ຄວາມເປັນເອກະລັກຂອງານບຸນພາວະນາໃຫ້ຟ້າຝົນ ຂອງຊາວເຜົ່າໄທຂາວໃນແຂວງເຊີນລາ

(VOVWORLD) -ເຂດພູພຽງໝົກເຈົາໃນແຂວງເຊິນລາບໍ່ພຽງແຕ່ເປັນທີ່ຮູ້ຈັກກັນດີແມ່ນສະຖານທ່ອງທ່ຽວທີ່ດູດູດດື່ມດ້ວຍອາກາດປອດໂປ່ງເຢັນສະບາຍທິວທັດທຳມະຊາດທີ່ສວຍງາມ. ດິນແດນແຫ່ງນີ້ຍັງແມ່ບ່ອນຮັກສາບັນດາງານບຸນທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງບັນດາເຜົ່າໃນເຂດເຕິຍບັກ. ມາຢາມໝົກເຈົາໃນຊຸມວັນນຕົ້ນລະດູບານໃໝ່, ແຂກທ່ອງທ່ຽວຈະມີໂອກາດເຊື່ອມຕົວເຂົ້າກັບງານບຸນພາວະນາໃຫ້ຟ້າຝົນເຊິ່ງແມ່ນການເຄື່ອນໄຫວວັດທະນະທຳເຫຼື້ອມໃສທີ່ເປັນເອກະລັກຂອງຊາວເຜົ່າໄທຂາວທີ່ຕາແສງເມື່ອງຊາງ. 
ຄວາມເປັນເອກະລັກຂອງານບຸນພາວະນາໃຫ້ຟ້າຝົນ ຂອງຊາວເຜົ່າໄທຂາວໃນແຂວງເຊີນລາ - ảnh 1ພິທີຂໍນຳເອົານ້ຳມາຈັດງານບຸນພາວະນາຟ້າຝົນ

    ສຳລັບເຜົ່າຜູ້ໄທຢູ່ ເມື່ອຊາງແລ້ວ ງານບຸນພາວະນາໃຫ້ຟ້າຝົນແມ່ນເຫດການທີ່ສຳຄັນຍິ່ງໃນປີ. ນາງລໍ່ທິເຕິບຢູ່ບ້ານນ່າບໍ໊ ຕາແສງເມືອງຊາງໃຫ້ຮູ້ວ່າທຸກໆຄົນໃນຕາແສງຈາກຜູ້ເຖົ້າຜູ້ແກ່ ຕະຫຼອດຮອດເດັກນ້ອຍໃຜໆກໍ່ພູມໃຈລໍຖ້າວັນນີ້ໃນປີເພື່ອໄດ້ເຂົ້າຮ່ວມງານບຸນ. ນາງລໍ່ທິເຕິບໃຫ້ຮູ້ວ່າ:

     “ງານບູນພາລະນາໃຫ້ຟ້າຝົນແມ່ນໂອກາດທີ່ຊາວບ້ານພາວະນາໃຫ້ຝົນຕົກເພື່ອຜະລິດລະດູການປູກຕົ້ນໄມ້ເປັນປ່າແລະລະດູການຜະລິດກະສິກຳໄດ້ຮັບຜົນດີ”.

      ກ່ອນທີ່ຈະຈັດງານບຸນເປັນເວລາໜຶ່ງເດືອນ, ຊາວບ້ານໄດ້ປັດກວາດເຮືອນຊານຖະໜົນຫົນທາງແລະພ້ອມກັນກະກຽມເຄື່ອງຂອງບູຊານັ້ນແມ່ນບັນດາສິນພິເສດ ຕິດພັນກັບຊີວິດປະຈຳວັນຄືເຂົ້າຫຼາມ, ປາຢ້າງໄຟ, ຕົ້ນໄກ່, ເຂົ້າໜຽວ... ໃນງານບຸນຕ້ອງມີຕົ້ນຈັກກະວານຖືກເຮັດດ້ວຍໄມ້ທ່ອນຫຼື ໄມ້ໄຜ່ຍາວແລະຕັ້ງຢູ່ສະຖານທີ່ຈັດງານບຸນຢ່າງເດັດຂາດ. ຕົ້ນຈັກກະວານຖືກປະດັບປະດາດ້ວຍສັດປະເພດຕ່າງໆຄືນົກ,ຈັກຈັ່ນຖືກສານດ້ວຍຕອກໄມ້ໄຜ່, ຢູ່ຄຽງຂ້າງກໍ່ມີຄອກນ້ອຍໆ ເຊິ່ງທາງໃນວາງໄຂ່ໄກ່, ເປືອກຫອຍ ເຊິ່ງເປັນສັນຍາລັກໃຫ້ແກ່ຄວາມແຫ້ງແລ້ງຂາດແຄນນ້ຳເປັນການສະແດງການພາວະນາໃຫ້ເທວະດາຟ້າແຖນຊ່ວຍໃຫ້ຟ້າຝົນດີ.  ລຸງເລື່ອງວັນຊິງ ນາຍບ້ານນ່າບໍ໊ ຕາແສງເມື່ອງຊາງ ເມືອງໝົກເຈົາໃຫ້ຮູ້ວ່າ:

     “ເພື່ອກະກຽມໃຫ້ງານບຸນນີ້, ໝູ່ບ້ານພວກຂ້າພະເຈົ້າໄດ້ປະຊຸມຈັດແບ່ງວຽກງານລະອຽດໃຫ້ແຕ່ລະໝູ່ຄະນະໃນບ້ານ. ທຸກໆຄົນໄດ້ພ້ອມກັນກະກຽມວຽກງານທຸກຢ່າງເພື່ອຮັບໃຊ້ງານບຸນ. ພໍ່ແມ່ພີ່ນ້ອງກໍ່ພາກພູມໃຈຕອບສະໜອງ”.

      ໃນມື້ດຳເນີນພິທີໄຫວ້ບູຊາ, ພາຍຫຼັງປະຕິບັດບັນດາພິທີກຳຂໍໃຫ້ເຈົ້າຖິ່ນເຈົ້າຖານ ເພື່ອຈັດພິທີໄຫວ້ບູຊາຢູ່ສະຖານທີ່ແຫ່ງໜຶ່ງທີ່ໄດ້ເລືອກເອົາໄວ້ ໃນໝູ່ບ້ານ; ໝໍພອນແລະຜູ້ຕາງໜ້າຍິງຊາຍຂອງບ້ານກໍ່ໄດ້ນຸ່ງຊຸດອາພອນປະຈຳເຜົ່າຍ່າງລຽບຕາມໝູ່ບ້ານໄປຮອດແຕ່ລະຄອບຄົວເພື່ອເອີ້ນທຸກໆຄົນເຂົ້າຮ່ວມງານບຸນ. ພາຍຫຼັງທີ່ໄດ້ເອີ້ນທຸກໆຄົນແລ້ວຄະນະທຳພິທີບູຊາຈະໄປຮອດບໍ່ນ້ຳໃນບ້ານເພື່ອທຳພິທີຂໍນຳເອົານ້ຳມາຈັດງານບຸນພາວະນາຟ້າຝົນ. ພິທີໄຫວ້ບູຊາໃນງານບຸນພາວະນາຟ້າຝົນກໍ່ຖືກໝໍພອນຮັບຜິດຊອບແລະທຸກໆຄົນໃນບ້ານເຕົ້າໂຮມກັນເພື່ອໄຫວ້ບູຊາ                                 

     ນາງດິງທິເຮື່ອງ ຫົວໜ້າຂະແໜງວັດທະນະທຳກິລາ ເມືອງໝົກເຈົາ ແຂວງເຊີນລາໃຫ້ຮູ້ວ່າ ງານບບບຸນພາວະນາໃຫ້ຟ້າຝົນບໍ່ພຽງແຕ່ສົ່ງສານສະແດງຄວາມຫວັງໃຫ້ລະດູການຜະລິດໄດ້ຮັບຜົນດີ, ຊີວິດການເປັນຢູ່ຂອງຊາວບ້ານ ມີຄວາມອີ່ມໜຳສຳລານພ້ອມທັງຢືນຢັນວ່າມະນຸດແລະທຳມະຊາດມີຄວາມຜູກມັດ ແລະ ເຊື່ອນຕໍ່ກັນ. ຄວາມເຄົາລົບທຳມະຊາດສິ່ງແວດລ້ອມຂອງມະນຸດກໍ່ແມ່ນຄວາມເຄົາລົບຕໍ່ການດຳລົງຊີວິດຂອງຕົນເອງເພື່ອພາວະນາໃຫ້ມີສິ່ງທີ່ດີງາມ. ນາງດິງທິເຮື່ອງໃຫ້ຮູ້ວ່າ:

      “ງານບຸນພາວະນາໃຫ້ຟ້າຝົນຖືກຈັດຂຶ້ນເພື່ອໃຫ້ລະດູການຜະລິດໄດ້ຮັບຜົນດີ. ທາງເມືອງໄດ້ກຳນົດຈັດຕັ້ງງານບຸນບໍ່ພຽງແຕ່ແມ່ນການເຄື່ອນໄຫວວັດທະນະທຳຈິດວິນຍານຂອງຊາວເຜົ່າຜູ້ໄທ ເທົ່ານັ້ນຫາກຍັງເປັນຜະລິດຕະພັນທ່ອງທ່ຽວທີ່ດູດດື່ມຢູ່ ໝົກເຈົາອີກດ້ວຍ”.

       ການຈັດງານບຸນພາວະນາໃຫ້ຟ້າຝົນໃນແຕ່ລະປີ ຈະປະກອບສ່ວນອະນຸລັກຄວາມງາມດ້ານວັດທະນະທຳການເຫຼື້ອມໃສ ຂອງພໍ່ແມ່ພີ່ນ້ອງເຜົ່າ ໄທຂາວໃນເມືອງໝົກເຈົາ ເວົ້າສະເພາະແລະຂອງເຂດປະຊາຊົນເຂດເຕິຍບັກເວົ້າລວມ. ພ້ອມກັນນັ້ນກໍ່ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມແລະ ສ້າງຜະລິດຕະພັນທ່ອງທ່ຽວທີ່ມີຫຼາຍຮູບຫຼາຍສີເປັນເອກະລັກແລະດຶງດູດແຂກທ່ອງທ່ຽວມາຢາມໝົກເຈົາ ນັບມື້ນັບຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ