ບັນຍາກາດຕ້ອນຮັບບຸນປີໃຫມ່ປະຈຳຊາດຂອງທະຫານແລະປະຊາຊົນຢູ່ເຂດໝູ່ເກາະທີ່ຫ່າງໄກ

(vovworld)- ບັນຍາກາດ​ຕ້ອນຮັບ​ລະດູບານ​ໃຫມ່, ບຸນປີ​ໃຫມ່​ປະຈຳ​ຊາດ​ປີ​ມະ​ເມຍ​ຂອງ​ຊາວ​ຫວຽດນາມ​ພວມ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ​ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ. ຢູ່​ເຂດ​ໝູ່​ເກາະ​ທີ່​ຫ່າງ​ໄກ, ບັນດາ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ ຢູ່​ເມືອງ​ເກາະ ​ເຈື່ອງ​ຊາ ​ແຂວງ ​ແຄງ​ຮ່ວາ ພວມ​ຫ້າງ​ຫາກະກຽມ​ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ອົບ​ອຸ່ນ.

ບັນຍາກາດຕ້ອນຮັບບຸນປີໃຫມ່ປະຈຳຊາດຂອງທະຫານແລະປະຊາຊົນຢູ່ເຂດໝູ່ເກາະທີ່ຫ່າງໄກ - ảnh 1
ພະນັກງານນັກຮົບເມືອງເກາະ ເຈື່ອງຊາກະກຽມ​ຕ້ອນຮັບ​ບຸນ​ເຕັດ
photo:qdnd.vn

        ​ເຖິງ​ວ່າ​ຢູ່ຫ່າ​ງ​ໄກ​ຈາກ​ເຂດ​ດິນ​ຕໍ່​ແຜ່ນ, ການ​ດຳລົງ​ຊີວິດ​ຍັງ​ປະສົບ​ກັບ​ຄວາ​ມຫຍຸ້ງຍາກ, ຂາດ​ເຂີນ​ກໍ​ຕາມ ​ແຕ່​​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພັກ, ລັດ ​ແລະ ປະຊາຊົນ​ຢູ່​ເຂດດິນ​ຕໍ່​ແຜ່ນ, ພະນັກງານນັກຮົບເມືອງເກາະ ເຈື່ອງຊາ ກໍ​ໄດ້ຕ້ອນຮັບບຸນປີ​ໃຫມ່​ປີ​ມະ​ເມຍ​ປີ​ນີ້ ດ້ວຍ​ວັດຖຸ​ສິ່ງ​ຂອງພໍ​ສົມຄວນ. ກ່ອນຈະ​ຮອດບຸນເຕັດ ສອງອາທິດ, ບັນດາກຳປັ່ນຂອງທະ​ເຮືອ​ເຂດ 4 ​ໄດ້​ຂົນ​ສົ່ງ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ 80​ໂຕນ ​​ ຄື: ​ເຂົ້າຫນຽວ, ໝາກ​ຖົ່ວຂຽວ, ຊີ້ນ​ໝູ, ຊີ້ນ​ໄກ່, ​ໃບ​ຕອງຈີ​ງໃຫ້​ພະ​ນັກ​ງານ​ນັກຮົບ​ຢູ່​ໝູ່​ເກາະ​ຕ້ອນຮັບ​ບຸ​ນ​ເຕັດ. ຢູ່​ເກາະ​ແຫ່ງ​ຕ່າງໆ, ພະນັກງານ, ນັກຮົບພ້ອມ​ກັນ​ປະດັບ​ປະດາຕົບ​ແຕ່ງ​ດ້ວຍໂຄມ​ໄຟ, ປ້າຍ​ໂຄ​ສະນາ…​ເພື່ອກະກຽມ​ຕ້ອນຮັບ​ບຸນ​ເຕັດ. ຢູ່​ເກາະ ​ເຊີນ​ກາ, ພະນັກງານ​ນັກຮົບ ພວມ​​ເຕົ້າ​ໂຮມ​ກັນ​ຢູ່​ຫໍ​ວັດທະນະທຳ​​ໃນ​ເກາະ ​ເພື່ອ​ຝືກ​​ແອບ​ບັນດາ​ລາຍການ​ສິລະ​ປະ ​ແລະ ກະກຽມ​ພາ​ໝາກ​ໄມ້​ໃຫ້​ແກ່​ຄຳ່​ຄື​ນສ່ົງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃຫມ່. ພັນ​​ໂທ ​ໂດ໋​ເທ​ຕວຽນ, ຜູ້​ບັນຊາ​ການ​ເກາະ ​ເຊີນ​ກາ ​ໃຫ້​ຮູ້​ວ່າ:

        “ການ​ຕ້ອນຮັບ​ບຸນ​ເຕັດ​ຢູ່​ເກາະ​ມີ​ຫລາຍ​ສິ່ງ​ທີ່​ແຕກ​ຕ່າງ​ກັບ​ຢູ່​ເຂດ​ດິນ​ຕໍ່​ແຜ່ນ, ທັງ​ກະກຽມ​ວັດຖຸ​ສິ່ງ​ຂອງ​ເພື່ອ​ຕ້ອນຮັບ​ບຸນ​ເຕັດ, ທັງ​ກຽມພ້ອມ​ສູ້ຮົບ​ເພື່ອ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ປະຊາຊົນ​ຢູ່​ເຂດ​ດິນ​ຕໍ່​ແຜ່ນ. ”

          ສ່ວນ​ຢູ່​ເກາະ ນາມ​ອຽດ ​ຕາ​ແສງ ຊີງ​ຕົນ ​ແລະ ​ເກາະ​ຊອງ​ຕື​ໄຕ, ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ໃນ​ເກາະ ພວມ​ຫ້າງຫາກະກຽມ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຕ້ອນຮັບ​ບຸນ​ເຕັດ.​ ປີ 2013, ຍ້ອນ​ປະຕິບັດ​ການ​ເພີ່ມ​ພູນ​ຜະລິດ​ຜົນ​ເປັນ​ຢ່າງ​ດີ ສະ​ນັ້ນ ​ໃນ​ໂອກາດ​ປີ​ໃຫມ່​ນີ້, ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ໃນ​ເກາະ​​ໄດ້ຕ້ອນຮັບ​ບຸນ​ເຕັດ​ດ້ວຍ​ວັດ​ຖຸສິ່ງ​ຂອງ​ອາຫານຢ່າງ​ພຽງພໍ ​ແລະ ຄົບ​ຖ້ວນ. ພັນ​ໂຕ ຫງວຽນ​ຈ້ອງ​ບີ​ງ, ພະ​ນັກ​ງານ​ການ​ເມືອງ​ເກາະ​ຊອງ​ຕື​ໄຕ ​ເມືອງ​ເກາະ​ເຈື່ອງ​ຊາ ​ແຂວງ ​ແຄງ​ຮວ່າ ​ໃຫ້​ຮູ້​ວ່າ: ວຽກ​ງານ​ກະກຽມ​ໄດ້​ສຳ​ເລັດ​ແລ້ວ, ພະ​ນັກ​ງານ, ນັກຮົບ ​ແລະ ປະຊາຊົນ​ຢູ່​ເກາະ ຊອງ​ຕື​ໄຕ ຈະ​ຕ້ອນຮັບ​ບຸນ​ເຕັດ 2014 ຢ່າງ​ອົບ​ອຸ່ນ ​ແລະ ​ເຕັມ​ໄປ​ດ້ວຍ​ນຳ້​ໃຈຄວາມຮັ​ກ​ແພງ​ລະຫວ່າງ​ທະຫານ ​ແລະ ປະຊາຊົນ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​​ຊາດຫວຽດນາມ ​ແລະ ບ​້ານ​ເກີດ​​ເມືອງ​ນອນ ພ້ອມ​ທັງ​ເຊີດ​ຊູ​ສະຕິ​ລະວັງ​ຕົວ, ກຽມພ້ອມ​ສູ້​ຮົບ, ປົກ​ປັກ​ຮັກສາ​ອະທິປະ​ໄຕເຂດໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ.

        “ປີ​ນີ້ ພວກ​ຂ້າພະ​ເຈົ້າ​ຈະ​ສ້າງ​ບັນຍາກາດ​​ເພື່ອ​ໃຫ້​ທະຫານ​ຢູ່ເຂດໝູ່​ເກາະ ຕ້ອນຮັບ​ບຸນ​ເຕັດ​ຢ່າງເບີກ​ບານ​ມ່ວນ​ຊື່ນ​ຄື​ດັ່ງຢູ່​ບ້ານ​ເກີດ​ເມືອງ​ນອນຂອງ​ຕົນ. ພວກ​ຂ້າພະ​ເຈົ້າ​ຈະ​ໂທລະສັບ​​​ເຖິງ​ແຕ່​ລະ​ຄອບຄົວ​ຂອງ​ນັກຮົບ​ເພື່ອ​ຢື້​ຢາມ​ຖາມ​ຂ່າວ ​ແລະ ອວຍພອນ​ປີ​ໃຫມ່ ພ້ອມ​ທັງ​ແຈ້ງ​ບັນຍາກາດ​ຕ້ອນຮັບ​ບຸນ​ເຕັດ​ຢູ່​ເກາະ​ເພື່ອ​ໃຫ້​ຄອບຄົວ​ຂອງ​ບັນດາ​ນັກຮົບ​ອຸ່ນ​ອ່ຽນ​ໃຈ ​ແລະ ຜ່ານ​ນັ້ນ​​ແມ່ນ​ສ້າງອາລົມ​ຈິດຄວາມ​ຮັກ​ແພງ​ລະຫວ່າງ​ຄອບຄົວ​ ​ແລະ ກົມ​ກອງຢູ່​ເຂດ​ໝູ່​ເກາະ.”

ບັນຍາກາດຕ້ອນຮັບບຸນປີໃຫມ່ປະຈຳຊາດຂອງທະຫານແລະປະຊາຊົນຢູ່ເຂດໝູ່ເກາະທີ່ຫ່າງໄກ - ảnh 2
ພະນັກງານ​ນັກຮົບ​ຫໍ່​ເຂົ້າຕົ້ມ
photo:qdnd.vn

          ທີ່​ເຂດ​ຊຸມ​ຊົນ​ຢູ່​ໝູ່​ເກາະ, ບັນດາ​ຄອບຄົວພວມ​​ເຮ​ັດອະນາ​ໄມ, ປະດັບ​ປະດາ​ເຮືອນ​ຊານ, ກະກຽມ​ຕ້ອນຮັບ​ບຸນ​ເຕັດ. ​ໂດຍ​ມີການ​ຊ່ວຍ​ເຫລືອ​ຂອງ​ພະນັກງານ​ນັກຮົບ, ບັນດາ​ຄອບຄົວ​ເລີ່​ມຕົ້ນ​ຫໍ່​ເຂົ້າຕົ້ມ. ຢູ່​ເຮືອນ​ຂອງ​ນາງ ​ເຢືອງທິທູ​ຖູ​ຍ, ພະນັກງານ​ນັກຮົບ ​ແລະ ຄອບຄົວ ພວມ​ພ້ອມ​ກັນ​​ເຮ​ັດຕົ້ນ​ດອກ​ເໝີຍ, ດອກ​ຄາຍດ້ວຍ​ຫອຍ​ທະຫານ ​ເພື່ອ​ຕ້ອນຮັບ​ບຸນ​ເຕັດ. ນາງ ທູ​ຖູ​ຍ ​ໃຫ້​ຮູ້​ວ່າ:

        “ຄອບຄົວ​ຂ້າພະ​ເຈົ້າ​ໄດ້​ກະກຽມ​​ເຄ່ືອງ​ຂອງ​ທີ່​ຈຳ​ເປັນ​ເພື່ອ​ຕ້ອນຮັບ​ບຸນ​ເຕັດ​ຄື: , ​ເຂົ້າຕົ້ມ,ເຂົ້າໜົມ, ຊີ້​ນໄກ, ນຳ້​ຫວານ...  ບັນຍາກາດ​ຕ້ອນຮັບ​ບຸນ​ເຕັດ​ຢູ່​ທີ່​ນີ້ ບໍ່​​ແຕກຕ່າງ​ຫຍັງ​ກັບ​ຢູ່​ເຂດ​ດິນ​ຕໍ່​ແຜ່ນ. ພິ​ເສດ​ແມ່ນ​ໄດ້​ຮັບ​ການ​ຊ່ວຍ​ເຫລືອຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ພະນັກງານ, ນັກຮົບ​ໃນ​ໝູ່​ເກາະ, ສະ​ນັ້ນ ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ ບຸນ​ເຕັດ​ຢູ່​ໝູ່ເກາະ​​ແມ່ນ​ອົບ​ອຸ່ນ​ທີ່​ສຸດ.”

        ​ເຂົ້າ​ຮ່ວມ​ການ​ກະກຽມ​ຕ້ອນຮັບ​ບຸນ​ເຕັດ​ຂອງ​ບັນດາ​ຄອບຄົວ ​ແລະ ພະນັກງານ​ນັກຮົບ​ຢູ່​​ເຂດ​ໝູ່​ເກາະ, ທ່ານ ​ເຈີ​ນວ້ານ​ເຟືອ​ກ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ຕາ​ແສງ ຊອງ​ຕື​ໄຕ ​ແບ່ງປັນ​ວ່າ:

        “​ໃນ​ປີຜ່ານມາ, ຍ້ອນ​ປະຕິບັດ​ວຽກ​ງານ​ເພີ່ມ​ພູນ​ຜະລິດຜົນ​ເປັນ​ຢ່າງ​ດີ, ສະ​ນັ້ນ ​ໃນ​ໂອກາດ​ບຸນ​ເຕັດ ພໍ່​​ແມ່​ປະຊາຊົນ ມີ​ຊີ້​ນໝູ, ຊີ້​ນໄກ່, ມີ​ຜັກ​ຂຽວຫລາຍ​ຊະນິດຢ່າງ​ພຽງພໍ​ເພື່ອ​ຕ້ອນຮັບ​ບຸນ​ເຕັດ. ນອກ​ນັ້ນ ພວກ​ຂ້າພະ​ເຈົ້າ​ພ້ອມ​ກັບ​ບັນດາ​ຄອບຄົວ​ດຳ​​ເນີນ​ການ​ຫໍ່​ເຂົ້າຕົ້ມ. ພໍ່​ແມ່​ປະຊາຊົນ​ກໍ່​ໄດ້​ຮັບ​ຂອງຂວັນ​ຈາກ​ເຂດ​ດິນ​ຕໍ່​ແຜ່ນ​, ຊ່ວຍ​ໃຫ້​ພໍ່​ແມ່​ປະຊາຊົນ​ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ອົບ​ອຸ່ນ​ຄື​ຢູ່​ເຂດ​ດິນ​ຕໍ່​ແຜ່ນ.”

        ປະຈຸ​ບັນ, ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ພະນັກງານ​ນັກຮົບ ​ແລະ ປະຊາຊົນ​ຢູ່​ເມືອງ​ເກາະ ​ເຈື່ອງ​ຊາ ນັບ​ມື້​ນັບ​ກ້າວ​ຂຶ້ນ, ຊີວິດ​ນັບ​ມື້​ນັບ​ພັດທະນາ. ພ້ອມ​ກັບ​ຄວາມ​ເອົາ​ໃຈ​ໃສ່, ​ເບີ່​ງ​ແຍງ​ດູ​ແລ​ຂອງ​ເຂດ​ດິນ​ຕໍ່​ແຜ່ນ ພ້ອມ​ກັບ​ຄວາ​ມມານະ​ພະຍາຍາມ​ບືນ​ຕົວ​ຂຶ້ນ​ຂອງ​ປະຊາຊົນ​ໃນ​ເກາະ, ບຸນປີ​ໃຫມ່​ປີ​ມະ​ເມຍ 2014, ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ຢູ່​ເມືອງ​ເກາະ ​ເຈ່ືອງ​ຊາ ​ຄື​ດັ່ງ​ໄດ້​ຮັບ​ກຳລັງ​ແຮງ​, ມີ​ຄວາມ​ເຊື່ອ​ໝັ້ນ​ຕື່ມ​ອີກເພື​່ອປົກ​ປັກຮັກສາ​ອະທິປະ​ໄຕ​​ເຂດ​ທະ​ເລ​ໝູ່​ເກາະ​ບ້ານ​ເກີດ​ເມືອງ​ນອນ ​ແລະ ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ອົບ​ອຸ່ນ, ​ເບິ​ກບານ​ມ່ວນ​ຊື່ນ​ປຽບ​ເຫມືອນຄື​ຢູ່​ເຂດ​ດິນ​ຕໍ່​ແຜ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ