ລາຍການ“ຫໍ່ເຂົ້າຕົ້ມເພື່ອພ້ອມກັບຜູ້ທຸກຍາກຕ້ອນຮັບບຸນເຕັດ”

ແຕ່​ລະ​ປີເມື່ອ​ລະ​ດູ​ບານ​ໃໝ່, ບຸນ​ເຕັດ​ວຽນ​ມາ, ເຂົ້າ​ຕົ້ມ​ຂຽວແມ່ນ​ອາ​ຫານ​ເຍື່ອງໜຶ່ງ​ທີ່​ຂາດບໍ່​ໄດ້​ໃນ​ພາ​ເຂົ້າເພື່ອ​ຖະ​ຫວາຍ​ບູ​ຊາ​ບັນ​ພະ​ບຸ​ລຸດ​ໃນ​ບັນ​ດາ​ຄອບ​ຄົວ​ຊາວ​ຫວຽດ​ນາມ. ດ້ວ​ຍ​ຄວາມ​ຫວັງ​ນຳ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ມາ​ສູ່ຫຼາຍ​ຄົນ​ທີ່​ມີ​ສະ​ພາບ​ຄອບ​ຄົວ​ຫຍຸ້ງ​ຍາກ. ໝູ່​ບ້ານ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ຫວຽດ​ນາມ, ກະ​ຊວງວັດ​ທະ​ນະ​ທຳ-ກິ​ລາ ແລະ ທ່ອງ​ທ່ຽວ​ໄດ້​ສົມ​ທົບ​ກັບຫຼາຍ​ຫົວ​ໜ່ວຍ​ຈັດ​ຕັ້ງ​ລາຍການ​“ຫໍ່​ເຂົ້າ​ຕົ້ມເພື່ອ​ພ້ອມ​ກັບ​ຜູ້​ທຸກ​ຍາກ​ຕ້ອນ​ຮັບ​ບຸນ​ເຕັດ” ປີ 2016 ດ້ວຍ​ຫົວ​ຂໍ້ “ ເຕົ້າ​ໂຮມ​ກັນ​ຕ້ອນ​ຮັບລະ​ດູ​ບານ​ໃໝ່, ແບ່ງ​ທຸກ​ແບ່ງ​ສຸກ​ໃນ​ບຸນ​ເຕັດ” . ລາຍ​ການ​ດັ່ງ​ກ່າວ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ແລະ 31/1 ກົງ​ກັບ​ວັນ​ທີ 21 ແລະ 22 ເດືອນ 12 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ.

 

ລາຍການ“ຫໍ່ເຂົ້າຕົ້ມເພື່ອພ້ອມກັບຜູ້ທຸກຍາກຕ້ອນຮັບບຸນເຕັດ” - ảnh 1
ລາຍການ​“ຫໍ່​ເຂົ້າ​ຕົ້ມເພື່ອ​ພ້ອມ​ກັບ​ຜູ້​ທຸກ​ຍາກ​ຕ້ອນ​ຮັບ​ບຸນ​ເຕັດ”

     ແຕ່ 7 ໂມງ​ເຊົ້າ, ມີ​ປະ​ມານ 500 ຄົນ​ໄດ້​ພາ​ກັນ​ມາ​ເຕົ້າ​ໂຮມ​ຢູ່​ສະ​ໜາມຫຼວງ ໝູ່​ບ້ານ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ຫວຽດ​ນາມ ທີ່​ດົງ​ໂມ, ເຊີນ​ໄຕ​ເພື່ອ​ເຂົ້າ​ຮ່ວມ​ການ​ຫໍ່​ເຂົ້າ​ຕົ້ມ. ເຂົ້າ​ຮ່ວມລາຍການ​ຫໍ່​ເຂົ້າ​ຕົ້ມປີນີ້ ມີ​ບັນ​ດາ​ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ​ຢູ່​ວັດ ຟາບ​ເວີນ-ຮ່າ​ໂນ້ຍ, ວັດ​ຄາຍງວຽນ, ຊາວ​ໜຸ່ມ​ເທດ​ສະ​ບານ​ເຊີນ​ໄຕ ແລະ ບັນ​ດາຕາ​ແສງອ້ອມ​ຂ້າງ. ເພື່ອ​ຫໍ່​ໄດ້​ເຂົ້າ​ຕົ້ມ​ທີ່​ແຊບ ແລະ ງາມນັ້ນ, ຄະ​ນະ​ຈັດ​ຕັ້ງ​ໄດ້​ເຊື້ອ​ເຊີນ​ບັນ​ດ​າ​ນັກສິ​ລະ​ປະ​ການ​ໃນ​ໝູ່​ບ້ານ​ອາ​ຊີບ ເອືອກ​ເລ້, ຕາ​ແສງ​ເຕີນ​ເອືອກ, ຮ່າ​ໂນ້ຍ ມາ​ແນະ​ນຳ​ວິ​ທີ​ຫໍ່​ເຂົ້າ​ຕົ້ມ. ທຸກໆ​ຄົນ​ຕ່າງ​ກໍ​ເບີກ​ບານ​ມ່ວ​ນ​ຊື່ນ, ຄົນ​ລະ​ວຽກ, ຜູ້​ລ້າງ​ໃບ​ຕອງ​ຈິງ, ຜູ້​ເຊິ​ເຂົ້າ, ຖົ່ວ​ຂຽວ, ຜູ້​ຕັດ​ຊອຍ​ຊີ້ນ​ໝູ…ນ້ອງ​ເຈີນ​ຈຸກ​ລິງ, ເປັນ​ນັກ​ຮຽນ​ທີ່​ໄດ້​ເຂົ້າ​ຮ່ວມລາຍການ​ຫໍ່​ເຂົ້າ​ຕົ້ມ ເວົ້າ​ວ່າ : 

    “ ນ້ອງ​ດີ​ໃຈຫຼາຍ ແລະ ມ່ວນ​ຊື່ນ​ທີ່​ສຸດ​ເພາະ​ໄດ້​ເຂົ້າ​ຮ່ວມ​ການລາຍການ​ຫໍ່​ເຂົ້າ​ຕົ້ມ. ຜ່ານນີ້ ນ້ອງ​ກໍ​ສາ​ມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ເພ​ນີ​ຂອງ​ປະ​ເທດ​ຫວຽດ​ນາມ ແມ່ນ​ຮອດ​ຍາມ​ບຸນ​ເຕັດ ກໍ​ຕ້ອງ​ຫໍ່​ເຂົ້າ​ຕົ້ມ​ເພື່ອ​ຕ້ອນ​ຮັບ​ບຸນ​ເຕັດ.    ນີ້​ແມ່ນ​ການ​ເຄື່​ອນ​ໄຫວ​ທີ່​ມີ​ຄວາມ​ໝາຍເພື່ອ​ຊວ່ຍເຫຼືອ​ພວກ​ນ້ອງ​ນັກ​ຮຽນ​ທຸກ​ຍາກ ”

    ​ເຂົ້າຕົ້ມຫຼາຍ​ຫໍ່​ດ້ວຍ​ຮູບ 4 ລຽມ​ທີ່​ງາມ​ຕາ ພາຍຫຼັງຖືກ​ຫໍ່​ສຳ​ເລັດ​ແລ້ວ, ກໍ​ຖືກ​ນຳ​ເອົາ​ໃສ່​ໝໍ້​ໃຫຍ່ ເພື່ອ​ນຳ​ໄປ​​ຄ້າງເຕົາໄຟຖືກ​ຕັ້ງ​ຢູ່​ບ່ອນ​ໃກ້​ກັບ​ສະ​ໜາມຫຼວງ. ຕາ​ມ​ເພື່ອນ ເຈີນ​ວັນ​ຕ້ວນ ຊາວ​ໜຸ່ມ​ຢູ່​ເທດ​ສະ​ບານ​ເຊ​ີນ​ໄຕ​ແລ້ວ, ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ໃຫ້​ຊາວ​ຫວຽດ​ນາມ​ລຸ່ນ​ຕ່າງໆ​ສະ​ແດງ​ນ້ຳ​ໃຈສາ​ມັກ​ຄີ, ອຸ້ມ​ຊູ​ຊ່ວຍ​ເຫຼືອ​ຊຶ່ງ​ກັນ ແລະ ກັນ​, ປະ​ກອບ​ສ່ວນ​ສືບ​ທອດ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ຊາດ​ຫວຽດ​ນາມ. ເພື່ອນ ເຈີນ​ວັນ​ຕ້ວນ ໃຫ້​ຮູ້​ວ່າ : 

     “ ເນື່ອງ​ໂອ​ກາດ​ປີ​ໃໝ່ ໃກ້​ວຽນ​ມາ​ຮອດ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ລາຍ​ການ​ດ້ວຍ​ຄວາມ​ຫວັງ​ຢາກ​ແບ່ງ​ປັນ ແລະ ປະ​ກອບ​ສ່ວນ​ໃດ​ໜຶ່ງ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ເຈັບ​ຜູ້​ທຸກ​ຍາກ. ຜ່ານນັ້ນ, ພວກ​ຂ້າ​ພະ​ເຈົ້າ ກໍ​ມີ​ຄວາມ​ຫວັງ​ຢາກ​ໃຫ້​ບັນ​ດາ​ຊາວໜຸ່ມ​ມີ​ການ​ປະ​ກອບ​ສ່ວນ ແລະ ແບ່ງ​ປັນ​ກັບ​ຜູ້​ທຸກ​ຍາກ”

      ໃນ​ຕອນ​ເຊົ້າວັນ​ທີ 31/1 ເຂົ້າ​ຕົ້ມຫຼາຍ​ຫໍ່ ​ແລະ ຂອງ​ຂວັນ​ບຸນ​ເຕັດຫຼາຍ​ພູດ​ໄດ້​ຖືກ​ສົ່ງ​ຮອດ​ມືບັນ​ດາ​ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​ເປັນ, ເດັກ​ກຳ​ພ້າ​ກຳ​ພອຍ, ເດັກ​ທີ່​ມີ​ສະ​ພາບ​ຄອບ​ຄົວ​ຫຍຸ້ງ​ຍາກ​ຢູ່​ບັນ​ດາ​ແຂວງ: ເຊີນ​ລາ, ຮ່າ​ຢາງ, ກາວ​ບັງ ແລະ ບັນ​ດາ​ຜູ້​ຮັບ​ເຄາະ​ຮ້າຍຈາກສານ​ພິ​ສີ​ສົ້ມ/ດິ​ໂອ​ຊິນ. ທ່ານ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ຫງອກ​ຊິງ ປະ​ທານສະ​ມາ​ຄົມຮັກ​ສາ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ຫວຽດ​ນາມ ຊຶ່ງ​ແມ່ນ​ຫົວ​ໜ່ວຍ​ຮ່ວມ​ຈັດ​ຕັ້ງ​ລາຍ​ການໃຫ້​ຮູ້​ວ່າ :

   “ ພວກ​ຂ້າ​ພະ​ເຈົ້າ​ພາກ​ພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ເມື່ອ​ເຫັນ​ວ່າ ໃນ​ພາ​ເຂົ້າ​ຂອງຫຼາຍໆ​ຄອບ​ຄົວ ມີ​ເຂົ້າ​ຕົ້ມ​ຕື່ມ​ອີກ​ເພື່ອ​ພ້ອມ​ກັບ​ບັນ​ດາ​ຜູ້​ທກ​ຍາກ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ. ພວກ​ຂ້າ​ພະ​ເຈົ້າເຫັນ​ວ່າ ຈະ​ມີຫຼາຍ​ຄອບ​ຄົວ​ອື່ນ​ມີ​ຄວາມ​ອົບ​ອຸ່ນ ແລະ ເບີກ​ບານ​ມ່ວນ​ຊື່ນ​ຍ້ອນ​ຈິດ​ໃຈ​ຂອງ​ເຫດ​ການນີ້​ນຳ​ມາ​ໃຫ້. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ບັນ​ດາ​ເຫດ​ການ​ເຊັ່ນ​ດຽວ​ກັນ​ຈະ​ຖືກກະ​ຊວງວັດ​ທະ​ນະ​ທຳ-ກິ​ລາ ແລະ ທ່ອງ​ທ່ຽວ​ສົມ​ທົບ​ກັບໝູ່​ບ້ານ​ວັດ​ທະ​ນະ​ທຳບັນ​ດາ​ເຜົ່າ​ຫວຽດ​ນາມຈັດ​ຕັ້ງ​ຂຶ້ນ ແລະ ໄດ້ຮັບ​ການ​ຕອບ​ສະ​ໜອງ​ຈາກ​ປະ​ຊາ​ຊົນ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ”

       ເພື່ອ​ສ້າງ​ບັນ​ຍາ​ກາດ​ບຸນ​ເຕັດ​ໃຫ້​ມີ​ຄວາມ​ມ່ວນ​ຊື່ນ, ມີ​ຄົບ​ທຸກ​ຢ່າງ, ຄະ​ນະ​ຈັດ​ຕັ້ງ​ລາຍ​ການ​ພ້ອມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ກໍ​ໄດ້​ຕັ້ງ​ຕົ້ນ​ໄມ້​ໄຜ່​ໃຫ​ຍ່ ເພື່ອ​ໄຫວ້​ບູ​ຊາ​ເທວະ​ດາ​ຟ້າ​ແຖນ, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນຫຼັກ​ສິນ​ທຳ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ ” ແລະຫວັງ​ວ່າ​ສິ່ງ​ທີ່ບໍ່​ຈົບ​ບໍ່​ງາມ​ໃນ​ປີ​ເກົ່າ ຈະ​ສູນ​ຫາຍ​ໄປ,ທຸກໆ​ຄົນ​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ໃນ​ທ່າມ​ກາງ​ຄວາມ​ສະ​ຫງົບ​ສຸກ.  

          ໃນ​ຊຸມມື້​ໃກ້​ຈະ​ຮອດ​ບຸນ​ເຕັດ, ປະ​ຊາ​ຊົນ​ພາກ​ເໜືອ​ຫວຽດ​ນາມ​ພວມ​ຜ່າຍ​ຜ່າ​ອາ​ກາດ​ໜາວ​ຈັດ​ໃນ​ລະ​ດູ​ໜາວ, ແຕ່​ຢູ່ໝູ່​ບ້ານ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ຫວຽດ​ນາມ, ໃຜໆ​ກໍ​ຮູ້​ສຶກ​ມີ​ຄວາມ​ອົບ​ອຸ່ນ​ແທ້. ແຕ່​ລະ​ຄົນ ຕ່າງ​ກໍ​ເບີກ​ບານ​ໃຈ ເພາະ​ໄດ້ມີ​ການ​ປະ​ກອບ​ສ່ວນເພື່ອ​ນຳ​ບຸນ​ເຕັດ​ແຫ່ງ​ຄວາມ​ອົບ​ອຸ່ນ​ມາ​ສູ່​ບັນ​ດາ​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ