ປ່ຽນແປງໃໝ່, ເຊື່ອມໂຍງຢ່າງແຂງແຮງນັບແຕ່ລະດູບານໃໝ່ນີ້

ປີ​ໃໝ່ ປີ​ວອກນີ້, ປະ​ເທດ​ຊາດ​​ປ່ຽນ​ແປງ​ໃໝ່​ຄົບ​ຮອບ 30 ປີ. ກິດ​ຈະ​ການ​ປ່ຽນ​ແປງ​ຂອງ​ຊາ​ຮດ​ທີ່​ຍິ່ງ​ໃຫຍ່ນີ້​ໄດ້​ບັນ​ລຸ​ຜົນ​ງານ​ນາໆ​ປະ​ການ. ແຕ່​ປະ​ຈຸ​ບັນ, ປະ​ຫວັດ​ສາດພວມ​ຊຸກ​ຍູ້​ປະ​ເທດ​ຊາດ​ຫວຽດ​ນາມ​ຕ້ອງ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຢ່າງ​ແຂງ​ແຮງ​ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ນັ້ນ​ແມ່ນ​ເສັ້ນ​ທາງ​ກ້າວ​ເດີນ​ທີ່​ຊາດ​ຫວຽດ​ນາມ​ຈະ​ຕ້ອງ​ປະ​ຕິ​ບັດ​ໃນ​ປີ 2016 ເພື່ອ​ກ້າວ​ໄປ​ເຖິງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ສົມ​ບູນ​ພຸນ​ສຸກ.  

 

ປ່ຽນແປງໃໝ່, ເຊື່ອມໂຍງຢ່າງແຂງແຮງນັບແຕ່ລະດູບານໃໝ່ນີ້ - ảnh 1

    ປີ​ມະ​ແມ 2015 ໄດ້​ຜ່ານ​ພົ້ນ​ໄປ ດ້ວຍ​ເລື່ອງ​ຫວຽດ​ນາມ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ທີ່​ດີ​ໃນ​ການ​ປະ​ຕິບ​ັດ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່​ຫວຽດ​ນາມ. ນັ້ນ​ແມ່ນ​ລະ​ດັບ​ການ​ເຕີບ​ໂຕ GDP ບັນ​ລຸ 6,68%, ສູງກວ່າຫຼາຍ​ເມື່ອ​ທຽບ​ໃສ່​ແຜນ​ການ​ທີ່​ໄດ້​ວາງ​ອອກ​ແມ່ນ 6,2% ແລະ ແມ່ນ​ລະ​ດັບ​ສູງ​ສຸດ​ໃນ 15 ປີ​ທີ່​ຜ່ານ​ມາ. ພ້ອມ​ກັນ​ນັ້ນ, ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ລະ​ດັບ​ເພີ່ມ​ລາ​ຄ່າ​ສິນ​ຄ້າໃຊ້​ສອຍໄດ້ຫຼຸດ​ລົງຫຼາຍ ຄື​ເຫຼືອ​ພຽງ 0,6% ຊຶ່ງ ແມ່ນ​ລະ​ດັບ​ຕ່ຳ​ສຸດ​ໃນ 15 ປີ​ທີ່​ຜ່ານ​ມາ. ມີຫຼາຍ​ຕົວ​ເລກ​ຄາດ​ໝາຍ​ອື່ນ ກໍ​ບັນ​ລຸ​ລະ​ດັບ​ສູງ​ຄື ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ໄດ້​ເຕີບ​ໂຕ​ແຮງ, ຄຸນ​ນະ​ພາບ​ສີນ​ເຊື່ອ​ເພີ່​ມຂຶ້ນອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ໄດ້​ຮັບ​ການ​ດັດ​ປັບ​ໃຫ້​ເໝາະ​ສົ​ມ, ຕະຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ເປັນ​ປົກ​ກະ​ຕິ​ໂດຍ​ພື້ນ​ຖານ, ການ​ສົ່ງ​ອອກ​ສາ​ມາດ​ຮັກ​ສາ​ທ່າ​ເຕີບ​ໂຕ​ສູງ, ການ​ສະ​ສົມ​ເງິນ​ຕາ​ຕ່າງ​ປະ​ເທດ​ບັນ​ລຸ​ລ​ພ​ດັບ​ສູງ​ສຸດ​ນັບ​ແຕ່​ກ່ອນ​ເປັນ​ຕົນ​ມາ. ບັນ​ດາ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ສັງ​ຄົມ​ມີ​ບາດ​ກ້າວ​ຂະ​ຫຍາຍ​ຕົວ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ສືບ​ຕໍ່​ໄດ້​ຮັບ​ການ​ປົວ​ແປງ.

   ປີ ມະ​ແມ 2015 ກໍ​ເປັນ​ຂີດ​ໝາຍ​ກ່ຽວ​ກັບ​ປີ​ໜຶ່ງ​ທີ່​ຫວຽດ​ນາມ​ສາ​ມາດ​ບັນ​ລຸ​ຜົນ​ສຳ​ເລັດ​ທີ່​ດີ​ງາມ​ໃນ​ຂົງ​ເຂດ​ການ​ຕ່າງ​ປະ​ເທດ, ທັງ​ໃນ​ຂອບ​ເຂດ 2 ຝ່າຍ ແລະ ຫຼາຍ​ຝ່າຍ. ຈຸດ​ທີ່​ພົ້ນ​ເດັ່ນ​ຂຶ້ນ ແມ່ນ​ຫວຽດ​ນາມ​ໄດ້​ຕັ້ງ​ໜ້າຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ຖື​ຜົ​ນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ​ເປັນ   ເປົ​້າໝາຍ​ສູງ​ສຸດ ແລະ ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ສິ່ງ​ທີ່​ພິ​ເສດ​ແມ່ນ​ຫວຽດ​ນາມ​ໄດ້​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊ​ຽນ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ, ເປີດ​ແງ່​ຫວັງ​ທີ່​ສະ​ຫວ່າງສະ​ໄຫວ ແລະ ວັດ​ທະ​ນາ​ຖາ​ວອນ​ລວມ​ໃຫ້​ທັງ​ພາກ​ພື້ນ. ຫວຽດ​ນາມ​ກໍ​ໄດ້​ສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ສະ​ຫະ​ພັນ​ເສດ​ຖະ​ກິດ​ອາ​ຊີ-ເອີ​ລົບ, ລົງ​ນາມ​ໃນ​​ສັນ​ຍາ​ການ​ຄ້າ​ເສ​ລີກັບ ສ.ເກົາຫຼີ, ສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ​ TPP ກັບ 11 ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ, ອັນ​ໄດ້ເປີດແງ່​ຫວັງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ທີ່​ສະ​ຫວ່າງສະ​ໄຫວໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ.

    ດ້ວຍ​ບັນ​ດາ​ໝາກ​ຜົນ​ດັ່ງ​ກ່າວ, ຊາວ​ຫວຽດ​ນາມ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ປີ​ວອກ​ດ້ວຍ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ບັນ​ດາ​ສິ່ງ​ທ້າ​ທາຍ​ບົນ​ເສັ້ນ​ທາງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ພັດ​ທະ​ນາ. ນັບ​ແຕ່ນີ້​ເປັນ​ຕົ້ນ​ໄປ, ຫວຽດ​ນາມ​ຈະ​ເຊື່ອມ​ຕໍ່​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ​ຢ່າງ​ໜັກ​ແໜ້ນກວ່າ ດ້ວຍ​ການ​ພັດ​ທະ​ນາ​ການ​ຜະ​ລິດ, ເປີດ​ກ້​ວາງ​ຕະຫຼາດ​ສົ່ງ​ອອກ, ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ຫຼາຍຂຶ້ນ​, ສ້າງວຽກ​ເຮັດ​ງານ​ທຳ​ຫຼາຍຂຶ້ນ​ອີກ… ມື້​ຕໍ່​ມື້, ຊາວ​ຫວຽດ​ນາມ​ສືບ​ຕໍ່​ສູ້​ຊົນ​ຢ່າງບໍ່​ຢຸດຢັ້ງ​ເພື່ອ​ສ້າງ​ບັນ​ດາ​ປະ​ຖົມ​ປັດ​ໄຈ​​ດ້ານ​ວັດ​ຖຸໃຫ້​ແກ່​ການ​ແຜ່​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ຫວຽດ​ນາມ. ນັ້ນ​ແມ່ນ : ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນເພື່ອ​ພັດ​ທະ​ນາ​ໄວ​ກ​່​ວາ, ຍືນ​ຍົງ​ກວ່າ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນເພື່ອກໍ່​ສ້າງ​ປະ​ເທດ​ຫວຽດ​ນາມ​ແຫ່ງ​ສັນ​ຕິ​ພາບ ແລະ ຮັ່ງ​ມີ​ເຂັ້ມ​ແຂງ.

    ກາ​ລະ​ໂອ​ກາດ​ອັນ​ໃຫຍ່ຫຼວງກ່ຽວ​ກັບເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ ໃນ​ລະ​ດູ​ບານ​ໃໝ່​ປີນີ້ ແມ່ນ​ເລີ່ມ​ມາ​ຈາກຈຸດ​ເວ​ລາ​ກ່ອນນີ້ 30 ປີ, ຂະ​ນະ​ທີ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ປະ​ຕິ​ບັດ​ການ​ປ່ຽນ​ແປງ​ໃໝ່​ເມື່ອ​ປີ 1986. ປີ​ວອກ 2016 ນີ້, ກິດ​ຈະ​ການ​ປ່ຽນ​ແປງໃໝ່ ຈະ​ມີ​ພະ​ລັງ​ຊີ​ວິດ​ໃໝ່ ຂະ​ນະ​ທີ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໄດ້​ມີ​ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​​ໃໝ່​ເພື່ອເຍືອງ​ທາງ ກະ​ຕຸກ​ຊຸກ​ຍູ້​ທົ່ວ​ທັງຊາດ​ຫວຽດ​ນາມ​ສືບ​ຕໍ່​ກ້າວ​ຂຶ້ນ​ບົນ​ເສັ້ນ​ທາງ​ຂອງ​ຕົນ. ພ້ອມ​ກັນ​ນັ້ນ, ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ ຍັງ​ຈະ​ເປີດ​ຊ່ອງ​ທາງ​ອອກ​ສູ່​ທະ​ເລ​ເພື່ອໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

     ລະ​ດູ​ບານ​ໃໝ່​ປີນີ້ ຍິ່ງ​ມີ​ຄວາມ​ໝາຍ, ເພາະ​ວ່າ ນີ້​ແມ່ນ​ລະ​ດູ​ບານ​ໃໝ່​ທຳ​ອິດ​ທີ່​ປະ​ຕິ​ບັດ​ມະ​ຕິກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​, ​ແລະ ​ກໍ​ແມ່ນລະ​ດູ​ບານ​ໃໝ່​ທຳ​ອິດ​ທີ່​ຫວຽດ​ນາມ​ປະ​ຕິ​ບັດແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 5 ປີ 2016-2021 ດ້​ວຍ​ເປົ້າ​ໝາຍ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ,    ເຂົ້າ​ຮ່ວມ​ລະ​ບົບ​ການ​ຜະ​ລິດ​ທົ່ວ​ໂລ​ກ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ.

     ໂດຍ​ມີ​ພະ​ລັງ​ຊີ​ິ​ວິດ​ລະ​ດູ​ບານ​ໃໝ່ຂອງ 30 ປີ​ແຫ່ງການ​ປ່ຽນ​ແປງ​ໃໝ່, ຫວຽດ​ນາມ​ພວມ​ຫັນ​ປ່ຽນ​ຢ່າງ​ແຂງ​​ແຮງໃນ​ກິດ​ຈະ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

    ປ່ຽນ​ແປງ​ໃໝ່, ການ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຈະ​ແຂງ​ແຮງກວ່າ​ນັບ​ແຕ່​ລະ​ດູ​ບານ​ໃໝ່ປີນີ້ເປັນ​ຕົ້ນ​ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ