ໄວ​ໜຸ່ມ ອາ​ຊຽນ ຜູກ​ພັນ​ກັນ “ເພື່ອ​ພາກ​ພື້ນ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ທີ່​ເຂັ້ມ​ແຂງກວ່າ”

(VOVWORLD) -ໃນຊຸມວັນນີ້ບັນຍາກາດຂອງງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (ຊີເກມ 31) ພວມດຳເນີນໄປຢ່າງຟົດຟື້ນຢູ່ບັນດາແຂວງາກເໜືອ ຫວຽດນາມໄປຄຽງຄູ່ກັບການແຂ່ງຂັນກິລາແລ້ວມີຫຼາຍເຫດການພົບປະແລກປ່ຽນວັດທະນະທຳທີ່ມີສີສັນພິເສດກໍຖືກຈັດຂຶ້ນໃນນັ້ນມີງານ Festival ຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ ເຊິ່ງຫາກໍ່ດຳເນີນຢູ່ນະຄອນຫຼວງ ຮ່າໂນ້ຍເຫດການດັ່ງກ່າວຖືກຈັດຂຶ້ນບໍ່ພຽງແຕ່ເພື່ອຂ່ຳນັບຮັບຕ້ອນງານມະຫາກຳກິລາຂອງພາກພື້ນເທົ່ານັ້ນຫາກຍັງແມ່ນໂອກາດເພື່ອໃຫ້ຊາວໜຸ່ມນັກສຶກສາບັນດາປະເທດໄດ້ພົບປະແລປ່ຽນຜູກພັນກັນ “ເພື່ອພາກພື້ນອາຊີຕາເວັນອອກສ່ຽງໃຕ້ ທີ່ເຂັ້ມແຂວງກວ່າ”.
ໄວ​ໜຸ່ມ ອາ​ຊຽນ ຜູກ​ພັນ​ກັນ “ເພື່ອ​ພາກ​ພື້ນ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ທີ່​ເຂັ້ມ​ແຂງກວ່າ” - ảnh 1ຊາວໜຸ່ມ, ນັກສຶກສາ ບັນດາປະເທດເຂົ້າຮ່ວມເປັນຈຳນວນຫຼາຍ

ໃນສະພາບອາກາດທີ່ເຢັນສະບາຍພາຍຫຼັງຫ່າຝົນຕົ້ນລະດູຮ້ອນ, ນະຄອນຫຼວງ ຮ່າໂນ້ຍ ມີຄວາມປະຕິຊົມຊື່ນຕ້ອນຮັບຄະນະຜູ້ແທນຊາວໜຸ່ມຂອງ 11 ປະເທດ ອາຊີຕາເວັນອອກສ່ຽງໃຕ້, ກຳລັງອາສາສະໝັກ ຊີເກມ 31 ພ້ອມດ້ວຍຊາວໜຸ່ມ, ນັກສຶກສາ ຮ່າໂນ້ຍ ຈຳນວນຫຼວງຫຼາຍມາເຂົ້າຮ່ວມ Festival. ບໍລິເວນຖະໜົນຍ່າງອ້ອມໜອງຮວ່ານກຽມ ໄດ້ແບ່ງອອກເປັນຫຼາຍເຂດ ດ້ວຍກິດຈະກຳດຶງດູດໃຈຕ່າງໆຄື: ການສະແດງສິລະປະຢູ່ທ້ອງຖະໜົນ, ງານວາງສະແດງພາບຖ່າຍ “ຄວາມຄາດຫວັງຂອງອາຊີຕາເວັນອອກສ່ຽງໃຕ້”, ແຜນທີ່ມີລາຍເຊັນທີ່ລະນຶກ ຫຼື ຮ້ານວາງສະແດງດອກໄມ້ປະຈຳຊາດ - ຊຸດອາພອນປະຈຳຊາດ ແລະ ແນະນຳກ່ຽວກັບວັດທະນະທຳ, ອາຫານການກິນຂອງແຕ່ລະປະເທດ. ບໍ່ພຽງແຕ່ມີຊາວໜຸ່ມເທົ່ານັ້ນ ຫາກຍັງມີປະຊາຊົນນະຄອນຫຼວງ, ແຂກທ່ອງທ່ຽວສາກົນຈຳນວນຫຼາຍ ກໍຈູບຈ້າວຫ້າວຫັນຢາກລອງໃສ່ແພບຽງ Krama ຂອງ ກຳປູເຈຍ, ຊອກຮູ້ກ່ຽວກັບແພ Batik ຂອງ ອິນໂດເນເຊຍ, ລອງຊິມລົດຊາດຂອງເຂົ້າເໝົ້າ ຮ່າໂນ້ຍ ແລ້ວຈິບເບຍລາວ ຫຼື ຊີມນ້ຳຫວານໝາກມ່ວງທີ່ຫວານເຢັນຂອງ ໄທ… ເອື້ອຍ Chanidabha Yuktadatta, ເລຂາເອກສະຖານທູດ ໄທ ປະຈຳ ຫວຽດນາມ, ຜູ້ຕາງໜ້າຊາວໜຸ່ມ ໄທ ເຂົ້າຮ່ວມ Festival ໃຫ້ຮູ້ວ່າ:

“ຂ້າພະເຈົ້າດີໃຈ ແລະ ຮູ້ສຶກມ່ວນຫຼາຍເມື່ອໄດ້ເຂົ້າຮ່ວມເຫດການ Festival ຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ ເພາະວ່າ ດົນແລ້ວ, ຈຶ່ງມີເຫດການທີ່ໃຫຍ່ໆແບບນີ້ຖືກຈັດຂຶ້ນ ພາຍຫຼັງໄລຍະປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ກໍຄືໄດ້ພົບປະກັບຊາວໜຸ່ມ ຫວຽດນາມ ຫຼາຍຄົນ ທີ່ເຕັມໄປດ້ວຍພະລັງຊີວິດ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຈັດ ຊີເກມ 31 ຢ່າງສຳເລັດຜົນ ແລະ ເປັນຈຸດນັດພົບທີ່ປອດໄພສຳເລັດເພື່ອນມິດສາກົນ”.

Festival ຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ 2022 ໂດຍຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ຈັດຂຶ້ນ ເພື່ອແນໃສ່ຕ້ອນຮັບງານມະຫາກຳກິລາ ຊີເກມ ຢ່າງປອດໄພ, ສ້າງຄວາມປະທັບໃຈອັນດີງາມ, ໂຄສະນາພາບພົດຂອງປະເທດຊາດ, ປະຊາຊົນ ຫວຽດນາມ ສູ່ເພື່ອນມິດພາກພື້ນ ແລະ ສາກົນ, ພິເສດແມ່ນເຊື່ອມຕໍ່, ຊຸກຍູ້ການເປີດກວ້າງການພົວພັນລະຫວ່າງຊາວໜຸ່ມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້. ນອກຈາກບັນດາການເຄື່ອນໄຫວທີ່ຈັດຂຶ້ນຢູ່ອ້ອມໜອງ ຮວ່ານກ໊ຽມ ແລ້ວ, ຜູ້ແທນຊາວໜຸ່ມ 11 ປະເທດ ຍັງໄດ້ເຂົ້າຮ່ວມການຄົ້ນຫາຄວາມງາມຂອງນະຄອນຫຼວງ ຮ່າໂນ້ຍ ດ້ວຍລົດເມສອງຊັ້ນ “ City Tour”. ເດືອນເພັນ ໄຊຍະຄານ ຜູ້ຕາງໜ້າຊາວໜຸ່ມ ລາວ ເຂົ້າຮ່ວມກິດຈະກຳດັ່ງກ່າວ ໄດ້ແບ່ງປັນວ່າ ການຄົ້ນຫາດັ່ງກ່າວ ໄດ້ສ້າງຄວາມປະທັບໃຈອັນດີງາມຫຼາຍຢ່າງໃຫ້ແກ່ຕົນເອງ.

ໄວ​ໜຸ່ມ ອາ​ຊຽນ ຜູກ​ພັນ​ກັນ “ເພື່ອ​ພາກ​ພື້ນ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ທີ່​ເຂັ້ມ​ແຂງກວ່າ” - ảnh 2ຊາວໜຸ່ມບັນດາປະເທດນຸ່ງຊຸດອາພອນປະຈຳຊາດຍ່າງໃນງານ Festival 

ສ່ວນສຳລັບ Meng Kiry, ນັກສຶກສາ ກຳປູເຈຍ ປີທີ 4 ມະຫາວິທະຍາໄລກໍ່ສ້າງ ຮ່າໂນ້ຍ ແລ້ວ, Festival ຊາວໜຸ່ມ ຄັ້ງນີ້ ບໍ່ພຽງແຕ່ສ້າງໂອກາດໃຫ້ຊອກຮູ້ກ່ຽວກັບວັດທະນະທຳຂອງບັນດາປະເທດໃນພາກພື້ນເທົ່ານັ້ນ ຫາກຍັງແມ່ນໂອກາດໄດ້ແນະນຳ, ໂຄສະນາກ່ຽວກັບວັດທະນະທຳຂອງຊາດຕົນສູ່ເພື່ອນມິດສາກົນອີກດ້ວຍ.

“ນອກຈາກມີໂອກາດໄດ້ພົບປະແລກປ່ຽນ, ເຊື່ອມຕໍ່ກັບຊາວໜຸ່ມ, ນັກສຶກສາຫຼາຍກວ່າແລ້ວ, ນ້ອງຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ແນະນຳກ່ຽວກັບປະເທດຊາດ, ປະຊາຊົນ ກຳປູເຈຍໃຫ້ເພື່ອນໆ, ໂດຍສະເພາະໃນຂະນະທີ່ ກຳປູເຈຍ ຈະເປັນປະເທດເຈົ້າພາບຈັດ ຊີເກມ ຄັ້ງຕໍ່ໄປ. ເນື່ອງໃນໂອກາດນີ້, ນ້ອງກໍຢາກສົ່ງຄຳອວຍພອນໄປຍັງນັກກິລາທຸກຄົນທີ່ພວມແຂ່ງຂັນໃນຊີເກມ 31 ຄັ້ງນີ້ ຈົ່ງພະຍາຍາມແຂ່ງຂັນໃຫ້ດີທີ່ສຸດ ເພື່ອນຳເອົາກຽດອັນສະຫງ່າມາໃຫ້ປະເທດຊາດ”.

        ໂດຍກາຍຂອບເຂດຂອງເຫດການກິລາ, ຊີເກມ 31 ຍັງແມ່ນໂອກາດເພື່ອໃຫ້ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຮັດແໜ້ນຄວາມສາມັກຄີ, ມິດຕະພາບ, ການພົບປະແລກປ່ຽນປະຊາຊົນ, ຊຸກຍູ້ການທ່ອງທ່ຽວ, ເສດຖະກິດໃຫ້ພັດທະນາ. ເຫດການນີ້ ຍິ່ງມີຄວາມໝາຍກວ່າອີກ ເມື່ອເປັນເຫດການກິລາ - ວັດທະນະທຳ - ການທ່ອງທ່ຽວ ທຳອິດໃນລະດັບພາກພື້ນ ຖືກຈັດຂຶ້ນພາຍຫຼັງໂລກລະບາດໂຄວິດ - 19 ກໍຄື ພາຍຫຼັງທີ່ ບັນດາປະເທດ ອາຊຽນ ປະກາດເປີດປະຕູການທ່ອງທ່ຽວສາກົນຄືນໃໝ່, ມຸ່ງໄປເຖິງການຟື້ນຟູ ແລະ ພັດທະນາຢ່າງແຮງກວ່າອີກ. ຮ່າວີ, ຜູ້ຕາງໜ້າໃຫ້ຊາວໜຸ່ມ ຫວຽດນາມ ເຂົ້າຮ່ວມ Festival ອາຊີຕາເວັນອອກສ່ຽງໃຕ້, ແບ່ງປັນວ່າ:

“ຜ່ານການຈັດ ຊີເກມ 31 ກໍຄື ເຫດການ Festival ຄັ້ງນີ້, ຫວຽດນາມ ໄດ້ຢັ້ງຢືນວ່າ ຫວຽດນາມ ເປັນຈຸດນັດພົບທີ່ປອດໄພ, ເປັນມິດສະໜິດສະໜົມ. ຕາມຂ້າພະເຈົ້າແລ້ວ, ສານທີ່ວ່າ  “ເພື່ອພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ທີ່ເຂັ້ມແຂງກວ່າ”, ເຂັ້ມແຂງຢູ່ທີ່ນີ້ ບໍ່ພຽງແຕ່ແມ່ນຄຳໃຫ້ກຳລັງໃຈໃນການແຂ່ງຂັນກິລາເທົ່ານັ້ນ, ຫາກຍັງແມ່ນຄວາມເຂັ້ມແຂງໃນການປ້ອງກັນ, ຕ້ານໂລກລະບາດ, ໃນການຟື້ນຟູ ແລະ ພັດທະນາພື້ນຖານເສດຖະກິດ ອີກດ້ວຍ”.

Festival ຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ ປີ 2022 ໄດ້ອັດລົງແລ້ວ ແຕ່ຄວາມຮູ້ສຶກ, ການຄົ້ນຫາທີ່ທາງລາຍການນຳມາໃຫ້, ແນ່ນອນວ່າ ຈະຝັງເລິກໃນໃຈເພື່ອນໜຸ່ມຫຼາຍຄົນ. ຄວາມມານະພະຍາຍາມ, ສາມັກຄີ, ຄວາມສຸດຈິດສຸດໃຈ ແລະ ປະດິດຄິດສ້າງຂອງໄວໜຸ່ມບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ນັ້ນເອງ ຈະປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການສ້າງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃຫ້ໝັ້ນຄົງເຂັ້ມແຂງກວ່າ, ສາມັກຄີກວ່າ ເພື່ອໃຫ້ປະຊາຊົນ ກໍຄືຊາວໜຸ່ມ ໄດ້ດຳລົງຊີວິດໃນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ວັດທະນາຖາວອນ./.

ຕອບກັບ

ຂ່າວ/ບົດ​ອື່ນ