ຄວາມງາມທາງດ້ານວັດທະນະທຳຂອງຊາວເຜົ່າຂະມຸ ໃນແຂວງ ລາຍເຈົາ

(VOVWORLD) -           ໂດຍແມ່ນໜຶ່ງໃນ  5 ຊົນເຜົ່າສ່ວນໜ້ອຍຢູ່ແຂວງ ລາຍເຈົາ, ຊາວເຜົ່າ ຂະມຸ ດຳລົງຊີວິດຢູ່ຮ່ວມກັນໃນເມືອງເຕິນອວຽນ ແລະ ເມືອງ ສິນໂຮ່. ເຖິງວ່າຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຍັງປະສົບຄວາມຫຍຸ້ງຍາກຫຼາຍກໍ່ຕາມ ແຕ່ສາງວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງຊາວເຜົ່າ ຂະມຸ ພັດມີຄວາມເປັນເອກະລັກສະເພາະ, ແມ່ນສະຖານທີ່ອັນດູດດື່ມ ສຳລັບບັນດານັກຄົ້ນຄວ້າບູຮານຄະດີ, ກໍ່ຄືແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ
 ຄວາມງາມທາງດ້ານວັດທະນະທຳຂອງຊາວເຜົ່າຂະມຸ ໃນແຂວງ ລາຍເຈົາ   - ảnh 1 ເຮືອນຮ້ານຂອງຊາວເຜົ່າ ຂະມຸ

ປັດຈຸບັນຢູ່ລາຍເຈົາ ມີປະມານ 1.500 ຄອບຄົວຊາວເຜົ່າ ຂະມຸ ດ້ວຍຈຳນວນປະຊາກອນ 7.500 ຄົນ. ດຳລົງຊີວິດຕົ້ນຕໍຢູ່ເມືອງ ເຕິນອວຽນ ແລະ ສິນໂຮ່ ແລະ ກວມເອົາເກືອບ 2% ຈຳນວນປະຊາກອນຢູ່ທ້ອງຖິ່ນ. ໃນຊຸມປີທີ່ຜ່ານມາ, ເພື່ອຮັກສາຄວາມງາມທີ່ເປັນເອກະລັກ ຂອງວົງຄະນາຍາດເຜົ່າ ຂະມຸ, ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ໄດ້ຍູ້ແຮງວຽກໂຄສະນາ ກໍ່ຄືໄດ້ມີບັນດານະໂຍບາຍຊ່ວຍໜູນ ເພື່ອໃຫ້ພໍ່ແມ່ພີ່ນ້ອງຮັກສາ ແລະ ພັດທະນາ. ບ້ານ ຕາມິດ ຕາແສງ ປັກດຕາ ເມືອງ ເຕິນອວຽນ ເຊິ່ງແມ່ນແຫ່ງດຳລົງຊີວິດຕົ້ນຕໍຂອງຊາວເຜົ່າ ຂະມຸ ໃນແຂວງ ລາຍເຈົາ. ເຖິງວ່າໃນຊຸມວັນນີ້ ຊາວທ້ອງຖິ່ນພວມຂ້ອງຄາກັບວຽກໄຮ່ການນາກໍ່ຕາມ ແຕ່ໃນແຕ່ລະຄອບຄົວ ການເຄື່ອນໄຫວເຮັດເຄື່ອງຈັກສານ ຍັງຄົງຄຶກຄື້ນທີ່ສຸດ. ເພື່ອຮັບໃຊ້ການດຳລົງຊີວິດ, ພໍ່ແມ່ພີ່ນ້ອງຢູ່ແຫ່ງນີ້ ໄດ້ສ້າງໃຫ້ມີເຄື່ອງວັດຖຸທີ່ເຮັດຈາກຫວາຍ, ໄມ້ໄຜ່ທີ່ເອົາມາຈາກປ່າ. ນາງ ລໍ່ທິຊວັນ ຊາວບ້ານ ຕາມິດ ຕາແສງ ປັກຕາ ເມືອງ ເຕິນອວຽນ ໃຫ້ຮູ້ວ່າ ອີງຕາມເຄື່ອງໃຊ້ແຕ່ລະຢ່າງ ທີ່ພໍ່ແມ່ປະຊາຊົນຈະນຳໃຊ້ເຕັກນິກການເຮັດເຄື່ອງຈັກສານທີ່ແຕກຕ່າງກັນ. ເຄື່ອງໃຊ້ແຕ່ລະຢ່າງກໍ່ລ້ວນແຕ່ມີຄວາມງາມສະເພາະ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳພື້ນເມືອງຂອງຊົນເຜົ່າ. ເຖິງວ່ານີ້ແມ່ນອາຊີບສຳຮອງໃນຄອບຄົວກໍ່ຕາມ ແຕ່ການເຮັດເຄື່ອງຈັກສານໄດ້ນຳລາຍໄດ້ຫຼາຍພໍສົມຄວນມາໃຫ້ຊາວບ້ານ. ນາງ ລໍ່ທິຊວັນ ເວົ້າວ່າ:

      “ພວກຂ້າພະເຈົ້າໄດ້ບອກສອນພວກລູກຫຼານຢ່າງເປັນປະຈຳ ເພື່ອໃຫ້ພວກເຂົາສືບທອດ ແລະ ຮັກສາອາຊີບ. ນີ້ແມ່ນອາຊີບທີ່ມີມາແຕ່ດົນນານ ເຊິ່ງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້ ດັ່ງນັ້ນຊາວບ້ານບໍ່ຄວນປະລະອາຊີບນີ້”.

     ກໍ່ເຊັນດຽວກັນກັບຊາວເຜົ່າຕ່າງໆຢູ່ເຂດພູສູງ, ຊາວເຜົ່າ ຂະມຸ ກໍ່ຢູ່ເຮືອນຮ້ານ. ເຮືອນຮ້ານຂອງຊາວເຜົ່າ ຂະມຸ ເຄີຍເຮັດເປັນສາມຫ້ອງ ມີສອງຂັ້ນໄດ ແລະ ມີສ່ວນຈະເຮັດແບບງ່າຍໆກວ່າ ເມື່ອທຽບໃສ່ເຮືອນຮ້ານຂອງຊາວເຜົ່າຜູ້ໄທ ແລະ ຊາວເຜົ່າເມື່ອງ. ລຸງ ຮວ່າງວັນແຟັງ ຢູ່ບ້ານ ຕາມິດ ຕາແສງ ປັກຕາ ເມືອງ ເຕິນອວຽນ ໃຫ້ຮູ້ວ່າ:

    “ເຮືອນຮ້ານຂອງຊາວເຜົ່າ ຂະມຸ ເຄີຍເຮັດແຕ່ສາມຫາສີ່ຫ້ອງ ຢູ່ໃນຫ້ອງກໍ່ມີເຮືອນຄົວເລີຍ ແລະ ມີສອງປະຕູ. ເມື່ອຕ້ອນຮັບລູກໄພ້ມາເຮືອນ ແມ່ນບໍ່ຕ້ອງກ້າວຜ່ານປະຕູໃຫຍ່, ຫາກຕ້ອງກ້າວຜ່ານປະຕູນ້ອຍຢູ່ທາງຫຼັງ ໃນເວລາສອງສາມວັນ. ເຮືອນຄົວໃຫຍ່ແມ່ນຢູ່ສຸດຂອງເຮືອນຮ້ານ, ອີກເຮືອນຄົວໜຶ່ງ ແມ່ນຕັ້ງຢູ່ກາງແຖ່ນບູຊາ ເພື່ອໃຫ້ປູ່ຍ່າຝີງໃຫ້ອຸ່ນ. ສ່ວນເຮືອນຄົວທີສາມ ແມ່ນໃຊ້ໃນໂອກາດທ້າຍປີ ເພື່ອໜຶ້ງເຂົ້າ ແລະ ເຮັດເຂົ້າຕົ້ມ”.

      ທ່ານ ເລື່ອງວັນແຕມ ປະທານຄະນະກຳມະການປະຊາຊົນຕາແສງ ປັກຕາ ເມືອງ ເຕິນອວຽນ ໃຫ້ຮູ້ວ່າ ບໍ່ພຽງແຕ່ມີເຮືອນຮ້ານ ແລະ ອາຊີບເຮັດເຄື່ອງຈັກສານເທົ່ານັ້ນ, ວັດທະນະທຳທາງດ້ານຈິດໃຈຂອງຊາວເຜົ່າ ຂະມຸ ກໍ່ຍັງມີບັນດາທຳນອງເພງພື້ນເມືອງ, ບັນດາເຄື່ອງດົນຕີພື້ນເມືອງ ທີ່ເປັນເອກະລັກເຊັ່ນ ຂຸ່ຍ, ພິນ, ກອງ. ບັນດາໝູ່ບ້ານທີ່ມີຊາວເຜົ່າ ຂະມຸ ດຳລົງຊີວິດ ກໍ່ລ້ວນແຕ່ໄດ້ຮັບການສົ່ງເສີມ ເພື່ອສ້າງຕັ້ງບັນດາກອງສິລະປະກອນ ເພື່ອໃຫ້ພໍ່ແມ່ພີ່ນ້ອງມີການພົບປະ ແລກປ່ຽນ ສະແດງສິລະປະ. ທ່ານ ເລື່ອງວັນແຕມ ໃຫ້ຮູ້ວ່າ:

    “ສີສັນຂອງຊົນເຜົ່າ ຂະມຸ ກ່ຽວກັບການເຄື່ອນໄຫວທາງດ້ານຮີດຄອງປະເພນີ ແມ່ນສ່ວນຫຼາຍກໍ່ຄ້າຍຄືກັບຊາວເຜົ່າຜູ້ໄທ. ພິເສດຢູ່ເທິງແທ່ນບູຊາບັນພະບູລຸດ, ເຂົາເຈົ້າຮັກສາໜັງສືສະບັບໜຶ່ງ, ຫຼັງຈາກນັ້ນກໍ່ນຳເຂົ້າຫ້ອງໃຫຍ່ ແລະ ໃນແຕ່ລະປີ ກໍ່ສານໂຕະໜ່ວຍຕ່າງໆດ້ວຍໄມ້ໄຜ່ ຫຼື ໄມ້ເຮ້ຍ ເພື່ອໃຊ້ເປັນເຄື່ອງບູຊາ”

     ໂດຍແມ່ນຊົນເຜົ່າທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ດ້ວຍອັດຕາຄວາມອຶດຫິວທຸກຍາກຢູ່ທ້ອງຖິ່ນ ພວມຢູ່ໃນລະດັບສູງ, ແຕ່ຊາວເຜົ່າ ຂະມຸ ພັດມີມູນເຊື້ອວັດທະນະທຳ ທີ່ມີຫຼາຍຮູບຫຼາຍສີ. ຊີວິດທາງດ້ານຈິດໃຈ, ບັນດາງານບຸນປະເພນີ ຍາມໃດກໍ່ຖືກພໍ່ແມ່ພີ່ນ້ອງຮັກສາ ແລະ ເຂົ້າຮ່ວມຢ່າງຫ້າວຫັນ ເມື່ອຖືກຈັດຂຶ້ນໃນແຕ່ລະເທື່ອ. ດ້ວຍຄວາມເປັນເອກະລັກນີ້ ວັດທະນະທຳຂອງຊາວເຜົ່າ ຂະມຸ ພວມເຈືອຈານເຂົ້າກັບສີສັນວັດທະນະທຳຂອງ 54 ຊົນເຜົ່າ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ