ຕະຫລາດດອກໄມ້ ກວ໋າງອານ ຮ່າໂນ້ຍ ໃນຊຸມມື້ໃກ້ຈະຮອດບຸນປີໃຫມ່ປະຈຳຊາດ

(vovworld)-ຊຸມມື້​ໃກ້​ຈະ​ຮອດ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ຫວຽດ​ນາມ(ໝາຍ​ເຖິງບຸນ​ເຕັດ), ຕະ​ຫລາດດອກ​ໄມ້ ກວ໋າງ​ອານ ຢູ່ ເມືອງ ໄຕ​ໂຮ່  ນະ​ຄອນ​ຮ່າ​ໂນ້ຍ ມີ​ຜູ້​ມາ​ຊື້, ຂາຍດອກ​ໄມ້​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ບັນ​ຍາ​ກາດ​ອຶກ​ກະ​ທຶກ​ຄຶກໂຄມຢູ່​ທີ່ນີ້​ເຮັດ​ໃຫ້​ຫລາຍ​ຄົນ​ຮູ້​ສຶກວ່າ​ບຸນ​ເຕັດ​ໄດ້​ວຽນ​ມາ​ແລ້ວ.

ຕະຫລາດດອກໄມ້ ກວ໋າງອານ ຮ່າໂນ້ຍ ໃນຊຸມມື້ໃກ້ຈະຮອດບຸນປີໃຫມ່ປະຈຳຊາດ - ảnh 1
ຕະ​ຫລາ​ດດອກ​ໄມ້ ກວ໋າງ​ອານ
photo:internet

        ພວກ​ຂ້າ​ພະ​ເຈົ້າ​ພວມ​ມີ​ຫ​ນ້າ​ຢູ່​ຕະ​ຫລາ​ດດອກ​ໄມ້ ກວ໋າງ​ອານ ຢູ່ ຖະ​ຫ​ນົນ ເອົາ​ເກີ ຂຶ້ນ​ກັບ​ເມືອງ ໄຕ​ໂຮ່ ນະ​ຄອນ ຮ່າ​ໂນ້ຍ. ນີ້​ແມ່ນ​ຕະ​ຫລາດດອກ​ໄມ້​ທີ່​ມີ​ຂອບ​ຂະ​ຫ​ນາດ​ໃຫ​ຍ່ ແລະ ລື​ຊື່​ຢູ່ ຮ່າ​ໂນ້ຍ. ໃນ​ເວ​ລາ 8 ໂມງ 30 ນາ​ທີ່ຕອນ​ເຊົ້າ, ບັນ​ຍາ​ກາດ​ຢູ່​ຕະ​ຫລາດ​ແມ່ນ​ຄຶກຄື້ນ​ມ່ວນ​ຊື່ນ​ທີ່​ສຸດ. ດອກ​ໄມ້​ທຸກ​ຊະ​ນິດດ້ວຍ​ສີສັນ​ຫລາກ​ຫລາຍ​ໄດ້​ນຳ​ເອົາມາ​ຂາຍ​ຢູ່​ທີ່ນີ້. ຜູ້​ຂາຍ, ຜູ້​ຊື້ ພ້ອມ​ດ້ວຍ​ຜູ້​ມາ​ຊົມຢ່າງ​ໜາ​ແໜ້ນ​ໄດ້​ສ້າງ​ບັນ​ຍາ​ກາດ​ທີ່​ເປັນ​ຫ​ນ້າ​ປະ​ທັບ​ໃຈ. ນາງ ເຈີນ​ກີມ​ທວາ, ຜູ້​ຂາຍດອກ​ໄມ້​ຢູ່​ ຕະ​ຫລາ​ດດອກ​ໄມ້ ກວ໋າງ​ອານ ໃຫ້​ຮູ້​ວ່າ: ປີນີ້ ຜູ້​ມາ​ຊື້ດອກ​ໄມ້​ຫລາຍກວ່າ​​ເມື່ອ​ທຽບ​ໃສ່ຊຸມ​ປີ​ກ່ອນ ແລະ ດອກ​ໄມ້​ທີ່​ນຳ​ເອົາມາ​ຂາຍ​ຢູ່​ທີ່ນີ້​ກໍ​ອຸ​ດົມ​ສົມ​ບູນກວ່າທຸກໆ​ປີ.

        “ດອກ​ໄມ້​ທຸກ​ຊະ​ນິດ​ທີ່​ປູກ​ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ລ້ວນ​ແຕ່​ໄດ້​ສົ່ງ​ມາ​ຂາຍ​ຢູ່​ຕະ​ຫລາດ, ຕົວ​ຢ່າງ​ຄື: ດອກ​ຄາຍ, ດອກ​ດາວ​ເຮືອງ​ຂອງ​ເຍີດ​ເຕີນ, ຕົ້ນ​ໝາກ​ແປ້ນ​ປະ​ດັບ​ຂອງ ຕື​ລຽນ, ດອກ​ເໝີຍ​ຂອງ​ນະ​ຄອນ ໂຮ່​ຈິ​ມີນ, ດອກ​ກຸ​ລາບ ຂອງ​ ຊອກ​ເຊີນ. ໃນ​ໂອ​ກາດ​ບຸນ​ເຕັດ ຍັງ​ມ​ີ ດອກ​ກ້ວຍ​ດິນ, ດອກ​ລີ​ລ​ີ ຂອງ​ດາ​ລາດ ກໍ​ຖືກ​ຂົນ​ສົ່ງ​ມາ​ຂາຍ​ຢູ່​ ຕະ​ຫລາ​ດດອກ​ໄມ້ ກວ໋າງ​ອານ ເຮັດ​ໃຫ້​ບັນ​ຍາ​ກາດ​ຢູ່​ຕະ​ຫລາດນີ້​ຍີ່ງ​ຟົດ​ຟື້ນ ​ຂຶ້ນ​ຕື່ມ ແລະ ສີ​ສັນ​ຫລາກ​ຫລາຍ​ຂອງດອກ​ໄມ້​ທຸກ​ຊະ​ນິດ ກໍ​ເປັນ​ສິ່ງ​ທີ່​ດຶງ​ດູດ​ຜູ້​ມາຊື້ມາ​ຜູ້​ຊົມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ, ໃນ​ນັ້ນ ນັກ​ທ່ອ​ງ​ທ່ຽວ​ຕ່າງ​ປະ​ເທດ​ກໍ​ມາ​ຢ້ຽມ​ຊົມ ແລະ ຊື້ດອກ​ໄມ້.”

ຕະຫລາດດອກໄມ້ ກວ໋າງອານ ຮ່າໂນ້ຍ ໃນຊຸມມື້ໃກ້ຈະຮອດບຸນປີໃຫມ່ປະຈຳຊາດ - ảnh 2
ດອກ​ໄມ້​ທຸກ​ຊະ​ນິດ​ທີ່​ປູກ​ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ລ້ວນ​ແຕ່​ໄດ້​ສົ່ງ​ມາ​ຂາຍ​ຢູ່​ຕະ​ຫລາດ
photo:internet

        ​ເມື່ອ​ກ່ອນ​ນີ້,ຕະ​ຫລາ​ດດອກ​ໄມ້ ກວ໋າງ​ອານ ແມ່ນ​ຕະ​ຫລາດດອກ​ໄມ້​ນ້ອຍ​ຢູ່ ຕາ​ແສງ ເຍີດ​ເຕີນ. ຕະ​ຫລາດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຍ້ອນ​ຄວາມ​ຕ້ອງ​ການ​​ຂາຍດອກ​ໄມ້​ຂອງ​ປ​ະ​ຊາ​ຊົນ​ຢູ່​ບັນ​ດາ​ໝ່​ູ​ບ້ານ​ປູກດອກ​ໄມ້​ທີ່​ມີ​ຊື່​ສຽງ​ຢູ່​ແຄມ​ຫນອງ​ໂຮ່​ໄຕ​ຄື: ເຍີດ​ເຕີນ, ກວ໋າງ​ບາ ແລະ ບາງ​ຕາ​ແສງ​ຢູ່​ເມືອງ ຕື​ລຽມ. ປີ 1996, ເມື່ອ ເມືອງ ໄຕ​ໂຮ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ຕະ​ຫລາ​ດ​ຖືກ​ຍ້າຍ​ໄປ​ຕັ້ງຢູ່​ເຂດ​ດິນ​ທີ່​ຂຶ້ນ​ກັບ​ ຕາ​ແສງ ກວ໋າງ​ອານຄື​ໃນ​ປະຈຸ​ບັນ. ໃນ​ຊຸມມື້​ໃກ້​ຈະ​ຮອດ​ບຸນ​ເຕັດ, ມີ​ດອກ​ໄມ້​ຫລາຍ​ຊະ​ນິດ​ຖືກ​ຂົນສົ່ງ​ຈາ​ກ​​ຊານ​ນະຄອນຮ່​າ​ໂນ້ຍ​ຄື: ຊອກ​ເຊີນ, ເມ​ລີງ, ດົງ​ແອງ ຊ້ຳ​ບໍ່​ຫ​ນຳ​ຈາກ​ບັນ​ດາ​ແຂວງ ທີ່​ຫ່າງ​ໄກ​ຄື: ຊາ​ປາ, ດາ​ລາດ​ຫລື​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ ກໍ​ລ້ວນ​ແຕ່​ໄດ້​ເອົາ​ມາຂາຍ​ຢູ່​ທີ່ນີ້.  ຢູ່ ພາກ​ເຫ​ນືອ​ຫວຽດ​ນາມ, ລະ​ດູ​ບານ​ໃຫມ່​ກໍ​ແມ່ນ​ລະ​ດູ​ຂອງດອກ​ໄມ້​ທຸກ​ຊະ​ນິດ​ດ້ວຍ​ສີສັນ​ຫລາກ​ຫລາຍ. ຈຸດ​ພິ​ເສດ​ຂອງ​ຕ​ະ​ຫລາດ​ແຫ່ງນີ້​ແມ່ນ​ຕະຫຼາດ​ຂາຍ​ສົ່ງ ຊຶ່ງ​ໄດ້ແຈກ​ຢາຍດອກ​ໄມ້​ໄປ​ເຖິງ​ທຸກ​ບ່ອນໃນ​ນະ​ຄອນ​ຫລວງ. ມື້ທຳ​ມະ​ດາ  ຕະ​ຫລາດ​ແຫ່ງນີ້​ເຄີຍ​​ເຄື່ອນ​ໄຫວ​ນັບ​ແຕ່​ຄ່ຳ​ຄືນ​ຮອດ​ຮຸ່ງ​ເຊົ້າ. ສະ​ເພາະຊຸມມື້​ບຸນ​ເຕັດ ຕະ​ຫລາດ​ຈຶ່ງ​​ເຄື່ອນ​ໄຫວ​ຕະ​ຫລອດ​ວັນ​ແລະຄືນ. ເອື້ອຍ ຫງວຽນ​ທິເວີນ, ລູກ​ຄ້າ​ປະຈຳ​ຂອງ​ຕະຫຼາດ​ແຫ່ງ​ນີ້​ໃຫ້​ຮູ້​ວ່າ:

        “ນ້ອງ​ດຳ​ລົງ​ຊີ​ວິດ​ຢູ່ ອານ​ເຢືອງ, ເວ​ລາ 5 ໂມງ​ເຊົ້າ​ຂອງ​ແຕ່​ລະ​ມື້ ນ້ອງ​ມາ​ຕະ​ຫລາດ​ເພື່ອ​ເລືອກ​ຊື້ດອກ​ໄມ້. ຫລັງ​ຈາກນັ້​ນ ​ສົ່ງໄປ​ຂາຍຢູ່​ຕະ​ຫລາດ​ອື່ນ ຫລື​ຢູ່​ຖະ​ຫ​ນົນ​ສາຍ​ຕ່າງ​ໆ​ຢູ່​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ.”

        ໃນ​ຊຸມມື້​ບຸນ​ເຕັດ, ບໍ່​ພ​ຽງ​ແຕ່​ມີ​ຜູ້​ຄ້າຂາຍດອກ​ໄມ້ເທົ່າ​ນັ້ນ ຫາກຍັງ​ມີ​ປະ​ຊາ​ຊົນ​ຫລາຍ​ຄົນ, ເປັນ​ຕົ້ນ​ແມ່ນ​ໄວ​ຫ​ນຸ່ມ​ເຄີຍ​ໄປ​ຕະ​ຫລາດ​ຊື້ດອກ​ໄມ້​ອີກ​ດ້ວຍ. ເຂົາ​ເຈົ້າ​ຍ່າງເລາະ​ຊົມ​ດອກ​ໄມ້, ເລືອກ​ຊື້​ໃຫ້​ຕົນ​ເອງ​ຊໍ່​ດອກ​ໄມ້​ທີ່​ງາມ​ຕາ.  ນາງ ຫງວຽນ​ທິ​ຖ່ຍ​ເຢືອງ ຢູ່ ເມືອງ ຮ່​ວານ​ກຽມ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ປີ​ໃດກໍ​ເຊັ່ນ​ດຽວ​ກັນ ຂ້າ​ພະ​ເຈົ້າ​ກໍ​ລ້ວນ​ແຕ່ໄປ​ຕະ​ຫລາດດອກ​ໄມ້. ມື້ນີ້ ອາ​ກາດ​ຫ​ນາວ​ຈັດ, ແຕ່​ບັນ​ຍາ​ກາດ​ກະ​ກຽມ​ບຸນ​ເຕັດ​ຢູ່​ທີ່ນີ້​ໄດ້​ສ້າງ​ຄວາມ​ປ​ະ​ທັບ​ໃຈ​ຫລາຍ, ​​ເຖິງ​ວ່າ​ມີ​ຜູ້​ຄົນ​ໄປມາ​ຢ່າງຄາ​ຫ​ນາ​ແຫ​ນ້ນ​ກໍ​ຕາມ ແຕ່​ທຸກ​ຄົນ​ລ້ວນ​ແຕ່​ຮູ້​ສຶກວ່າ ບຸນ​ເຕັດ​ໄດ້​ວຽນ​ມາ​ແລ້ວ.”

        ຄວາມ​ປ​ະ​ທັບ​ໃຈ​ຂອງ​ບັນ​ດາ​ຜູ້​ໄປ​ຕະ​ຫລາ​ດດອ​ກ​ໄມ້​ແມ່ນ​ໄດ້​ສູບ​ເອົາ​ກິນ​ຫອມ​ຫວນ​ຂອງ​ດອກ​ໄມ້, ໄດ້​ຮັບ​ຊົມ​ສີ​ສັນ​ຫລາກ​ຫລາຍ​ຂອງດອ​ກ​ໄມ້​ນາໆ​ຊະ​ນິດ. ແລະ ຕະ​ຫລາ​ດດອກ​ໄມ້ ກວ໋າງ​ອານ ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ອັນ​ດູດ​ດື່ມ​ຂອງ​ຊາວ​ຮ່າ​ໂນ້ຍ ກໍ​ຄື ນັກ​ທ່ອງ​ທ່ຽວ​ໃນ​ຊຸມມື້​ບຸນ​ເຕັດ. ເມື່ອ​ເລາະ​ຊົມ​ດອກ​ໄມ້ ທຸກ​ຄົນ​ຕ່າງກໍ​ຮູ້​ສຶກ​ວ່າ ຈິດ​ໃຈ​ສະ​ຫວາດ​ສະ​ເຫວີຍກວ່າ. ສຳ​ລັບ​ຜູ້​ມາ​ຕະ​ຫລາດ​ເ​ປັນ​ຄັ້ງທຳ​ອິດ ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກ​ໄດ້​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ ຮ່າ​ໂນ້ຍຢ່າງ​ແນ່ນອນ. /.

ຕອບກັບ

ຂ່າວ/ບົດ​ອື່ນ