ປີ 2014-ວິສາຫະກິດ ຫວຽດນາມມີຄວາມເຊື່ອໝັ້ນຕໍ່ຕະຫຼາດຫຼາຍກ່ວາ

(vovworld) - ບັນ​ດາ​ຜົ​ນ​ງານ​ທີ່​ບັນ​ລຸ​ໄດ້​ໃນ​ປີ 2013 ສະ​ແດງ​ໃຫ້​ເຫັນ​ວ່າ ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ມີ​ສັນ​ຍານ​ຟື້ນ​ຕົວ, ໝັ້ນ​ໝາຍ​ ຕະຫຼາ​ດ​​ ດຳ​ເນີນ​ທຸ​ລະ​ກິດ​ໃນ​ປີ 2014 ຈະດີ​ກ່​ວາ​. ໃນ​ສານ​ຕົ້ນ​ປີ​ໃໝ່​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ກໍ່​ໄດ້​ສະ​ແດງ​ຄວາມ​ຕັ​ດ​ສິນ​ໃຈ​ດຳ​ເນີນ​ການ​ປະ​ຕິ​ຮູບ​ຢ່າງ​ແຮງ ແລະ ຈຳ​ເປັນ​ເພື່ອ​ສ້າງ​ທ່າ​ບືນ​ຕົວ​ຂຶ້ນໃຫ້​ ວິ​ສາ​ຫະ​ກິດ​ເວົ້າ​ສ​ະ​ເພາະ ແລະ ພື້ນ​ຖານ​ເສດ​ຖະ​ກິດ​ ຫວຽດ​ນາມ ເວົ້າ​ລວມ. ບັນ​ນາ​ທິ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຫງວຽນ​ຮັ່ງ ມີບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ: ປີ 2014 - ວິ​ສາ​ຫະ​ກິດ​ມີ​ຄວາມ​ເຊື່ອມ​ໝັ້ນ​ຕໍ່​ຕະຫຼາດ​ຫຼາຍ​ກ່​ວາ, ເຊີ​ນ​ທ່ານ​ຕິດ​ຕາມ​ຮັບ​ຟັງ.

ປີ 2014-ວິສາຫະກິດ ຫວຽດນາມມີຄວາມເຊື່ອໝັ້ນຕໍ່ຕະຫຼາດຫຼາຍກ່ວາ - ảnh 1

ພາບປະກອບ


ໝາກ​ຜົນ​ແຫ່ງ​ການ​ສຳຫຼວດວິ​ສາ​ຫະ​ກິດ 700 ແຫ່ງ​ທີ່​ພວມ​ເຄື່ອນ​ໄຫວ ​ຂອງ​ຫ້ອງ​ການກ​ານ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ​ໃຫ້​ເຫັນ​ວ່າ: ຈຸດ​ພົ້ນ​ເດັ່ນ​ແມ່​ນ​ບັນ​ດາ​ວິ​ສາ​ຫະ​ກິດ​ສຳ​ຜັດ​ກັບ​ແຫຼ່ງ​ຂ່າວ​ກ່ຽວ​ກັບ​ຕະຫຼາດ ແລະ ເຕັກ​ໂນ​ໂລ​ຢີ​ໄດ້​ດີ​ກ່​ວາ​ເກົ່າ. ພິ​ເສດ, ວິ​ສາ​ຫ​ະ​ກິດ​ດີ​ໃຈ​ພໍ​ສົມ​ຄວນ​ກ່ຽວ​ກັບ​ເງື່ອນ​ໄຂ​ຄົມ​ມະ​ນາ​ຄົມ, ພື້ນ​ຖານ​ໂຄງ​ລ່າງ ແລະ ​ບັນ​ດາການ​ປະ​ຕິ​ຮູບດ້ານ​ການ​​ບໍ​ລິ​ຫານ​ຮັບ​ໃຊ້​ວິ​ສາ​ຫະ​ກິດ​ຂອງ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ. ກ່ຽວ​ກັບ​ແງ່​ຫວັງ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອ​ງ​ບັນ​ດາ​ວິ​ສ​າ​ຫະ​ກິດ​ໃນ​ປີ 2014, ທ່ານ​ນາງ ດ່​ວານ​ທິກວຽນ, ສະ​ຖາ​ບັນ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ, ຫ້​ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

“ຈຳນວນວິ​ສາ​ຫະ​ກິດ​ຕົກລົງເປີດ​ກ້​ວາງ​ການ​ຜະ​ລິດ ດຳ​ເນີນ​ທຸ​ລະ​ກິດ​ກວມເຖິງ 42,5% ນີ້ແມ່ນ​ສັນ​ຍານ​ເປັນ​ໜ້າ​ຊື​່ນ​ຊົມ. ສາຍ​ເຫດ​ຕົ້ນ​ຕໍ່​ແມ່ນ​ວິ​ສາ​ຫະ​ກິດ​ຄາດ​ຄະ​ເນ​ວ່າ: ແງ່​ຫວັງ​ເສດ​ຖະ​ກິດ​ຈະ​ສະ​ດວກ​ກ່​ວາ. ການ​ຄາດ​ຄະ​ເນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດກໍ່​ເໝາ​ະສົມ​ກັບ​ການ​ຄາ​ດ​ຄະ​ເນ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານດ້ານ​ເສດ​ຖະ​ກິດ​ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ​ໂລກ ແລ​ະ ສະ​ພາບ​ເສດ​ຖະ​ກິດ ຫວຽດ​ນາມ ປີ 2014 ຈະ​ມີສະ​ຖຽນ​ລະ​ພາບ​ກ່​ວາ ແລະ ຄ່ອຍໆ​ໄດ້​ຮັບ​ການ​ປັບ​ປ​ຸງ.”

        ໃນ​ປີ 2013, ຈຳ​ນວນ​ສິນ​ຄ້າ​ຄ້າງ​ສາງ​ຂອງວິ​ສາ​ຫະ​ກິດ​ຫລຸດ​​ລົງຫຼາຍ​ພໍ​ສົມ​ຄວນ, ວິ​ສາ​ຫະ​ກິດຫຼາຍ​ແຫ່ງ​ໄດ້​ສຳ​ຜັດ​ກັບ​ແຫຼ່ງ​ທຶນ​ເພື່ອ​ຟື້ນ​ຟູ​ການ​ຜະ​ລິດ ດຳ​ເນີນ​ທຸ​ລະ​ກິດ. ບັນ​ດາ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກໃນ​ການ​ຜະ​ລິດ ດຳ​ເນີນ​ທຸ​ລະ​ກິດ, ບັນ​ດາ​ນະ​ໂຍ​ບາຍ ຫລຸດ​ຜ່ອນ, ແກ່​ຍາວ​ເວ​ລາ​ເກັບ​ພາ​ສີ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​​ເປັນ​ການ​ກະທົບ​ທີ່ຕັ້ງ​ໜ້າ​ເຖິງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ. ທ່ານ​ນາງ ຫວໍ​ທິ​ລ໋​ວຽນ, ຮອງ​ຫົວ​ໜ້າ​ຄະ​ນະ​ປະ​ຕິ​ຮ​ູບ ແລະ ພັ​ດ​ທະ​ນາ​ວິ​ສາ​ຫະ​ກິດ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ສູນ​ກາງ, ຖື​ວ່າ:

“ປີ 2013, ລັດ​ຖະ​ບານ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ຜັນ​ຂະ​ຫ​ຍາຍ​ບັນ​ດາ​ມາ​ດ​ຕະ​ການ​ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ໃນ​ການ​ຜະ​ລິດ​ໃຫ້​​ແກ່ການ​ດຳ​ເນີນ​ທຸ​ລະ​ກິດ​ດ້ວຍ​ຫຼາຍມາດ​ຕະ​ການ​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ຜົນ​ສະ​ທ້ອນ​ຂອງ​ການ​ແກ່​ຍາວ​ເວ​ລາ​ເກັບ​ອາ​ກອນ​ລາຍ​ຮັບ​ວິ​ສາ​​ດະ​ກິດ. ການ​ຄາດ​ຄະ​ເນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມປະ​ເອີບ​ໃຈ​ຂອງວິ​ສາ​ຫະ​ກິດ​ກ່ຽວ​ກັບ​ປີ  2014 ແມ່ນ​ມີ​ຫຼັກ​ຖານ ເມື່ອ​ລັດ​ຖະ​ບານ​ສືບ​ຕໍ່​ຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖີ່ນ​ຕ້ອງ​ມີ​ມາດ​ຕະ​ການ​ຕ່າງໆ​​ເພື່ອສືບ​ຕໍ່​ປັ​ບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ໃຫ້​ວິ​ສາ​ຫະ​ກິດ.”

ປີ 2014-ວິສາຫະກິດ ຫວຽດນາມມີຄວາມເຊື່ອໝັ້ນຕໍ່ຕະຫຼາດຫຼາຍກ່ວາ - ảnh 2

ພາບປະກອບ

ໃນ​ສະ​ພາບ​​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ແລ​ະ ໂລກ​ມີ​ຄວາມ​ຫ​ຍຸ​້ງ​ຍາກຫຼາຍ​ຢ່າງ​ໃນ​ປີ 2014 ນັ້ນ, ບັນ​ດາ​ວິ​ສາ​ຫະ​ກິດ​ເອງ​​ໄດ້ກຳ​ນົດ​ວ່າຕ້ອງ​ມີ​ຍຸດ​ທະ​ສາດ​ດຳ​ເນີນ​ທຸ​ລະ​ກິດ ແລະ ມີ​ລາຍ​ການ​ເຄື່ອນ​ໄຫວ​ລະ​ອຽດ​ເພື່ອ​ສືບ​ຕໍ່​ພັດ​ທະ​ນາ. ປັດ​ໄຈ​ສຳ​ຄັນ​ທີ່​ສຸດນັ້ນ​ແມ່ນ​ປະ​ຕິ​ບັດ​ການ​ປ່ຽນ​ໃໝ່​ບຸກ​ຄະ​ລາ​ກອນ, ສຸ​ມ​ໃສ່​ສຳ​ຜັດ​ກຳ​ລັງ​ຄວາມ​ສາ​ມາດ​ສຳ​ຜັດ ແລະ ເປີດ​ກ້​ວາງ​ຕະຫຼາດ, ປະ​ຕິ​ບັດ​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ວິ​ສາ​ຫະ​ກິດ​ຄື​ນ​ໃໝ່​ຢ່າງ​ແຮງ, ຈາກນັ້ນ, ສ້າງ​ປະ​ຖົມ​ປັດ​ໄຈ​ກ່ຽວ​ກັບ​ການ​ຫລຸດ​ລາ​ຄາ​ຜະ​ລິດ​ຕະ​ພັນ. . .  ຄຽງ​ຄູ່​ກັນ​ນັ້ນ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດກໍ່​ຫວັງ​ວ່າ ລັດ​ຖະ​ບານ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ແຂງ​ແຮງ​ກ່​ວາ​ໃນ​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ໃຫ​້​ວິ​ສາ​ຫະ​ກິດ​ພັດ​ທະ​ນາ. ທ່ານ ຮ່ານ​ແມ້ງ​ຕ໋ຽນ, ປະ​ທານ​ສະ​ມາ​ຄົມ​ບັນ​ດາ​ນັກ​​ບໍ​ລິ​ຫານ​​ວິ​ສາ​ຫະ​ກິດ ຫວຽດ​ນາມ, ສະ​ເໜີ​ວ່າ:

“ລັດ​ຖະ​ບານ​ຄ​ວນ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່​ ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ມີ​ຄວາມ​ເຊື່ອ​ໝັ້ນ​ຕ​ໍ່​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ແລະ​ດຳ​ເນີນ​ທຸລະ​ກິດ. ບັນ​ດາ​ບັນ​ຫາ​ກ່​ຽວ​ຂ້ອງ​ເຖິງ​ການ​ຍົກ​ສູງ​ມູນ​ຄ່າ​ຜະ​ລິດ​ຕະ​ພັນກໍ​ຕ້ອງ​ໄດ້​ຮັບ​ການ​ນຳ​ໃຊ້​ເພື່ອ​ສ້າງ​ກຳ​ລັງ​ໜູນ,ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ສຶບ​ຕ​ໍ່​ພັດ​ທະ​ນາແລະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ.”

ໃນ​ຊຸມ​ວັນ​ຕົ້ນ​ປີ 2014, ສານ​ຂອງ​ທ່ານ​​ນາ​ຍົກລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູ້ງຢັ້ງ​ ຄວາມ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ​ ​ໃນ​ການ​ປະ​ຕິ​ບັດ​ບັນ​ດາກ​ານ​ປະ​ຕິ​ຮູບ​ຢ່າງ​ແຮງ​ ແລະ ​ຈຳ​ເປັ​ນຢູ່​ຫວຽດນາມ. ນັ້ນ​ແມ່ນປະ​ຕິ​ຮູບ​ກ່ຽວ​ກັບ​ລະ​ບົບ​ລະ​ບຽບກົດໝາຍ, ສະ​ພາບ​ແວດ​ລ້ອມ​ແຫ່ງກ​ານ​ລົງ​ທຶນ, ປະ​ຕິ​ຮູບ​ບັນ​ດາ​​ລັດວິ​ສາ​ຫະ​ກິດ,ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ບັນດາ​ວິ​ສາ​ຫະ​ກິດ​ໃນ​ພາກສ່ວນ​ເສດຖະກິດຕ່າງໆ ແລະ​ສູ​ມ​ໃສ່​ເຂົ້າ​ໃນ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃໝ່. ຄວາ​ມ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ​ຍິ່ງ​ເຮັດ​ໃຫ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຕື່ມ​ອີກເພື່ອ​ສືບ​ຕ​ໍ່​ພັດ​ທະ​ນາ​ໃນ​ປີ 2014 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ