ຄູປະຊາຊົນ ຮວິ່ງແທັງຍ໊າ-ຜູ້ສຸດຈິດສຸດໃຈໃນຂະແໜງການສຶກສາ

(VOVWORLD) -ຄູປະຊາຊົນ ຮວິ່ງແທັງຍ໊າເກີດປີ 1965 ຢູ່ນະຄອນເກິ່ນເທີ.ໂດຍເຮັດວຽກໃນຂະແໜງການສຶກສາເປັນເວລາກວ່າ 30 ປີ, ຮອງສາດສະດາຈານປອ,ອະທິການບໍດີມະຫາວິທະຍາໄລ ເຕັກນິກ - ເຕັກໂນໂລຊີເກິ່ນເທີຍາມໃດກໍ່ຮັກສາຄຸນສົມບັດເປັນອ້າຍຄູສຸດຈິດສຸດໃຈກັບອາຊີບເປັນນາຍຄູ ສວມບົດບາດເປັນຫົວຈັກໃນການເອົາໃຈໃສ່ບຳລຸງສ້າງ ນຳພາລຸ້ນໜຸ່ມແລະໄດ້ຮັບຄວາມເຄົາລົບນັບຖືແລະຮັກແພງຈາກໝູ່ຄະນະ
ຄູປະຊາຊົນ ຮວິ່ງແທັງຍ໊າ-ຜູ້ສຸດຈິດສຸດໃຈໃນຂະແໜງການສຶກສາ - ảnh 1ຄູປະຊາຊົນ ຮວິ່ງແທັງຍ໊າ

    ນັບແຕ່ປີ 2018 ໂດຍບົດບາດແມ່ນອະທິການບໍດີມະຫາວິທະຍາໄລ ເຕັກນິກ - ເຕັກໂນໂລຊີເກິ່ນເທີ, ຄູປະຊາຊົນ ຮວິ່ງແທັງຍ໊າ ໄດ້ວາງບັນດາແຜນນະໂຍບາຍຫັນເປົ້າໝາຍເນື້ອໃນຫຼັກສູດການບຳລຸງກໍ່ສ້າງເປັນມາດຕະຖານ, ທ່ານໄດ້ປັບປຸງພັດທະນາໂຮງຮຽນຢ່າງບໍ່ຢຸດຢັ້ງແລະໄດ້ເປືດ 10 ຂະແໜງບຳລຸງກໍ່ສ້າງໃໝ່, ຍົກຍອດຈຳນວນຂະແໜງບຳລຸງສ້າງລະດັບປະລິນຍາຕີຂອງໂຮງຮຽນຂຶ້ນເປັນ 22 ຂະແໜງ. ປອໂດ໊ທິຕວຽດຍຸງປະທານສະພາມະຫາວິທະຍາໄລ ເຕັກນິກ - ເຕັກໂນໂລຊີ ເກິ່ນເທີໃຫ້ຮູ້ວ່າ:

    “ອ້າຍຄູຍ໊າແມ່ນຜູ້ມີຈິດໃຈມີຄວາມສາມາດມີຄຸນສົມບັດແລະມີຄວາມຮັບຜິດຊອບຕໍ່ວຽກງານ. ຈຸດທີ່ພົ້ນເດັ່ນຂອງອ້າຍຄູແມ່ນເຮັດວຽກຢ່າງມີແຜນການ ສ້າງແຜນການກວດກາແລະ ຄີລາຄາ. ພາຍຫຼັງປະຕິບັດໜ້າທີ່ແຕ່ລະຄັ້ງອ້າຍຄູຍາມໃດກໍ່ໂຮມປະຊຸມເພື່ອປະເມີນຜົນຖອດຖອນບົດຮຽນ ປັບປຸງວຽກງານໃຫ້ຄັ້ງໜ້າ.ໄປຮອດໃສອ້າຍຄູກໍ່ຮຽນເອົາບົດຮຽນທີ່ດີທີ່ໃໝ່ ມາຜັນຂະຫຍາຍນຳໃຊ້ຢູ່ໂຮງຮຽໜຂອງຕົນ”.

  ບໍ່ພຽງແຕ່ເອົາໃຈໃສ່ປ່ຽນແປງໃໝ່ວິທີການສອນຂອງອາຈານ,  ອ້າຍຄູ ຮວິ່ງແທັງຍ໊າຍັງເພີ່ມທະວີການດຶງດູດແຫຼ່ງອຸປະຖຳສ້າງກອງທຶນສົ່ງເສີມການຮຽນສົ່ງເສີມຄວາມເກັ່ງກ້າສາມາດແລະໄດ້ມອບທຶນສຶກສາຫຼາຍທຶນໃຫ້ແກ່ນັກສືກສາໄດ້ຮັບນາມມະຍົດນັກສຶກສາເສັງໄດ້ຄະແນນດີເລີດແລະໄດ້ຊ່ວຍນັກສຶກສາຫຼາຍຄົນຜ່ານຜ່າຄວາມຫຍຸ້ງຍາກເພື່ອປືນຕົວຂຶ້ນໃນການຮ່ຳຮຽນແລະຝຶກຝົນຫຼໍ່ຫຼອມເປັນຢ່າງດີ. ແຕ່ລະປີມີນັກສຶກສາຫຼາຍກວ່າ 95% ຂອງໂຮງຮຽນກໍ່ມີວຽກເຮັດງານທຳເປັນປົກກະຕິພາຍຫຼັງຮຽນຈົບຈາກໂຮງຮຽນແລະໄດ້ຮັບການຕີລາຄາສູງຈາກບັນດາຜູ້ຄັດເລືອກແຮງງານກ່ຽວກັບຄຸນທາດຄຸນສົມບັດລະດັບວິຊາສະເພາະ. ຄູປະຊາຊົນ ຮວິ່ງແທັງຍ໊າ ແບ່ງປັນວ່າ:

   “ໂດຍມີຄວາມຜູກພັນກັບຂະແໜງການສຶກສາເປັນເວລາກວ່າ 32 ປີ,  ຂ້າພະເຈົ້າເອງໄດ້ບຳລຸງແລະນຳພາຄະນະຄູໄປເສັງຄູສອນເກັ່ງທົ່ວປະເທດໝາກຜົນມີຢູ່ວ່າມີຄູ 8 ຄົນກໍ່ລ້ວນແຕ່ໄດ້ຮັບລາງວັນສູງຄືບັນດາລາງວັນທີ 1 ທີ 2 ທີ 3;  ແລະໃນກວ່າ 32 ປີທີ່ຜ່ານມາຂ້າພະເຈົ້າເອງກໍ່ພ້ອມກັບອຳນວຍການໂຮງຮຽນ ຊຸດບຳລຸງສ້າງໃຫ້ແກ່ນັກຮຽນນັກສຶກສາ30.000 ຄົນຮຽນຈົບຈາກໂຮງຮຽນໃຫ້ມີວຽກເຮັດງານທຳເປັນປົກກະຕິ, ມີນັກສຶກສາຫຼາຍຄົນກໍ່ໄດ້ດຳລົງຕຳແໜ່ງສຳຄັນໃນລະບົບການເມືອງແລະມີຫຼາຍຄົນເປັນນັກທຸລະກິດປະສົບຜົນສຳເລັດ".

    ໂດຍພາຍໃຕ້ການນຳພາຂອງອ້າຍຄູ ຮວິ່ງແທັງຍ໊າ, ການເຄື່ອນໄຫວຄົ້ນຄວ້າວິທະຍາສາດຂອງໂຮງຮຽນກໍ່ໄດ້ດຳເນີນໄປຢ່າງຟົດຟື້ນສະເພາະປີ 2021 ມີ 8 ຫົວຂໍ້ວິທະຍາສາດໄດ້ຮັບການສະຫຼຸບ;  26 ຂໍ້ລິເລີ່ມຂັ້ນໂຮງຮຽນໄດ້ຮັບການຮັບຮອງ. ທາງໂຮງຮຽນກໍ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມມື 14 ສະບັບກັບບັນດາຄູ່ຮ່ວມມືທັງຢຸ່ພາຍໃນແລະຕ່າງປະເທດ. ອ້າຍຄູຫງວຽນຮວ່າງວ້ຽນເລຂາຄະນະຊາວໜຸ່ມມະຫາວິທະຍາໄລເຕັກນິກ - ເຕັກໂນໂລຊີເກິ່ນເທີໃຫ້ຮູ້ວ່າ:

   “ອ້າຍຄູຍາມໃດກໍ່ສ້າງແຫຼ່ງບັນດານໃຈກ່ຽວກັບຄວາມຮັກອາຊີບກ່ຽວກັບຈິດໃຈຮັບຜິດຊອບຕໍ່ວຽກງານ, ການອຸທິດສ່ວນຢ່າງສຸດໃຈເພື່ອການພັດທະນາຂອງໂຮງຮຽນ. ອ້າຍຄູຍ໊າໄດ້ສ້າງທຸກເງື່ອນໄຂສະດວກທີ່ສຸດໃຫ້ແກ່ພະນັກງານຄູອາຈານຮ່ຳຮຽນຍົກສູງລະດັບວິຊາຊີບ ສ້າງສະພາບແວດລ້ອມເຮັດວຽກທີ່ດີຕັ້ງໜ້າໃຫ້ແກ່ພະນັກງານລັດຖະກອນຄູອາຈານ ເຮັດສຳເລັດໜ້າທີ່ ເຊິ່ງໄດ້ຮັບການມອບໝາຍເປັນຢ່າງດີ”.

  ໃນໄລຍະອຸທິດສ່ວນໃຫ້ຂະແໜງການສຶກສາ, ອ້າຍຄູ ຮວິ່ງແທັງຍ໊າໄດ້ພິມຈຳໜ່າຍປຶ້ມຫຼັກສູດການສອນ 10 ຫົວ, ປະກາດ 46 ກິດຈະກຳວິທະຍາສາດທັງຢູ່ພາຍໃນແລະຕ່າງປະເທດ, 7 ຂໍ້ລິເລີ່ມໃນການຄຸ້ມຄອງບໍລິຫານຂອງອ້າຍຄູໄດ້ຮັບການຮັບຮອງແມ່ນຂໍ້ລິເລີ່ມທີ່ມີຂອບເຂດສົ່ງຜົນສະທ້ອນໃນນະຄອນແລະທົ່ວປະເທດ. ປັດຈຸບັນຄູປະຊາຊົນ ຮວິ່ງແທັງຍ໊າ ຍັງຄົງສືບຕໍ່ສ້າງແຫຼ່ງບັນດານໃຈ ຄວາມເຊື່ອໝັ້ນ ແລະ ອຸດົມການອັນສູງສົ່ງໃຫ້ແກ່ບັນດາຄູອາຈານນັກສຶກສາປະກອບສ່ວນນຳຂະແໜງການສຶກສາເກິ່ນເທີພັດທະນາດີຍິ່ງໆຂຶ້ນໃນໄລຍະໃໝ່

ຕອບກັບ

ຂ່າວ/ບົດ​ອື່ນ