ຄວາມເອກອ້າງທະນົງໃຈ ຕໍ່ສິລະປະຟ້ອນ ແຊ ເຜົ່າຜູ້ໄທ ໃນແຂວງ ເຊີນລາ

(VOVWORLD) -  ຟ້ອນ ແຊ ເຜົ່າຜູ້ໄທ ແມ່ນປະເພດສິລະປະທີ່ເປັນເອກະລັກໃນຊີວິດວັດມະນະທຳ ແລະ ການເຫຼື້ອມໃສ ຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ ໃນແຂວງ ເຊີນລາຢູ່ເຂດ ເຕິຍບັກ ທາງທິດຕາເວັນຕົກພາກເໜືອ ຫວຽດນາມ. ທີ່ພິທີເຊີດຊູ “ສິລະປະຟ້ອນ ແຊ ເຜົ່າຜູ້ໄທ”  ໂດຍອົງການ Unesco ໄດ້ເຊີດຊູແມ່ນມໍລະດົກວັດທະນະທຳ ບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ ໂດຍຄະນະກຳມະການປະຊາຊົນແຂວງ ເຊີນລາ ຈັດຂຶ້ນເມື່ອບໍ່ດົນມານີ້,

         ພໍ່ແມ່ນພີ່ນ້ອງເຜົ່າຜູ້ໄທ ແລະ ປະຊາຊົນບັນດາເຜົ່າໃນແຂວງ ເຊີນລາ ຍິ່ງເພີ່ມຄວາມເອກອ້າງທະນົງໃຈ ແລະ ພາກພູມໃຈ  ກຳນົດວ່າຈະພ້ອມກັນຮັກສາ ແລະ ເສີມຂະຫຍາຍສິລະປະຟ້ອນແຊ ໃນຊີວິດຍຸກປັດຈຸບັນໃຫ້ດີຍິ່ງໆຂຶ້ນ. ໃນລາຍການສີສັນ 54 ຊົນເຜົ່າຫວຽດນາມພາກນີ້, ພວກເຮົາຂໍແນະນຳບົດຂອງນັກຂ່າວ ວີ້ງຟອງ ທີ່ພາດຫົວຂໍ້ວ່າ: “ຄວາມເອກອ້າງທະນົງໃຈ ຕໍ່ສິລະປະຟ້ອນ ແຊ ເຜົ່າຜູ້ໄທ ໃນແຂວງ ເຊີນລາ”.

 
ຄວາມເອກອ້າງທະນົງໃຈ ຕໍ່ສິລະປະຟ້ອນ ແຊ ເຜົ່າຜູ້ໄທ ໃນແຂວງ ເຊີນລາ - ảnh 1
ສະໂມສອນຟ້ອນແຊ ຂອງຊາວເຜົ່າຜູ້ໄທ ໃນແຂວງ ເຊີນລາ (ພາບ:Hoàng Thái)

       ທີ່ພິທີເຊີດຊູ “ສິລະປະຟ້ອນ ແຊ ເຜົ່າຜູ້ໄທ” ທີ່ຈັດຂຶ້ນໃນວັນທີ 17 ກັນຍາ, ຜ່ານສຽງຂັບລຳທຳເພງ, ບັນດາວາດຟ້ອນ ແຊ ທີ່ມີຄວາມສະເໜ່ ແລະ ອ່ອນຊ້ອຍ, ບັນດານັກສິລະປະການພື້ນເມືອງ ເຜົ່າຜູ້ໄທ ພ້ອມກັບສະແດງອາຊີບ ແລະ ສະໝັກຫຼິ້ນທັງຍິງ ແລະ ຊາຍ ໄດ້ຟື້ນຟູບັນດາຄຸນຄ່າວັດທະນະທຳພື້ນເມືອງທີ່ເປັນເອກະລັກຂອງພໍ່ແມ່ນພີ່ນ້ອງ ເຜົ່າຜູ້ໄທ ໃນແຂວງ ເຊີນລາ ເວົ້າສະເພາະ ແລະ ຢູ່ເຂດ ເຕິຍບັກ ເວົ້າລວມ. ນາງ ເລື່ອງຟ້າມມາຍເຟືອງ ເທດສະບານເມືອງ ຝູ໋ອຽນ ແຂວງ ເຊີນລາ ແບ່ງປັນວ່າ:

      "ກະໂຕເຮົາເອງແມ່ນຊາວເຜົ້າຜູ້ໄທ, ມື້ນີ້ຂ້າພະເຈົ້າຮູ້ສຶກມີຄວາມເປັນກຽດຢ່າງຍິ່ງເມື່ອໄດ້ເຂົ້າຮ່ວມງານບຸນຟ້ອນແຊ ແລະ ງານບຸນນີ້ໄດ້ຮັບການເຊີດຊູຈາກ Unesco  ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນທະນຸດ. ໂດຍແມ່ນໄວໜຸ່ມຄົນໜຶ່ງ ຂ້າພະເຈົ້າຈະພະຍາຍາມຮັກສາຄວາມງາມທີ່ເປັນປະເພນີນີ້ ແລະ  ໂຄສະນາເຜີຍແຜ່ໃຫ້ອ້າຍນ້ອງ ແລະ ແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ”.

      ຟ້ອນແຊ ເຜົ່າຜູ້ໄທ ແມ່ນັນດາຈັງຫວະຟ້ອນທີ່ເປັນສັນຍາລັກໃຫ້ແກ່ການເຄື່ອນໄຫວຂອງມະນຸດ ເຊິ່ງໄດ້ມີຂຶ້ນໃນພິທີກຳ, ວັດທະນະທຳ, ຊີວິດປະຈຳວັນ ແລະ ບັນດາການເຄື່ອນໄຫວຊຸມຊົນ. ທ່ານ ເລື່ອງເຈຶອ ຢູ່ຕາແສງ ຈ່ຽງປັ່ນ ເມືອງ ອຽນເຈົາ ແຂວງ ເຊີນລາ ໃຫ້ຮູ້ວ່າ ຊາວເຜົ່າຜູ້ໄທ ເກືອບທັງໝົດໃນແຂວງ ເຊີນລາ ຍັງຄົງຊົມຊອບ ແລະ ຢາກເຂົ້າຮ່ວມການດຳເນີນຊີວິດ ຟ້ອນແຊ ເວົ້າສະເພາະ ແລະ ການດຳເນີນຊີວິດວັດທະນະທຳຊຸມຊົນ ເວົ້າລວມ ເພາະວ່າມັນໄດ້ເຮັດໃຫ້ຊີວິດປະຈຳວັນຢູ່ຕາມບ້ານເມືອງ ເປັນຕົ້ນແມ່ນຍາມໂອກາດຕົ້ນລະດູບານໃໝ່ ຫຼື ຍາມມີເວລາຫວ່າງບໍ່ຂ້ອງຄາກັບວຽກໄຮ່ການນາ ຄວາມມີຊີວິດຊີວາ ແລະ ຟົດຟື້ນຂຶ້ນຕື່ມ. ທ່ານ ເລື່ອງເຈຶອ ເວົ້າວ່າ:

      “ຟ້ອນແຊ ແມ່ນວັດທະນະທຳພື້ນເມືອງອັນດີງາມຂອງເຜົ່າ ຜູ້ໄທ ເຊິ່ງໄດ້ມີມາຈາກປາງກີ້ປາງກ່ອນ ແລະ ເລີ່ມມາຈາກນ້ຳໃຈສາມັກຄີອ້າຍນ້ອງຍາມໃດກໍ່ສະໜິດຕິດພັນນຳກັນ, ມີລັກສະນະວົງຄະນາຍາດສູງ. ເລື່ອງ Unesco ຮັບຮອງສິລະປະຟ້ອນ ແຊ ແມ່ນມໍລະດົກວັດທະນະທຳບໍເປັນວັດຖຸ ເປັນຕົວແທນຂອງມວນມະນຸດນັ້ນ ພວກຂ້າພະເຈົ້າກໍ່ມີຄວາມເອກອ້າງທະນົງໃຈທີ່ສຸດ”.

     ປັດຈຸບັນແຂວງ ເຊີນລາ ຍັງອະນຸລັກຮັກສາບັນດາວາດຟ້ອນແຊບູຮານຄື  ຟ້ອນແຊເຊີນດື່ມເຫຼົ້າ, ແຊກ້າວຖອຍ, ຟ້ອນແຊຍົງຜ້າແພ, ຟ້ອນແຊຕົບມືຟ້ອນຕາມຮອບ... ບັນດາວາດຟ້ອນແຊນີ້ ໃນປັດຈຸບັນຍັງໄດ້ຮັບການຄົ້ນຄວ້າ ແລະ ຖ່າຍທອດໃຫ້ແກ່ພະນັກງານ ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າໃນແຂວງ ເພື່ອຮັບໃຊ້ການດຳລົງຊີວິດຊຸມຊົນ ແລະ ພົບປະແລກປ່ຽນວັດທະນະທຳໃນໄລຍະເຊື່ອມໂຍງສາກົນ. ທ່ານ ເຈິ່ນຊວນຫວຽດ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ເຊີນລາ ໃຫ້ຮູ້ວ່າ:

      “ໃນມໍ່ໆນີ້ ພວກຂ້າພະເຈົ້າຈະໂຄສະນາ ເພື່ອໃຫ້ບັນດາກອງຟ້ອນທະວີຄູນຮູບແບບ ແລະ ສືບຕໍ່ຮັກສາບັນດາການເຄື່ອນໄຫວ ຟ້ອນແຊ ເຜົ່າຜູ້ໄທ ໃຫ້ກວ້າງອອກ ພິເສດແມ່ນໃນບັນດາການເຄື່ອນໄຫວ ຈັດຕັ້ງເຫດການບັນດາວັດທະນະທຳ, ການເຄື່ອນໄຫວປະຈຳວັນ ເພື່ອໃຫ້ປະຊາຊົນເສີມຂະຫຍາຍຄວາມງາມຂອງ ຟ້ອນແຊ ເຜົ່າຜູ້ໄທ  ເຊິ່ງໄດ້ຮັບການເຊີດຊູ ແລະ ໄດ້ຮັບການຮັບຮອງຈາກ Unesco ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ”. 

      ເລື່ອງ Unesco  ເຊີດຊູສິລະປະຟ້ອນແຊ ເຜົ່າຜູ້ໄທ ຂອງ ຫວຽດນາມ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ ແລະ ໄດ້ເປັນການຢັ້ງຢືນສີສັນວັດທະນະທຳທີ່ອຸດົມສົມບູນ ຂອງຊາດ ຫວຽດນາມ ທັງແມ່ນຄວາມເອກອ້າງທະນົງໃຈຂອງບັນດາເຜົ່າໃນແຂວງ ເຊີນລາ ເວົ້າສະເພາະ ແລະ ຢູ່ເຂດ ເຕິຍບັກ ເວົ້າລວມ. ພ້ອມກັນນັ້ນກໍ່ໄດ້ວາງໜ້າທີ່ຄວາມຮັບໃຫ້ແກ່ບັນດາທ້ອງຖິ່ນທີ່ມີຊາວເຜົ່າສຜູ້ໄທ ດຳລົງຊີວິດຢູ່ ກ່ຽວກັບເລື່ອງສືບຕໍ່ຮັກສາ ເສີມຂະຫຍາຍຄຸນຄ່າຂອງສິລະປະຟ້ອນແຊ ເຜົ່າຜູ້ໄທ ໃນສັງຄົມຍຸກປັດຈຸບັນ.  ປັດຈຸບັນຂະແໜງວັດທະນະທຳແຂວງ ເຊີນລາ ໄດ້ນຳການເຄື່ອນໄຫວອະນຸລັກ ແລະ ເສີມຂະຫຍາຍມໍລະດົກສິລະປະຟ້ອນແຊ ເຜົ່າຜູ້ໄທ ເຂົ້າໃນກົດລະບຽບຂອງບັນດາໜ່ວຍບ້ານ ເຂດຊຸມຊົນ, ພ້ອມກັນນັ້ນກໍ່ໄດ້ເປີດຊຸດຝຶກອົບຮົມຖ່າຍທອດ ສິລະປະຟ້ອນແຊ ເຜົ່າຜູ້ໄທ ໃນບັນດາໂຮງຮຽນສາມັນໃນບໍລິເວນແຂວງ. ທັງນີ້ກໍ່ເປັນການຮັບຮູ້ຄຸນງາມຄວາມດີ ແລະ ສົ່ງເສີມບັນດານັກສິລປະການຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກສິລະປະຟ້ອນແຊ ເຜົ່າຜູ້ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ