ການຄະລຳ-ຈຸດວັດທະນະທຳຂອງຊາວຫວຽດນາມ ໃນຊຸມມື້ບຸນປີໃໝ່ປະຈຳຊາດ


(vovworld)-  ຕາມ​ຄວາມ​ນຶກ​ຄິດ​ມາ​ແຕ່​ດົນ​ນານ​ແລ້ວ, ບຸນປີ​ໃໝ່​ປະຈຳ​ຊາດ ຫຼື​ບຸນ​ເຕັດ​ເມື່ອ​ວຽນມາ ຈະ​ນຳ​ມາ​ເຊິ່ງ​ໂຊກ​ລາບ​ທຸກ​ຢ່າງ. ​ໃຜໆ​ກໍ່​ປາດ​ຖະໜາ​ວ່າ, ຊຸມ​ວັນ​ຕົ້ນປີ​ໃໝ່​ຈະ​ໄດ້​ຮັບ​ແຕ່​ສິ່ງ​ທີ່​ໂຊກ​ດີ, ສະດວກ​ສະບາຍ. ຍ້ອນ​ເຫດ​ນັ້ນ, ​ເຂົາ​ເຈົ້າຈຶ່ງ​ປະຕິບັດ​ຂໍ້ຄວາມ​ຄະລຳຕ່າງໆ, ປາດ​ຖະໜາ​ໃຫ້​ມີ​ຄວາມ​ໂຊກ​ດີ, ສະຫງົບ​ສຸກ.

ການຄະລຳ-ຈຸດວັດທະນະທຳຂອງຊາວຫວຽດນາມ ໃນຊຸມມື້ບຸນປີໃໝ່ປະຈຳຊາດ - ảnh 1

(ພາບ​: http://vietnamnet.vn)

  ບຸນປີ​ໃໝ່​ປະຈຳ​ຊາດ ຫຼື​ບຸນ​ເຕັດ​ແມ່ນ​ງານ​ບຸນ​ສຳຄັນ​ທີ່​ສຸດ​ໃນ​ປີ, ​ໄດ້​ເປີດ​ກາລະ​ໂອກາດ​ໃໝ່, ການ​ດຳລົງ​ຊີ​ວິດ​ດ້ວຍ​ວົງວຽນ​ໃໝ່, ອາລົມ​ຈິດ​ໃໝ່ ​ແລະ ບັນດາ​ການ​ພົວພັນ​ໃໝ່. ສະນັ້ນ, ຊາວ​ຫວຽດນາມ ຖື​ບຸນປີ​ໃໝ່​ເປັນ​ສຳຄັນ​ທີ່​ສຸດ. ນັບ​ແຕ່​ດົນ​ນານ​ມາ​ແລ້ວ ​ກໍ່​ປະກົດ​ມີ​ຂໍ້ຄວາມ​ຄະລຳ​ໃນ​ບຸນ​ເຕັດ. ພະ​ມະຫາ​ອາຈານ​ ທິກ​ເຍີ​ດຕື່-ຜູ້​ມີ​ຄວາມ​ເຂົ້າ​ໃຈດີ​ກ່ຽວ​ກັບ​ວັດທະນະທຳ​ການ​ເຫຼື້ອມ​ໃສ​ພື້ນ​ເມືອງ​ໄດ້​ອະທິ​ບາຍ​ວ່າ:

   “ການ​ຄະລຳ​ແມ່ນ​ປະ​ເພນີ​ໄດ້​ເຜີ​ດ​ແຜ່​ໃນ​ໝູ່ ປຊຊ, ນັ້ນ​ແມ່ນ​ບັນດາ​ການ​ກຳນົດ​ຕິດ​ພັນ​ກັບ​ການ​ເຫຼື້ອມ​ໃສ​ຊື່​ງຄຸນຄ່າ​ສັດຈະທຳ​ຂອງ​ມັນ​ບໍ່​ມີ​ການ​ກຳນົດ​ແຕ່​ມັນ​ກໍ່​ໄດ້​ສືບ​ທອດ​ກັນ​ມາ​ຈາກ​ຄົນ​ລຸ່ນກ່ອນ​ຕະຫຼອດ​ຮອດ​ຄົນ​ລຸ່ນຫຼັງ. ປຊຊ ຢ້ານ​ວ່າ​ຖ້າ​ບໍ່​ປະຕິບັດ​ຕາມ​ຂໍ້ຄວາມ​ຄະລຳ​ນັ້ນ, ຊີວິດ​ອິນ​ຊີ​ຂອງ​ຕົນ, ອາຍຸ​ຍືນ, ສຸຂະພາບ, ຖານະ​ຕຳ​ແໜ່​ງ…ອາດ​ຈະ​ຖືກ​ຜົນ​ສະທ້ອນ”

 ການຄະລຳ-ຈຸດວັດທະນະທຳຂອງຊາວຫວຽດນາມ ໃນຊຸມມື້ບຸນປີໃໝ່ປະຈຳຊາດ - ảnh 2

(ພາບປະກອບ)

    ການ​ຄະລຳໃນ​ບຸນ​ເຕັດ​ມີ​ມາ​ແຕ່​ດົນ​ນານ​ໃນ​ແນວ​ຄິດ​ຈິດ​ໃຈ​ຂອງ ປຊຊ ​ແລ້ວ ​ແລະ ມາ​ຮອດ​ປະຈຸ​ບັນ​ມັນ​ຍັງ​ໄດ້​ຖືກ​ຮັກສາ​ໄວ້​ເໝືອນ​ກັບ​ຈຸດ​ວັດທະນະທຳ​ພື້ນ​ເມືອງ. ຕົວຢ່າງ​ຄື: ຄະລຳ​ບໍ່​ກວາດ​ເຮືອດ​ໃນ​ຊຸມ​ວັນ​ບຸນ​ເຕັດ. ​ເຂົາ​ເຈົ້າຖື​ວ່າ: ຖ້າ​ກວາດ​ເຮືອດ​ໃນ 3 ວັນ​ຕົ້ນປີ​ໃໝ່, ​ເຈົ້າຖິ່ນ​ເຈົ້າຖານ​ຈະ​ໃຈ​ຮ້າຍ ​ແລະ ໜີ​ໄປ, ​ເງິນ​ຄຳ​ຈະ​ອອກ​ຈາກ​ເຮືອນ. ສະນັ້ນ, ຮອດ​ວັນ​ທີ 30 ຂອງ​ບຸນ​ເຕັດ (ໝາຍ​ເຖິງວັນ​ສຸດ​ທ້າຍ​ຂອງ​ປີ​ເກົ່າ), ທຸກ​ຄົນຕ້ອງ​ເຮັດອະນາ​ໄມ​ເຮືອນ​ຢູ່, ສວນ, ​ແທ່ນ​ບູຊາ​ໃຫ້​ສະອາດ​ງາມ​ຕາ ​ແລະ ພະຍາຍາມ​ໃຫ້​ສຳ​ເລັດ​ກ່ອນ​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕອ້ນຮັບ​ປີ​ໃໝ່. ຫຼາຍ​ຄອບຄົວ​ຢູ່​ພາກ​ເໜືອ​ຫວຽດນາມ ຍັງ​ຮັກສາ​ປະ​ເພນີ​ເລືອກ​ເອົາ​ຜູ້​ເຂົ້າ​ເຮືອນ​ອວຍພອນ​ປີ​ໃໝ່​ໃນ​ຈຸດ​ເວລາ​ທຳ​ອິດ​ຂອງ​ປີ​ໃໝ່. ປ້າ​ບຸ່ຍ​ທິ​ເຍື້ອງ-​ຢູ່​ເມືອງ​ຮາ​ຍບ່າ​ຈຶງ-ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

    “​​ໃນ​ບຸນປີ​ໃໝ່​, ຊາວ​ຫວຽດນາມ ມັກຄະ​ລຳ, ຕົວຢ່າງຄື: ຜູ້​ທີ່​ມີ​ຍາດຕິ​ພີ່ນ້ອງ​ຫາ​ກໍ່​ເສຍ​ຊີວິດ ຫຼື​ຜູ້​ເກີດ​ປີ​ບໍ່​ເໝາະ​ກັບ​ເຈົ້າຂອງ​ເຮືອນ​ຈະ​ບໍ່​ເຂົ້າ​ເຮືອນ​ອວຍພອນ​ຄົນ​ອື່ນ​ໃນ​ບຸນ​ເຕັດ. ​ໃນ​ວັນ​ທີ 1 ຂອງ​ບຸນ​ເຕັດ, ຄະລຳ​ບໍ່​ໃຫ້​ກັບ​ໄຟ ຫຼື​ໃຫ້​ຄົນ​ອື່ນ​ຕໍ່​ໄຟ, ຍ້ອນ​ຄິດ​ວ່າ: ​ເຮັດ​ຄື​ແນວ​ນັ້ນ​ແມ່ນ​ໃຫ້​ຄົນ​ອື່ນ​ໂຊກ, ລາບ​ຂອງ​ຕົນ. ຫຼາຍ​ຄົນ​ກໍ່​ບໍ່​ມັກ​ແມວ​ເຂົ້າ​ເຮືອນ​ຍ້ອນ​ຄິດ​ວ່າ ​ແມວ​ຈະ​ນຳ​ຄວາມທຸກ​ຍາກ​ເຂົ້າ​ເຮືອນ, ​ແຕ່​ເມື່ອ​ໝາ​ເຂົ້າ​ເຮືອນ, ​ເຂົາ​ເຈົ້າພັດ​ຄິດ​ວ່າ​ແມ່ນ​ສິ່ງ​ທີ່​ໂຊກ​ດີ“.

  ບຸນ​ເຕັດ​ແມ່ນຊຸມ​ວັນ​ເບີດ​ບານ​ມ່ວນ​ຊື່ນ, ​ເປີດ​ສາກ, ​ເລີ່​ມຕົ້ນຄວາມ​ສະດວກ​ສະບາຍ​ໃຫ້​ທັງ​ປີ ​ແລະ ​ແມ່ນ​ໂອກາ​ດທີ່​ມີ​ຄວາມ​ໝາຍ​ສັກກະ​ລະ​ບູຊາ. ສະນັ້ນ, ຄອບຄົວ​ໃດ​ທີ່​ປະ​ສົບ​ກັບ​ສິ່ງ​ບໍ່​ດີ, ຄວາມ​ໂສກ​ເສົ້າກໍ່ຄະລຳ​ເພື່ອ​ຮັກສາ​ໃຫ້​ຄົນ​ອື່ນ​ໄດ້​ຮັບ​ໂຊກ​ດີ​ໃນ​ບຸນ​ເຕັດ. ລຸງ​ຟ້າ​ມວັນ​ຮຶງ, ຊາວ​ແຂວງ​ດົ່ງ​ນາຍ ທາງ​ພາກ​ໃຕ້​ຫວຽດນາມ ​ເວົ້າວ່າ:

​   “​​ເມື່ອ​ໄປ​ອວຍພອນ​ປີ​ໃໝ່​ຢູ່​ເຮື​ອນຜູ້​ໃດ​ຜູ້​ໜຶ່ງ, ​ເຮົາ​ເຫັນ​ວ່າ​ປີຜ່ານມາ​ທຳ​ມາ​ຫາ​ກິນ​ບໍ່​ໄດ້​ດີ​ປານ​ໃດ, ຊວຍ​ຫຼາຍ, ​ເຮົາ​ຈະ​ບໍ່​ມາ​ເຮືອນ​ຂອງ​ເຂົາ​ເຈົ້າ​ໃນ​ວັນ​ທີ 1 ຂອງ​ບຸນ​ເຕັດ, ອາດ​ຈະ​ມາ​ເຮືອນ​ເຂົາ​ເຈົ້າ​ໃນ​ວັນ​ທີ 2 ຫຼື​ເຫັນ​ຄົນ​ອື່ນ​ເຂົ້າ​ແລ້ວ​ເຮົາ​ຈຶ່ງ​ເຂົ້າຕາມ​ຫຼັງ​ກໍ່​ໄດ້. ​ເຮົາຈະ​ກັບ​ບ້ານ​ຕ້ອນຮັບ​ບຸນ​ເຕັດ​ພ້ອມ​ກັບ​ຍາດຕິ​ພີ່ນ້ອງ, ບໍ່​ຄວນ​ໄປ​ໃສ”.

​  ​ໃນ​ຊຸມ​ວັນ​ຕົ້ນປີ​ໃໝ່, ຄົນເຮົາກໍ່​ບໍ່​ມັກ​ກູ້​ຢືມ​ເງິນ ຫຼື​ຢືມ​ເຄື່ອງ​ຂອງ​ຍ້ອນ​ວ່າ, ສິ່ງ​ດັ່ງກ່າວ​ຈະ​ເຮັດ​ໃຫ້​ຜູ້​ຖືກ​ກູ້​ຢືມ​ທຸກ​ຍາກ​ໃນ​ຕະຫຼອດ​ປີ. ບາງຄອບ ຄົວ​ກໍ່​ຄະລຳ​ບໍ່​ໃຫ້​ຄົນ​ອື່ນ​ມາ​ຂໍ​ໄຟ, ນ້ຳ, ຍ້ອນ​ວ່າ: ​ເຂົາ​ເຈົ້າຄິດ​ວ່າ​ນັ້ນ​ແມ່ນ​ແຫຼ່ງ​ໂຊກ​ລາບ​ທີ່​ເທວະ​ດາ​ຟ້າ​ແຖນ​ດົນ​ບັນດານ​ໃຫ້. ຊາວ​ຫວຽດນາມ ຍັງ​ມີ​ປະ​ເພນີ​ຄະລຳ, ​ເລືອກ​ເອົາ​ວັນ​ທີ່​ດີ​ເພື່ອ​ອອກ​ເດີນທາງ​ຍາມ​ຕົ້ນປີ. ວັນ​ທີ 5 ຂອງ​ບຸນ​ເຕັດ​ຖືກ​ຖື​ວ່າ​ແມ່ນ​ວັນ​ໂຊກ​ບໍ່​ດີ. ນອກຈາກ​ນັ້ນ​ແລ້ວ, ວັນ​ທີ 5, ວັນ​ທີ 14,​ ວັນ​ທີ 23 ​ໄລ່​ຕາມ​ຈັນທະ​ປະຕິທິນ​ແມ່ນ​ວັນ​ທີ່​ຊາວ​ຫວຽດນາມ ຖື​ວ່າ: ບໍ່​​ແທດເໝາະ​ກັບການ​ອອກ​ເດີນທາງ ຫຼື​ໄປ​ລະ​ຫຼີ້ນ​ໃນ​ໂອກາດ​ລະດູບານ​ໃໝ່.

  ບັນດາ​ຂໍ້ຄວາມ​ຄະລຳຍັງ​ໄດ້​ຮັບ​ການ​ສືບ​ທອດ​ກັນ​ມາ​ຮອດ​ປະຈຸ​ບັນ​ນີ້, ອັນ​ໄດ້​ສ້າງ​ເປັນ​ບັນດາ​ຈຸດ​ວັດທະນະທຳ​ພິ​ເສດສະ​ເພາະ​ໃນ​ຊຸມ​ວັນ​ບຸນ​ເຕັດ ​ແລະ ​ເຮັດ​ໃຫ້​ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ຊາວ​ຫວຽດນາມ ​ໃນ​ຊີວິດ​ຍຸກ​ປະຈຸ​ບັນ​ຍິ່ງ​ມີ​ຄວາມ​ໝາຍ​ຂຶ້ນ​ຕື່ມ./.

 

ຕອບກັບ

ຂ່າວ/ບົດ​ອື່ນ