ໄວໜຸ່ມທົ່ວໂລກເວົ້າຫຍັງກ່ຽວກັບປະຊາທິປະໄຕ

(VOVWORLD) - ກ່ອນນີ້ 2, 3 ອາທິດ, ພວກຂ້າພະເຈົ້າໄດ້ແນະນຳເຖິງທ່ານຜູ້ຟັງ ແລະ ຜູ້ອ່ານບົດຂຽນກ່ຽວກັບ ເວທີປາໄສປະທິປະໄຕ ບາລີ 2017 - ສະຖານທີ່ແບ່ງປັນຄວາມນຶກຄິດ ແລະ ບົດຮຽນກ່ຽວກັບການຊຸກຍູ້ພື້ນຖານປະຊາທິປະໄຕ. ໃນຂອບເຂດເວທີປາໄສນີ້, ເປັນຄັ້ງທຳອິດ, ນັກສຶກສາກ່ວາ 150 ຄົນທີ່ມາຈາກ 61 ປະເທດ ມີໂອກາດໄດ້ແລກປ່ຽນ ແລະ ເປີດກ້ວາງວິໄສທັດ ກ່ຽວກັບບັນຫາປະຊາທິປະໄຕ ໃນໂລກ ຜ່ານ “ກອງປະຊຸມນັກສຶກສາປະຊາທິປະໄຕ ບາລີ 2017” (BDSC). ນັກຂ່າວ ເຮືອງຈ່າ ຈະສືບຕໍ່ນຳສະເໜີກ່ຽວກັບເວທີປາໄສນີ້ຜ່ານບົດຂຽນທີ່ມີຫົວຂໍ້ວ່າ “ໄວໜຸ່ມທົ່ວໂລກເວົ້າຫຍັງກ່ຽວກັບປະຊາທິປະໄຕ”.
ໄວໜຸ່ມທົ່ວໂລກເວົ້າຫຍັງກ່ຽວກັບປະຊາທິປະໄຕ - ảnh 1ເວທີປາໄສຈັດຂຶ້ນດ້ວຍການເຂົ້າຮ່ວມຂອງຜູ້ແທນ 150 ຄົນ 

        “ຂ້າພະເຈົ້າຈະແນະນຳບັນຫາທີ່ເກີດຂຶ້ນຢູ່ ອິນເດຍ ໃນປີ 2014. ນັ້ນແມ່ນການເລືອກຕັ້ງທົ່ວປະເທດຄັ້ງທຳອິດໄດ້ດຳເນີນຢູ່ ອິນເດຍ. ພວກເພື່ອນຮູ້ບໍ່ວ່າ? ເປັນຄັ້ງທຳອິດ, ໄວໜຸ່ມ ອິນເດຍ 115 ລ້ານຄົນ ມີເງື່ອນໄຂຢ່າງພຽງພໍເພື່ອເຂົ້າຮ່ວມການເລືອກຕັ້ງ. ພວກຂ້າພະເຈົ້າມີສິດເລືອກຕັ້ງການນຳໃຫ້ປະເທດຂອງຕົນ. ພັກຄອງເກຼດ ແມ່ນພັກກຳອຳນາດຢູ່ ອິນເດຍ ໃນຕະຫຼອດເຄິ່ງສະຕະວັດຜ່ານມາຕ້ອງໄດ້ສູນເສຍທີ່ຕັ້ງໃຫ້ພັກໂດຍປະຊາຊົນເລືອກຕັ້ງຂຶ້ນ. ແລະນີ້ແມ່ນການພິສູດໃຫ້ເຫັນຄວາມສຳຄັນຂອງການເລືອກຕັ້ງ ແລະ ບົດບາດຂອງໄວໜຸ່ມໃນສັງຄົມປະຊາທິປະໄຕ.”

        Syed Zameer Raza Safvi ມາຈາກ ອິນເດຍ ໄດ້ແບ່ງປັນດ້ວຍຄວາມພູມໃຈໃຫ້ໄວໜຸ່ມກ່ວາ 150 ຄົນຮູ້ກ່ຽວກັບສະພາບການຕົວຈິງດ້ານການເມືອງຢູ່ ອິນເດຍ ໃນຊຸມປີຜ່ານມາ. ຕາມ Syed ແລ້ວ, ສິດປະຊາທິປະໄຕຕິດພັນກັບສິດເສລີໃນການປາກເວົ້າ, ສິດເສລີດ້ານສາສະໜາ, ສິດເສລີໃນການເຫຼື້ອມໃສ, ວັດທະນະທຳ ແລະ ປະຊາທິປະໄຕສັງຄົມ. Syed ຖືວ່າ, ໜຶ່ງໃນບັນດາບັນຫາພົ້ນເດັ່ນຂອງປະຊາທິປະໄຕແມ່ນສິດເລືອກຕັ້ງ, ເລືອກເອົາບັນດາຜູ້ນຳຂອງປະເທດຊາດ, ນຳມາເຊິ່ງຜົນສຳເລັດໃຫ້ແກ່ວິວັດການປະຊາທິປະໄຕ.

        ບໍ່ພຽງແຕ່ Syed ເທົ່ານັ້ນ, ໄວໜຸ່ມທຸກຄົນທີ່ເຂົ້າຮ່ວມເວທີປາໄສຕ່າງກໍ່ຖືວ່າ: ຊາວໜຸ່ມສວມບົດບາດສຳຄັນໃນວິວັດການປະຊາທິປະໄຕ. Rechel Jacob, ນັກສຶກສາມະຫາວິທະຍາໄລ Illios, ປະເທດ ອາເມລິກາ, ຖືວ່າ: ຫົວຂໍ້ຂອງວາລະປຶກສາຫາລື “ບົດບາດ ແລະ ການປະກອບສ່ວນຂອງນັກສຶກສາໃນວິວັດການການເມືອງປະຊາທິປະໄຕ” ຢູ່ BDSC ແມ່ນເໝາະສົມທີ່ສຸດ. Jacob ແບ່ງປັນວ່າ: ເຖິງວ່າພື້ນຖານປະຊາທິປະໄຕນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດຊາດກໍ່ຕາມ ແຕ່ສຳລັບປະເທດທີ່ມີບົດຮຽນອັນຍາວນານກ່ຽວກັບປະຊາທິປະໄຕຄື ອາເມລິກາ ກໍ່ຍັງມີຫຼາຍບັນຫາຂາດຕົກປົກຜ່ອງ, ພິເສດແມ່ນການເຂົ້າຮ່ວມຂອງໄວໜຸ່ມໃນບັນດາບັນຫາສັງຄົມ.

        “ຖ້າວ່າບໍ່ມີວິທີຈັດຕັ້ງທີ່ດີນັ້ນ ວິວັດການປະຊາທິປະໄຕຈະບໍ່ປະສົບຜົນສຳເລັດ. ສິ່ງຈຳເປັນເພື່ອສ້າງບັນດາລະບອບປະຊາທິປະໄຕ ແມ່ນຄວາມເສລີ ແລະ ໂປ່ງໃສ. ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມເສລີປະຊາທິປະໄຕກໍ່ພາໄປເຖິງບັນຫາໜຶ່ງແມ່ນ ປະຈຸບັນ ໃນໂລກເວົ້າລວມ ແລະ ຢູ່ ອາເມລິກາ ເວົ້າສະເພາະ ໄວໜຸ່ມສ່ວນຫຼາຍບໍ່ສົນໃຈຕໍ່ບັນດາບັນຫາສັງຄົມ, ບໍ່ສົນໃຈເຖິງບັນຫາຕ່າງໆທີ່ເກີດຂຶ້ນຢູ່ຂ້າງຕົນເທົ່າທີ່ຄວນ”

ໄວໜຸ່ມທົ່ວໂລກເວົ້າຫຍັງກ່ຽວກັບປະຊາທິປະໄຕ - ảnh 2 ບັນດາຜູ້ແທນຕັ້ງໜ້າປະກອບຄຳເຫັນທີ່ເວທີປາໄສ

         ກໍ່ມີຄວາມເຫັນຄືກັນກັບ Jacob, ເພື່ອນ Denisa Amelia Kawuryan ຕາງໜ້າໃຫ້ຄະນະຜູ້ແທນໜຸ່ມ ອິນໂດເນເຊຍ, ນັກສຶກສາມະຫາວິທະຍາໄລ President, ຂະແໜງພົວພັນສາກົນກໍ່ໄດ້ຍົກອອກບັນຫາໜຶ່ງທີ່ເປັນໜ້າສົນໃຈໃຫ້ແກ່ເວທີປາໄສ:

        “ປະຈຸບັນ, ການພັດທະນາພາຫະນະສື່ມວນຊົນພາຍໃຕ້ຮູບແບບປະຊາທິປະໄຕຢູ່ ອິນໂດເນເຊຍ ແມ່ນດີພໍສົມຄວນ. ມີພຽງບັນຫາໜຶ່ງຕ້ອງໄດ້ຮັບການຄວບຄຸມກວດການັ້ນແມ່ນບາງກຸ່ມ, ບາງອົງການສວຍໃຊ້ສິ່ງດັ່ງກ່າວເພື່ອຍົກອອກບັນດາຂໍ້ມູນຂ່າວທີ່ຜິດເຂວ. ແລະ ປະຊາຊົນຖືກຜົນສະທ້ອນຍ້ອນບັນດາຂໍ້ມູນຂ່າວນີ້ຢ່າງງ່າຍດາຍ. ຍ້ອນແນວນັ້ນ, ໃນນາມສ່ວນຕົວຂ້າພະເຈົ້າເອງຍາມໃດກໍ່ຢາກຮຽກຮ້ອງໃຫ້ລຸ້ນໜຸ່ມ ຈົ່ງມີຄວາມຮັບຜິດຊອບ ແລະ ສະຫຼາດໃນການນຳໃຊ້ສື່ສັງຄົມ, ຍ້ອນເຂົາເຈົ້າແມ່ນອະນາຄົດຂອງປະເທດຊາດ, ມີໜ້າທີ່ຮັບຜິດຊອບໃນການປົກປັກຮັກສາຄວາມເປັນເອກະພາບຂອງປະເທດຊາດ.”

        ຫງວຽນແທງບີ່ງ, ນັກສຶກສາ ຫວຽດນາມ ເຂົ້າຮ່ວມ BDSC ແບ່ງປັນ, ຢູ່ ຫວຽດນາມ, ນັກສຶກສາມີສິດສະແດງຄວາມເຫັນຂອງຕົນ ແລະ ເຂົ້າຮ່ວມບັນດາບັນຫາໃຫຍ່, ສຳຄັນຂອງປະເທດຊາດ:

        “ຢູ່ ຫວຽດນາມ ມີສະມາຄົມນັກສຶກສາ ຫວຽດນາມ, ຕາງໜ້າໃຫ້ນັກສຶກສາລາຍງານ, ສະເໜີຕໍ່ພັກ, ລັດ, ບັນດາຂະແໜງການ, ຂັ້ນຕ່າງໆ, ຕໍ່ໂຮງຮຽນບັນດາບັນຫາຕ້ອງໄດ້ຮັບການແກ້ໄຂເພື່ອຮັບປະກັນຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ, ຊອບທຳຂອງນັກສຶກສາ. ຂ້າພະເຈົ້າເຊື່ອໝັ້ນວ່າ, ຢູ່ບ່ອນໃດກໍ່ຄືກັນ, ຊາວໜຸ່ມ - ເຍົາວະຊົນ ຕ້ອງມີສຽງເວົ້າຂອງຕົນ ແລະ ຕ້ອງມີການຮັບຟັງ. ທັງໝົດສິ່ງເທົ່ານັ້ນ ເພື່ອມຸ່ງໄປເຖິງຈຸດປະສົງລວມແມ່ນສ້າງສັງຄົມຮັ່ງມີເຂັ້ມແຂງ ແລະ ກ້າວໜ້າກ່ວາ.”

        ທີ່ເວທີປາໄສຄັ້ງນີ້, ຜູ້ແທນຊາວໜຸ່ມເຂົ້າຮ່ວມ BDSC ໄດ້ພ້ອມກັນຮຽບຮຽງ ແລະ ຮັບຮອງເອົາບົດສະຫລຸບ ແລະ ຂໍ້ສະເໜີແນະເພື່ອຍື່ນສະເໜີຕໍ່ BDF 2017. ໃນນັ້ນ, ເລື່ອງສືບຕໍ່ຈັດຕັ້ງເວທີປາໄສ BDSC ໃນຊຸມປີຕໍ່ໄປແມ່ນວຽກງານທີ່ຈຳເປັນເຊິ່ງເວທີປາໄສຄັ້ງນີ້ຈະມຸ່ງໄປເຖິງ.

        ອາດເວົ້າໄດ້ວ່າ: ນີ້ເປັນຄັ້ງທຳອິດທີ່ເຂົ້າຮ່ວມເວທີປາໄສປະຊາທິປະໄຕ ບາລີ, ແຕ່ບັນດາຜູ້ແທນນັກສຶກສາມາຈາກ 61 ປະເທດໃນໂລກໄດ້, ແລກປ່ຽນ, ແບ່ງປັນຢ່າງກ້າຫານ, ກົງໄປກົງມາ ແລະ ຢັ້ງຢືນບົດບາດຈຳເປັນຂອງລຸ້ນໜຸ່ມປະຈຸບັນຢ່າງຈະແຈ້ງກໍ່ຄື ໜ້າທີ່ຮັບຜິດຊອບຂອງເຂົາເຈົ້າຕໍ່ພື້ນຖານສັນຕິພາບ ແລະ ຄວາມວັດທະນາຖາວອນຂອງທົ່ວໂລກເວົ້າລວມ ກໍ່ຄືຂອງປະເທດຊາດເວົ້າສະເພາະ, ຜ່ານການປະກອບສຽງເວົ້າ ແລະ ພູມປັນຍາຂອງເຂົາເຈົ້າໃຫ້ແກ່ອະນາຄົດອັນດີງາມຂອງທົ່ວໂລກ ເຊິ່ງຢູ່ຫັ້ນເຂົາເຈົ້າແມ່ນເຈົ້າຂອງ.

ຕອບກັບ

ຂ່າວ/ບົດ​ອື່ນ