ໄວໜຸ່ມໄທກັບອາຫານການກິນ ແລະ ພາສາ ຫວຽດນາມ

(VOVWORLD) - ໄທ ແລະ ຫວຽດນາມ ເຖິງວ່າບໍ່ມີຊາຍແດນຕິດຈອດກັນກໍ່ຕາມ ແຕ່ມີການພົວພັນຮັກແພງກັນແຕ່ດົນນານມາແລ້ວ. 

ໃນວັນນີ້, ພ້ອມກັບ “ທ່າອ່ຽງການເຊື່ອມໂຍງເຂົ້າກັບເສດຖະກິດ” ໃນພາກພື້ນ, ຄວາມຮຽກຮ້ອງຕ້ອງການແລກປ່ຽນວັດທະນະທຳ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນ 2 ປະເທດ, ເປັນຕົ້ນແມ່ນໄວໜຸ່ມນັບມື້ນັບໄດ້ເພີ່ມຂຶ້ນ. ໃນນັ້ນ, ບັນດາເພື່ອນໜຸ່່ມ ໄທ ໄດ້ນິຍົມ ແລະ ສົນໃຈເຖິງອາຫານການກິນ ແລະ ພາສາ ຫວຽດນາມ ທີ່ສຸດ.

ໄວໜຸ່ມໄທກັບອາຫານການກິນ ແລະ ພາສາ ຫວຽດນາມ - ảnh 1 ຊາວໜຸ່ມ ຫວຽດນາມ - ໄທ

ດ້ວຍຈຸດປະສົງ “ຮຽນເພື່ອຮັບໃຊ້ໃຫ້ແກ່ວຽກງານ”, ພາສາ ຫວຽດນາມ ໄດ້ຊ່ວຍໃຫ້ນາງ ກິຕິຢາ ລຳດວນໃນເມືອງ, ຮຽນຈົບຂະແໜງລົງເລິກພາສາ ຫວຽດນາມ ແລະ ການສົນທະນາສື່ສານ, ຂຶ້ນກັບມະຫາວິທະຍາໄລ ອຸບົນ ຣາດຊະທານີ ໄດ້ “ຫຍັບເຂົ້າມໍ່” ກັບວັດທະນະທຳ ແລະ ປະຊາຊົນ ຫວຽດນາມ ກ່ວາ, ລະບົບຮຽນ “3+1” ໝາຍຄວາມວ່າ ຮຽນຢູ່ ໄທ 3ປີ ແລະ ຮຽນຢູ່ ຫວຽດນາມ 1ປີ ເຊິ່ງໄດ້ຊ່ວຍໃຫ້ນາງ…ໄດ້ຜ່ານພຶດຕິກຳຕົວຈິງຢູ່ ຫວຽດນາມ ຫລາຍກ່ວາ. ນາງ ກິຕິຢາ ລຳດວນໃນເມືອງ ແບ່ງປັນວ່າ:

ເຖິງວ່າບໍ່ຮຽນຂະແໜງລົງເລິກພາສາ ຫວຽດນາມ ຄືນາງ ກິຕິຢາ ລຳດວນໃນເມືອງ ກໍ່ຕາມ, ແຕ່ທ້າວ ຢຸດທະນາ ຣິດທະຣີ, ອາຍຸ 24 ປີ, ປັດຈຸບັນພວມຮຽນລະດັບປະລິນຍາໂທຢູ່ ປາຣີ, ປະເທດ ຝຮັ່ງ ພັດໄດ້ຜ່ານພຶດຕິກຳຕົວຈິງຫລາຍຢ່າງກ່ຽວກັບ ຫວຽດນາມ ໂດຍຜ່ານການເຄື່ອນໄຫວແລກປ່ຽນຊາວໜຸ່ມ 2 ປະເທດເຊິ່ງຫ່າງຈາກນີ້ມາເປັນເວລາ 3 ປີ. ພິເສດແມ່ນການເຄື່ອນໄຫວ Homestay ຢູ່ຊານນະຄອນຫລວງ ຮ່າໂນ້ຍ, ເຮັດໃຫ້ນາງ ຢຸດທະນາ ຣິດທະຣີ ມີຄວາມຮູ້ສຶກ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບັນດາຄວາມງາມທີ່ຄ້າຍຄືກັນລະຫວ່າງ 2 ປະເທດກ່ວາ.ທ້າວ ຢຸດທະນາ ຣິດທະຣີ ແບ່ງປັນວ່າ:

ໄວໜຸ່ມໄທກັບອາຫານການກິນ ແລະ ພາສາ ຫວຽດນາມ - ảnh 2

ອາຫານການກິນຂອງ ຫວຽດນາມ ຢູ່ ໄທ, ເຖິງວ່າມີເຄັດລັບການປຸງແຕ່ງຄືຢູ່ພາຍໃນປະເທດກໍ່ຕາມ ແຕ່ຍັງມີບັນດາຈຸດທີ່ແຕກຕ່າງກັນ ຫາກພຽງແຕ່ຜູ້ທີ່ມີໂອກາດໄດ້ຮັບປະທານອາຫານຢູ່ ຫວຽດນາມ ຈຶ່ງມີຄວາມຮູ້ສຶກໄດ້. ນີ້ກໍ່ແມ່ນຈຸດພິເສດທີ່ເຮັດໃຫ້ນາງ ນັດນີຈາ ຫລິມບຸນງາມ, ອາຍຸ 24 ປີ, ປັດຈຸບັນພວມເຮັດວຽກຢູ່ ບາງກອກ, ມັກຄົ້ນຫາ “ວັດທະນະທຳອາຫານການກິນ” ຫວຽດນາມ ເນື່ອງໃນໂອກາດໄປພົບປະແລກປ່ຽນ ແລະ ເຝິກງານຢູ່ ຫວຽດນາມ.

ນອກຈາກເລື່ອງ “ນິຍົມອາຫານ ຫວຽດນາມ” ແລ້ວ, ນາງ ນັດນີຈາ ຫລິມບຸນງາມ ຍັງມັກຮຽນພາສາ ຫວຽດນາມ. ດັ່ງນັ້ນ, ລາວຈຶ່ງຈົດທະບຽນຮຽນພາສາ ຫວຽດນາມ ຢູ່ມະຫາວິທະຍາໄລ ຂອນແກ່ນ ເມື່ອຕອນຍັງເປັນນັກສຶກສາຂອງໂຮງຮຽນນີ້.

ໄວໜຸ່ມໄທກັບອາຫານການກິນ ແລະ ພາສາ ຫວຽດນາມ - ảnh 3 ນັກສຶກສາ ໄທ ຄົ້ນຫາຊົນນະບົດ ຫວຽດນາມ 

ນາງ ນັດນີຈາ ຫລິມບຸນງາມ ໃຫ້ຮູ້ຕື່ມອີກວ່າ, ໄປ ຫວຽດນາມ ແຕ່ລະເທື່ອ ລ້ວນແຕ່ເຮັດໃຫ້ລາວມີຄວາມຮູ້ສຶກອົບອຸ່ນຄືໄດ້ “ກັບບ້ານ”. ນາງ ນັດນີຈາ ຫລິມບຸນງາມ ປາດຖະໜາວ່າ ຈະພັດທະນາທັກສະການພົບປະໂອ້ລົມດ້ວຍພາສາ ຫວຽດນາມ ໃຫ້ດີກວ່າ, ເພື່ອໃນອະນາຄົດ, ຖ້າຫາກມີໂອກາດ ແມ່ນຈະໄປເຮັດວຽກຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ