ກີມຟຸກແທັ່ງ - ທ່ານໝໍໜຸ່ມເຮັດຕາມແບບຢ່າງປະທານ ໂຮ່ຈີມິນ

(VOVWORLD) -ໂດຍບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ, ສຸດຈິດສຸດໃຈຕໍ່ວຽກງານ, ນັ້ນແມ່ນບັນດາຄຳຍ້ອງຍໍ ເຊິ່ງບັນດາເພື່ອນອາຊີບ ຢູ່ໂຮງໝໍເມືອງ ຖູດຶກ ນະຄອນ ໂຮ່ຈີມິນ ໄດ້ສະຫງວນໃຫ້ແກ່ທ່ານໝໍ ກີມຟຸກແທັ່ງ ຫົວໜ້າພະແນກແຜນການສັງລວມຂອງໂຮງໝໍ. ທ່ານໝໍໜຸ່ມຄົນນີ້ ຍັງແມ່ນຜູ້ໄດ້ສ້າງບັນດາຂີດໝາຍ ໃນວິຊາສະເພາະ ແລະ ໃນຂະບວນການອາສາສະໝັກ ຢູ່ໂຮງໝໍຂັ້ນເມືອງລະດັບໜຶ່ງ ແຫ່ງທຳອິດໃນທົ່ວປະເທດ . ດ້ວຍບັນດາການອຸທິດສ່ວນໃຫ້ແກ່ໂຮງໝໍ ແລະ ສັງຄົມ, ທ່ານໝໍ ກີມຟຸກແທັ່ງ ໄດ້ມີຄວາມເປັນກຽດກາຍເປັນໜຶ່ງໃນບັນດາແບບຢ່າງຕົວແບບ “ຮ່ຳຮຽນ ແລະ ເຮັດຕາມແນວຄິດຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ” ເຊິ່ງຄະນະພັກນະຄອນ ໂຮ່ຈີມິນ ໄດ້ຍ້ອງຍໍຊົມເຊີຍ ໃນໂອກາດສະເຫຼີມສະຫຼອງ 130 ປີ ແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ
ກີມຟຸກແທັ່ງ - ທ່ານໝໍໜຸ່ມເຮັດຕາມແບບຢ່າງປະທານ ໂຮ່ຈີມິນ  - ảnh 1 ທ່ານໝໍ ກີມຟຸກແທັ່ງ

ວັນທີ 24 ມີນາ, ຄະນະຊີ້ນຳການປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ - 19  ນະຄອນ ໂຮ່ຈີມິນ ໄດ້ອອກຂໍ້ຕົກລົງສ້າງຕັ້ງໂຮງໝໍປິ່ນປົວພະຍາດ ໂຄວິດ - 19 ເກິ່ນເຢີ່. ໂດຍໄດ້ຮັບຄຳສັ່ງສັບຊ້ອນພະນັກງານ, ທ່ານໝໍ ກີມຟຸກແທັ່ງ ພ້ອມກັບຖັນແຖວແພດໝໍໂຮງໝໍເມືອງ ຖູດຶກ ໄດ້ລົງຮອດ ເກິ່ນເຢີ່. ຢູ່ທີ່ນີ້ທ່ານໝໍ ແທັ່ງ ໄດ້ຮັບໜ້າທີ່ເປັນຫົວໜ້າພະແນກແຜນການສັງລວມ ຂອງໂຮງໝໍ, ເຮັດວຽກງານວິຊາສະເພາະ ແລະ ປະສານງານບັນດາການເຄື່ອນໄຫວກວດ ແລະ ປິ່ນປົ່ວໃຫ້ແກ່ຄົນເຈັບຕິດເຊື້ອ ໂຄວິດ -19, ຜູ້ຖືກແຍກຕົວ. ໃນຕະຫຼອດຫຼາຍເດືອນ ບໍ່ນັບທັງເວັນ ແລະ ຄືນ, ທ່ານໝໍ ແທັ່ງ ພ້ອມກັບເພື່ອນຮ່ວມອາຊີບ ໄດ້ລົງກວດ, ເບິ່ງແຍງຄົນເຈັບຢ່າງເປັນປະຈຳ ພ້ອມທັງໄດ້ລາຍງານອາການສຸຂະພາບຢ່າງທັນການ. ໃນຫຼາຍຄ່ຳຄືນທັງທິມງານກໍ່ຕ້ອງຮັບເອົາຜູ້ເຂົ້າໂຮງໝໍແຕ່ 30 ຫາ 40 ຄົນໃນພາບດຽວ, ນັບທັງຜູ້ມີຜົນກວດເປັນບວກ ແລະ ບັນດາຜູ້ສົງໄສຕິດເຊື້ອຢູ່ແຫ່ງອື່ນຍ້າຍມາ, ທ່ານ ແທັ່ງ ຕ້ອງເຮັດຕະຫຼອດຄືນ ເພື່ອເຮັດລະບຽບການເອກະສານ ເພື່ອນຳປະຊາຊົນເຂົ້າເຂດແຍກຕົວຢ່າງທັນການ. ຢູ່ເຂດປິ່ນປົວ, ນອກຈາກເປັນທ່ານໝໍ, ທ່ານ ກີມຟຸກແທັ່ງ ກໍ່ປຽບເໝືອນຜູ້ເປັນເພື່ອນກັບຄົນເຈັບ, ພ້ອມທັງເປັນຜູ້ລະດົມກຳລັງໃຈ ໃຫ້ແກ່ຜູ້ສົງໄສຕິດເຊື້ອ ໂຄວິດ - 19. ທ່ານໝໍ ກີມຟຸກແທັ່ງ ເວົ້າວ່າ:

     “ບໍ່ສະເພາະແຕ່ຂ້າພະເຈົ້າເອງເທົ່ານັ້ນ ຫາກຍັງມີອ້າຍເອື້ອຍນ້ອງ ເພື່ອນຮ່ວມອາຊີບ ພາລະກອນແພດໝໍທຸກໆຄົນ ຢູ່ໂຮງໝໍປິ່ນປົ່ວພະຍາດ ໂຄວິດ - 19 ເກິ່ນເຢີ່ ຍາມໃດກໍ່ພ້ອມແລ້ວຮັບເອົາຄົນເຈັບ ບໍ່ນັບທັງວັນ ແລະ ຄືນ, ເຖິງວ່າຈະແດດຮ້ອນ ຫຼື ຝົນຕົກໜັກກໍ່ຕາມ ແຕ່ບັນດາພວກອ້າຍເອື້ອຍນ້ອງ ກໍ່ລ້ວນແຕ່ຮ່ວມແຮງຮ່ວມໃຈ ເພື່ອສຸຂະພາບຂອງປະຊາຊົນ”.

     ພາຍຫຼັງທີ່ຄົນເຈັບຕິດເຊື້ອ ໂຄວິດ - 19 ຈຳນວນ 16 ຄົນໄດ້ຮັບການປິ່ນປົວຫາຍດີຢູ່ໂຮງໝໍ ແລະ ໄດ້ອອກຈາກໂຮງໝໍ, ພະແນກສາທາລະສຸກນະຄອນ ໄດ້ໃຫ້ໂຮງໝໍຢຸດການເຄື່ອນໄຫວຊົ່ວຄາວ. ແຕ່ສຳລັບວຽກງານຂອງທ່ານໝໍ ແທັ່ງ ກໍ່ບໍ່ຢຸດຢູ່ບ່ອນນັ້ນ. ແຕ່ລະວັນລາວຍັງສືບຕໍ່ລົງກັບປະຊາຊົນຢູ່ເມືອງເກາະ ເກິ່ນເຢີ່ ພ້ອມກັບບັນດາແພດໝໍໂຮງໝໍເມືອງ ຖູດຶກ ເພື່ອຊ່ວຍໜູນວິຊາສະເພາະ, ມອບໂອນເຕັກນິກໃຫ້ແກ່ສູນສາທາລະນະສຸກເມືອງ ເກິ່ນເຢີ່. ທ່ານໝໍຍິງ ຫງວຽນລານແອັງ ຮອງຜູ້ອຳນວຍການໂຮງໝໍເມືອງ ຖູດຶກ ໃຫ້ຮູ້ວ່າ ທ່ານໝໍ ກີມຟຸກແທັ່ງ ແມ່ນຜູ້ມີລະດັບວິຊາສະເພາະດີ ດັ່ງນັ້ນການນຳຂອງໂຮງໝໍມີຄວາມອຸ່ນອ່ຽນໃຈ ເມື່ອມອບໝາຍໜ້າທີ່ໃຫ້ທ່ານໝໍ ແທັ່ງ. ນອກຈາກນັ້ນ ດ້ວຍບົດບາດເປັນຮອງເລຂາຄະນະຊາວໜຸ່ມຂອງໂຮງໝໍ, ທ່ານໝໍ ແທັ່ງ ກໍ່ແມ່ນຜູ້ນຳໜ້າໃນການເຄື່ອນໄຫວ ນຳແພດໝໍອາສາສະໝັກໄປກວດປິ່ນປົວພະຍາດ ຢູ່ເຂດຫ່າງໄກສອກຫຼີກ ແລະ ເບິ່ງແຍງເດັກກຳພ້າ, ຄົນພິການ. ທ່ານໝໍ່ຍິງ ຫງວຽນລານແອັງ ຖືວ່າ:

      “ຈາກບັນດາວຽກງານຂອງທ່ານໝໍ ແທັ່ງ, ການນຳໂຮງໝໍ ແລະ ອ້າຍເອື້ອຍນ້ອງ ເພື່ອນຮ່ວມອາຊີບທຸກໆຄົນ ໄດ້ເຫັນເຖິງຄວາມກະຕືລືລົ້ນຂອງທ່ານໝໍ ແທັ່ງ ໃນວຽກງານຂະບວນການ, ແມ່ນແຫຼ່ງລະດົມກຳລັງໃຈໃຫ້ແກ່ທຸກໆຄົນ. ທ່ານໝໍ ແທັ່ງ ໄດ້ກາຍເປັນແຫຼ່ງບັນດານໃຈ ຊ່ວຍໃຫ້ທຸກໆຄົນເຂົ້າຮ່ວມຂະບວນການອາສາສະໝັກ ດ້ວຍຄວາມຈູບຈ້າວຫ້າວຫັນ ບໍ່ຮູ້ອິດບໍ່ຮູ້ເມື່ອຍ.”

      ໃນຫຼາຍປີທີ່ຜ່ານມາ ທ່ານໝໍ ກີມຟຸກແທັ່ງ ໄດ້ເປັນຕົວແບບ ທີ່ດີເດັ່ນ ໃນຂະບວນການ “ອອກແຮງງານເກັ່ງ  - ອອກແຮງງານຢ່າງມີຫົວຄິດປະດິດສ້າງ”, “ຂົນຂວາຍປະຊາຊົນຢ່າງຂ້ອງແຄ້ວ” ຂອງໂຮງໝໍ, ທ່ານໝໍ ແທັ່ງ ມີຄວາມເປັນກຽດຮັບລາງວັນ ຟ້າມງັອກແທັກ ຂອງນະຄອນ. ທ່ານໝໍ ແທັ່ງ ໃຫ້ຮູ້ວ່າ:

      “ຄຳສັ່ງສອນຂອງລຸງ ໂຮ່ ກໍ່ມີຫຼາຍທີ່ສຸດ ແຕ່ສຳຄັນແມ່ນເຮົານຳໃຊ້ໃນພຶດຕິກຳຕົວຈິງຄືແນວໃດ. ບໍ່ຄວນປະຕິບັດຢູ່ບ່ອນໃດທີ່ຫ່າງໄກ, ອາດຈະນຳໃຊ້ຄຳສັ່ງສອນຂອງລຸງ ໂຮ່ ໃນວຽກງານປະຈຳວັນຂອງຕົນນີ້ເອງ. ຍົກຕົວຢ່າງຄືເຮົາປະຕິບັດການປະຢັດໄຟຟ້າ, ປະຢັດໃນການໃຊ້ນ້ຳ, ປະຢັດໃນການນຳໃຊ້ເຈ້ຍ. ນີ້ກໍ່ແມ່ນການເຄື່ອນໄຫວຕົວຈິງທີ່ສຸດ”.

      ການເຮັດວຽກໃນມື້ໜຶ່ງ ຂອງທ່ານໝໍ ແທັ່ງ ເຄີຍເລີ່ມຂຶ້ນແຕ່ເຊົ້າ ແລະ ສິ້ນສຸດລົງໃນຍາມຄ່ຳຄືນ, ການຝຶກຝົນຫຼໍ່ຫຼອມວິຊາສະເພາະ, ຄວາມມານະພະຍາຍາມໃນວຽກງານຢ່າງບໍ່ຢຸດຢ່ອນ, ຄວາມຮັກແພງກັບຄົນເຈັບ, ການເຂົ້າຮ່ວມບັນດາຂະບວນການອາສາສະໝັກຂອງທ່ານໝໍ ແທັ່ງ ໄດ້ແຜ່ຂະຫຍາຍ ໃນໝູ່ຄະນະແພດໝໍໜຸ່ມ ທີ່ໂຮງໝໍເມືອງ ຖູດຶກ ອັນໄດ້ປະກອບສ່ວນຍົກສູງຄຸນນະພາບ ການກວດ ປິ່ນປົວພະຍາດ ແລະ ເພີ່ມອິດທິພົນຊື່ສຽງໃຫ້ແກ່ໂຮງໝໍ.

ຕອບກັບ

ຂ່າວ/ບົດ​ອື່ນ