ສືບຕໍ່ຮ່ວມມືເພື່ອການພັດທະນາແບບຍືນຍົງຂອງຫວຽດນາມ

(vovworld) - ເພື່ອ​ບັນ​ລຸ​ຄາດ​ໝາຍ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ​ໃນ​ປີ 2020 ​ໃຫ້​ໄດ້​ນັ້ນ, ພ້ອມ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຕົນ, ຫວຽດ​ນາມ ​ຍັງ​ຕ້ອງ​ການ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກປະ​ຊາ​ຄົມ​ໂລກ, ໃນ​ນັ້ນ​ມີ​ແຫຼ່ງ​ກຳ​ລັງ​​ສຳ​ຄັນຂອງ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຕ່າງ​ປະ​ເທດ. ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດ​ນາມ ​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ​ກວ່າ​ອີກ, ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ສືບຕໍ່ຮ່ວມມືເພື່ອການພັດທະນາແບບຍືນຍົງຂອງຫວຽດນາມ - ảnh 1

Oxfam ສະເຫຼີມສະຫຼອງ 40 ປີ ແຫ່ງການເຄື່ອນໄຫວຢູ່ຫວຽດນາມ

(ພາບ: ອິນເຕີແນດ)


        ​ໃນ 10 ປີຜ່ານມາ, ຈຳນວນ​ອົງການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດຖະບານ​ທີ່ມີໜ້າ​ຢູ່​ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ, ດ້ວຍ​ມູນ​ຄ່າ​ຊ່ວຍ​ເຫຼືອ​​ເພີ່ມ​ຂຶ້ນ​ທົບ 3 ​ເທົ່າ. ​ບັນດາ​ອົງການ​ຈັດ​ຕັ້ງ​ນີ້​ໄດ້ເຄື່ອນ​ໄຫວ​​ໃນ​ຫຼາຍ​ຂົງ​ເຂດ​ທີ່​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽ​ດນາມ.

        ບັນດາ​ໂຄງການ​ແທດ​ຈິງ​ຢູ່​ຫວຽດນາມ

        ​Oxfam ​ແມ່ນ​ໜຶ່ງ​ໃນ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ສາກົນ​ແຖວ​ໜ້າ​ທີ່​ເຄື່ອນ​ໄຫວ​ໃນ​ບັນດາ​ຂົງ​ເຂດ​ພັດທະນາ​ກະ​ສີ​ກຳ, ໜູນ​ຊ່ວຍ​ມະນຸດສະທຳ ​ແລະ ຫຼຸດຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ. ດ້ວຍ​ທິດ​ນຳ​: ສ້າງ​ເງື່ອນ​ໄຂ​ໃຫ້ຊາວ​ຫວຽ​ດນາມ​ ທຸກ​ຄົນ, ພິ​ເສດ​ແມ່ນ​ແມ່ຍິງ​ພັດທະນາ. ​ໃນ​ຫຼາຍ​ປີຜ່ານມາ, Oxfam ​ໄດ້​ເຮັດ​ວຽກ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຢູ່​ທ້ອງ​ຖີ່​ນຕ່າງໆ​ຂອງ​ຫວຽດນາມ, ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​​ເຖິງ​ປະຊາ​ຄົມ​ຜູ້​ທຸກ​ຍາກ ​ແລະ ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ໂດຍ​ຜ່ານ​ບັນດາ​ຮູບ​ແບບ​ພັດທະນາ​ການ​ດຳລົງ​ຊີວິດ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ. ທ່ານ Andy Baker, ຜູ້ອຳນວຍການ​ອົງການ Oxfam ຢູ່​ຫວຽດນາມ, ຢືນຢັນ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ໂດຍ​ກົງ ຫຼື​ໂດຍ​ທາງ​ອ້ອມ​ຜູ້​ທີ່​ທຸກ​ຍາກ, ຮັບປະກັນ​ຊີວິດ​ໃຫ້​ຜູ້​ທີ່​ທຸກ​ຍາກ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ​ແລະ ບັນດາ​ເຂດ​ເຄີຍ​ຖືກ​ໄພ​ທຳ​ມະ​ຊາດ. ຍຸດ​ທະ​ສາດ​ຂອງ​ພວກ​ຂ້າພະ​ເຈົ້າ​ໃນ​ໄລຍະ​ຈະ​ມາ​ເຖິງ​ແມ່ນ​ສຸມ​ໃສ່​ພັດທະນາການ​ດຳລົງ​ຊີວິດ​ຢູ່​ເຂດ​ຊົນນະບົດ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຂອງ​ປະຊາ​ຄົມ, ຍ້ອນ​ການ​ກະທົບ​ຢ່າງ​ຫຍໍ້​ທໍ້​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ​ໄພ​ທຳ​ມະ​ຊາດ, ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ຮັບ​ມື, ກຽມພ້ອມ​ປ້ອງ​ກັນ, ຮັບ​ມື​ຢ່າງ​ມີ​ປະສິດ​ທິຜົນ​ເມື່ອ​ໄພ​ທຳ​ມະ​ຊາດ​ເກີດ​ຂຶ້ນ“.

        ​ໂດຍ​ມີໜ້າ​ຢູ່​ຫວຽດນາມ​ແຕ່​ຊຸມ​ປີ 90 ຂອງ​ສະຕະວັດ​ທີ 20, ອົງການ​ຊ່ວຍ​ເຫຼືອ​ເດັກ​​ໄດ້ເຄື່ອນ​ໄຫວ​​ໃນ​ຫຼາຍ​ຂົງ​ເຂດຄື: ສຸຂະພາບ, ການສຶກສາ, ທາດ​ບຳລຸງ​ລ້ຽງ, ການ​ຊ່ວຍ​ເຫຼືອ​ດ່ວນ ​ແລະ ​ເດັກນ້ອຍ​ຫວຽດນາມ. ​ໃນ 2 ປີຜ່ານມາ, ​ໄພ​ທຳ​ມະ​ຊາດ​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ຢູ່​ພາກ​ກາງຫວຽດນາມ, ອົງການ​ຊ່ວຍ​ເຫຼືອ​ເດັກ ​ແມ່ນ​ໜຶ່ງ​ໃນ​ບັນດາ​ອົງການ​ທີ່ໄດ້​ມີ​ການໜູນ​ຊ່ວຍຢ່າງ​ທັນ​ການ ​ແລະ ມີ​ປະສິດິຜົນ. ຕາມ​ທ່ານ Gunnar F. Andersen, ຜູ້ອຳນວຍການ​ອົງການ​ຊ່ວຍ​ເຫຼືອ​ເດັກ ​ແລ້ວ, ການ​ຊ່ວຍ​ເຫຼືອ​ມະນຸດສະທຳ, ຊ່ວຍ​ເຫຼືອ​ເດັກນ້ອຍ ​ແລະ ຄອບຄົວ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງຈາກ​ໄພ​ທຳ​ມະ​ຊາດ ​ເພື່ອ​ກັບ​ຄືນ​ສູ່​ຊີວິດ​ເປັນ​ປົກກະຕິ​ນັ້ນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄາດໝາຍ ​ແລະ ໜ້າ​ທີ່​ບຸລິ​ມາ​ສິດ​ຂອງ​ອົງການ​ຊ່ວຍ​ເຫຼືອ​ເດັກ​ຢູ່​ຫວຽດນາມ. ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ Gunnar F. Andersen ​ແບ່ງປັນ​ວ່າ:

        “​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ຢາກ​ສຸມ​ໃສ່​​​ເຖິງໝູ່ເດັກນ້ອຍຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ຄຽງ​ຂ້າງ​ນັ້ນ, ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ຂອງ​ຫວຽດນາມ​ ໃນ​ໄລຍະ​ຜ່ານ​ມາ,  ກໍ່​ເຮັດ​ໃຫ້ສະພາບ​ຫັນ​ເປັນ​ຕົວ​ເມືອງ​ນັບ​ມື້​ນັບ​ໄວ, ສິ່ງ​ດັ່ງກ່າວກໍ່​ເປັນ​ການ​ທ້າ​ທາຍ​ໃໝ່. ຂ້າພະ​ເຈົ້າ​ຖື​ວ່າ, ນັ້ນ​ກໍ່​ແມ່ນ​ບັນດາ​ຂົງ​ເຂດ ​ເຊິ່ງພວກ​ຂ້າພະ​ເຈົ້າ​ຈະ​ເຮັດ​ໃນ​ໄລຍະຈະ​ມາ​ເຖິງ ​ແລະ ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ລັດຖະບານ​ຫວຽດນາມ ​ເພື່ອ​ໃຫ້​ການ​ເຄື່ອນ​ໄຫວ​ຂອງໂຄງການ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ກວ່າ​ອີກ“.

        ສ່ວນອົງການ​ມະນຸດສະທຳ Planສາກົນ International, ​ໄດ້​ເຄື່ອນ​ໄຫວ​ຢູ່​ຫວຽດນາມ ​ນັບ​ແຕ່​ປີ 1993, ດ້ວຍ​ມາດຖານ​ເຄື່ອນ​ໄຫວ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແມ່ນ​ຊ່ວຍ​ເຫຼືອ​ເດັກ​ອາພັບ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ, ພິ​ເສດ​ແມ່ນ​ເດັກ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຂດ​ພູດ​ອຍ, ກໍ່​ຄື​ສ້າງຄວາມ​ສະ​ເໝີ​ພາບ​ໃຫ້​ແກ່​ເດັກ​ຍິງກວ່າ​ອີກ. ທ່ານ Glenn Gibney, ຜູ້ອຳນວຍການ​ອົງການ​ Planສາກົນ International ປະຈຳ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ພວມ​ປະຕິບັດ​ໂຄງການ​ຢູ່ 10 ​ແຂວງ, ນະຄອນ​ຂອງ​ຫວຽດນາມ, ​ໂດຍ​ສຸມ​ໃສ່​ຍົກ​ສູງສິດຂອງ​ເດັກ​ໃຫ້​ຊາວ​ໜຸ່ມ​ເຍົາວະ​ຊົນ. ​ໃນ 10 ​​ແຂວງ ​ແລະ ນະຄອນ​ດັ່ງກ່າວ, ຮ່າ​ໂນ​້ຍ​ ແມ່ນ​ທ້ອງ​ຖີ່​ນທີ່​ພວກ​ຂ້າພະ​ເຈົ້າ​ສຸມ​ໃສ່​ຊຸກຍູ້​ສິດ​ຂອງ​ເດັກ​ຍິງ. ພິ​ເສດ, ພວກ​ຂ້າພະ​ເຈົ້າ​ພວມ​ມີ​ບັນດາລາຍກາ​ນຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ. ງົບປະມານ​ຂອງ​ພວກ​ຂ້າພະ​ເຈົ້າ​ຖືກ​ສົ່ງ​ໂດຍ​ກົງ​ເຖິງບັນດາ​ເປົ້າ​ໝາຍ​ຂອງ​ໂຄງການ 80%“.

        ​ເພື່ອ​ຈຸດ​ໝານ​ພັດທະນາ​ຢ່າງ​ໝັ້ນຄົງ

        ຈາກ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທຸກ​ຍາກ​ກວ່າ​ໝູ່​ຢູ່​ໂລກ, ປະຈຸ​ບັນ, ຫວຽດນາມ ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ປານ​ກາງ. ຫວຽດນາມ ​ກໍ່​ບັນລຸ​ໄດ້ 5/8 ຄາດໝາຍພັດທະນາ​ສະຫັດສະວັດ​ໃນ​ປີ 2015. ບັນດາ​ຜົນງານ​ດັ່ງກ່າວ, ສ່ວນ​ໜຶ່ງ​ແມ່ນ​ຍ້ອນ​ມີ​ການ​ຊ່ວຍ​ເຫຼືອ​ຢ່າງ​ມີ​ຄວາມ​ໝາຍ​ຈາກ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ແລະ ​ເພື່ອນ​ມິດສາ​ກົນ, ອັນ​​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ຊີວິດ​ທາງ​ດ້ານ​ເສດຖະກິດ - ສັງຄົມ​ມີ​ການ​ປ່ຽນ​ແປງ.

        ​ແຕ່​ໃນ​ວິວັດ​ການ​ພັດທະນາ, ​ເພື່ອ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ໃນ​ປີ 2020, ຫວຽດນາມ​ ຕ້ອງ​ປະສົບ​ກັບ​ການ​ທ້າ​ທາຍ​ຫຼາຍ​ຢ່າງ, ​ໃນ​ສະພາບ​ນັ້ນ, ການ​ໃຫ້​ຄຳ​ໝັ້ນ​ສັນຍາ​ຊ່ວຍ​ເຫຼືອ​ຂອງ​ບັນດາ​ນັກ​ອຸປະຖຳ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ປະຈຳ​ຫວຽດນາມ ຈະ​ແມ່ນ​ແຫຼ່ງກຳລັງ​ທີ່​ສຳຄັນ, ຊ່ວຍ​ຫວຽດນາມ ​ບັນລຸ​ຄາດໝາຍ​ພັດທະນາ​​ແບບ​ຍືນ​​ຍົງ​ຢ່າງ​ໄວ​ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ