ກາວວັນງວຽນ ຜູ້ເປີດທິດຊ່ວຍຊາວກະສິກອນສ້າງຄວາມຮັ່ງມີ

(VOVWORLD) -ໃນຊຸມປີມໍ່ໆມານີ້ ຢູ່ ເມືອງ ຈືປະຣົງ ແຂວງ ຢາລາຍ, ຮູບແບບປູກຕົ້ນໄມ້ກິນໝາກສະຫລັບກັບຕົ້ນກາເຟ ໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ, ຊ່ວຍໃຫ້ ຊາວກະສິກອນຫລາຍຄອບຄົວບືນຕົວຂຶ້ນສ້າງຄວາມຮັ່ງມີ. ທ່ານ  ກາວວັນງວຽນ ຢູ່ ຕາແສງ ອີອາຟີ່ນ ເມືອງ ຈືປະຣົງ ແມ່ນຜູ້ນຳຫນ້າໃນການປູກຕົ້ນໄມ້ກິນໝາກຕາມຮູບແບບດັ່ງກ່າວ. ໂດຍປະຕິບັດຕາມວິທີຂອງ ທ່ານ ກາວວັນງວຽນ, ຊາວກະສິກອນ ຢູ່ ເມືອງ ຈືປະຣົງ ພວມທະວີຄູນຮູບແບບປູກຕົ້ນໄມ້ກິນໝາກສະຫລັບກັບຕົ້ນກາເຟໃນສວນ.

ກາວວັນງວຽນ ຜູ້ເປີດທິດຊ່ວຍຊາວກະສິກອນສ້າງຄວາມຮັ່ງມີ - ảnh 1 ທ່ານ ກາວວັນງວຽນ ສ້າງລາຍຮັບ 2 ຕື້ດົງ/ປີຈາກການປູກຕົ້ນອາໂວກາໂດ

ພາຍຫລັງຫລາຍປີປູກຕົ້ນອາໂວກາໂດນຳມາເຊິ່ງລາຍຮັບສູງ, ຄອບຄົວ ທ່ານ ກາວວັນງວຽນ ຢູ່ ຕາແສງ ອີອາຟີ່ນ ເມືອງ ຈືປະຣົງ ແຂວງ ຢາລາຍ ໄດ້ຕັດສິນໃຈປູກຕົ້ນອາໂວກາໂດສະຫລັບກັບຕົ້ນກາເຟໃນສວນ ທັງສ້າງຄວາມສະດວກໃນການບົວລະບັດ ທັງປະຢັດເນື້ອທີ່ດິນປູກຝັງ. ທ່ານ ກາວວັນງວຽນ ໄດ້ເລືອກເຟັ້ນແນວພັນປູກຢ່າງລະອຽດລະອໍ ສະນັ້ນ ຕົ້ນອາໂວກາໂດ ໄດ້ນຳມາເຊິ່ງຄຸນນະພາບສູງ, ນ້ຳຫນັກສະເລ່ຍຫນ່ວຍຫນຶ່ງແມ່ນ 0,6 ກິໂລກາມ, ບາງຫນ່ວຍແມ່ນ 1,5 ກິໂລກາມ. ໃນຂະນະທີ່ ໝາກອາໂວກາໂດຂາຍຢູ່ທ້ອງຕະຫລາດພຽງ 10.000 – 30.000 ດົງ/ກິໂລກາມ ສ່ວນໝາກອາໂວກາໂດຂອງຄອບຄົວທ່ານແມ່ນຂາຍໄດ້ຈາກ 40.000 ດົງ -70.000 ດົງ/ກິໂລກາມ. ຍ້ອນເຫດນັ້ນ ເນື້ອທີ່ປູກຕົ້ນກາເຟສະຫລັບກັບປູກຕົ້ນອາໂວກາໂດ ໄດ້ນຳມາເຊິ່ງຜົນກຳໄລກວ່າ 2 ຕື້ດົງ/ປີ. ທ່ານ ກາວວັນງວຽນ ໃຫ້ຮູ້ວ່າ:

“ຂ້າພະເຈົ້າປູກຕົ້ນອາໂວກາໂດສະຫລັບກັບຕົ້ນກາເຟ ແຕ່ປີ 2006 ມາຮອດປະຈຸບັນ. ກ່ອນນີ້ ຂ້າພະເຈົ້າຍັງບໍ່ທັນຮູ້ໄດ້ວ່າມັນນຳມາເຊິ່ງປະສິດທິຜົນສູງຄືແນວນີ້, ແຕ່ປູກມາ ເປັນເວລາ 6,7 ປີເຫັນວ່າບັນລຸປະສິດທິຜົນສູງ ສະນັ້ນ ຂ້າພະເຈົ້າຂະຫຍາຍອອກຕື່ມອີກ. ກ່ອນນີ້ ປູກພຽງ 20-30 ຕົ້ນເທົ່ານັ້ນ. ປະຈຸບັນ ລາຍຮັບຈາກການປູກຕົ້ນອາໂວກາໂດ ແມ່ນ 28-30 ລ້ານດົງ/ຕົ້ນ.”

ພ້ອມກັບການປູກຕົ້ນ ອາໂວກາໂດ, ໃນໄລຍະມໍ່ໆມານີ້ ຄອບຄົວ ທ່ານ ງວຽນ ກໍ່ໄດ້ປູກຕົ້ນຖົ່ວລຽນໃນສວນກາເຟຕື່ມອີກ ແລະ ເລີ່ມເກັບກູ້ໄດ້ແລ້ວ. ຕົ້ນຖົ່ວລຽນແຕ່ລະຕົ້ນນັ້ນ ສາມາດສ້າງລາຍຮັບມາໄດ້ກວ່າ 10 ລ້ານດົງ ແລະ ອາດຈະສູງກວ່າໃນໄລຍະຈະມາເຖິງ.

ການປູກຕົ້ນ ອາໂວກາໂດ, ຖົ່ວລຽນ ເຂົ້າໃນສວນກາເຟ ຫລື ຕົ້ນພິກໄທໃນໄລຍະມໍ່ໆມານີ້ ໄດ້ກາຍເປັນຂະບວນການຢູ່ຫລາຍຕາແສງໃນເມືອງ ຈືປະຣົງ. ຄອບຄົວທ່ານ ຫງວຽນໂຮ ຢູ່ ຕາແສງ ອີອາຟີ່ນ ປູກຕົ້ນຖົ່ວລຽນສະຫລັບກັບຕົ້ນກາເຟ ໄດ້ນຳມາເຊິ່ງລາຍຮັບຕົ້ນຕໍໃນເຂດໄຮ່ດ້ວຍເນື້ອທີ່ 1 ເຮັກຕາ ຂອງຄອບຄົວທ່ານ, ລາຍຮັບນຳມາເຊິ່ງກວ່າ 300 ລ້ານດົງ/ປີ. ຮູບແບບປູກຕົ້ນໄມ້ຂອງຄອບຄົວທ່ານ ໂຮ ພວມໄດ້ຮັບການທະວີຄູນຢ່າງກວ້າງຂວາງຢູ່ທ້ອງຖິ່ນ. ທ່ານ ຫງວຽນໂຮ ເລົ່າສູ່ຟັງວ່າ:

“ເລື່ອງປູກຕົ້ນໄມ້ກິນໝາກສະຫລັບກັບຕົ້ນໄມ້ຫລັກ ຈະນຳມາເຊິ່ງປະສິດທິຜົນເສດຖະກິດສູງກວ່າ . ກ່ອນນີ້ ຂ້າພະເຈົ້າປູກຕາມໃຈ ແຕ່ມາບັດນີ້ ທາງຕາແສງໄດ້ມີແຜນນະໂຍບາຍທະວີຄູນຮູບແບບນີ້ຢ່າງກວ້າງຂວາງໃນເຂດ. ຢູ່ທີ່ນີ້ ຄອບຄົວໃດກໍ່ປູກຕາມຮູບແບບນີ້, ແຕ່ຄອບຄົວຂ້າພະເຈົ້າປູກແຕ່ດົນແລ້ວ.”

ເລື່ອງຫັນປ່ຽນອົງປະກອບການປູກຕົ້ນໄມ້ຕາມຮູບແບບປູກຕົ້ນອາໂວກາໂດ, ຖົ່ວລຽນສະຫລັບກັບຕົ້ນກາເຟ ຫລື ພິກໄທ ໄດ້ນຳມາເຊິ່ງລາຍຮັບສູງພໍສົມຄວນໃຫ້ແກ່ປະຊາຊົນໃນເຂດ. ມີຫລາຍຄອບຄົວຊາວກະສິກອນ ໄດ້ກາຍເປັນເສດຖີຈາກການປູກຕາມຮູບແບບດັ່ງກ່າວ. ທ່ານ ໂງແອງຕວນ, ພະນັກງານກະສິກຳ ຕາແສງ ອີອາຟີ່ນ ເມືອງຈືປະຣົງ ໃຫ້ຮູ້ວ່າ:

“ປະຈຸບັນ ຊາວກະສິກອນ ໄດ້ປູກຕົ້ນອາໂວກາໂດ ແລະ ຖົ່ວລຽນສະຫລັບກັບຕົ້ນກາເຟ, ພີກໄທ ໄດ້ກວ່າ 278 ເຮັກຕາແລ້ວ ແລະ ນຳມາເຊິ່ງລາຍຮັບຈາກ 500-800 ລ້ານດົງ/ເຮັກຕາ. ບາງຄອບຄົວຊາວກະສິກອນສ້າງລາຍຮັບໄດ້ 100-200 ລ້ານດົງ/ປີ.”

ກາວວັນງວຽນ ຜູ້ເປີດທິດຊ່ວຍຊາວກະສິກອນສ້າງຄວາມຮັ່ງມີ - ảnh 2ເລື່ອງປູກຕົ້ນ ຖົ່ວລຽນ ສະຫລັບກັບຕົ້ນກາເຟ ກາຍເປັນຂະບວນການຢູ່ເມືອງຈື ພຣົງ

ເມື່ອເຫັນໄດ້ປະສິດທິຜົນຂອງການຫັນປ່ຽນອົງປະກອບການປູກຝັງຕາມຮູບແບບການປູກຕົ້ນໄມ້ສະຫຼັບ, ເມືອງ ຈື ພຣົງ ໄດ້ສົ່ງເສີມ, ໜູນຊ່ວຍປະຊາຊົນ, ແນະນຳເຕັກນິກການປູກ, ການບົວລະບັດຮັກສາ, ການປ້ອງກັນສັດຕູພຶດ. ເມືອງ ຈື ພຣົງ ໄດ້ ສະໜັບສະໜູນ ປະຊາຊົນໃນການກູ້ຢືມທຶນ, ສະໜອງເບ້ຍອາໂວກາໂດ, ຖົ່ວລຽນ ທີ່ມີຄຸນນະພາບສູງໂດຍບໍ່ເສຍຄ່າເພື່ອໃຫ້ປະຊາຊົນ, ໂດຍສະເພາະແມ່ນບັນດາຄອບຄົວປະສົບຄວາມຫຍຸ້ງຍາກດຳເນີນການປູກຕົ້ນໄມ້ສະຫຼັບ. ທ່ານ ຫງວຽນ ແອັງ ຢຸ໋ງ ປະທານຄະນະກຳມະການປະຊາຊົນເມືອງ ຈື ພຣົງ ໃຫ້ຮູ້ວ່າ:

“ພວກເຮົາໄດ້ລົງທຶນ ແລະ ໜູນຊ່ວຍເງີນຄ່າເບ້ຍໄມ້ 100% ເພື່ອໃຫ້ປະຊາຊົນໄດ້ດັດແປງສວນກາເຟ, ຄຽງຄູ່ກັນນັ້ນພວກຂ້າພະເຈົ້າກໍ່ໄດ້ຜັນຂະຫຍາຍການໜູນຊ່ວຍປະຊາຊົນປູກບັນດາປະເພດຕົ້ນໄມ້ກິນໝາກສະຫຼັບກັບບັນດາປະເພດຕົ້ນໄມ້ອຸດສາຫະກຳຄື: ກາເຟ, ພິກໄທ. ຈາກນັ້ນ, ສ້າງມູນຄ່າຫຼາກຫຼາຍຈາກບັນດາຕົ້ນໄມ້ດັ່ງກ່າວ,ໃນເນື້ອທີ່ການຜະລິດ ທັງສາມາດເກັບໄດ້ຕົ້ນໄມ້ອຸດສາຫະກຳໄລຍະຍາວ ທັງເກັບໄດ້ໝາກໄມ້ສ້າງລາຍຮັບໃຫ້ແກ່ປະຊາຊົນ”.

ໝາກໄມ້ຢູ່ເຂດ ໄຕ ງວຽນ, ພິເສດແມ່ນອາໂວກາໂດ, ມີແງ່ຫວັງໃຫຍ່ຢູ່ຕະຫຼາດພາຍໃນ ແລະ ສົ່ງອອກ. ໃນອະນາຄົດ, ເຂດ ໄຕ ງວຽນ ສາມາດພັດທະນາຕົ້ນໄມ້ກິນໝາກໃຫ້ກາຍເປັນທ່າແຮງຫຼັກຂອງຕົ້ນໄມ້ກິນໝາກຢູ່ຫວຽດນາມ. ຮູບແບບການປູກອາໂວກາໂດ, ຖົ່ວລຽນ ສະຫຼັບກັບສວນກາເຟ, ພິກໄທ, ຊື່ງພົ້ນເດັ່ນແມ່ນຄອບຄົວຂອງທ່ານ ກາວວັນງວຽນ, ກຳລັງແມ່ນທິດເດີນທີ່ຖືກຕ້ອງຊ່ວຍໃຫ້ເມືອງ ຈື ພຣົງ, ແຂວງ ຢາລາຍ ສ້າງໂຄງປະກອບກະສິກຳຄືນໃໝ່, ມຸ່ງໄປເຖິງການພັດທະນາກະສິກຳວອ່ງໄວ ແລະ ຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ