ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ ຜູ້​​ໄດ້ຮັ​ບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ ປ​ຊ​ຊ ແລະ ຢູ່​ໃນ​ດວງ​ໃຈ​ຂອງ ປ​ຊ​ຊ ຕະຫຼອດ​ໄປ

(VOVWORLD) - ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ປັນຍາຊົນໃຫ່ຍຂອງການປະຕິວັດ ຫວຽດນາມ ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນ ໃຫ້ແກ່ພາລະກິດການປະຕິວັດຂອງພັກ ແລະ ຂອງຊາດ. ປຊຊ ຫວຽດນາມ ໄດ້ມີຄວາມເຄົາລົບນັບຖືທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ, ການນຳທີ່ປີຊາສາມາດ, ຜູ້ທີ່ຍາມໃດກໍ່ຖືຜົນປະໂຫຍດຂອງ ປຊຊ ເປັນເປົ້າໝາຍສູ້ຊົນ; ຍາມໃດກໍ່ໃກ້ຊິດຕິດແທດກັບ ແຊຊ ແລະ ມີຫົວໃຈເມດຕາ.
ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ ຜູ້​​ໄດ້ຮັ​ບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ ປ​ຊ​ຊ ແລະ ຢູ່​ໃນ​ດວງ​ໃຈ​ຂອງ ປ​ຊ​ຊ ຕະຫຼອດ​ໄປ - ảnh 1

ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ຢ້ຽມຢາມຕາແສງ ປອມລອດ ວັນທີ 16/7/2016. (ພາບ: VOV)

      ກ່ອນນີ້ 8 ປີ, ເດືອນ ກໍລະກົດປີ 2016, ປຊຊ ຕາແສງ ປອມລອດ, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ ມີຄວາມປິຕິຊົມຊື່ນ ແລະ ເປັນກຽດໄດ້ຕ້ອນຮັບທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ມາຢ້ຽມຢາມ. ຄວາມປະທັບໃຈກ່ຽວກັບການນຳສູງສຸດຂອງພັກ, ລັດ ຕໍ່ ປຊຊ ຕາແສງ ປອມລອດ ນັ້ນແມ່ນທ່າທີທີ່ລຽບງ່າຍ, ມີຄວາມໃກ້ຊິດຮັກແພງທີ່ສຸດ. ທ່ານ ຫງວຽນຝູຈ້ອງ ໄດ້ນຸ່ງຊຸດໂສ້ງເສື້ອທຳມະດາ, ໜ້າຕາຍີ້ມແຍ້ມແຈ່ມໃສ, ເປັນມິດ ແລະ ຈັບມືທຸກຄົນໃນຫໍປະຊຸມ. ໃນຕະຫຼອດເວລາເຮັດວຽກ, ທ່ານຍາມໃດກໍ່ເນັ້ນໜັກເຖິງຄຳສັບ “ສາມັກຄີ”, ສູ້ຊົນຮອດປີ 2017, ຕາແສງຕ້ອງບັນລຸມາດຖານຊົນນະບົດໃໝ່. ທ່ານ ດ່ວານດິ່ງຊືງ ພະນັກງານຕຸລາການຕາແສງ ປອມລອດ, ເມືອງ ດ້ຽນບຽນ ຫວນຄືນວ່າ:

  ລຸງໄດ້ຮັບຟັງ ແລະ ບອກສອນຫຼາຍບັນຫາທີ່ແທດຈິງທີ່ສຸດ, ໃນນັ້ນລຸງໄດ້ເນັ້ນໜັກເຖິງການຮັບປະກັນສະພາບຄວາມໝັ້ນຄົງດ້ານການເມືອງ, ສຸມໃສ່ພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກໃຫ້ແກ່ ປຊຊ.

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ ຜູ້​​ໄດ້ຮັ​ບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ ປ​ຊ​ຊ ແລະ ຢູ່​ໃນ​ດວງ​ໃຈ​ຂອງ ປ​ຊ​ຊ ຕະຫຼອດ​ໄປ - ảnh 2

ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ຢ້ຽມຢາມຕາແສງ Dur Kmăl, ເມືອງ Krông Ana, ແຂວງ Đắk Lắk ເດືອນ 11/2018 (ພາບ: VOV)

      ສຳລັບ ປຊຊ ບັນດາເຜົ່າເຂດຕາເວັນຕົກສ່ຽງເໜືອ, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ແມ່ນການນຳຜູ້ທີ່ໃກ້ຊິດສະໜິດສະໜົມ, ເອົາໃຈໃສ່ພິເສດຕໍ່ ປຊຊ ທຸກຊັ້ນວັນນະ ແລະ ການພັດທະນາຂອງເສດຖະກິດ ສັງຄົມ ທ້ອງຖິ່ນ. ເອື້ອຍ ຫງວຽນແທງມາຍ, ຢູ່ຕາແສງ ດົ່ງເຕີມ, ນະຄອນ ອຽນບາຍ ແບ່ງປັນວ່າ:

   ເມື່ອເຂົ້າຮ່ວມພິທີປຸກລະດົມວັນບຸນປູກຕົ້ນໄມ້ຢູ່ ອຽນບາຍ, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ເນັ້ນໜັກວ່າ ບັນດາທ້ອງຖິ່ນ ແລະ ປຊຊ ບັນດາເຜົ່າໃນແຂວງ ຕ້ອງຫ້າວຫັນເຂົ້າຮ່ວມການປູກຕົ້ນໄມ້, ປູກປ່າ, ພ້ອມທັງຕ້ອງມີວິທີປົກປັກຮັກສາປ່າໄມ້, ສະກັດກັ້ນສະພາບການຕັດທຳລາຍ, ຈູດປ່າ.

    ທ່ານ Siu B’ra, ບ້ານ Keo, ຕາແສງ Ayun, ເມືອງ Chư Sê, ກໍ່ມີຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ຜູ້ຮັກແພງ ປຊຊ ໃນການເຮັດວຽກຢູ່ ຢາລາຍ ຂອງທ່ານ. ທ່ານ ຫງວຽນຝູຈ້ອງ ໄດ້ຊີ້ນຳການລົງທຶນກໍ່ສ້າງລະລົບຊົນລະປະທານ Pleikeo, ຊ່ວຍໃຫ້ຊີວິດການເປັນຢູ່ຂອງ ປຊຊ ມີການປ່ຽນແປງຢ່າງໄວວາ:

     ປຊຊ ຕາແສງ Ayun ຈະບໍ່ມີວັນລືມບຸນຄຸນຂອງ ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ເມື່ອໄດ້ຊີ້ນຳການສ້າງລະລົບຊົນລະປະທານ Pleikeo, ຊ່ວຍປຊຊ ພັດທະນາຜົນລະປູກ, ໂດຍສະເພາະແມ່ນການປູກເຂົ້ານາທາມທີ່ໃຫ້ການເກັບກ່ຽວ 2 ລະດູ/ປີ ຊື່ງໄດ້ຊ່ວຍຊີວິດ ປຊຊ ນັບມື້ນັບອີ່ມໜຳສຳລານ, ຫລຸດພົ້ນອອກຈາກຄວາມອຶດຫິວທຸກຍາກ.

    ໃນຂະນະນັ້ນ, ສຳລັບຊາວຄຼິດ ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ແມ່ນການນຳຜູ້ມີຄວາມເກັ່ງກ້າສາມາດ-ມີຄຸນສົບບັດ, ມີແບບແຜນການດຳລົງຊີວິດທີ່ລຽບງ່າຍ, ເອົາໃຈໃສ່ເຖິງ ປຊຊ, ໂດຍສະເພາະແມ່ນຊາວຄຼິດ. ທ່ານ ທາຍຊີແທງ, ຫົວໜ້າຄະນະຜູ້ຕາງໜ້າສະມາຄົມສາສະໜາກາວດາຍໄຕນິງ ແຂວງ ຕຽນຢາງ ແບ່ງປັນດ້ວຍຄວາມອາໄລວ່າ:

    ພໍ່ແມ່ ປຊຊ ບັນດາສາສະໜາ ມີຄວາມໂສກເສົ້າເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ. ນີ້ແມ່ນສູນເສຍຢ່າງໃຫ່ຍຫຼວງ. ທ່ານແມ່ນຜູ້ນຳທີ່ຍິ່ງໃຫ່ຍ ແຕ່ມີວິຖີຊີວິດທີ່ລຽບງ່າຍ, ເອົາໃຈໃສ່ເຖິງ ປຊຊ, ເຖິງບັນດາສາສະໜາ, ຊ່ວຍໃຫ້ພໍ່ແມ່ ປຊຊ ທີ່ເຊື່ອຖືສາສະໜາ ມີຊີຊິດການເປັນຢູ່ທີ່ປັນປົກກະຕິ, ລົບລ້າງຄວາມອຶດຫິວທຸກຍາກ.

    ສ່ວນນັກບວດ ທິກຢາກໂງນ ຕາແສງ ມີ້ດຶກດົງ, ເມືອງ ກາຍແບ, ແຂວງ ຕຽນຢາງ ຖືວ່າ: ແບບແຜນຄຸນສົມບັດທີ່ໃສແຈ້ງຂອງ ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໄດ້ເຍືອງທາງໃຫ້ລຸ້ນຕໍ່ໄປໃນອະນາຄົດ:

      ປຊຊ ຫວຽດນາມ ທຸກຄົນ ລ້ວນແຕ່ໂສກເສົ້າເສຍໃຈຕໍ່ການຈາກໄປຂອງລຸງ. ເມື່ອອ່ານຄຳກະວີຂອງລຸງ ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ ແລະ ເໝາະສົມກັບຕົນເອງທີ່ສຸດ. ລຸງເວົ້າວ່າ “ເຖິງວ່າຢູ່ເສື້ອບໍ່ໄດ້ປະດັບຫຼຽນໃດໜຶ່ງກໍ່ຕາມ ແຕ່ທາງໃນກໍ່ມີໝາກຫົວໃຈແຫ່ງເມຕາຈິດ”. ລຸງແມ່ນການນຳຂອງປະເທດຊາດທີ່ດີເລີດ ແລະ ລຸງໄດ້ປະຕິບັດສຳເລັດໜ້າທີ່ຂອງຕົນເປັນຢ່າງດີທີ່ສຸດ.

      ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໄດ້ສະຫງວນຕະຫຼອດຊີວິດຂອງຕົນເພື່ອ ປຊຊ, ເພື່ອປະເທດຊາດ. ທ່ານແມ່ນແບບຢ່າງກ່ຽວກັບບຸກຄົນທີ່ລຽບງ່າຍ ແຕ່ມີກຳລັງແຜ່ຂະຫຍາຍອອກສູ່ວົງກ້ວາງ. ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ໄດ້ຮັບຄວາມເຄົາລົບນັບຖື, ຮັກແພງຈາກ ປຊຊ ທົ່ວປະເທດ ຍ້ອນນິດໃສທີ່ຖ່ອມຕົວ, ລຽບງ່າຍ “ການເວົ້າຕ້ອງໄປຄຽງຄູ່ກັບການກະທຳ”, ສຸດຈິດສຸດໃຈຮັບໃຊ້ໃຫ້ແກ່ພັກ, ຮັບໃຊ້ ປຊຊ ຈົນຮອດລົມຫາຍໃຈສຸດທ້າຍຂອງຕົນ./.

ຕອບກັບ

ຂ່າວ/ບົດ​ອື່ນ