ຊາວປະມົງແຄ໋ງຮ່ວາຕ້ອນຮັບບຸນເຕັດຢູ່ທະເລ

ຊາວປະມົງແຄ໋ງຮ່ວາຕ້ອນຮັບບຸນເຕັດຢູ່ທະເລ - ảnh 1

(vovworld) – ​​ໃນ​ຊຸມ​ວັນຜ່ານ​ມາ, ກຳ່​ປັ່ນ​ຫາ​ປາ​ນັບ​ຮ້ອຍ​ລຳ​ພ້ອມ​ກັບຊາວ​ປະມົງນັບ​ພັນ​ຄົນ​ຂອງ​ແຂວງ ​ແຄ໋ງຮ່ວາ ​ໄດ້​ອອກ​ຈາກ​ທ່າ​ໄປ​ຫາ​ປາ​ຢູ່​​ໄກຝັ່ງ ​ແລະ ຈະ​ກັບ​ມາດິນ​ຕໍ່​ແຜ່ນ​ພາຍຫຼັງ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວອກ 2016. ຢູ່​ບັນດາ​ທ່າ​ກຳ່​ປັ່ນ​ຫາ​ປາ​ແຂ​ວງ ​ແຄ໋ງຮ່ວາ ມີກຳ່​ປັ່ນ ​ເຂົ້າ - ອອກທຽບທ່າ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ບັນດາກຳ່​ປັ່ນ​ລຳ​ຕ່າງໆ​ໄດ້​ກະກຽມ​ເຄື່ອງ​ຂອງທີ່ຈຳ​ເປັນ​ເພື່ອ​ສືບ​ຕໍ່​ເດີນ​ທະ​ເລ. ​ເວລາ​ໃກ້​ຈະ​ຮອດ​ບຸນ​ເຕັດ, ລາຄາ​ປາ​ເພີ່ມ​ຂຶ້ນ​ສູງ​ເມື່ອ​ທຽບ​ໃສ່​ມື້​ທຳ​ມະ​ດາ, ສ່ວນ​ລາຄາ​ນຳ້ມັນ​ພັດ​ຫຼຸດ​ລົງ່​ດັ່ງ​ນັ້ນ​ຊາວ​ປະມົງ​ທຸກ​ຄົນ​ໃຜໆ​ກໍ່​ມີ​ຄວາມ​ເບີ​ກບານ​ມ່ວນ​ຊື່ນ​ທີ່​ສຸດ. ພາຍຫຼັງຫັກ​ຄ່າ​ໃຊ້​ຈ່າຍ​ຕ່າງໆ​​ແລ້ວ, ຊາວ​ປະມົງຈະ​ໄດ້​ຮັບ​ຈຳ​ນວນ​ເງິນ​ແຕ່ 8 – 10 ລ້ານ​ດົ່ງ/ຄົນ/ຖ້ຽວ, ມີ​ເງິນ​ເພື່ອ​ກະກຽມ​ບຸນ​ເຕັດ​ໃຫ້​ຄອບຄົວ​ຂອງ​ຕົນ. ທ່ານ ​ໂດ໋ຈູງ​ຮຽບ, ຮອງ​ຜູ້ອຳນວຍການ​ສູນ​ຄຸ້ມ​ຄອງ ​ແລະ ຂຸດ​ຄົ້ນ​ບັນດາ​ກິ​ດຈະ​ກຳສິນ​ໃນ​ນຳ້​ແຂວງ ​ແຄ໋ງຮ່ວາ, ​ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ໄດ້​​ຮັບ​ໃຊ້​ພໍ່​ແມ່​ປະຊາຊົນ​ຊາວ​ປະມົງ​ທຸກ​ເວລາ, ດຶງ​ດູດ​ບັນດາ​ກຳ່​ປັ່ນ​ເຂົ້າ​ທຽບ​ທ່າ​ເພື່ອ​ຮັບ​ໃຊ້​ບຸນ​ເຕັດ. ລາຄາ​ນຳ້ມ​ັນຕຳ່​ດັ່ງ​ນັ້ນ​ພໍ່​ແມ່​ປະຊາຊົນ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ທີ່​ສຸດ. ບັນດາ​ຊາວ​ປະມົງ​ເດີນ​ທະ​ເລ​ໃນ​ເວລາ​ແຕ່ 10 – 15 ວັນ, ຫາ​ປາ​ຢູ່​ເຂດ​ທະ​ເລ​ແຄ໋ງຮ່ວາ, ​ໃນ​ເວລາ​ປະມານ 7 ວັນ, ​ຈະ​ເຂົ້າ​ທຽບ​ທ່າ​ເພື່ອ​ຂາຍ​ປາ.”

                                       


ຕອບກັບ

ຂ່າວ/ບົດ​ອື່ນ