ໄວຫນຸ່ມນະຄອນຫລວງຮ່າໂນ້ຍ ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ - ລາວ


(vovworld)- ດ້ວຍ​ຫົວ​ຂໍ້​ວ່າ “ໄວ​ຫນຸ່ມ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ຮ່ວມ​ແຮງ​ຮ່ວມ​ໃຈ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ”, ຊາວ​ຫນຸ່ມ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ 40 ຄົນ ໄດ້​ທຳ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫລາຍ​ຢ່າງ​ໃນ​ເວ​ລາ 4 ​ວັນ​ (14-21/7/2015) ຢູ່​ເມືອງ ໄຊ​ທານີ ນະ​ຄອນ​ຫລວງ ວຽງ​ຈັນ. ນີ້​ແມ່ນ​ລາຍ​ການ​ອາ​ສາ​ສະ​ໝັກ​ຂອງ​ຄະ​ນະ​ຊາວ​ຫນຸ່ມ​ນະ​ຄອນ​ ຮ່າ​ໂນ້ຍ ຢູ່ ສ​ປ​ປ ລາວ ເພື່ອ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫລີມ​ສະ​ຫລອງ 53 ປີ ແຫ່ງວັນ​ສ້າງ​​ຕັ້ງການ​ພ​ົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ (5/9/1962-5/9/2015) ແລະ 38 ປີ​ແຫ່ງວັນ​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ລາວ (18/7/1977-18/7/2015).

ໄວຫນຸ່ມນະຄອນຫລວງຮ່າໂນ້ຍ ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ - ລາວ - ảnh 1
ທ່ານ ຫງວຽ​ນ​ແຄງ​ບີງ, ຮອງ​ເລ​ຂາ​ຄະ​ນະ​ຊາວ​ຫນຸ່ມ ຮ່າ​ໂນ້ຍ
ມອບ​ຂອງ​ຂວັນ​ໃຫ້​ພວກ​ນ້ອງ​ຢູ່​ໂຮງ​ຮຽນ​ປະ​ຖົມ​ທອງ​ມັງ
ພາບ:TTXVN

       ເຂົ້າ​ຮ່ວມ​ລາຍ​ການ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ ຢູ່​ເມືອງ ໄຊ​ທາ​ນີ ຄັ້ງ​ນີ້ ລວມ​ມີ​ບັນ​ດາ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ແພດ, ບັນ​ດາ​ທ່ານ​ໝໍ​ຫນຸ່ມ​ຂຶ້ນ​ກັບ​ສະ​ມາ​ຄົມ​​ແພດໝໍ​ຫນຸ່ມ ຮ່າ​ໂນ້ຍ, ສະ​ມາ​ຊິກ​ຄະ​ນະ​ຊາວ​ຫນຸ່ມ​ນະ​ຄອນ ຮ່າ​ໂນ້ຍ, ຜູ​້​ຊ່ຽວ​ຊານ​ກ່ຽວ​ກັບ​ການ​ລ້ຽງ, ປູກ​ຝັງ, ນັກ​ສຶກ​ສາ​ດີ​ເດັ່ນ​ຂອງ​ນະ​ຄອນ. ຢູ່​ເມືອງ ໄຊ​ທາ​ນີ, ຄະ​ນະຊາວ​ຫນຸ່ມ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ບັນ​ດາ​​ການ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ ດ້ວຍຍອດ​ລາຍ​ຈ່າຍ​ຂຶ້ນ​ເຖິງກວ່າ 1 ຕື້ ດົງ​ຄື: ກວດ​, ປິ່ນ​ປົວ​ພະ​ຍາດ, ແຈກ​ຢ່າຍ​ຢຸກ​ຢາ​ໂດຍບໍ່​ເສຍ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ 1000 ຄົນ ຢູ່​ເມືອງ ໄຊ​ທາ​ນີ, ມອບ​ຂອງ​ຂວັນ 10 ພູດ​ໃຫ້​ພວກ​ນ້ອງ​ເຍົາ​ວະ​ຊົນ​ຢູ່​ໂຮງ​ຮຽນ​ປະ​ຖົ​ມ ທອງ​ມັງ, ມອບ​ກິດ​ຈະ​ກຳ​ຊາວ​ຫນຸ່ມ​ລວມ​ມູນ​ຄ່າ 11 ລ້ານ​ກີບ ໃຫ້​ໂຮງ​ຮຽນ​ປະ​ຖົມ​ທອງ​ມັງ, ເຂົ້າ​ຮ່ວມ​ການ​ບູ​ລະ​ນະ​ສ້ອມ​ແປງ, ຕິດ​ຕັ້ງ​ລະ​ບົບ​ໄຟ​ຟ້າ, ປະ​ກອບໂຕະ​ຕັ່ງ, ເຄື່ອງ​ລະ​ຫລິ້ນ ແລະ ອຸ​ປະ​ກອນ​ຮັບ​ໃຊ້​ການ​ສິດ​ສອນ ແລະ ຮ່ຳ​ຮຽນ​ໃຫ້​ໂຮງ​ຮຽນ​ແຫ່ງ​ຫນຶ່ງ​ໃນ​ບໍ​ລິ​ເວນ​ເມືອງ, ຖ່າຍ​ທອດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກ່ຽວ​ກັບ​ການ​ປູກ​ຝັງ​, ລ້ຽງ​ສັດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ, ສອນ​ວິ​ທີ​ຟ້ອນ​ລ​ວມ​ໝູ່​ໃຫ້​ເຍົາ​ວະ​ຊົນ, ຝືກ​ຊ້ອມ​ກ່ຽວ​ກັບ​ທັກ​ສະ​ກັນ​ການ​ຕາຍ​ດຶກນ້ຳແລະ ຖືກ​ບາດ​ເຈັບ​ຈາກອຸ​ປະ​ຕິ​ເຫດໃຫ້​ພະ​ນັກ​ງານ​ຮັບ​ຜິດ​ຊອບ​ວຽກ​ງານ​ເຍົາ​ວະ​ຊົນ.

ໄວຫນຸ່ມນະຄອນຫລວງຮ່າໂນ້ຍ ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ - ລາວ - ảnh 2
ທ່ານ​ໝໍ​ຫນຸ່ມ​ຮ່າ​ໂນ້ຍກວດ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ລາວ
ພາບ:vov

        ​ການເຄື່ອນ​ໄຫວ ມື້​ທຳ​ອິດ ​ຂອງ​ຄະ​ນະ​​ໄດ້ມີ​ປະ​ຊາ​ຊົນ​ນັບຮ້ອຍ​ເທື່ອ​ຄົ​ນ ໃນ​ນັ້ນ ສ່ວນ​ຫລາຍ​ແມ່ນ​ຜູ້​ອາ​ຍຸ​ສູງ ແລະ ບັນ​ດາ​ຄອບ​ຄົວ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ເມືອງ ໄຊ​ທາ​ນີ ໄດ້​ຮັບ​ການ​ປິ່ນ​ປົວ ແລະ ສະ​ຫນອງ​ຢຸກ​ຢາໂດຍບໍ່​ເສຍ​ຄ່າ. ປະ​ຊາ​ຊົນ​ຢູ່​ທີ່ນີ້ ມີ​ຄວາມ​ປິ​ຕິ​ຊົມ​ຊື່​ນແລະ ຕື້ນ​ຕັນ​ໃຈ​ເມື່ອ​ໄດ້​ຮັບ​ກ​ານກວດ​ພະ​ຍາດ ແລະ ແນະ​ນຳ​ວິ​ທີ​ປ້ອ​ງ​ກັນ​ພະ​ຍາດ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ບັນ​ດາ​ທ່ານ​ໝໍ​ຫນຸ່ມ​ຫວຽດ​ນາມ. ນາງ ສົມ​ພອນ ທັນ​ນະ​ຄອນ ແລະ ເພື່ອນເລ​ຊັກ​ກະ​ທຳ ຢູ່ ​ບ້ານທອງ​ມັງ ເມືອງ ໄຊ​ທາ​ນີ ເວົ້າ​ວ່າ:

       ສຽງນາງ ​ສົມ​ພອນ ແລະ ເພື່ອ​ນ ເລ​ຊັກ​ກະ​ທຳ



        ​ນັບ​ແຕ່ ປີ 2007, ຄະ​ນະ​ຊາວ​ຫນຸ່ມ ນະ​ຄອນ ຮ່າ​ໂນ້ຍ ໄດ້ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ອາ​ສາ​ສະ​ໝັກ ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ. ໃນ 8 ປີ​ຜ່ານ​ມາ, ຄະ​ນະ​ຊາວ​ຫນຸ່ມ ນະ​ຄອນ ຮ່າ​ໂນ້ຍ, ຍາມ​ໃດ​ກໍ​ຮັກ​ສາ​ບັນ​ດ​າ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ, ແລກ​ປ່ຽນ​ບົດ​ຮຽນ, ເປີດກວ້າງ​ຫລາຍ​ເນື້ອ​ໃນ​ການ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ ແລະ ຮ່ວມ​ມື​ກັບ ຄະ​ນະ​ຊາວ​ຫນຸ່ມ ນະ​ຄອນ​ຫລວງ ວຽງ​ຈັນ ໃນ​ຫລາຍ​ຂົງ​ເຂດ, ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​​ຂອງ​ຊາວ​ຫນຸ່​ມ​ເຍົາ​ວະ​ຊົນ​ນະ​ຄອນ​ຫລວງ ວຽງ​ຈັນ​. ການ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ​ນີ້ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ແທດ​ຈິງ​ຕໍ່​ປະ​ຊາ​ຊົນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຊີ​ວິດ ແລະ ອາ​ລົມ​ຈິດ​ຂອງ​ປະ​ຊາ​ຊົນ​​ລາວກວ່າ. ດ​ຣ ຟ້າມ​ຍື​ຫາຍ, ຮອງ​ປະ​ທານ​ສະ​ມາ​ຄົມແພດ​ໝ​ໍ​ຫນຸ່ມ ຮ່າ​ໂນ້ຍ, ຮອງ​ຫົວ​ຫນ້າ​ຄະ​ນະ​ຊາວ​ຫນຸ່ມ​ອາ​ສາ​ສະ​ໝັກ ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ: ເມື່ອກວດ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ລາວ, ອ້າຍ​ຮູ້​ສຶກ​ມີ​ຄ​ວາມ​ໃກ້​ຊິດ​ສະ​ຫນິດ​ສະ​ຫນົມ​ຄື​ດັ່ງ​ພໍ່​ແມ່​ພີ່​ນ້ອງ​ຢູ່​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ.

        “ເມື່ອກວດ​ພະ​ຍາດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ທີ່ນີ້, ຜູ້​ມາ​ກວດ​ພະ​ຍາດ​ສ່ວນ​ຫລາຍ​ແມ່ນ​ຜູ້​ອາ​ຍຸ​ສູງ ເຄີຍ​​ເກີດ​ອາ​ການຄວາມ​ດັນ​ເລືອດ​ສູງ ສະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ໄດ້​ແນະ​ນຳ​ໃຫ້​ພໍ່​ແມ່​ວິ​ທີ​ປ້ອງ​ກັນ​ພະ​ຍາດ​ ແລະ ຫລີກ​ລ້ຽງ​​ອາ​ການ​ອຳ​ມະ​ພຶກ-ອຳ​ມະ​ພາດ. ນອກນັ້ນ ກໍ​​ເຕືອນ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ກ່ຽວ​ກັບ​​ບັນ​ດາ​ພະ​ຍາດ​ອາດ​ຈະ​ຖືກ​ແຜ່​ລາມ​ໃນ​ວົງ​ຄະ​ນາ​ຍາດກໍ​ຄື​ໃຫ້​ຄຳ​ປຶກ​ສາ​​ເພື່ອໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຮູ້​ຈັກ​ວິ​ທີ​ປ້ອງ​ກັນ. ການ​ເຄື່ອນ​ໄຫວ​ຂອງພວກ​ຂ້າ​ພະ​ເຈົ້າ​ ນອກ​ຈາກກວດ ແລະ ປິ່ນ​ປົວ​ພະ​ຍາດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ແລ້ວ ຍັງ​ເປັນ​ການ​ຮັດ​ແຫນ້ນ​ສາຍ​ພົວ​ພັນ​ສະ​ຫນິດ​ຕິດ​ພັນ​ກັບ​ປະ​ຊາ​ຊົນ​ລາວອີກ​ດ້ວຍ, ນີ້​ກໍ​ແມ່ນ​ຄວາມ​ເປັນ​ກຽດ​ຂອງ​ພວກ​ຂ້າ​ພະ​ເຈົ້າ.”

        ບັນ​ດາການ​ເຄື່ອນ​ໄຫວມີ​ຄວາມ​ໝາຍ​ແທດ​ຈິງ​ຂອງ​ຄະ​ນະ​ຊາວ​ຫນຸ່ມ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ເມືອງ​ໄຊ​ທາ​ນີ. ທ່ານ ຈັນ​ທະ​ລາ ອິນ​ທາ​ລາ​ຊີ, ເລ​ຂາ​ຄະ​ນະ​ພັກ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ໄຊ​ທາ​ນີ ໃຫ້​ຮູ້​ວ່າ: ນີ້​ແມ່ນ​ຄັ້ງ​ທີ 4 ຄະ​ນະ​ຊາວ​ຫນຸ່ມ​ນະ​ຄອນ ຮ່າ​ໂນ້ຍ ມາ​ ເມືອງນີ້ ເພື່ອ​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ. ການກວດ ແລະ ປິ່ນ​ປົວ​ພະ​ຍາດ, ສະ​ຫນອງ​ຢຸກ​ຢາ, ແນະ​ນຳ​ໃຫ້​ປະ​ຊາ​ຊົນ​ປ້ອງ​ກັນໂລກ​ລະ​ບາດ, ປ້ອງ​ກັນ​ຕ້ານ​ອຸ​ປະ​ຕິ​ເຫດ, ປະ​ດັບ​ປະ​ດາ, ສ້ອມ​ແປງ​ບູ​ລະ​ນະ​ໂຮງ​ຮຽນ… ມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງ ນີ້ກໍ​ແມ່ນ​ສິ່ງ​ທີ່​ປະ​ຊາ​ຊົນ​ເມືອງ ໄຊ​ທາ​ນີ ຕ້ອງ​ການ.

        ສ່ວນ​ທ່ານ ບຸນ​ຕາ ເທບ​ພະ​ບົງ, ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ຊາວ​ຫນຸ່ມ​ນະ​ຄອນ ວຽງ​ຈັນ ຕີ​ລາ​ຄາ​ວ່າ: ບັນ​ດາ​ການ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ​ຂອງ​ຄະ​ນະ​ຊາວ​ຫນຸ່ມ​ນະ​ຄອນ ຮ່າ​ໂນ້ຍ ໃນ​ຊຸມ​ປີ​ຜ່ານ​ມາ​​ແມ່ນມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫລວງ​ຫລາຍ​ຢ່າງ.

ສຽງ​ທ່ານ​ບຸນ​ຕາ

        ການ​ເຄື່ອນ​ໄຫວ​ຂອງ​ໄວ​ຫນຸ່ມ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຊາວ​ຫນຸ່ມ​ນະ​ຄອນ​ຫລວງ ສະ​ແດງ​ຄວາມ​ສາ​ມັກ​ຄ​ີ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ ແລະ ລາວ​ເວົ້າ​ລວ​ມ ແລະ ຊາວ​ຫນຸ່ມ​ອະ​ນຸ​ຊົນ ນະ​ຄອນ​ຫລວງ​ກໍ​ຄື​ປະ​ຊາ​ຊົນ, ຊາວ​ຫນຸ່ມ​ເມືອງ ໄຊ​ທາ​ນີ ນະ​ຄອນ​ຫລວງ ວຽງ​ຈັນ​ເວົ້າ​ສະ​ເພາະ. ​ໂດຍສືບ​ທອດ​ມຸນ​ເຊື້ອ​ຂອງ​ຄົນ​ລຸ້ນ​ກ່ອນ ພ້ອມ​ກັບ​ຈິດ​ໃຈ​ປະ​ຈັນ​ບານ​ອາ​ສາ​ສະ​ໝັກ​ຂອງ​ໄວ​ຫນຸ່ມ, ບັນ​ດາ​ຊາວ​ຫນຸ່ມ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໄດ້​ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ, ຮັດ​ແຫນ້ນ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ຊາດ​ຫວຽດ​ນາມ ແລະ ລາວກວ່າ​ອີກ.

 

ຕອບກັບ

ຂ່າວ/ບົດ​ອື່ນ