ຖ້ຽວລົດບໍ່ຄິດຄ່າຂອງອ້າຍ ຊອງ ເຊື່ອມຕໍ່ ການເດີນທາງແຫ່ງຄວາມຮັກແພງມະນຸດ

(VOVWORLD) -ມື້ໃດກໍ່ເຊັ່ນດຽວກັນ ຮອດເວລາ 2 ໂມງເຊົ້າຂະນະທີ່ຍັງມີຫຼາຍຄົນນອນຫຼັບຢູ່ນັ້ນ, ເຮືອນຄົວແຫ່ງຄວາມຮັກຢູ່ໂຮງໝໍຫຼາຍຂະແໜງ ຊາແດັກ ແຂວງ ດົ່ງທາບ ກໍ່ໄດ້ເປົ່າໄຟ ເພື່ອປຸງແຕ່ງອາຫານ. ຜູ້ອາສາສະໝັກນັບສິບຄົນກໍ່ໄດ້ມີໜ້າ ເພື່ອປຸງແຕ່ງເຂົ້າ, ເຂົ້າປຽກ ແລ້ວກໍແຈກຢາຍໃຫ້ພໍ່ແມ່ພີ່ນ້ອງຄົນເຈັບ ແຕ່ຮຸ່ງເຊົ້າຢ່າງທັນເວລາ. ແລະ ກໍ່ນັບແຕ່ 3 ໂມງເຊົ້າ ອ້າຍ ຫງວຽນແທັງຊອງ ເກີດປີ 1986 ກໍ່ ໄດ້ເລີ່ມໄປຂໍ ແລະ ຂົນສົ່ງຜັກ, ຫົວຜັກເພື່ອການກຸສົນຈາກຕະຫຼາດໄປຍັງໂຮງໝໍເພື່ອເປັນແຫຼ່ງວັດຖຸດິບປຸງແຕ່ງອາຫານໃຫ້ຄົນເຈັບ. ຫຼັງຈາກນັ້ນລາວກໍ່ພ້ອມກັບທຸກໆຄົນ ປຸງແຕ່ງເຂົ້າ ເຂົ້າປຽກ ແລະ ນ້ຳດື່ມໃຫ້ແກ່ຄົນເຈັບ.
ຖ້ຽວລົດບໍ່ຄິດຄ່າຂອງອ້າຍ ຊອງ ເຊື່ອມຕໍ່ ການເດີນທາງແຫ່ງຄວາມຮັກແພງມະນຸດ - ảnh 1ອ້າຍຊອງ ຂົນສົ່ງຜັກ ໂດຍບໍ່ຄິດຄ່າ ໄປຍັງທຸກໆເຮືອນຄົວ ຫຼືວັດຕ່າງໆ

    ຖ້ຽວລົດຂອງອ້າຍ ຊອງ ກໍ່ຂົນສົ່ງຜັກ, ຫົວຜັກ ຈາກສອງສາມຮ້ອຍໂລຫາໜຶ່ງໂຕນໃນແຕ່ລະວັນ. ຮອດເວລາ 7 ໂມງເຊົ້າ ພາຍຫຼັງພ້ອມກັບທຸກໆຄົນແຈກຢາຍເຂົ້າ, ເຂົ້າປຽກ, ນ້ຳດື່ມໃຫ້ແກ່ຄົນເຈັບ ຍາດຕິພີ່ນ້ອງຂອງຄົນເຈັບແລ້ວ, ອ້າຍ ຊອງ ກໍ່ໄດ້ສະຫຼະເວລາ ເພື່ອສືບຕໍ່ການເດີນທາງເຄື່ອນໄຫວເພື່ອການກຸສົນ ໂດຍຄວາມສະໝັກໃຈຂອງຕົນ. ຖ້ຽວລົດໂດຍບໍ່ຄິດຄ່າຂອງອ້າຍ ຊອງ ໄດ້ເດີນທາງອອກຈາກໂຮງໝໍຫຼາຍຂະແໜງ ຊາແດັກ, ຂົນສົ່ງຜັກ ໂດຍບໍ່ຄິດຄ່າ ໄປຍັງທຸກໆເຮືອນຄົວ ຫຼື ວັດຕ່າງໆ ໃນເທດສະບານ ລາຍວຸງ ເມືອງ ລາຍວຸງ ດ້ວຍໄລຍະທາງ 15 ກິໂລແມັດ. ທ່ານ ຫວໍວັນແບ໊ງ ສັງກັດຄະນະບໍລິຫານເຮືອນຄົວແຫ່ງຄວາມຮັກ - ໂຮງໝໍຫຼາຍຂະແໜງຊາແດັກ ເປີດເຜີຍວ່າ:

 “ບໍ່ສູ້ເຫັນຜູ້ໃດສາມາດເຮັດໄດ້ຄືອ້າຍ ຊອງ, ລາວນອນເດິກຕື່ນເຊົ້າ, ໃນເວລາ 3 ໂມງເຊົ້າ ລາວກໍ່ໄດ້ຂົນສົ່ງຜັກໃຫ້ເຮືອນຄົວເພື່ອການກຸສົນ ແລ້ວກໍ່ເຮັດອະນາໄມໃຫ້ສະອາດ”.

ເມື່ອເວົ້າເຖິງອ້າຍ ຊອງ ທ່ານ ຮວິ່ງວັນແບ໊ ຮອງຫົວໜ້າຄະນະບໍລິຫານເຮືອນຄົວແຫ່ງຄວາມຮັກຂອງໂຮງໝໍຫຼາຍຂະແໜງ ຊາແດັກ ໃຫ້ຮູ້ວ່າ:

 “ຊອງ ແມ່ນສະມາຊິກໃນໜ່ວຍພາລະທິການຂອງເຮືອນຄົວໃນຫຼາຍປີທີ່ຜ່ານມາ. ຊອງ ໄດ້ເຂົ້າຮ່ວມວຽກງານນີ້ຢ່າງຕັ້ງໜ້າ ດ້ວຍໜ້າທີ່ຕົ້ນຕໍແມ່ນຂົນສົ່ງຜັກ, ຫົວຜັກ ເພື່ອສະໜອງໃຫ້ແກ່ເຮືອນຄົວ ທັງຮັບປະກັນໃຫ້ແກ່ເຮືອນຄົວເຄື່ອນໄຫວ ເພື່ອຮັບໃຊ້ຄົນເຈັບໃນໂຮງໝໍ”.

ພິເສດຮ້ານຄ້າໂດຍບໍ່ຄິດຄ່າຕັ້ງຢູ່ຕໍ່ໜ້າເຮືອນຂອງອ້າຍ ທີ່ບ້ານ ລອງໂຮ້ຍ ຕາແສງ ຮວ່າລອງ ເມືອງ ລາຍວຸງ ແມ່ນບ່ອນເພື່ອຝາກຜັກ, ຫົວຜັກນັບຮ້ອຍພູດໂດຍບໍ່ຄິດຄ່າໃຫ້ແກ່ປະຊາຊົນຜູ້ປະສົບຄວາມຫຍຸ້ງຍາກຂອງທ້ອງຖິ່ນໃນແຕ່ລະວັນ. ອ້າຍ ຫງວຽນແທັງຊອງ ໃຫ້ຮູ້ວ່າ:

“ໃນເບື້ອງຕົ້ນ ເຮົາຂໍຜັກ, ຫົວຜັກໜ້ອຍໜຶ່ງ ເພື່ອຊ່ວຍພໍ່ແມ່ພີ່ນ້ອງກໍ່ຄືຄອບຄົວເພື່ອນບ້ານໃກ້ຄຽງຈຳນວນໜຶ່ງ. ໄລຍະຕໍ່ມາເຮົາກໍ່ຂໍຜັກຕື່ມອີກ ແລະ ພໍ່ແມ່ພີ່ນ້ອງກໍ່ໄດ້ຫຸ້ມຫໍ ເພື່ອຊ່ວຍເຫຼືອດ້ວຍຄວາມເຕັມໃຈ”.

 ທ່ານ ຫວໍເຝືອກມິງ ຮອງປະທານຄະນະກຳມະການປະຊາຊົນຕາແສງ ຮວ່າລອງ ໃຫ້ຮູ້ວ່າ:

 “ຮ້ານຄ້າໂດຍບໍ່ຄິດຄ່າຂອງອ້າຍ ຊອງ ກໍ່ໄດ້ເສີມຂະຫຍາຍເປັນຢ່າງດີ ຊ່ວຍໃຫ້ພໍ່ແມ່ພີ່ນ້ອງປະສົບກັບຄວາມຫຍຸ້ງຍາກສາມາດປະຢັດໄດ້ເງິນສ່ວນໃດສ່ວນໜຶ່ງ”.

ດ້ວຍການກະທຳທີ່ມີຄວາມໝາຍຂອງຕົນ, ອ້າຍ ຊອງໄດ້ຮັບການຍ້ອງຍໍສັນລະເສີນຫຼາຍຄັ້ງຈາກສະພາກາແດງ ນະຄອນຊາແດັກ ແລະ ແຂວງ ດົ່ງທາບ. ທ່ານນາງ ໂດ໊ທິກີມກຸກ ເລຂາຄະນະພັກຕາແສງ ຮວ່າລອງ ໃຫ້ຮູ້ວ່າ:

“ຮູບແບບຮ້ານຄ້າຂາຍຜັກ, ຫົວຜັກໂດຍບໍ່ຄິດຄ່າຂອງອ້າຍ ຊອງ ແມ່ນການເຊື່ອມຕໍ່ຄວາມຮັກ ແລະ ຈະຂະຫຍາຍຕະຫຼອດໄປ. ວຽກງານຂອງອ້າຍ ຊອງ ແມ່ນມີຄວາມໝາຍອັນໃຫຍ່ຫຼວງຕໍ່ທ້ອງຖິ່ນກໍ່ຄືການພົວພັນຖານບ້ານໃກ້ເຮືອນຄຽງ. ເພື່ອແນໃສ່ແຜ່ກະຈາຍການຮ່ຳຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດຂອງປະທານ ໂຮ່ຈີມິນ. ທາງອຳນາດການປົກຄອງທ້ອງຖິ່ນ ກໍ່ຄືອົງການການການເມືອງ ສັງຄົມ ຍັງຈະສືບຕໍ່ໜູນຊ່ວຍສ້າງເງື່ອນໃຫ້ແກ່ຮ້ານຄ້າຂອງອ້າຍຊອງ ສືບຕໍ່ເຄື່ອນໄຫວ ແລະ ມີຄຸນນະພາບດີຂຶ້ນອີກ”.

ໄລຍະເກືອບ 10 ທີ່ຜ່ານມາ, ຖ້ຽວລົດ ແລະ ຮ້ານຄ້າຂາຍຜັກ, ຫົວຜັກໂດຍບໍ່ຄິດຄ່າຂອງອ້າຍ ຊອງ ເຖິງວ່າຄຸນຄ່າທາງດ້ານວັດຖຸບໍ່ຫຼາຍ ແຕ່ຍັງຄົງສາມາດເຊື່ອມຕໍ່ການເດີນທາງແຫ່ງຄວາມຮັກມະນຸດ. ນັ້ນກໍ່ແມ່ນການຜູກມັດລະຫວ່າງບັນດານ້ຳໃຈຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການດຳລົງຊີວິດ ປະກອບສ່ວນນຳຄວາມເບີກບານມ່ວນຊື່ນມາສູ່ຜູ້ປະສົບກັນຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ