ບຸນປີໃຫມ່ປະຈຳຊາດຢູ່ ໝູ່ບ້ານ ຫວຽດຫາຍ ໃນເກາະກາດບາ


(vovworld)- ໝູ່​ບ້ານ ຫວຽດ​ຫາຍ ແມ່ນ​ສະ​ຖານ​ທີ່​ພິ​ເສດ​ໃນ​ໝູ່​ເກາະ​ທ່ອງ​ທ່ຽວ ກາດ​ບ່າ, ນະ​ຄອນ ຫາຍ​ຟ່ອງ ຍ້ອນ​ການ​ດຳ​ລົງ​ຊີວິດ​ຂອງ​ປະຊາ​ຊົນ​ຢູ່​ທີ່ນີ້ຍັງ​ຄົງຮັກສາມູນ​ເຊື້ອ​ເດີມ​ຂອງ​ຊາວຫວຽດ​ນາມ​ໄວ້​ຢູ່​​.  76 ຄອບ​ຄົວ​ໃນ​ໝູ່​ບ້ານ​ຍາມ​ໃດ​ກໍ​ເປີດປະ​ຕູ​ໂດຍບໍ່​ຕ້ອງ​ລະ​ມັດ​ລະ​ວັງ​ຜູ້​ຊົ່ວ​ຮ້າຍ ເພາະ​ວ່າ ຊາວ​ໝູ່​ບ້ານ​ຫວຽດ​ຫາຍມີຈິດໃຈ​ເປີ​ດ​ເຜີ​ຍ ຍາມ​ໃດ​ກໍຊ່ວຍ​ເຫລືອ​ເຊິ່ງ​ກັນ ແລະ​ ກັນ. ບຸນ​ປີ​ໃຫມ່​ປີ​ມະ​ເມຍນີ້, ມີ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ໄດ້​ແວ່​ຢາມ, ​ເພື່ອເຫັນ​ປະ​ຈັກ​ຕາ​ການ​ດຳ​ລົງ​ຊີ​ວິດ​ທ​ີ່​ເຕັມ​ໄປ​ດ້ວຍ​ໄມ​ຕິ​ຈິດ​ຮັກ​ແພງ​ຂອງ​ໝູ່​ບ້ານ​ຫວ​ຽດ​ຫາຍ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຮ່​ວາງ​ທາຍ.

        ບຸ​ນ​ປີ​ໃຫມ່​ປະ​ຈຳ​ຊາດ​ຢູ່​ໝູ່​ບ້ານ ຫວຽດ​ຫາຍ ແມ່ນ​ຕ່າງ​ກັບ​​ຫຼາຍທ້ອງ​ຖິ່ນ​ ​ຢູ່​ພາກ​ເຫ​ນືອ​ຫວຽດ​ນາມ. ທັງ​ໝູ່​ບ້ານ ມີ​ປະ​ຊາ​ຊົນ​ກວ່າ 300 ຄົນ​ທີ່​ດຳ​ລົງ​ຊີ​ວິດ​ໃນ​ບັນ​ດາ​ຫລັງ​ຄາ​ເຮືອນ​ປະ​ຖົມ​ປະ​ຖານ​ຢູ່​​ເກາະກາດ​ບ່າ. ​ບັນ​ຍາ​ກາດ​ຢູ່​ໝູ່​ບ້ານ ຫວຽດ​ຫາຍ ບໍ່​ອຶກ​ກະ​ທຶກ, ບໍ່​ມີ​ງານ​ບຸນ. ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ໝູ່​ບ້ານ​ຫວຽດ​ຫາຍ ຕ້ອງ​ຂີ່​ກຳ​ປັ່ນ​ຜ່ານ​ອ່າວ ລານ​ຫ້າ, ​ແລ້ວໄປ​ທາງ​ບົກ​ຕື່ມ​ອີກ 10 ກິ​ໂລ​ແມັດ ຫລື ຍ່າງ​ຂ້າມ​ປ່າ​ສະ​ຫງວນ​ແຫ່ງ​ຊາດກາດ​ບາ ​ໃນ​ເວລາປະ​ມານ 4-5 ຊົ່ວ​ໂມງ. ໝູ່​ບ້​ານ ຫວຽດ​ຫາຍ ຖືກຕັ້ງຢູ່​ກາງ​ເກາະ​ກາດ​ບາ, ການ​ໄປ​ມາ​ແມ່ນ​ຫ​ຍຸ້ງຍາກ​ຄື​ແນວນັ້ນ ແຕ່​ໝູ່​ບ້ານ​ທີ່​ຫ່າງ​ໄກ ​ແລະ ມີ​ຄວາມ​ເລິກ​ລັບ​ນີ້ພັດ​ ​ດຶງ​ດູດ​ນັກ​ທ່ອງ​ທ່​ຽວ​ສາ​ກົນ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນຫຼວງ​ຫລາຍ. ທ່ານ John, ນັກ​ທ່ອງ​ທ່ຽວ​ມາ​ຈາກ ອັງ​ກິດ ແບ່ງ​ປັນ​ວ່າ:

ບຸນປີໃຫມ່ປະຈຳຊາດຢູ່ ໝູ່ບ້ານ ຫວຽດຫາຍ ໃນເກາະກາດບາ - ảnh 1
ໝູ່​ບ້ານ ຫວຽດ​ຫາຍ
ພາບ:thethaovietnam.vn

“ພວ​ກ​ຂ້າ​ພະ​ເຈົ້າ​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ບ້ານ​ນາ​ຂອງ ອັງ​ກິດ, ທຸກ​ສິ່ງ​ທຸກ​ຢ່າງ​ ​ແມ່ນ​ຕ່າງ​ກັບຢູ່​ທີ່ນີ້ຫລາຍ. ເມື່ອ​ພວກ​ຂ້າ​ພະ​ເຈົ້າ​ຂີ່​ກຳ​ປັ່ນ​ຜ່ານ​ອ່າວ ລານ​ຫ້າ ເຫັນ​ວ່າ​ມີ​ຫລາຍ​ສິ່ງ​ທີ່​ແຕກ​ຕ່າງ​ກັນ. ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ຫລາຍ. ແນ່ນອນ​ວ່າ ຂ້າ​ພະ​ເຈົ້າ​ຈະ​ກັບ​ມາຢ້ຽມ​ຢາມ​ແຫ່ງນີ້​ອີກ​ຫລາຍ​ຄັ້ງ ເພື່ອ​ສູບ​ເອົາ​ອາກາດ​ທີ່​ປອດ​ໂປ່​ງ, ​ ຢູ່​ໃນ​ບັນຍາກາດ​ສະ​ຫງົບ​ສຸກ ແລະ ເຂົ້າ​ໃຈ​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ ຫວຽດ​ຫາຍ.”

ບຸນປີໃຫມ່ປະຈຳຊາດຢູ່ ໝູ່ບ້ານ ຫວຽດຫາຍ ໃນເກາະກາດບາ - ảnh 2
ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຢ້ຽມ​ຢາມ​ໝູ່​ບ້ານ​ຫວຽດ​ຫາຍ
ພາບ:thethaovietnam.vn

        ຮ່ວມ​ເດີນ​ທາງ​ກັບ​ທ່ານ John ຍັງ​ມີ​ເມຍ ແລະ ລູກ​. ທ່າ​ນ​ນາງ Anna ເມຍຂອງ​ທ່ານ John ໃຫ້​ຮູ້​ວ່າ: ຄອບ​ຄົວ​ຂອງ​ທ່ານ​ນາງ​ຮູ້​ຈ​ັກ​ເຖິງ​ໝູ່​ບ້ານ ຫວຽດ​ຫາຍ ຜ່ານ​ຫ​ນ້າ​ເວັບ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຢູ່ ອັງ​ກິດ. ທ່ານ​ນາງ Anna ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ແລະ ມັກ​ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທີ່ນີ້​ຫລາຍ, ພິ​ເສດ ແມ່ນ​ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ຂອງ​ຊາວ ຫວຽດ​ຫາຍ.

        “ພວກ​ຂ້າ​ພະ​ເຈົ້າ​ຫາກໍ່​ຂີ່​ຍົນ​ຈາກ​ນະ​ຄອນ ໂຮ່​ຈິ​ມີນ ມານະ​ຄອນ​ຫາຍ​ຟ່ອງ​ມື້​ວານນີ້.  ພວກ​ຂ້າ​ພະ​ເຈົ້າ​ຢາກ​ມານີ້​ເພື່ອ​ຄົ້ນ​ຫາ​ຕື່ມ​ກ່ຽວ​ກັບປະ​ເທດ​ຫວຽດ​ນາມ ທີ່​ສວຍ​ງາມ​. ປະ​ຊາ​ຊົນ​ຢູ່​ທີ່ນີ້​ມີ​ຄວາມ​ສະ​ຫ​ນິດ​ສະ​ຫ​ນົມ​ແລະ​ຮັກ​ແພງ​ແຂກ​ຄົນຫລາຍ, ອາ​ຫານ​ກໍ​ແຊບ​ນົວ. ພວກ​ຂ້າ​ພະ​ເຈົ້າ​ມາ​ຢ້ຽມ​ຢາມ​ໝູ່​ບ້ານ ຫວຽດ​ຫາຍ ​ແມ່ນ​ກົງ​ກັບ​ໂອ​ກາດ​ປະ​ຊາ​ຊົນ​ຫວຽດ​ນາມ​ ຕ້ອນ​ຮັບ​ບຸ​ນ​ປີ​ໃຫມ່​ປະ​ຈຳ​ຊາດ, ສະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ປະ​ຈັກ​ຕາ​ກ່ຽວ​ກັບ​ຮີດ​ຄອ​ງ​ປະ​ເພ​ນີ​ຂອງ​ຊາວ​ຫວຽດ​ນາມ ຜ່ານ​ການ​ກະ​ກຽມ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ຂອງ​ຊາວ ຫວຽດ​ຫາຍ. ຂ້າ​ພະ​ເຈົ້າ​ຢາກ​ກັບ​ຄືນ​ຢ້ຽມ​ຢາມ​ອີກ​ຄັ້ງ​ຫ​ນຶ່ງ.”

        ຍ້ອນ​ຕັ້ງ​ຢູ່​ໃຈ​ກາງ​ເຂ​ດ​ທ່ອງ​ທ່ຽວກາດ​ບ່າ ທີ່​ລື​ຊື່ ດ້ວຍ​ນັກ​ທ່ອງ​ທ່ຽວ​ແວ່​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ, ເມື່ອ​ບຸນ​ປີ​ໃຫມ່​(ບຸນ​ເຕັດ)ວຽນ​ມາ, ຊາວ​ຫວຽດ​ຫາຍ ກະ​ກ​ຽມ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຕ້ອນ​ຮັບ​ແຂກ. ​ເອື້ອຍ ຫງວຽນ​ທິ​ຮ່າ, ຜູ້​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ບ້ານ​ຫວຽດ​ຫາຍ ມາ​ແຕ່​ຄາວ​ຍັງ​ນ້ອຍ​ໃຫ້​ຮູ້​ວ່າ: ຄຽງ​ຄູ່​ກັບ​ການ​ເຮັດ​ໄຮ່​ເຮັດ​ນາ, ຄອບ​ຄົວ​ຂອງ​ເອື້ອຍ ຍັງ​ເຮັດ​ບໍ​ລິ​ກາ​ນ​ທ່ອງ​ທ່ຽວອີກ.

        “ໃນ​ຊຸມ​ມື້​ບຸນ​ເຕັດ, ມີ​ນັກທ່ອງ​ທ່ຽວ​ມາ​ຢາມ ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ເຊີນ​ເຂົາ​ເຈົ້າ​ກິນອາ​ຫານ​ພື້ນ​ເມືອງ​. ຂ້າ​ພະ​ເຈົ້າ​ຈະ​ແນະ​ນຳ​ໃຫ້​ນັກ​ທ່ອງ​ທ່ຽວ​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ​ໃນ​ຊຸມມື້​ບຸນ​ເຕັດ​ຂອງ​ຊາວ​ຫວຽດ​ນາມ. ເຂົາ​ເຈົ້າ​ກໍ​ມັກ​ຊອກ​ຮູ້​ກ່ຽວ​ກັບການ​ດຳລົງ​ຊີ​ວິດ ແລະ ປະ​ເພ​ນີ​ຕ້ອນ​ຮັບ​ບຸນ​ເຕັດ​ຂອງ​ປະ​ຊາ​ຊົນ​ຢູ່​ທີ່ນີ້​ຫລາຍ.”

        ເ​ພື່ອ​ຊ່ວຍ​ປະ​ຊາ​ຊົນ​ຫວຽດ​ຫາຍ ເວົ້າ​ສະ​ເພາະ, ປະ​ຊາ​ຊົນ ເມືອງ​ເກາະ ກາດ​ຫາຍ ເວົ້າ​ລວມ, ທັງ​ຮັກ​ສາ​​ວັດ​ທະ​ນະ​ທຳ​ທີ່​​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ຫວຽດ​ນາມ​ໄວ້ ທັງ​ມີ​ເງື່ອນ​ໄຂ​ພັດ​ທະ​ນາ​ເສດ​ຖະ​ກ​ິດ, ອຳ​ນາດ​ການ​ປົກ​ຄອງ​ເມືອງ ກາດ​ຫາຍ ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ໂຄ​ສະ​ນາ​ເຖິງບັນ​ດາ​ເຈົ້າ​ຂອງ​ຮ້ານ​ອາ​ຫານ, ໂຮງ​ແຮມ ແລະ ປະ​ຊາ​ຊົນ ກ່ຽວ​ກັບ​ການ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ. ເມືອງ​ກາດ​ຫາຍ ກໍ​ຜັນ​ຂະ​ຫ​ຍາຍ​ຫລາຍ​ມາດ​ຕະ​ການ ເພື່ອ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ມາ​ຢາມ, ຊອກ​ຮູ້​ກ່ຽວ​ກັບ​ປ​ະ​ເພ​ນີ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ. ທ່ານ ບູ່ຍ​ຈູງ​ເຫງ້ຍ, ປະ​ທານ​ຄ​ະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ເມືອງ​ກາດ​ຫາຍ, ນະ​ຄອນ ຫາຍ​ຟ່ອງ ໃຫ້​ຮູ້​ວ່າ:

        “ ປີນີ້, ບັນ​ດາ​ເຈົ້າ​ຂອງ​ຮ້ານ​ອາ​ຫານ, ໂຮງ​ແຮມຈັດ​ຕັ້ງ​ໃຫ້​ນັກ​ທ່ອງ​ທ່ຽວ​ຊອກ​ຮູ້​ກ່ຽວ​ກັບ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບຸ​ນ​ປີ​ໃຫມ່​ປະ​ຈຳ​ຊາດ​ຫວຽດ​ນາມ ແລະ ບັນ​ດາ​ຈຸດ​ວັ​ດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເກາະ​ກາດ​ບາ. ພວກ​ຂ້າ​ພະ​ເຈົ້າ​ຈັດ​ຕັ້ງ​ຄາບ​ອາ​ຫານ​ໃນ​ຄ່ຳ​ຄືນ​ທ້າຍ​ປີ ແລະ ພິ​ທີ​ຕ້ອນ​ຮັບ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອ​ນ​ຮັບ​ປີ​ໃຫມ່. ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ ແລະ ປະ​ຊາ​ຊົນ​ຢູ່​ທີ່ນີ້ ໄດ້​ມີ​ການກະ​ກຽມ​ຢ່າງ​ລະອຽດເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ທີ່ນີ້.”

        ​ຊອກ​ຮູ້​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ ຫວຽດ​ຫາຍ ກໍ​ຄື​ຢ້ຽມ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທີ່ນີ້ ແມ່ນ​ລາຍ​ການ​ທ່ອງ​ທ່ຽວ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​​ໃຫ້​ແກ່ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ເມື່ອ​ມາ​ຢາມ​ເກາະກາດ​ຫາຍ. ດ້ວຍ​ຄວາມ​ງາມ​ແບບ​ເປົ່າ​ຫວ່າງດັ້ງ​ເດີມ, ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ປະ​ຊາ​ຊົນ​ມີ​ຄວາມ​ສະ​ຫ​ນິດ​ສະ​ຫ​ນົມ​ຮັກ​ແພງ​ແຂກຄົນ ​ໄດ້​ສ້າງ​ຄວາມດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ໝູ່​ບ້ານ​ຫວຽດຫາຍ​ນັບ​ມື້​ນັບ​ຫລາຍ

ຕອບກັບ

ຂ່າວ/ບົດ​ອື່ນ