ໝູ່ບ້ານກາງນ້ຳ Kampong Ayer ປະເທດ ບຣູໄນ

(vovworld)- ບຣູ​ໄນ ​ແມ່ນ​ລາຊະ​ອານາຈັກ​ກ່ຽວ​ກັບ​ນ້ຳມັນ​ດ້ວຍ​​ໂບດສາສະຫນາ​ອິດສະ​ລາມ​ທີ່ຟອກ​ຄຳ ​ແລະ ບັນດາ​ວັງ​ທີ່​ໃຫຍ່​ໂຕ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະ​ເທດ​ນີ້ ພັດ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ຈາກ​ໝູ່​ບ້ານ​ນ້ອຍ​ຢູ່​ແຄມ​ແມ່​ນ້ຳ ບຣູ​ໄນ, ຊຶ່ງ​ແມ່ນ​ສະຖານ​ທີ່​ປະຊາຊົນ​ດຳລົງ​ຊີວິດ​ດ້ວຍ​ອາຊີບ​ຫາ​ປາ ​ແລະ ຜະລິດ​ບັນດາ​ຜະລິດ​ຕະພັນ​​ດ້ວຍ​ໄມ້, ​ເງິນ, ທອງ ​ແລະ​ອື່ນໆ. ປະຈຸ​ບັນ ບຣູ​ໄນ ​ແມ່ນ​ປະ​ເທດ​ມີ​ພື້ນຖານ​ເສດຖະກິດ​ພັດທະນາ​ຖາວອນ ​ແຕ່​ບໍ່​ດັ່ງ​ນັ້ນຊາວ​ບຣູ​ໄນພັດ​ຫລົງ​ລືມ​ຕົ້ນ​ກຳ​ເນີ​ດຂອງ​ຕົນ ​ແລະ ນັ້ນ​ແມ່ນ​ສາຍ​ເຫດ​ເປັນ​ຫຍັງ​ໝູ່​ບ້ານ​ກາງ​ນ້ຳ Kampong Ayer ຍັງ​ຄົງ​ຕົວ ​ແລະ ພັດທະນາ.

ໝູ່ບ້ານກາງນ້ຳ Kampong Ayer ປະເທດ ບຣູໄນ - ảnh 1
ພາບປະກອບ:vietgiaitri.com

        ໝູ່​ບ້ານ​ກາງ​ນ້ຳ Kampong Ayer ຂຶ້ນ​ກັບ​ເມືອງ Brunei ​ແລະ  Muar ນະຄອນຫລວງ Bandar Seri. Kampong Ayer ຕາມ​ພາສາ​ມາ​ເລຍ​ເຊຍ​ແມ່ນ​ໝູ່​ບ້ານ​ກາງ​ນ້ຳ, ໝາຍ​ຄວາມ​ວ່າ​ໝູ່​ບ້ານ​ເທິງ​ແມ່​ນ້ຳ. ດ້ວຍ​ປະຫວັດສາດ​ເກືອບ 1.500 ປີ, ໝູ່​ບ້ານ​ກາງ​ນ້ຳ Kampong Ayer ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາວ ບຣູ​ໄນ. ​ໃນ​ໄລຍະ​ຈະ​ເລີ​ນຮຸ່ງ​ເຮ​ືອງ​ທີ່​ສຸດ (1485 - 1524), Kampong Ayer ​ແມ່ນ​ສູນ​ປົກຄອງ​, ​ແມ່ນ​ເມືອງ​ຫລວງ​ຂອງ​ລະບອບ​ບຣູ​ໄນ ​ແລະ ກໍ​ແມ່ນ​ທ່າ​ກຳ​ປັ່ນ​ສຳຄັນ​ໃນ​ພາກ​ພື້ນ, ​ແມ່ນ​ສະຖານ​ທີ່​ເຕົ້າ​ໂຮມ​ຂອງ​ບັນດາ​ພໍ່ຄ້າ​ຊາວ​ຂາຍ​ຈາກ​ຝ່າຍ​ຕາ​ເວັນ​ຕົກ​ກໍ​ຄື​ຈາກ​ຈີນ, ກຳປູ​ເຈຍ ​ແລະ ບັນດາ​ປະ​ເທດ​ບ້ານ​ໃກ້​ຄຽງ​ອື່ນ. ປະຈຸ​ບັນ ໝູ່​ບ້ານ​ກາງ​ນ້ຳ Kampong Ayer ມີ​ປະຊາຊົນ​ດຳລົງ​ຊີວິດ​ກວ່າ 30.000 ຄົນ, ກວມ 10% ພົນລະ​ເມືອງ​ຂອງ​ລາຊະ​ອານາ​ຈັກ ບຣູ​ໄນ ​ແລະ​ແມ່ນ​ບ່ອນ​ສະ​ແດງ​​ໃຫ້​ເຫັນ​ພື້ນຖານ​ວັດທະນະທຳ​ແມ່​ນ້ຳ​ລຳ​ເຊ​ຂອງ​ປະ​ເທ​ດຢູ່​ອາຊີ​ຕາ​ເວັນ​ອອກ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ. ​ເພາະສະ​ນັ້ນ ໝູ່​ບ້ານ​ກາງ​ນ້ຳ Kampong Ayer ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໂລກ. ອ້າ​ຍ Vu Tuan Phong ນັກ​ທ່ອງ​ທ່ຽວ​ມາ​ຈາກ​ແຂວງ ກວ໋າງນີງ ຫວຽດນາມ ມີ​ຄວາມ​ແປກ​ປະຫລາດ​ໃຈ​ຕໍ່​ຄວາມ​ງາມ​ຂອງ ໝູ່​ບ້ານ​ກາງ​ນ້ຳ Kampong Ayer, ອ້າຍ Vu Tuan Phong ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ຮູ້ສຶກ​ປະ​ທັບ​ໃຈ ຍ້ອນ​ສະ​ຖາ​ປັດຕະຍະ​ກຳ​ຂອງໝູ່​ບ້ານ​ກາງ​ນ້ຳ​ນີ້. ​​ມອງ​ແຕ່​ໄກ, ໝູ່​ບ້ານ​ຄື​ດັ່ງ​​ເທດ​ສະບາ​ນ​ແຫ່ງ​ນ້ອຍ ​ແຕ່​​ເມື່ອ​ມາ​ຮອດ​ແລ້ວ ປະກົດ​​ເຫັນບັນດາ​ເຮືອນຮ້ານ​ໄດ້​ຮັບ​ການ​ກໍ່ສ້າງ​ຕາມ​ແບບ​ປະ​ເພນີ​ທີ່​ເປັນ​ເອກະລັກ​ສະ​ເພາະ. ​ເຮືອນຮ້ານ​ ​ແລະ ກິດຈະກຳ​ທັງ​ໝົດ​ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ໄມ້. ຂ້າພະ​ເຈົ້າ​ເຫັນ​ວ່າ, ບັນດາ​ເຮືອນຮ້ານ​ຢູ່​ທີ່​ນີ້​ຖືກ​ຈັດ​ສັນ​ຢ່າງ​ເໝາະ​ສົມ ດ້ວຍ​ເດີ່ນ​ກວ້າງຢູ່​​ເບື້ອງ​ຫນ້າ​ເຮືອນ​ເພື່ອ​ປູກຕົ້ນ​ໄມ້​ປະດັບ​ເອ້, ດອກ​ໄມ້ ​ແລະ ສ່ວນ​ຫນຶ່ງ​ເພື່ອ​ຜະລິດ​​ເຄື່ອງ​ຫັດຖະກຳ. ​​ເຖິງ​ວ່າ ​ເຄື່ອງ​ໃຊ້​ໃນ​ເຮືອນ​ແມ່ນ​ລຽບ​ງ່າຍ​ກໍ​ຕາມ ​ແຕ່ການຊັບຊ້ອນ​ຫ້ອງ​​ໃນ​ເຮືອນຮ້ານ​ແມ່ນ​ຄົບ​ຖ້ວນ ​ແລະ ​ເໝາະ​ສົມ. ​ເຮືອນຮ້ານ​ທັງ​ໝົດ​ແມ່ນ​ເຊື່ອມ​ຕໍ​ນຳ​ກັນ, ສ້າງ​ສະພາບ​ແວດ​ລ້ອມ​ດຳລົງ​ຊີວິດ​ທີ່ໃກ້​ຊິດ​ສະຫນິດສະຫນົມ.”

ໝູ່ບ້ານກາງນ້ຳ Kampong Ayer ປະເທດ ບຣູໄນ - ảnh 2
ໝູ່​ບ້ານ​ກາງ​ນ້ຳ Kampong Ayer
ພາບ:dulich.vn

        ດ້ວຍ​​ເຂດຊຸມ​ຊົນ 42 ​ແຫ່ງ ລວມມີ​ກວ່າ 4000 ກິດຈະກຳ​ໃນ​ນັ້ນ​ມີ: ​ໂຮງຮຽນ, ​ໂຮງໝໍ, ປ້ອມ​ຕຳຫລວດ, ອົງການ​ປົກຄອງ.... ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ໄມ້ Mangrove ຊຶ່ງ​ແມ່ນ​ໄມ້​ປະ​ເພດ​ພິ​ເສດ​ຢູ່​ເທິງ​ເກາະ Boneo. ຕາມ​ປະຊາຊົນ​ຢູ່​ທີ່​ນີ້ ​ໄມ້​ປະ​ເພດ​ນີ້ ​ແມ່ນ​ແຂງ ​ແລະ ​ແຫນ້ນຫນາ ສາມາດ​ຮັບນ້ຳຫນັກ​ຂອງ​ເຮືອນຮ້ານ, ພ້ອມ​ທັງທົນ​ທານ​ຕໍ່ຜົນ​ສະທ້ອນ​ຈາກ​ນ້ຳ​ນັບ​ຮ້ອຍ​ປີ​. ບັນດາ​ເຮືອນຮ້ານ​ຄ້ຳດ້ວຍ​ເສົາ​ໄມ້​ຫ່າງ​ຈາກ​ຫນ້າ​ນ້ຳ​ປະມານ 2 ​ແມັດ ​ແລະ ​ເຊື່ອມ​ຕໍ່​ກັນ​ດ້ວຍ​​ເສັ້ນທາງ​ໄມ້ ມີ​ຄວາມ​ຍາວ​ເກືອບ 50 ກິ​ໂລ​ແມ​ັດ. ສິ່ງ​ພິ​ເສດ, ປະຊາຊົນ​ຢູ່​ທີ່​ນີ້​ສ່ວນ​ຫລາຍ​ມີ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກກະຕິ. ​ແຕ່​ລະ​ມື້ ລັດຖະກອນ​ຂີ່​​ເຮືອ​ຮັບຈ້າງ​ເຂົ້າ​ດິນ​ຕໍ່​ແຜ່ນ​ເພື່ອ​ເຮັດ​ວຽກ, ຜູ້​ອື່ນ​ແມ່ນ​​ເຮັດ​ບໍລິ​ການ​ດຳ​ເນີນ​ທຸລະ​ກິດ​ເຮືອ​ຮັບຈ້າງ ​ສ່ວນ​ຜູ້​ເຖົ້າ​ຜູ້ແກ່ ​ມັກຫາ​ປາ ຫລື​ຜະລິດ​ເຄື່ອງ​ຫັດຖະກຳ​ຢູ່​ໃນ​ເຮືອນ​ຂອງ​ຕົນ. ອ້າ​ຍບຸນ​ທັນ ນັກ​ທ່ອງ​ທ່ຽວ​ມາ​ຈາກ​ນະຄອນຫລວງ ວຽງ​ຈັນ ມາ​ຢ້ຽມຢາມ​ໝູ່​ບ້ານ​ກາງ​ນ້ຳ Kampong Ayer ​ໃຫ້​ຮູ້​ວ່າ​:

ສຽງ​ອ້າ​ຍບຸນ​ທັນ


        ​ໃນ​ຄວາມ​ມານະ​ພະຍາຍາມ​ປົວ​ແປງ ​ແລະ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ, ນັບ​ແຕ່​ທົດ​ສະ​ວັດ 1990,​ ລັດຖະບານ ບຣູ​ໄນ ​ໄດ້​ມີ​ແຜນການ​ສະ​ຫນອງ​ເຮືອນ​ຖາວອນ​ຢູ່​ເທິງ​ດິນ​ຕໍ່​ແຜ່ນ​ໃຫ້​ແກ່​ປະຊາຊົນ​ຢູ່​ກາງ​ນ້ຳດຳລົງ​ຊີວິດ, ​ແຕ່​ເກືອບ​ຄື​ວ່າ​ປະຊາຊົນ​ຢູ່​ໝູ່​ບ້ານ​​ແຫ່ງນີ້ ​ເປັນ​ຕົ້ນ​ແມ່ນ​ລຸ້ນຫນຸ່ມ​ບໍ່​ສົນ​ໃຈ​ຕໍ່​ເລື່ອງ​ອອກ​ຈາກ​ບ່ອນ​ທີ່​​ປູ່ຍ່າ​ຕາ​ຍາຍ​​ເຄີຍ​ດຳ​ລົງ​ຊີວິດ​​ແຕ່​ດຶກ​ດຳ​ບັນ. ​ເຂົາ​ເຈົ້າ​ຢາກ​ດຳລົງ​ຊີວິດ​ຢູ່​ກາງ​ນ້ຳ ບໍ່​ພຽງ​ແຕ່​ມີ​ອາກາດ​ປອດ​​ໂປ່​ງ​ເຢັນ​ສະບາຍ​ເທົ່າ​ນັ້ນ ຫາກ​ເຂົາ​ເຈົ້າຢາກ​ຮັກສາ​ບັນດາ​ຄຸນ​ຄ່າ​ປະ​ເພນີ​ອັນ​ລ້ຳ​ຄ່າ​ຂອງ​ປະ​ເທດ​ຊາດ.

        ປະຈຸ​ບັນ Kampong Ayer ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາວ ບຣູ​ໄນ. ໝູ່​ບ້ານ​ກາງ​ນ້ຳ​ແມ່ນ​ມໍລະດົກ​ທີ່​ມີ​ຊີວິດ​ຊີວາ, ​ແມ່ນ​ສິ່ງ​ປະ​ທັບ​ໃຈ​ບໍ່​ສາມາດ​ຫລົງ​ລືມ​ໄດ້​ຂອງ​ລາຊະ​ອານາຈັກ ບຣູ​ໄນ​ທີ່​ລື​ຊື່ດ້ວຍ​ຄວາມ​ຮຸ່ງ​ເຮືອງ​ເຫລືອງ​ເຫລື້​ອມ./.

ຕອບກັບ

ຂ່າວ/ບົດ​ອື່ນ