ສຽງກອງສຽງຄ້ອງດັງກ້ອງກັງວານຕ້ອນຮັບລະດູບານໃຫມ່

(vovworld)- ສຳລັບ​ປະຊາຊົນ​ບັນດ​າ​ເຜົ່າ​ຢູ່​ເຂດ​ໄຕ​ງວຽນ, ​ແຕ່​ດົນ​ນານ​ມາ​ແລ້ວ, ​ໃນ​ຍາມ​ທ້າຍ​ລະ​ດູຫນາວຕົ້ນ​ລະດູ​ບານ​ໃຫມ່” ຍາມ​ໃດ​ກໍ​ແມ່ນ​ລະດູ​​ແຫ່ງງານ​ບຸນ, ​ແຫ່ງຄວາ​ມ​ເບິ​ກບານ​ມ່ວນ​ຊື່ນ. ​ເວລາ​ນັ້ນ ສຽງ​ກອງ​ສຽງ​ຄ້ອງ​ດັງກ້ອງ​ກັງວານ​ ຢ່າງ​ອຶກ​ກະ​ທຶກ​ຄຶກ​ໂຄ​ມ. ວັດທະນະທຳ​ກອງ​ຄອ້ງ​ໄດ້​ກາຍ​ເປັນ​ສ່ວນ​ຫນຶ່ງ​ທີ່​ສຳຄັນ​ໃນ​ມໍລະດົກ​ວັດທະນະທຳ​ຂອງ​ມວນ​ມະນຸດ, ສະ​ນັ້ນ ການ​ອະນຸລັກຮັກສາ, ​ເສີມ​ຂະຫຍາຍ​ເພື່ອ​ໃຫ້​ສຽງ​ກອງ​ສຽງ​ຄ້ອງ​ດັງກ້ອງ​ກັງວານ​ໄປ​ຕະຫລອດ ຍິ່ງ​ມີ​ຄວາມ​ໝາຍ​ສຳຄັນ​ສຳລັບ​ໝູ່​ບ້ານ​ຕ່າງໆ​ຢູ່​ເຂດ ​ໄຕ​ງວຽນ.

ສຽງກອງສຽງຄ້ອງດັງກ້ອງກັງວານຕ້ອນຮັບລະດູບານໃຫມ່ - ảnh 1
ກອງ​ຄ້ອງ​ຂອງ​ຊາວ​ເຜົ່າ​ຢາ​ຣາຍ
ພາບ:internet

        ຜ່ານ​ສີມື​ຂອງ​ນັກ​ສິລະ​ປະການ​ອາຍຸ​ສູງ ​ແລະ ບັນດາ​​ເພື່ອນ​ຫນຸ່ມ​ທີ່ມີ​ອາຍຸ​ບໍ່​ຮອດ 20 ປີ ຢູ່ ໝູ່​ບ້ານ Dang ຕາ​ແສງ  Ia O, ສຽງ​ຄ້ອງ ຢາຣາຍ ດັງກ້ອງ​ກັງວານ ​ຄື​ດັ່ງ​ສຽງ​ນຳຫ້ວຍໄຫລ​, ສຽງ​ຝົນຕົກ ​ແລະ ສຽງ​ແຫ່ງ​ນຳ້​ໃຈ​ເບີກບານ​ມ່ວນ​ຊື່ນ​ຕ້ອນຮັບ​ປີ​ໃຫມ່​. ຄຽງຂ້າງ​ເຫຼົ້າ​ໄຫ​ທີ່​ຕັ້ງ​ຢູ່ກາງ​ເດີນ​ເຮືອນ​ຣົງ ທີ່​ເປັນ​ມູນ​ເຊື້ອ​ຂອງ​ໝູ່​ບ້ານ Dang, ​ເຈົ້າ​ບ້ານ Ro Mah Yơh ອາຍຸ​ 78 ປີ ​ໃຫ້​ຮູ້​ວ່າ: ສຽງ​ກອງ​ສຽງ​ຄ້ອງ​ໄດ້​ຕິດ​ພັນ​ກັບ​ຊາວ​ ​ເຜົ່າ​ຢູ່​ທີ່​ນີ້​ມາ​ແຕ່​ດົນ​ນານແລ້ວ. ​ໃນ​ວັນ​ບຸນ​ຫລື​​ເຫດການ​ທີ່​ສຳຄັນ​ໃດ ກໍ​ລ້ວນ​ແຕ່​ມີ​ສຽງ​ກອງ​ສຽງ​ຄ້ອງ, ມີ​ເຫລົ້າ​ໄຫ ​ເພື່ອ​ໃຫ້​ປະ​ຊາ​ຊົນ​ໃນ​ໝູ່​ບ້ານ​​ມີ​ຄວາມ​ສະຫນິດ​ຕິດ​ພັນ ​ແລະ ສາມັກຄີ​ກັນ​ກວ່າ. ​ເຈົ້າ​ບ້ານ Ro Mah ​ Yơh ໃຫ້​ຮູ້​ວ່າ:

        ກອງຄ້ອງຂອງຊາວເຜົ່າ ຢາຣາຍ ມີມາແຕ່ດົນນານແລ້ວ, ໃນໂອກາດງານບຸນຕ່າງໆຫລື​​ໂອກາດຕ້ອນຮັບປີໃຫມ່ ຕ້ອງມີສຽງກອງສຽງຄ້ອງ​. ມື້​​​ໃດ​ເບີກບານມ່ວນຊື່ນແມ່ນຕີທຳນອງມ່ວນ, ມື້​ໃດໂສເສົ້າຫງ່ວມ​ເຫງົາແມ່ນຕີທຳນອງ​ໂສກເສົ້າ​. ນັ້ນແມ່ນສີສັນ, ​ແມ່ນຄວາມມ່ວນຊື່ນ,​ ຄວາມເອກອ້າງທະນົງໃຈຂອງຊາວເຜົ່າ ຢາຣາຍ​.”

        ​ເຈົ້າ​ບ້ານ Yơh ​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ຊາວ​ເຜົ​່າ ຢາຣາຍ ຢູ່ Ia O ຖືກ​ອງ, ຄອງ​ເປັນ​ສິ່ງ​ຂອງ​ອັນ​ລຳ້​ຄ່າ. ​ແຕ່​ດຶກ​ດຳ​ບັນ, ຄອບຄົວ​ໃດ​ມີ​​ກອງ​ຄ້ອງ​ຫລາຍ​ຫນ່ວຍ, ​ແມ່ນ​ຄອບຄົວ​ທີ່​ຮັ່ງມີ, ຄອບຄົວ​ໃດ​ບໍ່​ມີ​ກໍ່​ຮູ້ສຶກ​ລະ​ອາຍກັບ​ໝູ່​ບ້ານ.. ປະຈຸ​ບັນ ຢູ່ ​ເຮືອນ​ຂອງ​ເຈົ້າ​ບ້ານ Yơh ຍັງ​ມີ​ກອງ​ຄ້ອງ​ເປັນ 2 ຊຸດ. ​ໃນ​ນັ້ນ ຊຸດ​ຄ້ອງ Hoanh ລວມມີ 11 ໜ່ວຍ ​ແລະ ຊຸດ​ຄ້ອງ Pat ມີພຽງ​ໜ່ວຍ​ດຽວ​ເທົ່າ​ນັ້ນ. ນີ້​ແມ່ນ​ຄ້ອງ​ທີ່​ຫາ​ຍາກ​ທີ່​ສຸດ. ​ກ່ອນ​ນີ້ 6 ປີ, ເຈົ້າ​ບ້ານ Yơh ​ຕ້ອງ​ໄປ​ເຖິງ ​ແຂວງ ​ແທງ​ຮວາ ​ເພື່ອ​ຊື້​ຄ້ອງ​ດັ່ງກ່າວ​ດ້ວຍ​ມູນ​ຄ່າ 160 ລ້ານ​ດົງ. ​ໄລຍະ​ກ່ອນ​ນີ້, ຢາກ​ໄດ້ຄ້ອງ Pat ຕ້ອງ​​​ເອົາຄວາຍ 30 ​ໂຕ​ໄປແລກ​. ​ເຈົ້າ​ບ້ານ Yơh ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ເພາະວ່າ ຜ່ານ​ການ​ຜັນ​​ແປ​ມາ​ເປ​ັນ​ເວລາ​ຫລາຍ​ສີ​ບປີ, ​​ແຕ່​ຊາວ​ເຜົ່າ​ ຢາ​ຣາຍ ລຸ້ນຕ່າງໆ​ ຍາມ​ໃດ​ກໍ​​ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ເຖິງການຮັກສາກອງ​ຄ້ອງ, ເປັນ​ຕົ້ນ​ແມ່ນ​ຄ້ອງ​ທີ່​ຫາ​ຍາກ, ຄ້ອງ​ບູຮານ.

        ”​ໃນໄລຍະສົງຄາມ, ​ເມື່ອຫລົບຫລີກສັດຕູ, ​ເຮືອນຊານ, ຊັບສິນ, ງົວຄວາຍ,​ໝູໄກ່ອາດຈະປະໄວ້ໄດ້, ສ້ວນກອງຄ້ອງ,​​ເປັນຕົ້ນຄ້ອງ Pat ​, ຄ້ອງ Pom ​ ຕ້ອງເອົາໄປນຳ. ກອງຄ້ອງແມ່ນຊັບສິນທີ່ພໍ່ແມ່ປະໄວ້ໃຫ້ຕົນເອງ, ສະນັ້ນໄປໃສກໍຕ້ອງ​​ເອົາໄປນຳເພື່ອຮັກສາໃຫ້ລູກຫລານລຸ້ນຕໍ່ໄປ.”

        ​ແຕ່​ກອ່ນມາ​ຮອດ​ປະຈຸ​ບັນ, ອາລົມ​ຈິດ​ຂອງ​ຊາວ​ເຜົ່າ ຢາຣາຍ ຢູ່ ​ຕາ​ແສງ Ia O ທີ່​ມີ​ຕໍ່ກອງ - ​ຄ້ອງ ຍັງ​ຄົງ​ຮັກສາ​ໄວ້​ຄື​ເກົ່າ. ຍາມ​ໃດປະຊາຊົນ​ໃນ​ໝູ່ບ້ານກໍ​ຖື​ກອງ​ຄ້ອງ ​ເປັນ​ຊັບ​ສິນ​ອັນ​ລຳ້​ຄ່າ. ຕົວ​ຢ່າງ​ຄື​ຄອບຄົວ​ຂອງ​ອ້າ​ຍ Rơ Mah Hyiu ຢູ່ ບ້ານ O ​ແມ່ນ​ຄົນ​ລຸ້ນຫນຸ່ມ​ກວ່າ​ໝູ່​ຂອງ​ຊາວ​ເຜົ່າ ຢາຣາຍ ຢູ່ ຕາ​ແສງ Ia O ​ໄດ້​ຮັບ​ຫນ້າ​ທີ່​ຮັກສາ​ກອງ​ຄ້ອງ, ຊື່​ງ​ແມ່ນ​ຊັບ​ສິນ​ອັນ​ລຳ້​ຄ່າ​ຂອງ​ຄົນ​ລຸ້ນກອ່ນປະ​​ໃຫ້. ເຮືອນ​ຂອງອ້າຍ Rơ Mah Hyiu ​ແມ່ນ​​ເຮືອນທຳ​ມະ​ດາ ​ແຕ່​ຄອບຄົວ​ຂອງ​ອ້າຍ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຮັ່ງມີ ຍ້ອນ​ມີ​ກອງ​ຄ້ອງ 7 ຊຸດ, ​ໃນ​ນັ້ນມີ ຄ້ອງ Pat ທີ່​ຫາ​ຍາກ 2 ຊຸດ​. ອ້າຍ Rơ Mah Hyiu ​ເອງ ກໍ​ມີ​ສະຕິຄວາມຮູ​້ສຶກ​ໄດ້​ວ່າ ສິ່ງ​ທີ່​ຕົນ​ເອງ​ພວມ​ຮັກສາ​ນັ້ນ​ແມ່ນ​ຊັບ​ສິນ​ທີ່​ລຳ້​ຄ່າ​ທີ່​ສຸດ.

        ກ່ອນນີ້ ລຸ້ນພໍ່ລຸ້ນອ້າ​​​​ປະສົບ​ກັບ​ຄວາມຫຍຸ້ງຍາກລຳບາກ​​ຫຼາຍ​ຈຶ່ງສາມາດຮັກສາກອງຄ້ອງ​ໄດ້ເພື່ອປະ​ໄວ້ໃຫ້ລູກຫລານ​ໃນປະຈຸບັນ. ມັນແມ່ນຊັບສິນອັນລຳ້ຄ່າຂອງວົງຕະກຸນເພື່ອໃຫ້ລູກຫລານສືບ​ທອດ, ສະນັ້ນ ຜົວເມຍຂ້າພະເຈົ້າຕ້ອງຮັກສາໄວ້ຈົນສຸດຄວາມສາມາດ. ມີຫລາຍຄົນຢາກຊື້, ຕໍ່ລາຄານັບຮ້ອຍລ້ານດົງແຕ່ພວກຂ້າພະເຈົ້າ ບໍ່ຂາຍ ​ເພື່ອຮັກສາ​ໄວ້ໃຫ້ລູກຫລານ, ຮັກສາສີສັນຂອງຊາວເຜົ່າ ຢາຣາຍ. ຊາວຢາຣາຍມີກອງມີຄ້ອງ​​ແມ່ນຮ່ັງມີແລະ ຕ້ອງມີກອງມີຄ້ອງເພື່ອຕ້ອນຮັບບຸນເຕັດ, ຕີ​ໃນງານບຸນຕ່າງໆ.”

        ທ່ານ Ksor Khieu, ປະທານ​ຄະນະ​ກຳມະການ​ປະຊາຊົນ ຕາ​ແສງ Ia O ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ວ່າ: ບັນດາ​ໝູ່​ບ້ານ​ຢູ່ ຢາ​ຣາຍ, ​ເຖິງ​ວ່າ ກາ​ເຟ, ໝາກພິກ​ໄທ, ຢາງພາລາ​ ຫລື​ ງົວ​ຄວາຍ​ບໍ່​ມີຫລາຍ​ຄື​ໝູ່​ບ້ານ​ອື່ນ​ຢູ່ ທາງ​ທິດ​ເຫນືອ​ເຂດ​​ໄຕ​ງວຽນ ກໍ​ຕາມ, ​ແຕ່​ຍັງ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ໝູ່​ບ້ານ​ຮັ່ງມີ ​ເພາະວ່າ ປະຊາຊົນ​ໃນ​ບ້ານ​ພວມ​ຮັກສາ​ກອງ​ຄ້ອງ​ບູຮານ​ອັນ​ລຳ້​ຄ່າ​ຫລາ​ຍຊຸດ ​ແລະ ບັນດາ​ຄຸນ​ຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້​ອອື່ນໆ. ປະຈຸ​ບັນ ທັງ​ຕາ​ແສງ ມີ ​ກອງ​ຄອ້ງບູຮານ​ເກືອບ 600 ຊຸດພວມ​ໄດ້​ຮັບ​ການ​ຮັກສາ​​ໄວ້ຢູ່ 9 ໝູ່​ບ້ານ  ​​ຂອງ​ຊາວ​ເຜົ່າຢາ​ຣາຍ. ​​ປະຈຸ​ບັນ ໃນ​ຕາ​ແສງ​ບໍ່​ມີ​ປະກົດ​ການ​ກອງ​ຄ້ອງຖືກ​ເສຍ​ໄປ ຫາກ​ກົງກັນຂ້າມ ພໍ່​ແມ່​ປະຊາຊົນ​ຍັງ​ໄປ​ຊອກ​ຊື້ກ​ອງຄ້ອງ​ຢູ່ຫລາຍທ້ອງ​ຖິ່ນມາ​ຕື່ມ​ອີກ. ທ່ານ ຄຽວ ຢືນຢັນ​ວ່າ: ນັ້ນ​ກໍ​ແມ່ນ​ຜົນງານ​ຂອງ​ບັນດາ​ນະ​ໂຍບາຍ​​ເອົາ​ໃຈ​ໃສ່​​ເຖິງ​ການ​ພັດທະນາ​ເສດຖະກິດ​ຕິດ​ພັນ​ກັບ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອຂອງ ພັກ ​ແລະ ລັດ​

        ຜ່ານ​ຫລາຍ​​ລຸ່ນຄົນ​​, ສຽງ​ກອງ​ສຽງ​ຄ້ອງ​ຍັງ​ຄົງດັງກ້ອງ​ກັງ​ວານ​​​ໄປ​ທົ່ວໃນ​ບັນດາ​ງານ​ບຸນ​ຕ່າງໆ​ຂອງ​ຊາວ​ເຜົ່າ ຢາຣາຍ ຢູ່​ເຂດ​ຊາຍ​ແດນ Ia O. ດ້ວຍ​ຄວາມ​​ເມົາ​ມົວ​ຮັກ​ແພງ​ຂອງ​ວົງ​ຄະນາ​ຍາດ​ຊາວ​ຊົນ​ເຜົ່າ​ຢູ່​ທີ່​ນີ້, ສຽງ​ກອງ​ສຽງ​ຄ້ອງ​ຈະ​ສືບ​ຕໍ່ດັງ​ກ້ອງ​ກັງວານ​​ຕະຫລອດ​ໄປ​ຢູ່​​ເຂດພູ​ຜາ​ປ່າ​ໄມ້​ເຂດ​ໄຕ​ງວຽນ ​ເພື່ອ​ໃຫ້​ໝູ່​ບ້ານ​​ໃນເຂດ​ຊາຍ​ແດນນີ້​ມີ​ຄວາມ ອຸດົມ​ສົມບູນ​ທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈຕະຫຼອດ​ໄປ.

 

ຕອບກັບ

ຂ່າວ/ບົດ​ອື່ນ