ຊີວິດ ແລະ ພາລະກິດຂອງນັກປະພັນວັນນະຄະດີ ຫວູຕູ໊ນາມ

(VOVWORLD) -ນັກປະພັນວັນນະຄະດີ ຫວູຕູ໊ນາມ ເຊິ່ງແມ່ນຜູ້ມີທີ່ຄວາມເກັ່ງກ້າສາມາດ ຂອງພື້ນຖານວັນນະຄະດີ ຫວຽດນາມ, ແມ່ນປາຍປາກກາລຸ້ນທຳອິດ ຂອງຂະແໜງວັນນະຄະດີ ຫວຽດນາມ ຫາກໍ່ເຖິງແກ່ມໍລະນະກຳ ລວມອາຍຸໄດ້ 92 ປີ. ຄາວຍັງມີຊີວິດຢູ່ ທ່ານແມ່ນນັກປະພັນວັນນະຄະດີ, ນັກກະວີ, ນັກຂ່າວ ແລະ ໄດ້ເຂົ້າຮ່ວມວຽກງານການເມືອງໃນຖານະ ແມ່ນສະມາຊິກສະພາແຫ່ງຊາດຊຸດທີ 9
ຊີວິດ ແລະ ພາລະກິດຂອງນັກປະພັນວັນນະຄະດີ ຫວູຕູ໊ນາມ - ảnh 1ນັກປະພັນວັນນະຄະດີ ຫວູຕູ໊ນາມ  ແລະ ພັນລະຍາ 

ນັກປະພັນວັນນະຄະດີ ຫວູຕູ໊ນາມ ເກີດວັນທີ 5 ເດືອນ ຕຸລາ  ປີ 1929 ຢູ່ເມືອງ ວຸບ໋ານ ແຂວງ ນາມດິງ. ທ່ານ ໄດ້ກຳເນີດຂຶ້ນໃນຄອບຄົວປັນຍາຊົນ, ຄາວຍັງນ້ອຍ ຫວູຕູ໊ນາມ ຮຽນຢູ່ໂຮງຮຽນຝລັ່ງ - ຫວຽດ ຢູ່ເທດສະບານ ຮວ່າບິ່ງ ປັດຈຸບັນແມ່ນນະຄອນຮວ່າບິ່ງ. ໄລຍະຕໍ່ມາ ທ່ານພ້ອມກັບຄອບຄົວຍົກຍ້າຍໄປຢູ່ ຮ່າໂນ້ຍ ແລະ ສືບຕໍ່ຮ່ຳຮຽນ ແລະ ສ້າງອາຊີບ. ທ່ານໄດ້ເຂົ້າຖັນແຖວກອງທັບ ເພື່ອເຂົ້າຮ່ວມການຕໍ່ຕ້ານຕ້ານ ຝລັ່ງ ເມື່ອປີ 1947 ຍ້ອນຄວາມສາມາດໃນການແຕ່ງບົດປະພັນ, ທ່ານໄດ້ຮັບການສັບຊ້ອນໄປເຮັດວຽກຢູ່ໜັງສືພິມ ຈ໊ຽນສີ ແປວ່າ ນັກຮົບ. ປີ 1950 ທ່ານໄດ້ຍົກຍ້າຍໄປເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນ ພ້ອມທັງແມ່ນໜຶ່ງໃນບັນດານັກບັນນາທິການ ລຸ້ນທຳອິດຂອງວາລະສານວັນນະວິນກອງທັບ. ປີ 1958 ຫວູຕູ໊ນາມ ຍົກຍ້າຍໄປເຮັດວຽກຢູ່ໜັງສືພິມວັນນະຄະດີຂຶ້ນກັບສະມາຄົມນັກປະພັນ ຫວຽດນາມ. ທ່ານເຄີຍດຳລົງຕຳແໜ່ງຕ່າງໆຄື ເລຂາທິການສຳນັກບັນນາທິການໜັງສືພິມວັນນະຄະດີ, ຮອງຫົວໜ້າບັນນາທິການໜັງສືພິມວັນນະສິນ, ຜູ້ອຳນວຍການສຳນັກພິມ ຕາກເຟິ໊ມເໝີຍ ປັດຈຸບັນແມ່ນສຳນັກພິມສະມາຄົມນັກປະພັນ. ຈິດຕະກອນ ຫວູຮຸຍ ລູກຊາຍຂອງນັກປະພັນ ຫວູຕູ໊ນາມ ເລົ່າສູ່ຟັງວ່າ:

    “ນັບແຕ່ຄາວຍັງໜຸ່ມ, ເພິ່ນແມ່ນໜຶ່ງໃນບັນດາຜູ້ທຳອິດໃນຄະນະບໍລິຫານງານສະມາຄົມນັກປະພັນ ຫວຽດນາມ. ທ່ານພ້ອມກັບບັນດານັກປະພັນລຸ້ນທຳອິດສ້າງຕັ້ງສະມາຄົມນັກປະພັນວັນນະຄະດີ ຫວຽດນາມ. ມາເຖິງກອງປະຊຸມໃຫຍ່ຄັ້ງທີ 4 (1989 - 1994) ຂອງສະມາຄົມນັກປະພັນ ຫວຽດນາມ, ທ່ານໄດ້ຮັບການເລືອກຕັ້ງເປັນເລຂາທິການສະມາຄົມ ນັກປະພັນວັນນະຄະດີ ຫວຽດນາມ. ທ່ານຮູ້ຈັກວິທີປະສົມປະສານລະຫວ່າງອັນເກົ່າ ແລະ ອັນໃໝ່ ເພື່ອນຳວັນນະຄະດີເຂົ້າສູ່ຊີວິດວັດທະນະທຳ ຢ່າງອຸດົມສົມບູນ, ບໍ່ເດີນຕາມວິທີຈິນຕະນາການເກົ່າ ບໍ່ເຮັດແບບຄຳພີຕາຍຕົວ”.

      ໃນພາລະກິດຂອງຕົນ ນັກປະພັນ ຫວູຕູ໊ນາມ ໄດ້ສ້າງຂີດໝາຍໃຫ້ແກ່ຜູ້ຊົມ ຜ່ານບັນດາບົດປະພັນຄື: “ປະຊາຊົນກ້າວຂຶ້ນ”; “ວັນລະດູບານໃໝ່”; “ຍາດເອົາອະນາຄົດ”; “ເລົ່າເລື່ອງບ້ານເກີດເມືອງນອນ”… ໃນນັ້ນບົດປະພັນທຳອິດຂອງ ຫວູຕູ໊ນາມ ມີຊື່ວ່າ: “ຂ້າງຖະໜົນ 12” ແລະ ປຶ້ມ “ຄວາມຊົງຈຳແຫ່ງຄວາມຮັກ” ໂດຍນັກປະພັນ ຫວູຕູ໊ນາມ ໄດ້ແຕ່ງຮ່ວມກັບຜູ້ເປັນເມຍຂອງຕົນ ນັ້ນແມ່ນນັກປະພັນ, ນັກຂ່າວ ຫງວຽນທິແທັງເຮືອງ. ນາງ ຫງວຽນທິແທັງເຮືອງ ເລົ່າສູ່ຟັງວ່າ:

     “ຄາວນັ້ນແມ່ນ ສະໄໝສົງຄາມຕ້ານ ຝລັ່ງ, ຜົວຂ້າພະເຈົ້າຕັ້ງທັບຢູ່ແຂວງ ນິງບິ່ງ, ໄລຍະນັ້ນ ເພິ່ນໄດ້ແຕ່ງປຶ້ມ “ຂ້າງຖະໜົນ 12”. ປຶ້ມຫົວນີ້ມີຊື່ສຽງ, ດັ່ງນັ້ນໄດ້ຮັບລາງວັນທີໜຶ່ງປະເພດຄຳຮ້ອຍແກ້ວວັນນະສິນ ສະຫະເຂດ 4, ລາງວັນລັດກ່ຽວກັບວັນນະຄະດີສິລະປະປີ 2001. ສ່ວນປຶ້ມ “ຄວາມຊົງຈຳແຫ່ງຄວາມຮັກ” ໂດຍສຳນັກພິມ ລາວດົ້ງ ພິມຈຳໜ່າຍ, ປຶ້ມຫົວນີ້ປະກອບດ້ວຍຈົດໝາຍຮັກ 250 ສະບັບຂອງຜົວເມຍຂ້າພະເຈົ້າທີ່ໄດ້ຝາກໃຫ້ກັນ ໃນໄລຍະແຕ່ປີ 1950 ຫາ 1968. ຜ່ານຈົດໝາຍຮັກນີ້ ຜູ້ອ່ານສາມາດເຂົ້າໃຈຕື່ມກ່ຽວກັບຊີວິດເປັນນັກປະພັນ, ນັກຂ່າວຂອງ ຫວູຕູ໊ນາມ”.

     ບັນດາບົດປະພັນຂອງ ຫວູຕູ໊ນາມ ຍາມໃດກໍ່ມຸ່ງໄປສູ່ຄວາມສຸດຈະລິດຂອງມະນຸດ, ສອງຫົວເລື່ອງທີ່ທ່ານເຄີຍແຕ່ງ ນັ້ນແມ່ນມະນຸດ ແລະ ທຳມະຊາດ. ນັກປະພັນ ຫວູຕູ໊ນາມ ກໍ່ຍັງແຕ່ງບົດປະພັນໃຫ້ແກ່ເດັກ. ນັກປະພັນ ຫວູຕູ໊ນາມ ໄດ້ຮັບການເລືອກຕັ້ງເປັນ ສສຊ ຊຸດທີ 9 (1992 - 1997).

       ດ້ວຍອາຍຸພັກ 72 ປີ ແລະ ໄດ້ມີບັນດາການອຸທິສ່ວນໃຫ້ແກ່ປະເທດຊາດ, ຄອບຄົວນັກປະພັນ ຫວູຕູ໊ນາມ ມີຄວາມເປັນກຽດໄດ້ຕ້ອນຮັບບັນດາຜູ້ນຳຂັ້ນສູງຂອງລັດມາຢ້ຽມຢາມ ໃນນັ້ນມີທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຟຸ່ງຊວັນຫຍ້າ. ນັກປະພັນ ຫວູຕູ໊ນາມ ໄດ້ແຕ່ງບັນດາບົດປະພັນວັນນະຄະດີທີ່ມີຄຸນຄ່າ ແລະ ສ້າງວິຖີຊີວິດທີ່ເປັນແບບຢ່າງໃຫ້ແກ່ຊີວິດມະນຸດ. 

ຕອບກັບ

ຂ່າວ/ບົດ​ອື່ນ