ງານບຸນຕ່າງໆຖືກຈັດຂຶ້ນຢ່າງຟົດຟື້ນຕົ້ນປີໃໝ່

ງານບຸນຕ່າງໆຖືກຈັດຂຶ້ນຢ່າງຟົດຟື້ນຕົ້ນປີໃໝ່ - ảnh 1

ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກຕີ​ກອງ​ໄຂ​ງານ​ບຸນ

(vovworld) - ວັນ​ທີ 13/2 ໝາຍ​ເຖິງ​ວັນ​ທີ 6 ຂອງ​ບຸນ​ເຕັດ​ປີວ​ອກ, ພຸດທະສາສະນິກະຊົນ , ພະສົງສາມະ​ເນນ, ປະຊາຊົນ​ທ້ອງ​ຖີ່​ນ, ​ແຂກ​ທ່ອງ​ທ່ຽວພາຍ​ໃນ ​ແລະ ຕ່າງປະ​ເທດ​ທີ່​ມາ​ຈາກ​ທຸກ​ສາລະ​ທິດ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ບຸນ​ວັດ ບ໋າ​ຍດິ໋ງ, ຢູ່​ແຂວງ ນິງບິ່ງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ດິງຕ໋ຽນຢຸງ ​ໄດ້​ຕີ​ກອງ​ໄຂ​ງານ​ບຸນ; ພ້ອມ​ທັງ​ພ້ອມ​ກັບ​ປະຊາຊົນ ​ແລະ ນັກ​ທອງ​ທ່ຽວ​ຖະຫວາຍ​ທູບ​ທຽນ, ​ເຂົ້າ​ຮ່ວມ​ພິທີ​ປ່ອຍ​ນົກ, ພາວະນາ​ຂໍ​ໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ສັນຕິພາບ, ປະຊາຊົນ​ມີ​ຄວາມອິ່ມໜຳສຳລານ ​ແລະ ຢູ່​ເຢັນ​ເປັນ​ສຸກ.

        ​ແລະ ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 13/2, ນັກ​ທ່ອງ​ທ່ຽວທີ່​ມາ​ຈາກ​ທຸກ​ສາລະ​ທິດ​ນັບ​ພັນ​ຄົນ ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ບຸນ​ວັດ ​ເຮືອງ, ຄາດ​ວ່າ, ງານ​ບຸນ​ວັດ​ ເຮືອງປີ​ນີ້ ຈະ​ຕ້ອນຮັບ​ແຂກ​ກວ່າ 1,5 ລ້ານ​ເທື່ອ​ຄົນ. ປີ​ນີ້, ຄະນະ​ຈັດ​ຕັ້ງ​ງານ​ບຸນ​ວັດ ​ເຮືອງ ​ໄດ້​ລະດົມ​ເຮືອ​ນ້ອຍ 4 ພັນ​ກວ່າ​ລຳ​ມາ​ຮັບ​ໃຊ້​ປະຊາຊົນ​ທີ່​ເຂົ້າ​ຮ່ວມ​ງານ​ບຸນ.

        ຕອນ​ຄຳ່​ວັນ​ທີ 12/2, ຄະນະ​ຈັດ​ຕັ້ງ​ບັນດາ​ງານ​ບຸນ​ໃຫຍ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 227 ປີ ​ແຫ່ງ​ວັນ​ໄຊຊະນະ ດົ໋ງດາ​ປະຫວັດສາດ (1789-2016) ດ້ວຍ​ລາຍການ​ສະ​ແດງ​ທີ່​ມີ​ຫົວ​ຂໍ້​ວ່າ: ບົດ​ເພງ​ວິລະ​ຊົນ​ຍາມລະດູບານ​ໃໝ່​ດັງ​ກ້ອງ​ກັງ​ວາງ​ຕະຫຼອດ​ໄປ. ລາຍການ​ວາດ​ພາບ​ຮູບ​ພາບ​ເຈົ້າ​ຊີວິດ ກວາງ​ຈູງ - ຫງວຽນ​ເຫ້ວ ​ແລະ ​ໄຊຊະນະ​ອັນ​ສະຫງ່າ​ອົງອາດ​ໃນ​ລະດູບານ​ໃໝ່​ປີ 1789, ​ອັນ​ໄດ້​ເຮັດ​ໃຫ້​ຜູ້​ຊົມ​ເຫັນ​ໄດ້​ນຳ້​ໃຈ​ຮັກ​ຊາດ, ຄວາມພິລະ​ອາດ​ຫານຂອງ​ປະຊາຊົນ ຫວຽດນາມ.

        ຢູ່​ເມືອງ ຫຼີ​ເຊີນ, ວັນ​ທີ 12/2, ​ແຂວງ ກວາງ​ຫງາຍ ​ໄດ້​ເປີດ​ບຸນຊ່ວງ​ເຮືອ​ທີ່​ເປັນ​ມູນ​ເຊື້ອ ​ເພື່ອ​ອາ​ໄລ​ຫາ​ບັນພະບຸລຸດ ​ແລະ ພາວະນາ​ຂໍ​ໃຫ້​ປະ​ເທດ​ຊາດ​ມີ​ສັນຕິພາບ, ປະຊາຊົນ​ມີ​ຊີວິດ​ອິ່ມໜຳສຳລານ ​ແລະ ມີ​ຄວາມ​ຜາ​ສຸກ.

        ​ແຕ່​ວັນ​ທີ 1-5 ຂອງ​ບຸນ​ເຕັດ, ມີ​ແຂກ​ທ່ອງ​ທ່ຽວ​ປະມານ 150.000 ​ເທື່ອຄົນ​​ໄດ້ມາ​ຢ້ຽມຢາມ ວັນ​ທ໋ຽວກວົກຕືຢາມ, ​ເຊິ່ງ​ແມ່ນ​ມະຫາວິທະຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ​ຫວຽດນາມ. ປີ​ນີ້, ສູນ​ເຄື່ອນ​ໄຫວ​ວັດທະນະທຳ ວິທະຍາສາດ ວັນ​ມ໋ຽວ - ກວົກຕືຢ໋າມ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ຮັບ​ໃຊ້​ແຂກ​ມາ​ຢ້ຽມຢາມ​ເຊັ່ນ: ບຸນ​ສິລະ​ປະ​ຂຽນ​ໜັງສື, ລະຄອນ​ຕຸກກະຕາ​ນຳ້, ຟ້ອນ​ສິງ​ໂຕ, ຈັດການ​ເຈລະຈາ​ກ່ຽວ​ກັບ​ບົດ​ກະ​ວີ…

ຂ່າວ/ບົດ​ອື່ນ