາ​ໂຮງ​ແຮມ​ກໍ​ມີ​ລາຍການ​ຫລຸດ​ລາຄາ​​ເຊົ່າຫ້ອງ​ພັກ. ຄຽງ​ຄູ່​ກັນ​ນັ້ນ ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ກໍ​ເອົາ​ໃຈ​ໃສ່​ເຖິງການ​ສ້າງ​ລາຍການ​ເຊື່ອມ​ຕໍ່​ບັນດາ​ປະ​ເທດ ອາ​ຊຽນ ດ້ວຍ​ວິທີ​ຮ່ວມ​ສຳພັນ​ກັບ​ບັນດາ​ບໍລິສັດ​ການບິນ​ເພື່ອ​ສະຫນອງ​ປີ້​ຍົນ​ດ້ວຍ​ລາຄາ​ຕຳ່. ສິ່ງ​ດັ່ງກ່າວ​ໄດ້​ສ້າງເງື່ອນ​ໄຂ​ສະດວກເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ເວົ້າ​ລວມ ກໍ່ຄື​ຜູ້​ນິຍົມ​ໄປ ”​ເຟືອດ” ​ເວົ້າ​ສະ​ເພາະ ໄປ​ຢ້ຽມຢາມ​ບັນດາ​ປະ​ເທດ​ອາ​ຊຽນນັບ​ມື້​ນັບ​ຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ