ທ່ານເລຂາທິການໃຫຍ່ ເຈື່ອງຈິງ: ຜູ້ລິເລີ່ມກິດຈະການປ່ຽນແປງໃໝ່

(VOVWORLD) -ຢູ່ ຫວຽດນາມ, ກິດຈະການປ່ຽນແປງໃໝ່ ໄດ້ເລີ່ມດຳເນີນນັບແຕ່ພາຍຫຼັງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ VI ຂອງພັກ ເມື່ອປີ 1986 ເຊິ່ງໄດ້ຮັບຖືວ່າແມ່ນຜົນງານ ມະຫັດສະຈັນເມື່ອເຮັດໃຫ້ ພື້ນຖານເສດຖະກິດສັງຄົມ ແລະ ໂສມໜ້າຂອງປະເທດຊາດປ່ຽນແປງໄປໂດຍພື້ນຖານ. ແລະ ຜູ້ໄດ້ສ້າງພື້ນຖານ, ລິເລີ່ມໃຫ້ແກ່ກິດຈະການທີ່ມີລັກສະນະປະຕິວັດນີ້ ກໍ່ແມ່ນທ່ານ ເຈື່ອງຈິງ ເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ (ແຕ່ເດືອນ ກໍລະກົດ ຫາເດືອນ ທັນວາ ປີ 1986)
ທ່ານເລຂາທິການໃຫຍ່ ເຈື່ອງຈິງ: ຜູ້ລິເລີ່ມກິດຈະການປ່ຽນແປງໃໝ່ - ảnh 1ທ່ານເລຂາທິການໃຫຍ່ ເຈື່ອງຈິງ: ຜູ້ລິເລີ່ມກິດຈະການປ່ຽນແປງໃໝ່ 

   ນັບແຕ່ກ່ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກ,  ທ່ານ ເຈື່ອງຈິງ ໄດ້ເຫັນເຖິງຄວາມຮີບດ່ວນ ເພື່ອປະຕິບັດການປ່ຽນແປງໃໝ່ປະເທດຊາດ. ສະພາບການສາກົນໃນຄາວນັ້ນແມ່ນ ຫວຽດນາມ ພວມຖືກປິດລ້ອມຂວ້ຳບາດ. ສະຫະພາບໂຊວຽດ ແລະ ບັນດາປະເທດເອີລົບຕາເວັນອອກ ໄດ້ເລີ່ມປະຕິຮູບເປີດປະຕູ, ດັ່ງນັ້ນໄດ້ຫຼຸດຜ່ອນການຊ່ວຍເຫຼືອ ປະເທດຊາດໄດ້ຖືກຕົກເຂົ້າສູ່ວິກິດການເສດຖະກິດ - ສັງຄົມຢ່າງໜັກ. ພື້ນຖານເສດຖະກິດເຄື່ອນໄຫວ ຂາດຄວາມຂະຫຍັນຂັນເຄື່ອນ ແລະ ບໍ່ມີປະສິດທິຜົນ. ຊີວິດການເປັນຢູ່ຂອງປະຊາຊົນ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຕໍ່ໜ້າສະພາບການນີ້, ການປ່ຽນແປງໃໝ່ໄດ້ເລີ່ມປາກົດມີຢູ່ບາງທ້ອງຖິ່ນ ແຕ່ຍັງບໍ່ທັນກາຍເປັນແຜນນະໂຍບາຍໃຫຍ່ຂອງພັກທົ່ວພັກ ທົ່ວປວງຊົນ. ທ່ານເລຂາທິການໃຫຍ່ ເຈື່ອງຈິງ ໄດ້ສ້າງຕັ້ງກຸ່ມນັກຄົ້ນຄວ້າ ເຊິ່ງລວມມີບັນດາປັນຍາຊົນ, ນັກວິທະຍາສາດ… ທີ່ມີຈິນຕະການປ່ຽນແປງໃໝ່ ເພື່ອຄົ້ນຄວ້າບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງຂອງປະເທດຊາດ, ເປັນຂໍ້ອ້າງອີງທິດສະດີວິພາກໃຫ້ແກ່ການປ່ຽນແປງໃໝ່. ພ້ອມກັນນັ້ນກໍ່ດຳເນີນການສຳຫຼວດຕົວຈິງຢູ່ 20 ແຂວງ  ແລະ ນະຄອນໃນທົ່ວປະເທດ. ໂດຍເປັນສະມາຊິກຂອງກຸ່ມນັກຄົ້ນຄວ້າ ແລະ ຖືກທ່ານເລຂາທິການໃຫຍ່ ເຈື່ອງຈິງ ມອບໝາຍໜ້າທີ່ແຕ່ງສອງຫົວເລື່ອງຄື ”ນະໂຍບາຍເສດຖະກິດໃໝ່ຂອງເລນິນ ໝູນໃຊ້ຢູ່ ຫວຽດນາມ” ແລະ “ນະໂຍບາຍເສດຖະກິດຢູ່ຕ່າງປະເທດຂອງ ຫວຽດນາມ ໃນໄລຍະໃໝ່”, ນັກຊ່ຽວຊານເສດຖະກິດ ຫວໍດ້າຍເລືອກ ເລົ່າຄືນສູ່ຟັງວ່າ:

“ທ່ານເລຂາທິການໃຫຍ່ ເຈື່ອງຈິງ ໄດ້ມອບໝາຍໃຫ້ຂ້າພະເຈົ້າແຕ່ງສອງຫົວເລື່ອງນີ້ ແລະ ຂ້າພະໄດ້ຮູ້ວ່າ ທ່ານໄດ້ອ່ານໄປອ່ານມາຫຼາຍຄັ້ງ. ໄລຍະເວລານັ້ນພວກເຮົາຕ້ອງອີງໃສ່ແນວຄິດ, ນະໂຍບາຍໃໝ່ຂອງ ເລນິນ  ເພື່ອໝູນໃຊ້ຢູ່ ຫວຽດນາມ, ລົບລ້າງກົນໄກອອກຄຳສັ່ງ, ອາດຍາສິດ, ເກື້ອກູນ ແລະ ແທນທີ່ດ້ວຍການພົວພັນສິນຄ້າ, ເງິນຕາ. ນັ້ນແມ່ນສອງແນວຄິດທີ່ສຳຄັນທີ່ສຸດຂອງ ເລນິນ ເຊິ່ງພວກເຮົາໄດ້ໝູນໃຊ້ ເພື່ອເປີດສາກໃຫ້ແກ່ກິດຈະກຳປ່ຽນແປງໃໝ່”

 ແຕ່ຂະບວນວິວັດປ່ຽນແປງ ບໍ່ມີຄວາມສະດວກແຕ່ຢ່າງໃດ, ຍ້ອນຄວາມແຕກຕ່າງທາງດ້ານຈິນຕະນາການ ແລະ ຄວາມຮັບຮູ້ໃນຖັນແຖວພະນັກງານການນຳ, ພ້ອມກັບບັນດາປັດໄຈອື່ນ ເຊິ່ງລວມທັງອັດຕະວິໄສ ແລະ ອັດຕະໄສ. ທ່ານຮອງສາສະດາຈານ ປອ ເລກວັ໊ກຫຼີ   ຮອງຜູ້ອຳນວຍການສະຖານບັນການເມືອງແຫ່ງຊາດ ໂຮ່ຈິນມີ ຖືວ່າ ການປ່ຽນແປງໃໝ່ປີ 1986 ແມ່ນການໂຕ້ແຍ້ງກັນຢູ່ພາຍໃນຢ່າງຂ້ຽວຂາດ ລະຫວ່າງປ່ຽນແປງໃໝ່ ຫຼື ບໍ່ປ່ຽນແປງໃໝ່ ທ່ານກ່າວວ່າ:

“ເມື່ອຍົກອອກແນວຄິດປ່ຽນແປງໃໝ່ ຈິນຕະນາການເສດຖະກິດກໍ່ຄື ປ່ຽນແປງໃໝ່ຈິນຕະນາການທິດສະດີຂອງພັກ, ສະຫາຍ ເຈື່ອງຈິງ ໄດ້ມີຄວາມຢຶດໝັ້ນ, ຈົງຮັກພັກດີກັບບັນດາແນວຄິດ, ແນວທາງ ແລະ ປົກປ້ອງບັນດາທິດສະດີນັ້ນ, ເຖິງວ່າມີບາງຄັ້ງຄາວກໍ່ຖືກຕຳໜິວິຈານກໍ່ຕາມ. ພິເສດເມື່ອຖືກກຳລັງດັນ, ນັບທັງບັນດາຄຳຄິດຄຳເຫັນຕຳໜິວິຈານຢ່າງຮຸນແຮງ, ສະຫາຍ ເຈື່ອງຈິງ ຍັງຄົງປົກປ້ອງ”

ຈາກການສຳຫຼວດຕົວຈິງ ທີ່ມີຊີວິດຊີວາ ແລະ ຄວາມຕັດສິນໃຈປ່ຽນແປງໃໝ່ໂດຍຕົນເອງ, ປ່ຽນແປງໃໝ່ພັກ, ຢູ່ທີ່ບັນດາກອງປະຊຸມຂອງສູນກາງພັກຄັ້ງທີ VI, ຄັ້ງທີ VII, ຄັ້ງທີ VIII, ຄັ້ງທີ IX ສະໄໝທີ V, ບັນດາຄຳກ່າວປາໄສທີ່ສຸດຈິດສຸດໃຈຂອງທ່ານ ເຈື່ອງຈິງ ໄດ້ກໍ່ສຽງກ້ອງກັງວານໃນທົ່ວປະເທດ. ທ່ານ ຟ້າມເຖຢວຽດ ອະດີດຜູ້ປະຈຳການກົມການເມືອງ, ອະດີດປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ   ຢືນຢັງວ່າ:

 “ສະຫາຍ ເຈື່ອງຈິງ ແມ່ນບຸກຄົນທີ່ສຸດຈິດສຸດໃຈ, ຢຶດໝັ້ນຕໍ່ເສັ້ນທາງປະຕິວັດ, ມີຫົວຄິດປະດິດສ້າງໃນແນວທາງ, ຄວາມນຶກຄິດ, ຈິນຕະການຂອງບັນດາບາດກ້າວຫັນປ່ຽນຢ່າງທັນການ; ເອົາໃຈໃສ່ເຖິງບັນດາບັນຫາການປ່ຽນແປງໃໝ່ ແຕ່ບໍ່ປ່ຽນແປງທາດແທ້, ປ່ຽນແປງໃໝ່ແຕ່ບໍ່ປະໃຫ້ສັງຄົມນິຍົມຖືກສູນເສຍ”.

ດ້ວຍທິດສະກີ ແລະ ພຶດຕິກຳຕົວຈິງ, ທ່ານ ເລຂາທິການໃຫຍ່  ເຈື່ອງຈິງ ແມ່ນຜູ້ໄດ້ລິເລີ່ມ, ສ້າງພື້ນຖານໃຫ້ແກ່ກິດຈະການປ່ຽນແປງໃໝ່, ທ່ານໄດ້ກ້າຫານ, ທຳການໂຕ້ແຍ້ງກັບບັນດາທັດສະນະຮັກສາເດີມ ຄຳພີຕາຍຕົວ, ກົນໄກລວມສູນອາດຍາສິດ, ເກື້ອກູນ, ປະກອບສ່ວນສຳຄັນເຂົ້າໃນການສ້າງຈິນຕະນາການປ່ຽນແປງໃໝ່ ແລະ ສ້າງແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ຢູ່ທີ່ກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກ, ເຫດການທີ່ໄດ້ເຮັດໃຫ້ໂສມໜ້າເສດຖະກິດສັງຄົມ ຫວຽດນາມ ປ່ຽນແປງໄປໂດຍພື້ນຖານ.

ຕອບກັບ

ຂ່າວ/ບົດ​ອື່ນ