ບັນຍາກາດກະກຽມຕ້ອນຮັບປີໃຫມ່ປີມະເມຍຂອງຊາວນະຄອນຫລວງຮ່າໂນ້ຍ

(vovworld)- ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ແລະ ຕ້ອນ​ຮັບ​ປີ​ໃຫມ່​ພວມ​ວຽນມາ​​ແລ້ວ​. ພ້ອມ​ກັບ​ປະຊາຊົນ​ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ, ຊາວ​ນະຄອນຫລວງ ຮ່າ​ໂນ້ຍ ກໍພວມ​ຮີບ​ເຮັ່ງ​ສຳ​ເລັດ​ບັນດາ​ວຽກ​ງານ​ທີ່​ບໍ່​ທັນ​ແລ້ວ​ເພື່ອ​ຕ້ອນຮັບ​ປີ​ໃຫມ່. ​

ບັນຍາກາດກະກຽມຕ້ອນຮັບປີໃຫມ່ປີມະເມຍຂອງຊາວນະຄອນຫລວງຮ່າໂນ້ຍ - ảnh 1
ຕະຫລາດດອກໄມ້ ຢູ່ຮ່າງເລືອກ
ພາບ:internet

        ຕອນ​ບ່າຍ​ວັນ​ທີ 30 ​ເດືອນ 12 ​ໄລ່​ຕາມ​ຈັນທະ​ປະຕິທິນ, ​ແມ່ນ​ຈຸດ​ເວລາ​ສຸດທ້າຍ​ຂອງປີ​ມະ​ເສັງ, ຖະຫນົນ​ສາຍ​ຕ່າງໆ​ຢູ່​ນະຄອນຫລວງ ຮ່າ​ໂນ້ຍ ຜູ້​ຄົນ​ໄປ​ມາ​ກໍ່​ຫລຸດຫນ້ອຍລົງ, ຮ້ານ​ຂາຍເຄື່ອງ, ຮ້ານຊັບ​ພະ​ສິນຄ້າ​ໃຫຍ່​ຫລາຍ​ແຫ່ງ​ໄດ້​ປິດ​ປະຕູ​. ສ່ວນ​​ຖະຫນົນ​ ຮ່າງ​ໝາ ທີ່ຂາຍ​ເຄື່ອງ​ປະດັບ​​​ໃນ​ໂອກາດ​ບຸ​ນ​ເຕັດ, ຖະຫນົນ ຮ່າງ​ເດືອ​ງ, ຮ່າງ​ບ່ວມ ຂາຍ​ເຂົ້າໜົ​ມ ຫລື​ສະ​ຖານ​ທີ່​ມີຕະຫລາດ​ດອກ​ໄມ້ຄື ຖະຫນົນ ຮ່າງ​ເລື​ອກ, ​ເຖິງ​ວ່າ ຜູ້​ຊື້​ຜູ້​ຂາຍ​ບໍ່​ຄັບ​ຄາ​ຫນາ​ແຫນ້ນ​ຄື​ຊຸມ​ມື້ກ່ອນ​ນີ້ ກໍ​ຕາມ, ​ແຕ່​ບັນຍາກາດ​ຊື້​ຂາຍຢູ່​ທີ່​ນີ້​ຍັງ​​ຟົດຟື້ນຢູ່​. ອ້າຍ ​ໂດ໋ຕຽນ​ລອງ ຢູ່ ຖະຫນົນ ຮ່າ​ມລອງ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ​:

        “ຂ້າພະ​ເຈົ້າ​ໄປ​​ເຮັດ​ວຽກ​ຢູ່​ແດນ​ໄກ​, ສະ​ນັ້ນ ມື້​ນີ້ ຈື່ງ​ມີ​ເວລາ​ໄປ​ຊື້​ດອກ​ໄມ້​ໃຫ້​ແກ່​ຄອບຄົວ. ປີ​ໃດ ຂ້າພະ​ເຈົ້າ​ກໍ​ຊື້​ຕົ້ນ​ດອກ​ຄາຍ, ຕົ້ນ​ໝາກ​ແປ້ນປະດັບ ​ເພື່ອ​ໃຫ້​ຄອບຄົວ​ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ເບີກບານ​ມ່ວນ​ຊື່ນ ​ແລະ ຖືກ​ຕາມ​ຮີດຄອງ​ປະ​ເພນີຂອງ​ຊາວ​ຫວຽດນາມ.”

        ສຳລັບ​ຊາວ​ຫວຽດນາມ​ແລ້ວ, ຄາບ​ອາຫານ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃຫມ່​ໃນ​ມື້​ທ້າຍ​ປີ​ແມ່ນ​ມີ​ຄວາມ​ໝາຍ​ທີ​່ສຸດ. ນີ້​ແມ່ນ​ຈຸດ​ເວລາ​ທີ່​ທຸກຄົນ​ໃນ​ຄອບຄົວ ​ເຖິງ​ວ່າ​ມີຜູ້​ເຮັດ​ວຽກ​ຢູ່​ໄກ​ຫລື​ຢູ່​ໃກ້​ກໍ​ລ້ວນ​ແຕ່​ກັບ​ຄືນ​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ຕ້ອນຮັບ​ຈຸດ​ເວລາ​ພິ​ເສດ​ນີ້. ປ້າ ​ໂດ​ແທນ​ຮ່ວາ, ຢູ່​ເມືອງ ດົງ​ດາ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “ຕອນ​​ແລງ​ວັນ​ທີ 30 ຂອງ​ປີ​ໃດກໍເຊັ່ນດຽວກັນ, ຄອບຄົວ​ຂ້າພະ​ເຈົ້າ​ກໍ​ກຽມ​ຄາບ​ອາຫານ​ເພື່ອ​ສົ່ງ​ທ້າ​ຍປີ​ເກົ່າ​ຕ້ອນຮັບ​ປີ​ໃຫມ່. ທັງ​ປີ​ກໍມີພຽງ​ມື້​ດຽວ​ເພື່ອໃຫ້ທຸກຄົນ​ໃນ​ຄອບຄົວ​ເຕົ້າ​ໂຮມ​ກັນ. ”

ບັນຍາກາດກະກຽມຕ້ອນຮັບປີໃຫມ່ປີມະເມຍຂອງຊາວນະຄອນຫລວງຮ່າໂນ້ຍ - ảnh 2
ຮ່າງໝາ ຂາຍເຄື່ອງປະດັບໃນໂອກາດບຸນເຕັດ
ພາບ:giaoduc.net

        ຜູ້​ໄປ​ຊື້​​ເຄື່ອງ​ກໍ​ຄື​ຜູ້​ຂາຍ​ເຄື່ອງ, ​ໃຜ​ໆ​ກໍ​ຢາກຊື້​ໄວ​ຂາຍ​ໄວ​ເພື່ອ​​ກັບ​ເມືອ​ບ້ານ​ໃຫ້​ທັນ​ເວລາ​ກະກຽມ​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃຫມ່. ​ເອື້ອຍ ຫງວຽນ​ທີ​ບັກ, ຜູ້​ຂາຍ​ຕົ້ນ​ໝາກ​ແປ້ນ​ປະດັບ​ຢູ່​ຕະຫລາດ​ດອກ​ໄມ້ ຮ່າງ​ເລືອກ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ຫາ​ກໍ່​ຂາຍ​ຕົ້ນ​ສຸດ​ທ້າຍ. ​ແລະ​ກໍຕ້ອງ​ຂາຍ​​ໃຫ້​ລູກ​ຄ້າ​ດ້ວຍລາຄາ​ຖືກ ​ເພື່ອ​ກັບ​ເມືອ​ບ​້ານ​ໃຫ້​ທັນ​ເວລາ​​ເພື່ອກະກຽມ​ໃຫ້​ຄອບຄົວ​ຕ້ອນຮັບ​ບຸນ​ເຕັດ. ”

        ​ເຖິງ​ວ່າ​ແມ່ນ​ມື້​ທ້າຍ​ປີ, ​ແຕ່ບັນດາ​ສະຖານີ​ລົດ​ໄຟ, ລົດ​ໂດຍ​ສານ ຍັງ​ມີ​ຫລາຍ​ຄົນ​ຢູ່. ຜູ້​ໄປ​ເຮັດ​ວຽກ​ຢູ່​​ແດນໄກ​ພວມ​ລໍຖ້າ​ລົດ ຢາກ​ກັບ​​ເມືອ​ຫາ​ຄອບຄົວ​ໃຫ້​ທັນ​ເວລາ​ກ່ອນ​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່. ນາງ ຫງວຽນ​ບີ​ກຖູ​ຍ, ນັກ​ສຶກສາ​ມະຫາວິທະຍາ​ໄລ ທັງ​ລອງ ​ໃຫ້​ຮູ້​ວ່າ:

        “ນ້ອງ​ເຫັນ​ວ່າ ທຸກ​ຄົນ​ພວມ​ຮີ​ບ​ເຮ່ັງ​ກະ​ກຽມ​ຕ້ອນຮັບ​ບຸນ​ເຕັດ ນ້ອງ​ກໍ​ ຢາກ​ກັບ​ເມືອ​ບ້ານ​​ໂດ​ຍ​ໄວ ​ເພື່ອ​ຕ້ອນຮັບ​ບຸນ​ເຕັດ​ກັບ​ຄອບຄົວ.”

        ​ໃນ​ຂະນະ​ທີ່​ທຸກ​ຄົນ, ທຸກ​ຄອບຄົວ ພວມ​ຂຸ້ນຂ້ຽວກະກຽມ​ບຸນ​ເຕັດ, ບັນດາ​ກຳມະກອນ​ຂອງ​ບໍລິສັດເຮັດອະນາ​ໄມສິ່ງ​ແວດລ້ອມ ຢູ່ ​ນະຄອນ ຮ່າ​ໂນ້ຍ ພວມ​​ສຳ​ເລັດ​ຫນ້າ​ທີ່​ຂອງ​ຕົນ​ເພື່ອ​ເຮັດ​ໃຫ້​ຖະຫນົນ​ສາຍ​ຕ່າງໆ​ຢູ່​ນະຄອນຫລວງ​ສະອາດກວ່າ​​ກ່ອນ​ທີ່ກ້າວ​ເຂົ້າ​ສູ່​ປີ​ໃຫມ່.

        ​ບັນຍາກາດ​​ໃກ້​ຈະຮອດ​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃຫມ່​ຍິ່ງ​ອຶກ​ກະ​ທຶກ​ຄືກ​ໂຄມ ​ເມື່ອ​ປະຊາຊົນ​ພາກັນ​ລົງ​ຖະຫນົນ. ​ເຂົາ​ເຈົ້າ​ເຕົ້າ​ໂຮມ​ກັນ​ຢູ່​ບັນດາ​ສະຖານ​ທີ່​ຈັດ​ຕັ້ງ​ລາຍການ​ສະ​ແດງ​ສິລະ​ປະ​ຢູ່​ກາງ​ແຈ້ງ, ລໍຖ້າ​ຈຸດ​ເວລາ​ຍິ່ງ​ບັ້ງ​​ໄຟ​ດອກ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃຫມ່.

        ລະ​ດູ​ບານ​ໃຫ່ມ​​​ພວມວຽນມາ​ຢູ່​ທຸກ​​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ. ນີ້​ແມ່ນ​ຈຸດ​ເວລາ​ຊື່​ງຜູ້​ໄປ​ເຮັດ​ວຽກ​ຢູ່​ຫ່າງ​ໄກ​ພວມ​ອວ່າຍ​ເມືອ​ຫາ​ຄອບຄົວ, ອວ່າຍ​ເມືອ​ຫາ​ນະຄອນຫລວງ.

        ຈຸດ​​ເວລາ​ສົ່ງ​ທ້າຍ​ປີ​ເກ່ົາ​ຕ້ອນຮັບ​ປີ​ໃຫມ່​ໄດ້​ມາ​ຮອດ​​ແລ້ວ, ​ເຖິງ​ວ່າ​ຄ້າງ​ຄາ​ກັບ​ວຽກ​ງານ​ແນວ​​ໃດ​ກໍ​ຕາມ, ​ແຕ່​ທຸກ​ຄົນ​ຕ່າງໆ​ກໍ​ຢຸດຕິ​ວຽກ​ງານຂອງ​ຕົນ​ໄວ້​ຊ່ົວຄາວ​ເພື່ອ ຕ້ອນຮັບ​ຈຸດ​ເວລາ​ທີ່​ສັກກະ​ລະ​ບູຊາ​ນີ້. ກ້າວ​ເຂົ້າ​ສູ່​ປີ​ໃຫມ່​ປີ​ມະ​ເມຍ, ທຸກ​ຄົນ​ກໍ​ລ້ວນ​ແຕ່​ມີ​ຄວາມ​ເຊື່ອ​ໝັ້ນ ​ແລະ ຄວາມ​ຫວັງ​ຕໍ່​ສ່ິງ​ທີ່​ດີງາມ​ກວ່າ.

 

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ