ຊາວຕ່າງປະເທດກັບບຸນເຕັດຫວຽດນາມ

ບັນຍາກາດ​ຂອງ​ລະດູບານ​ໃໝ່​ພວມ​ປົກ​ຄຸມ​ໄປ​ທົ່ວ​ທຸກ​ແຫ່ງ​ຂອງ​ປະ​ເທດ​ ຫວຽດນາມ. ເຈື່ອ​ຈານ​ເຂົ້າ​ກັບ​ຄວາ​ມ​ເບີກບານ​ມ່ວນ​ຊື່ນ​ນັ້ນ, ກໍ​ມີຊາວ​ຕ່າງປະ​ເທດ​ຫຼາຍ​ຄົນ​ທີ່​ພວມ​ຮຳ່ຮຽນ, ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ສຳລັບ​ເຂົາ​ເຈົ້າ​ແລ້ວ, ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ ຫວຽດນາມ ​ແມ່ນມີ​ຄວາມຈັບ​ອົກ​ຈັບ​ໃຈ​ທີ່​ສຸດ, ຍ້ອນ​ວ່າ​ໃນ​ຈຸດ​ເວລາ​ນີ້, ​ເຂົາ​ເຈົ້າ​ອາດ​ສາມາດ​ໄດ້​ເຫັນ​ປະຈັກ​ຕາ​ໃນ​ຫຼາຍ​​ແງ່​ມູມທີ່​ແຕກຕ່າງກັນ​ຂອງ ຫວຽດນາມ ຄື: ດ້ານອາຫານ​ການ​ກິນ, ດ້ານວັດທະນະທຳ​ການ​ປະພຶດ ​ແລະ ບັນດາ​ງານ​ບຸນ​ທີ່​​ເຂັ້ມ​ຄົ້ນໄປ​ດ້ວຍ​ສີ​ສັນຊາດ.  ​ແຕ່ລະຄົນລ້ວນ​ແຕ່ໄດ້​ຕ້ອນຮັບ​ບຸນ​ເຕັດ​ຕາ​ມ​ວິທີ​ສະ​ເພາະ​ຂອງ​​ໃຜ​ມັນ.

ພ້ອມ​ກັບ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ການ​ເປີດ​ປະຕູ, ນັບ​ມື້​ນັບ​ມີ​ຊາວ​ຕ່າງປະ​ເທດ​ຫຼາຍ​ຄົນ​ໄດ້ທຳ​ມາ​ຫາ​ກິນ ​ແລະ ດຳລົງ​ຊີວິດຢູ່ ຫວຽດນາມ. ຫຼາຍ​ຄົນ​ໄດ້​ອາ​ໄສ​ຢູ່ ຫວຽດນາມ ​ເປັນ​ເວລາ​ຍາວ​ນານ​ດ້ວຍ​ການ​ຊອກ​ຫາ​ຄູ່​ຄອງທີ່​ເປັນຊາວ ຫວຽດນາມ. ​ແລະບັນດາ​ຄອບຄົວທີ່​ມີ​ວັດທະນະທຳ​ຫຼາຍ​ຮູບ​ຫຼາຍແບບນັ້ນ ກໍ​ນັບ​ມື້​ນັບ​ປະກົດ​ອອກ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ມີ​ຊາວ​ຕ່າງປະ​ເທດ​ຫຼາຍ​ຄົນ​ໄດ້​ລື້ງ​ເຄີຍ​ກັບ​ຮີດຄອງ​ປະ​ເພນີ​ຂອງ​ບຸນ​​​ປີ​​ໃໝ່​ຂອງ​ຊາດ ຫວຽດນາມ ​ແຕ່​ສຳລັບ​ເຂົາ​ເຈົ້າ​ແລ້ວ, ​ແຕ່ລະ​​ເທື່ອ, ​ເມື່ອ​ໄດ້​​ເຂົ້າ​ຮ່ວມ​ບຸນ​ເຕັດ ຫວຽດນາມ ຄື​ດັ່ງ​​ໄດ້​ມີ​ອະນຸສອນ​ອັນ​ດີງາມ​ຕື່ມ​ອີກ​ກ່ຽວ​ກັບປະ​ເທດທີ່​ມີ​ມູນ​​ເຊື້ອ​ດ້ານ​ວັດທະນະທຳ​ທີ່​ດີງາມ​ນີ້.

ຊາວຕ່າງປະເທດກັບບຸນເຕັດຫວຽດນາມ - ảnh 1
ພາບປະກອບ

 ສຳລັບທ່ານ John Marcus, ນັກທຸລະກິດ​ຊາວ ອາ​ເມ​ລິ​ກາ ຜູ້​ທີ່ໄດ້​ຕ້ອນຮັບ​ບຸນປີ​​ໃໝ່​ປະຈ​ຳຊາດ​ຂອງ ຫວຽດນາມ 12 ຄັ້ງ​ແລ້ວ​, ​ເມື່ອ​ບຸນປີ​ໃໝ່​ວຽນມາແຕ່ລະຄັ້ງ ລ້ວນ​ແຕ່​ນຳ​ເອົາ​ຄວາມ​ຮູ້ສຶກ​​ພິ​ເສດ​ສະ​ເພາະທີ່​ສຸດ​ໃຫ້​ແກ່​ທ່ານ. ກໍ່​ເຊັນ​ດຽວ​ກັບ​ຊາວ ຫວຽດນາມ, ບຸນ​ເຕັດ​ແມ່ນ​ໂອກາດ​​ເພື່ອ​ໃຫ້ທ່ານ John Marcus ​​ເຕົ້າ​​ໂຮມ​ພ້ອມ​​ກັບ​ຄອບ​ຄົວ, ​ກັບ​​​​ເມຍທີ່​ເປັນ​ຊາວ ຫວຽດນາມ ທີ່​ສວຍ​ງາມ ​ແລະ ລູກ​ທີ່​ໜ້າ​ຮັກ:

“ສຳລັບ​ຂ້າພະ​ເຈົ້າ​ແລ້ວ, ປີ​ໃໝ່​​ມີ​ຄວາມ​ສຳຄັນ​ທີ່​ສຸດ, ​ຍ້ອນ​ວ່າ​ມັນ​ເປັນ​ການ​ເປີດ​ສາກ​ທຸກ​ສິ່ງທຸກ​ຢ່າງ​ທີ່ດີງາມ​​​ໃນ​ປີ. ​ໃນຕະຫຼອດ 12 ປີ​ຂ​້າພະ​ເຈົ້າ​ລ້ວນ​ແຕ່ໄດ້ຕ້ອນຮັບ​ບຸນປີ​ໃໝ່​ຢູ່ ຫວຽດນາມ. ຂ້າພະ​ເຈົ້າບໍ່​ມັກ​ໄປ​ທ່ອງທ່ຽວ​ໃນ​ໂອກາດ​ບຸນປີ​ໃໝ່​​ເພາະວ່າ​ຈຸດ​ເວລາ​ນັ້ນ​ທຸກຄົນ​ໃນ​ຄອບຄົວ​ເຄີຍ​ເຕົ້າ​​ໂຮມ​ກັນ. ​ເມຍ​ຂອງ​ຂ້ອຍ​ແຕ່ງກິນ​ແຊບ​ຫຼາຍ ດັ່ງ​ນັ້ນ​ລາວ​ຈະ​ແຕ່ງບັນດາ​ເຍື່ອງອາຫານທີ່​ແຕກ​ຕ່າງກັນ​ໃນ​ໂອກາດ​ບຸນ​ເຕັດ ​ແລະ ຂ້າ​ພະ​ເຈົ້າ​ຈະ​ຢູ່​ເຮືອນ​ເພື່ອ​ຮັບ​ປະທານ​ອາຫານ​​ເຫຼົ່ານັ້ນ.”

ຊາວ​ຕ່າງປະ​ເທດ​ຫຼາຍ​ຄົນ​​ໃຫ້​ຮູ້​ວ່າ​ສິ່ງ​ທີ່​ສ້າງ​ຄວາມ​ຈັບ​ອົກ​ຈັບ​ໃຈ​ທີ່​ສຸດ​​ໃຫ້​ແກ່​ເຂົາ​ເຈົ້າກ່ຽວ​ກັບ​ບຸນ​ເຕັດ​ຢູ່ ຫວຽດນາມ, ນັ້ນ​ແມ່ນ​ບັນຍາກາດ​ເຕົ້າ​ໂຮມ​ສະມາຊິກທຸກ​ຄົນ​ໃນຄອບຄົວ. ທຸກໆ​ຄົນ​ໄປ​ຢື້​ຢາມ​ຖາມ​ຂ່າວ, ອວຍພອນ​ປີ​​ໃໝ່ ​ແລະ ​ໄດ້ຮັບ​ປະທານ​ອາຫານ​ນຳ​ກັນ. ສິ່ງ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ບຸນ​ເຕັດ​ຂອງ ຫວຽດນາມ ມີ​ຄວາມ​ແຕກ​ຕ່າງ​ກັນ​ເມື່ອ​ທຽບ​​ໃສ່ກັບ​ບຸນ​​ປີ​ໃໝ່​ສາກົນ​ຢູ່​ບັນດາປະ​ເທດ​ຕາ​ເວັນ​ຕົກ. ທ່ານ Jean – Noel  Poirier, ​ເອກ​ອັກຄະ​ລັດຖະທູດ ຝຣັ່ງ ປະຈຳ ຫວຽດນາມ, ​ໃຫ້​ຂໍ້​ສັງ​ເກດ​ວ່າ:

“​​ໃນ 10 ວັນ​ຂອງ​ບຸນ​ເຕັດ, ພົນລະ​ເມືອງ ຫວຽດນາມ 91 ລ້ານ​ຄົນ​ລ້ວນ​ແຕ່​ມີ​ອາລົມ​ ​ຈິດ​​ດຽວກັນ. ​ໃຜໆ​ກໍ​ຢາກ​ກັບ​​​ເມື​ອຄອບຄົວ. ຂ້າພະ​ເຈົ້າ​ເຫັນ​ວ່າ, ຕອນ​ເຊົ້າ​ຂອງ​ວັນ​ທີ 1 (ວັນຂຶ້ນ​ປີ​ໃໝ່) ຂອງ​ບຸນ​ເຕັດ​​ເກືອບ​ຄື​ວ່າ​ບໍ່​ມີໃຜມັກ​ອອກ​​ຖະໜົນ, ຫາກທຸກ​​ຄົນລ້ວນ​ແຕ່​ເຕົ້າ​ໂຮມ​ກັນພ້ອມ​ກັບ​ຄອບຄົວ ເພື່ອ​ຮັດ​ແໜ້ນ​ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ບັນດາສະມາຊິກ​ໃນ​ຄອບຄົວນຳ​ກັນ. ຂ້າພະ​ເຈົ້າ​ຖື​ວ່ານີ້​ແມ່ນ​ມູນ​ເຊື້ອ​ທີ່​ດີ, ​ເປັນ​ສັນຍາ​ລັກ​​ແຫ່ງ​ຄວາມ​ສາມັກຄີ​ຂອງ​ຊາວ ຫວຽດນາມ.”

ຊາວຕ່າງປະເທດກັບບຸນເຕັດຫວຽດນາມ - ảnh 2
ຊາວຕ່າງປະເທດຮຽນວິທີຫໍ່ເຂົ້າຕົ້ມ
(ພາບປະກອບ)

ທ່ານ Jean – Noel  Poirier ​ໃຫ້​ຮູ້​ວ່າ: ທ່ານມັກບັນຍາກາດ​ສະຫງົບ​ງຽບ​ຂອງ​ຖະໜົນ​ຫົນທາງ​ຢູ່ ຮ່າ​ໂນ້ຍ ​ໃນ​ວັນ​ທຳ​ອິດ​ຂອງ​ບຸນ​ເຕັດ. ການ​ດຳ​ລົງ​ຊີວິ​ດ​ທີ່​ຟ້າວ​ຝັ່ງ​ໃນ​ວັນ​ທຳ​ມະ​ດາ​ໄດ້​ຫາຍ​​ໄປ, ​ແທນ​ທີ​ນັ້ນ​ແມ່​ນບັນຍາກາດທີ່​ປອດ​​​ໂປ່​ງ, ງຽບ​ສະຫງັດ, ດັ່ງ​ນັ້ນ​ປີ​ໃດ​ທ່ານ​ກໍ​ຍ່າງໄປ​ທ່ຽວຊົມ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມຂອງ ຮ່າ​ໂນ້ຍ. ​ເມື່ອ​​ແບ່ງປັນ​ອະນຸສອນ​ກ່ຽວ​ກັບ​ບຸນ​ເຕັດ, ທ່ານ Jean – Noel  Poirier, ​ໄດ້​ເວົ້າ​ດ້ວຍ​ຄວາມ​ກະຕືລື​ລົ້ນ​ວ່າ:

“ຂ້າພະ​ເຈົ້າ​ຍັງ​ຄົງ​ຈື່​ຈຳ​ອະນຸສອນ​ແຫ່ງ​ປີ​ທຳ​ອິດ​ທີ່ຂ້າພະ​ເຈົ້າ​​ເປັນ​ເອກ​ອັກຄະ​ລັດຖະທູ​ດປະຈຳ ຫວຽດນາມ. ​​ເວລາ​ນັ້ນ, ທັງຄອບຄົວ​ຂ້າພະ​ເຈົ້າຍັງຢູ່ ຝຣັ່ງ, ​ມີ​ຂ້າ​ພະ​ເຈົ້າ​​ແຕ່ຜູ້​ດຽວ​​ຢູ່ ຫວຽດນາມ ​ເທົ່າ​ນັ້ນ. ຂ້າພະ​ເຈົ້າ​​ໄດ້ຕັດສິນ​ໃຈ​ໄປ​ຢ້ຽມຢາມ​ຄອບຄົວ​ຊາວ​ກະສິກອນ​ຄອບຄົວ​ໜຶ່ງຢູ່​ເຂດ​ຊົນນະບົດ. ​ແລະດຳລົງ​ຊີວິ​ດພ້ອມ​ກັບ​​ນັ້ນ​​​ເປັນ​ເວລາ 2, 3 ວັນ. ​​ເມື່ອ​ເຂົ້າ​ຮ່ວມ​​ການ​ດຳ​ເນີນ​ຊີວິດ​​ຂອງ​ເຂົາ​ເຈົ້າ ​ແລະ ຂ້າພະ​ເຈົ້າຮູ້ສຶກ​ຈັບ​ອົກ​ຈັບ​ໃຈ​ທີ່​ສຸດ. ຂ້າພະ​ເຈົ້າ​ກໍໄດ້​​​ເຂົ້າ​ຮ່ວມ​​ຊີວິດ​ຕົວ​ຈິງ​ທີ່​ອຸດົມສົມບູນຂອງ​ເຂົາ​ເຈົ້າ. ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ຄວາມຮູ້​ສຶກ​ໃໝ່​ຫຼາຍ​ຢ່າງ​ໃຫ້​ແກ່​ຂ້າພະ​ເຈົ້າ.”

​​ໂດຍ​ແມ່ນ​ຜູ້​ທີ່​ດຳລົງ​ຊີວິດ​ຢູ່ ຫວຽດນາມ ມາ​ເປັນ​ເວລາ​ຫຼາ​ຍປີ ​ແລະ ​ໄດ້​ຕ້ອນຮັບ​ບຸນ​ເຕັດ ຫວຽດນາມ ​ເປັນ​ຫຼາຍ​ຄັ້ງ​ແລ້ວ​, ທ່ານ​ Valeriu Arteni, ອຸປະ​ທູດ​ຊົ່ວຄາວ Rumani ປະຈຳ ຫວຽດນາມ ພັດມັກ​ໄປທ່ຽວ​ຊົມ​ງານ​ບຸນ​ດອກ​ໄມ້, ການ​ລະຫຼິ້ນພື້ນ​ເມືອງ​ຂອງ ຫວຽດນາມ ທີ່​ສຸດ ​ແລະ ພິ​ເສດ​ແມ່ນ​​ໄດ້​ຮັບ​ຄ​​ຳເຊີນ​​ເອົາ​ບຸນເຕັດຈາກ​ປະຊາຊົນ. ດ້ວຍ​ອາຫານ​ທີ່​ແຊບນົວ, ຫຼາຍ​ເຍື່ອງ:

“ຂ້າພະ​ເຈົ້າ​​ເຄີຍໄດ້​ຮັບ​ຄຳ​ເຊື້ອ​ເຊ​ີນຈາກ​ໝູ່​ເພື່ອນ ຫວຽດນາມ ​ມາ​ຢ້ຽມຢາມ​ ​ແລະ  ​ຮັບ​ປະທານ​ອາຫານ​ພ້ອມ​ກັບ​ຄອບຄົວ​ຂອງ​ເຂົ​າ​ເຈົ້າໃນ​​ໂອກາດບຸນ​ເຕັດ, ຂ້າພະ​ເຈົ້າ​ເຫັນ​ວ່າອາຫານ ຫວຽດນາມ ​ແຊບ​ຫຼາຍ, ພິ​ເສດ​ແມ່ນ​ແນ​ມຈືນ. ຄອບຄົວ​ຂ້າພະ​ເຈົ້າ​ກໍ​ຮູ້​ວິທີ​ປຸງແຕ່ງ​ເຍື່ອງ​ອາຫານ​ນີ້.”

​ເມື່ອ​ບຸນ​ເຕັດ​ວຽນມາ, ຖ້າ​​ບໍ່​ມີ​​ແຜນການ​ໄປ​ທ່ຽວ, ທ່ານ Valeriu Arteni ​ເຄີຍ​ບອກ​ເມຍ​ຊື້​​ເຂົ້າຕົ້ມ, ​ເຂົ້າໜົມ​ຂີງ ​ແລະ ອາຫານ​ຫຼາຍ​ເຍື່ອງ​ເພື່ອ​ຕ້ອນຮັບ​ໝູ່​ເພື່ອນ. ​ໂດຍ​ຍອມຮັບ​ວ່າ​ຕົນ​ເອງ​ແມ່ນ​ຜູ້​ມັກ​ດື່ມ​ມັກກິນ, ທ່ານ Valeriu Arteni ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​​ໄດ້​ຮັບ​ປະທານ​ອາຫານ​ ຫວຽດນາມ ຫຼາຍ​ເຍື່ອງ​ໃນ​​ຫຼາຍ​ປີ​​ແລ້ວ​ກໍ​ຕາມ​ແຕ່ອາຫານ​ ຫວຽດນາມ ​ໄດ້ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່ທ່ານ​ຢ່າງ​ແທ້​ຈິງ, ພິ​ເສດ​ແມ່ນ​ບັນດາ​ເຍື່ອງອາຫານ​ໃນ​ບຸນ​ເຕັດ.

​ເຖິງ​ວ່າ​ຊີວິດ​ທີ່ທັນ​ສະ​ໄໝ​ໄດ້​ເຮັດ​ໃຫ້​ບຸນ​​ເຕັດ ມີ​ການ​ປ່ຽນ​​ແປງ​ສ່ວນ​ໃດ​ສ່ວນ​ໜຶ່ງ ​ແຕ່​ຊາວ​ຕ່າງປະ​ເທ​ດຫຼາຍ​ຄົນຍັງ​​ໃຫ້​ຂໍ້​ສັງ​​ເກດ​ວ່າ​, ບຸນປີ​ໃໝ່​ປະຈຳ​ຊາດ ຫວຽດນາມ ຍັງ​ຄົງ​ຮັກສາ​​ຈຸ​ດທີ່​ເປັນ​ເອກະລັກ​ສະ​ເພາະ​ເຊິ່ງພຽງ​ແຕ່​ມີ​ໃນ​ບຸນ​ເຕັກ​ຂອງຫວຽດນາມ ​ເທົ່າ​ນັ້ນ. ບຸນ​ເຕັດສະທ້ອນ​ໃຫ້​ເຫັນ​ບັນດາ​​​ຄຸນຄ່າ​ວັດທະນະທຳ​ມະນຸດ, ​ທີ່ເປັນ​ມູນ​ເຊື້ອ, ສັກກະ​ລະ​ບູຊາ​ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນວັດທະນະທຳຂອງ​ຊາດ​ທີ່ມີ​ອະລິຍາ​ທຳ​ມາ​ເປັນ​ເວລານັບ​ພັນ​ປີ.                           

                                                       


ຕອບກັບ

ຂ່າວ/ບົດ​ອື່ນ