ທ່ານຫວູງອກລັງ - ຜູ້ມີຂໍ້ລິເລີ່ມໃນຂະແໜງຄົມມະນາຄົມຂົນສົ່ງ

(VOVWORLD) -ທ່ານຫວູງອກລັງຫົວໜ້າກົມຄວາມປອດໄພທາງຄົມະນາຄົມ (ກົມໃຫຍ່ທາງບົກຫວຽດນາມ) ແມ່ນຜູ້ທີ່ມີບັນດາຂໍ້ລິເລີ່ມປະກອບສ່ວນຫຼຸດຜ່ອນບັນດາກໍລະນີອຸປະຕິເຫດທາງຄົມມະນາຄົມໄດ້ຫຼາຍພໍສົມຄວນ, ອັນໄດ້ກອບກູ້ເອົາຊີວິດຂອງຫຼາຍຄົນແລະປະຢັດເງິນທຶນໃຫ້ແກ່ລັດນັບ 10 ຕື້ດົ່ງ. ທີ່ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 10 ເຊິ່ງຈັດຂຶ້ນຢູ່ ຮ່າໂນ້ຍເມື່ອບໍ່ດົນມານີ້ ທ່ານແມ່ນຕົວແທນພຽງຄົນດຽວ ໃຫ້ແກ່ກົມໃຫຍ່ທາງບົກຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່
ທ່ານຫວູງອກລັງ - ຜູ້ມີຂໍ້ລິເລີ່ມໃນຂະແໜງຄົມມະນາຄົມຂົນສົ່ງ - ảnh 1ທ່ານຫວູງອກລັງ (ເບື້ອງຊ້າຍ) ພວມຕອບສຳພາດນັກຂ່າວ VOV

ທ່ານຫວູງອກລັງເກີດປີ 1965 ບ້ານເກີດຢູ່ແຂວງນາມດິ້ງ ພາຍຫຼັງຮຽນຈົບມະຫາວິທະຍາໄລຄົມມະນາຄົມຂົນສົ່ງທ່ານໄດ້ປະຕິບັດງານຢູ່ພະແນກຄົມມະນາຄົມຂົນສົ່ງແຂວງເຊີນລາເປັນເວລາກວ່າ 10 ປີ, ມາເຖິງປີ 2001 ທ່ານໄດ້ຍ້າຍມາເຮັດວຽກຢູ່ກົມທາງບົກຫວຽດນາມປັດຈຸບັນແມ່ນໃຫຍ່ທາງບົກຫວຽດນາມ. ນັບແຕ່ປີ 2014 ມາຮອດປັດຈຸບັນທ່ານໄດ້ລົງຕຳແໜ່ງເປັນຫົວໜ້າກົມຄວາມປອດໄພຄົມມະນາຄົມ. ກົມຄວາມປອດໄພທາງຄົມມະນາຄົມໂດຍທ່ານລັງຮັບຜິດຊອບມີໜ້າທີ່ເປັນເສນາທິການໃຫ້ແກ່ກະຊວງຄົມມະນາຄົມຂົນສົ່ງກ່ຽວກັບການຮັບປະກັນຄວາມປອດໄພທາງຄົມມະນາຄົມ.  ທ່ານໄດ້ສະເໜີກະຊວງສ້າງສາຍໂທລະສັບດ່ວນກວ່າ 100 ສາຍ ກ່ຽວກັບການຮັບປະກັນຄວາມປອດໄພທາງຄົມມະນາຄົມຈາກສູນກາງລົງຮອດທ້ອງຖິ່ນ. ລະບົບນີ້ໄດ້ຊ່ວຍວຽກງານກູ້ໄພກູ້ຊີບທາງຄົມມະນາຄົມ ໃນຂອບເຂດທົ່ວປະເທດຢ່າງໄດ້ການໄດ້ງານ.ໃນການລົງໄປສຳຫຼວດເຮັດທາງດ່ວນຫຼາຍຄັ້ງ, ທ່ານລັງໄດ້ເຫັນວ່າຕ້ອງເຮັດທາງກູ້ໄພ, ຮູກູ້ໄພ ກໍ່ແມ່ນວິທີການແກ້ໄຂອຸປະຕິເຫດດີທີ່ສຸດ. ພາຍຫຼັງທີ່ໄດ້ນຳລະບົບທາງກູ້ໄພ, ຮູກູ້ໄພເຂົ້າໃຊ້ການນັ້ນ ກໍໄດ້ເສີມຂະຫຍາຍປະສິດທິຜົນໃນທັນທີ, ສາມາດກູ້ເອົາລົດໂອໂຕຫຼາຍຄັນເມື່ອເບກເພ ບໍ່ຖືກຕົກເຫວ. ທ່ານຫວູງອກລັງໃຫ້ຮູ້ວ່າ:

     “ຂໍ້ລິເລີ່ມປັບປຸງທາງດ້ານເຕັກນິກທີ່ພົ້ນເດັ່ນທີ່ສຸດຂອງຂ້າພະເຈົ້າແມ່ນນຳໃຊ້ຢາງນອກລົດໂອໂຕເກົ່າເພື່ອເຮັດກຳແພງຮັກສາຄວາມປອດໄພ; ໄດ້ຕິດຕັ້ງເປັນກຳແພງຍາວຢູ່ຕາມທາງພູ, ອຸປະຕິເຫດທາງຄົມມະນາຄົມໄດ້ຫຼຸດລົງຫຼາຍ. ພິເສດຢູ່ກິ່ວລໍ່ຊໍ, ແຂວງກອນຕູມຂຶ້ນກັບເສັ້ນທາງໂຮ່ຈີມິນ ເມື່ອກ່ອນນີ້ໄດ້ເກີດອຸປະຕິເຫດທາງຄົມມະນາຄົມຫຼາຍກໍລະນີ, ແຕ່ໃນສອງປີມານີ້ ບໍ່ປະກົດມີຜູ້ເສຍຊີວິດຍ້ອນອຸປະຕິເຫດ. ເມື່ອກ່ອນນີ້ປີໃດກໍ່ເກີດມີກໍລະນີອຸປະຕິເຫດທາງຄົມມະນາຄົມສອງສາມກໍລະນີດ້ວຍຄວາມບາດເຈັບສາຫັດ”.

   ທ່ານຫວູງອກລັງຍັງມີການປັບປຸງທາງດ້ານເຕັກນິກຢ່າງມີປະສິດທິຜົນທີ່ສຸດ, ນັ້ນແມ່ນການຕິດຕັ້ງລະບົບກັນເຫຼື້ອມຕາ, ຕິດຕັ້ງລະບົບປ້າຍສັນຍານ ແລະເຕືອນໄພເມື່ອລົງຄ້ອຍ... ໂດຍແມ່ນພະນັກງານທີ່ເປັນແບບຢ່າງ, ສຸດຈິດສຸດໃຈຕໍ່ວຽກງານ, ທ່ານລັງຍາມໃດກໍ່ໄດ້ຮັບການຕີລາຄາສູງກ່ຽວກັບລະດັບວິຊາອາຊີບຈາກເພື່ອນຮ່ວມອາຊີບ. ທ່ານ ຫງວຽນຕ໊ຽນຮົ່ງ ພະນັກງານສັງກັດກົມໃຫຍ່ທາງບົກຫວຽດນາມໄດ້ຕີລາຄາວ່າ:

   “ອ້າຍລັງແມ່ນຜູ້ທີຄຸນສົົມບັດ ແລະ ມີຄວາມເກັ່ງກ້າສາມາດໃນວຽກງານ. ອ້າຍແມ່ນຜູ້ທີ່ເຮັດວຽກດ້ວຍຄວາມດຸໝັ່ນຂະຫຍັນພຽນ ແລະລະມັດລະວັງ. ວຽກງານໃດທີ່ຫຍຸ້ງຍາກສັບສົນ ອ້າຍລັງກໍ່ທາບທາມຄຳຄິດຄຳເຫັນຈາກທຸກໆຄົນ ຮັບຟັງເຂົາເຈົ້າສັງເກດຕີລະຄາເພື່ອຍົກອອກວິທີແກ້ໄຂທີ່ເໝາະສົມ. ສຳລັບອ້າຍເອື້ອຍນ້ອງໃນຫ້ອງການ ອ້າຍມີການປະພຶດຢ່າງກົມກຽວ ເອົາໃຈໃສ່ຕໍ່ທຸກໆຄົນ. ອ້າຍ ລັງໄດ້ມີຂໍ້ລິເລີ່ມທາງດ້ານເຕັກນິກຫຼາຍຂໍ້ທີ່ມີປະໂຫຍດ”.

    ດ້ວຍບັນດາການອຸທິດສ່ວນວຽກງານທີ່ແທດຈິງຂອງຕົນ, ທ່ານລັງ ມີຄວາມເປັນກຽດໄດ້ຮັບໃບຍ້ອງຍໍຈາກທ່ານນາຍົກລັດຖະມົນຕີ ເມື່ອປີ 2015, ໃບຍ້ອງຍໍຂອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງເມື່ອປີ 2014, ໃບຍ້ອງຍໍທີ່ມີຜົນງານດີເດັ່ນໄລຍະ 2016 – 2020 ໃນຂະບວນການແຂ່ງຂັນຮັກຊາດຂອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ. ສະມາຄົມວິທະຍາສາດເຕັກນິກຂົວທາງຫວຽດນາມໄດ້ມອບນາມມະຍົດ “ນັກວິທະຍາສາດເຕັກນິກແລະຄຸ້ມຄອງຂົວທາງດີເດັ່ນ” ໃຫ້ແກ່ທ່ານລັງ. ໂດຍນຳໜ້າ, ມີຄວາມສຸດຈິດສຸດໃຈແລະມີຫົວຄິດປະດິດສ້າງໃນວຽກງານ, ທ່ານຫວູງອກລັງໄດ້ກາຍເປັນຜູ້ສ້າງຂໍ້ລິເລີ່ມໃນຂະແໜງຄົມມະນາຄົມຫວຽດນາມຢ່າງແທ້ຈິງ. 

ຕອບກັບ

ຂ່າວ/ບົດ​ອື່ນ