ສີສັນບຸນເຕັດຂອງປະຊາຊົນບັນດາເຜົ່າ

ໃນ​ຈຸດ​ເວ​ລານີ້, ຢູ່​ທົ່ວ​ທຸກ​ໝູ່​ບ້ານ​ທີ່​ເຂດ​ພູ​ສູງ, ລະ​ດູ​ບານ​ໃໝ່ພວມ​ວຽນ​ມາບັນ​ຈົບ​ຄົບ​ຮອບ​ອີກວາ​ລະ​ໜຶ່ງ, ບັນ​ດາ​ຕົ້ນຄາຍດ້ວຍດອກສີ​ແດງ, ຕົ້ນ​ໝາກ​ໝັ້ນດ້ວຍ ດອກ​ສີ​ຂາວ​ພວມ​ພາ​ກັນ​ແຕກດອກ​ອອກ​ໜໍ່​ເອ້​ຄວາມ​ງາມໃນ​ທົ່ວ​ເຂດພູ​ຜາ​ປ່າ​ໄມ້. ໃນ​ການ​ຕ້ອນ​ຮັບລະ​ດູ​ບານ​ໃໝ່ຢູ່​ເຂດ​ພູ​ສູງ ກໍ​ຍັງ​ມີ​ບັນ​ດາ​ງານ​ບຸນ​ທີ່​ຟົດ​ຟື້ນ​ມ່ວນ​ຊຶ່ນ​ດ້ວຍ​ພິ​ທີ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ພ້ອມ​ດ້ວຍບັນ​ດາ​ເຍື່ອງ​ອາ​ຫານ​ພິ​ເສດ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ແຫ່ງນີ້.

 

ສີສັນບຸນເຕັດຂອງປະຊາຊົນບັນດາເຜົ່າ - ảnh 1
ພວກ​ນາງ​ສາວ​ເຜົ່າ​ເມື​່ອງ​ຍາມ​ບຸນ​ເຕັດ

      ກໍ​ເຊັ່ນ​ດຽວ​ກັນ​ກັບຫຼາຍ​ຊົນ​ເຜົ່າ​ອ້າຍ​ນ້ອງ​ອື່ນໆ, ລະ​ດູ​ບານ​ໃໝ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ເຂດ​ພູ​ສູງ ໄດ້​ພັກ​ຜ່ອນ​ພາຍຫຼັງ​ຊຸມມື້​ອອກ​ແຮງ​ງານ​ດ້ວຍ​ຄວາມ​ລຳ​ບາກ​ຢູ່​ຕາມທົ່ງ​ໄຮ່​ທົ່ງ​ນາ. ບຸນ​ເຕັດ ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ເວ​ລາ​ຢ້ຽມ​ຢາມ​ຖາມ​ຂ່າວ​ຊຶ່ງ​ກັນ ແລະ ກັນ, ທັງ​ແມ່ນ​ໂອ​ກາດ​ທີ່​ໄດ້ ປຸງ​ແຕ່ງ​ບັນ​ດາ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ​ຂອງ​ເຜົ່າ​ຕົນເພື່ອ​ຖະ​ຫວາຍ​ບູ​ຊາ​ບັນ​ພະ​ບຸ​ລຸດ ແລະ ຊຸມ​ແຊວ​ກັບ​ໝູ່​ເພື່ອນ. ສຳ​ລັບ​ເຜົ່າ​ເມື່ອງຢູ່​ແຂວງ​ເຊີນ​ລ​າ, ບຸນ​ເຕັດ​ແມ່ນ​ວັນ​ບຸນ​ໃຫຍ່ກວ່າ​ໝູ່​ໃນ​ປີ. ໃນ​ໂອ​ກາດ​ບຸນ​ເຕັດ, ແຕ່​ລະ​ຄອບ​ຄົວ​ກໍ​​ລ້ວນ​ແຕ່ປຸງ​ແຕ່ງ​ພາ​ເຂົ້າ​ເພື່ອ​ຖະ​ຫວາຍບູ​ຊາບັນ​ພະ​ບຸ​ລຸດ ແລະ ເທວະ​ດາ​ຟ້າ​ແຖນ. ລຸງ​ບຸຍ​ວັນ​ເຕີ້ຍ ໃຫ້​ຮູ້​ວ່າ ນອກ​ຈາກ​ໝາກ​ໄມ້, ໝາກ ແລະ​ໃບ​ພູ​ແລ້ວ, ກໍ​ຕ້ອງ​ມີ​ຂອງ​ບູ​ຊາ​ອື່ນໆ​ອີກ. ລຸງ​ບຸຍ​ວັນ​ເຕີ້ຍ ເວົ້າ​ວ່າ :

    “ ທຳ​ອິດ​ແມ່ນ​ຕ້ອງ​ມີ​ໄກ່, ໝູ, ເຂົ້າ​ຕົ້ມ, ປັນ​ໄຢ, ປັນ​ໂຈຍ. ສຳ​ລັບ​ປັນ​ໂຈຍ ແມ່ນ​ເພື່ອ​ໄຫວ້​ບູ​ຊາ​ບັນ​ພະ​ບຸ​ລຸດ, ປູ່​ຍ່າ​ຕາ​ຍາຍ ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ. ຄອບ​ຄົວ​ຂ້າ​ພະ​ເຈົ້າມີ​ລູກຫຼານຫຼາຍ​ຄົນ. ລູກ 9 ຄົນ​ໄດ້​ສ້າງ​ຄອບ​ຄົວ​ໝົດ​ແລ້ວ. ຮອດ​ບຸນ​ເຕັດ ພວກ​ລູກຫຼານ​ທັ​ງ​ໝົດໄດ້​ພາ​ກັນ​ມາ​ເຕົ້າ​ໂຮມ​ຢູ່​ເຮືອນ, ນັ່ງ​ອ້ອມ​ພາ​ເຂົ້າ​ບຸນ​ເຕັດ ”

     ສຳ​ລັບ​ບັນ​ດາ​ເຍື່ອງ​ອາ​ຫານ​ໃນ​ບຸນ​ເຕັດ, ນອກ​ຈາກ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ມີ​ໃນ​ພາເຂົ້າ ເພື່ອ​ຖະ​ຫວາຍບູ​ຊາບັນ​ພະ​ບຸ​ລຸດ​ແລ້ວ, ກໍ​ຍັງ​ມີເຍື່ອງ​ອາ​ຫານ​ຕຳ​ໝາກ ເຜັດ, ຍຳຊີ້ນ​ໝູ, ຜັກ​ຂົມ, ໜໍ່​ໄມ້….ກ່ອນ​ທີ່​ຮັບ​ປະ​ທານ​ອາ​ຫານ, ລູກຫຼານ​ທຸກໆ​ຄົນ​ຕ່າງ​ກໍ​ເຄົາ​ລົບ​ນັບ​ຖື ອວຍ​ພອນສຸ​ຂະ​ພາບ​ແກ່​ພໍ່​ແມ່, ປູ່​ຍ່າ​ເປັນ​ລ້ຳ​ດັບ. ແລະ ບັນ​ດາ​ຜູ້​ເຖົ້າ​ຜູ້​ແກ່​ໃນ​ຄອບ​ຄົວ​ກໍ​ມີ​ຄຳ​ອວຍ​ພອນ​ພວກລູກຫຼານ, ກ້າວ​ສູ່​ປີ​ໃໝ່ ມີ​ສຸ​ຂະ​ພາບ​ເຂັ້ມແຂງ, ທຳ​ມາ​ຫາ​ກິນ​ໄດ້​ຮັບ​ຜົນ​ດີ. ຫຼັງ​ຈາກນັ້ນ ທຸກໆ​ຄົນ​ກໍ​ພ້ອມ​ກັນ​ຍົກ​ຈອກ​ເຫຼົ້າ ແລະ ຮັບ​ປະ​ທານ​ອາ​ຫານ. ລຸງ​ບຸຍ​ວັນ​ບັງ ສະ​ແດງ​ຄວາມ​ຫວັງ​ໃນ​ປີ​ໃໝ່​ວ່າ :

   “ ຄວາມ​ຫວັງ​ຂອງ​ເຮົາ ແມ່ນ​ກ້າວ​ເຂົ້າ​ສູ່​ປີ​ໃໝ່, ມີ​ສຸ​ຂະ​ພາບ​ເຂັ້ມແຂງ, ທຳ​ມາ​ຫາ​ກິນ​ໄດ້​ຮັບ​ຜົນ​ດີ. ສິ່ງ​ທີ່ບໍ່​ຈົບ​ບໍ່​ງາມ ກໍ​ຫາຍ​ໄປ​ໝົດ  ”

      ສຳ​ລັບ​ຊາວ​ເຜົ່າ​ໄທ​ຢູ່​ແຂວງ​ເງະ​ອານ,ກໍ​ເລີ່ມ​ພັກວຽກ​ໄຮ່​ການ​ນາ​ ນັບແຕ່ທ້າຍ ເດືອນ 12 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ  ເພື່ອ​ກະ​ກຽມ​ຟືນ​ໄຟ, ໃບ​ຕອງ​ຈິງ, ອາ​ຫານ​ເພື່ອ​ປຸງ​ແຕ່ງ​ອາ​ຫານ​ຕ້ອນ​ຮັບ​ປີ​ໃໝ່. ຕອນ​ບ່າຍ​ວັນ​ທີ 29 ຂອງ​ບຸນ​ເຕັດ ບັນ​ດາ​ຄອບ​ຄົວ​ຊາວ​ເຜົ່າ​ໄທ​ຢູ່​ແຫ່ງນີ້ ກໍ​ເຮັດ​ເຂົ້າ​ໜົມ​ເພື່ອ​ໄຫວ້​ບູ​ຊາ​ເຈົ້າ​ເຕົາ​ເພື່ອ​ຂອບ​ໃຈ​ນຳ​ເຈົ້າ​ເຕົາ​ທີ່​ໄດ້​ຮັກ​ສາ​ໄພ​ໃຫ້​ແກ່​ຄອບ​ຄົວ. ສຳ​ລັບ​ຊາວ​ເຜົ່າ​ໄທແລ້ວ, ໄຟ​ແມ່ນ​ມີ​ຄວາມ​ສຳ​ຄັນ ບໍ່​ພຽງ​ແຕ່​ສາ​ມາດຮັບ​ໃຊ້​ການ​ປຸງ​ແຕ່ງ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ອາ​ວຸດ​ເພື່ອ​ຂັບ​ໄລ່​ຜີ​ສາງ​ນາງ​ໄມ້ ແລະ ສັດ​ຮ້າຍອີກ​ດ້ວຍ.

      ຢູ່​ບັນ​ດາ​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ​ໄທ​ຂາວ​ໃນ​ແຂວງ​ດ້ຽນ​ບຽນ, ເມື່ອ​ລະ​ດູ​ບານ​ໃໝ່​ວຽນ​ມາ​ໃນ​ແຕ່​ລະ​ຄັ້ງ ກໍ​ຄຶກ​ຄື້ນ​ໄປ​ດ້ວຍ​ສຽງ​ຕຳ​ເຂົ້າ​ເພື່ອ​ເຮັດ​ເຂົ້າ​ໜົມ​ເຂົາ​ແສນ. ລຸງ​ຮ່​ວາງວັນ​ຮິງ ໃຫ້​ຮູ້​ວ່າ : ເຂົ້າ​ໜົມ​ເຂົາ​ແສນແມ່ນ​ອາ​ຫານ​ທີ່​ຂາດບໍ່​ໄດ້​ໃນ ພາ​ເຂົ້າ​ບຸນ​ເຕັດ​ຂອງ​ຊາວ​ເຜົ່າ​ໄທ​ຂາວ​ຢູ່​ແຫ່ງນີ້. ລຸງ​ຮ່​ວາງວັນ​ຮິງ ເວົ້າວ່າ : 

   “ ເມື່ອ​ກ່ອນນີ້, ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເຮັດ​ດ້ວຍ​ຜະ​ລິດ​ຕະ​ພັນ​ກະ​ເສດ ແມ່ນ​ເພື່ອຖະ​ຫວາຍບູ​ຊາບັນ​ພະ​ບຸ​ລຸດ. ປຸງ​ແຕ່ງ​ອາ​ຫານ​ແມ່ນເພື່ອຖະ​ຫວາຍ​ບູ​ຊາ, ແຕ່​ກໍ​ເພື່ອ​ເຊື້ອ​ເຊີນ​ໝູ່​ເພື່ອນ​ມາ​ກິນ​ຊຸມ​ແຊວ​ໃນ​ມື້​ບຸນ​ເຕັດ ”       

    ປ້າ​ຮ່​ວາງ​ທິ​ມາຍ​ໃຫ້​ຮູ້​ວ​່າ : ເມື່ອ​ກິນເຂົ້າ​ໜົມ​ເຂົາ​ແສນ, ຈະ​ຮູ້​ສຶກກອບ​ດີ, ມີ​ລົດ​ຫອມ ແລະ ເຂັ້ມ​ຂົ້ນ​ໄປ​ດ້ວຍລົດ​ຊາດ​ຂອງ​ເຂົ້າ​ໜຽ​ວ, ມັນ​ຕົ້ນ. ປ້າ​ຮ່​ວາງ​ທິ​ມາຍ​ ເວົ້າ​ວ​່າ : 

    “ ໂດຍ​ທົ່ວ​ໄປ​ແລ້ວ, ແຕ່​ລະປີເມື່ອ​ບຸນ​ເຕັດ​ວຽນ​ມາ, ຊາວ​ເຜົ່າ​ຜູ້​ໄທ​ຈຶ່ງ​ເຮັດເຂົ້າ​ໜົມ​ເຂົາ​ແສນກິນ​ເທື່ອ​ໜຶ່ງ. ສຳ​ລັບ​ມັນ​ຕົ້ນ ກໍ​ຕ້ອງ​ຊອຍ​ເສຍ​ກ່ອນ, ແລ້ວ​ຈຶ່ງ​ນຳ​ໄປ​ໜຶ້ງ, ເມື່ອ​ສຸກ​ແລ້ວ ຈຶ່ງ​ນຳ​ໄປ​ຕຳ​ໃຫ້​ແຫຼກ, ແລ້ວ​ກໍ​ຮີດ​ໃຫ້​ບ່າງ ເພື່ອ​ນຳ​ໄ​ປ​ຕາກ​ແດດໃຫ​້​ແຫ້ງ, ແລ້ວ​ຈຶ່ງ​ຕັດ​ເປັນ​ເສັ້ນ​ນ້ອຍ   ”

     ສຳ​ລັບ​ຊາວ​ເຜົ່າ​ໄຕ, ເຜົ່າ​ນຸ່ງ​ຢູ່​ແຂວງ​ກາວ​ບັງ, ເມື່ອ​ບຸນ​ເຕັດ​ວຽນ​ມາ, ປະ​ຊາ​ຊົນ​ກໍ​ຫ້າງ​ຫາ​ກະ​ກຽມ​ເຮັດ​ເຂົ້າ​ໜົມ​ເຂົາ​ສ​ະລີ ແລະ ປັນ​ຂາວ ທີ່​ເປັນ​ປະ​ເພ​ນີ​ຂອງ​ເຜົ່າ​ຕົນ. ເຂົ້າ​ໜົມ​ເຂົາ​ສ​ະລີມີ​ລົດ​ຫອມ ແລະ ຫວານ. ເຂົ້າ​ໜົມ 2 ຊະ​ນິດ​ດັ່ງ​ກ່າວ​ແມ່ນ​ອາ​ຫານ​ຂາດບໍ່​ໄດ້​ໃນ​ພາ​ເຂົ້າ​ບຸນ​ເຕັດ​ຂອງ​ຊາວ​ເຜົ່າ​ໄຕ ແລະ ເຜົ່າ​ນຸ່ງ. ເຂົ້າ​ໜົມ​ເຂົາ​ສ​ະລີແມ່ນ​ອາ​ຫານຖືກ​ເຮັດດ້ວຍ​ເຂົ້າ​ໜຽວ​ໄຮ່, ຖົ່ວ​ດິນ ແລະ ອ້ອຍ. ປ້າ ເຢືອງ​ທິ​ແກງ ຊາວ​ເຜົ່າ​ນຸ່ງ​ຢູ່​ແຂວງ​ກາວ​ບັງ ໃຫ້​ຮູ້​ວ່າ :

    “ ເມື່ອ​ກ່ອນນີ້, ເຂົ້າ​ໜົມ​ເຂົາ​ສ​ະລີ ພຽງ​ແຕ່​ເຮັດ​ກິນ​ໃນ​ຍາມ​ບຸນ​ເຕັດ​ເທົ່າ​ນັ້ນ ແລະ ແມ່ນ​ອາ​ຫານ​ທີ່​ຂາດບໍ່​ໄດ້​. ເມື່​ອ​ບຸນ​ເຕັດ​ວຽນ​ມາ, ຢູ່​ເຂດ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ແມ່ນ​ຕ້ອງ​ມີ​ເຂົ້າ​ໜົມ​ຊະ​ນິດນີ້ ເພາະ​ໃນ​ວັນ​ທີ 1 ບຸນ​ເຕັດ ຕ້ອງ​ກິນ​ເຈ, ກິນ ເຂົ້າ​ໜົມ​ເຂົາ​ສ​ະລີ ຫາກບໍ່​ກິນ​ຊີ້ນ, ມັນ. ”

         ພ້ອມ​ກັບ​ການ​ທຳ​ພິ​ທີ​ຕ່າງໆ​ໃນ​ຄອບ​ຄົວນັ້ນ, ບັນ​ດາ​ການ​ເຄື່ອນ​ໄຫວ​ລະຫຼິ້ນ​ມ່ວນ​ຊື່ນ​ໃນ​ວັນ​ບຸນ​ຍາມ​ລະ​ດູ​ບານ​ໃໝ່​ຢູ່​ເຂດ​ພູ​ສູງໄດ້​ເຮັດ​ໃຫ້ຈິດ​ໃຈ​ຂອງ​ຜູ້​ຄົນ​ທັງຫຼາຍ​ຍິ່ງ​ເພິດ​ເ​ພິນຫຼາຍຂຶ້ນໃນ​ທ່າມ​ກາງ​ສຽງ​ແຄ​ນ, ສຽງ​ຂຸ່ຍ​ປະ​ສານ​ເຂົ້າ​ກັບ​ສຽງ​ຂັບ​ຮ້ອງ​ດັ່ງ​ກ້ອງ​ກັງ​ວານໄປ​ທົ່ວ​ເຂດ

ຂ່າວ/ບົດ​ອື່ນ